ເອົາໃຈໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ປະຊາຊົນລາວບັນດາເຜົ່າ

ເອົາໃຈໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ປະຊາຊົນລາວບັນດາເຜົ່າ

ເອົາໃຈໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ປະຊາຊົນລາວບັນດາເຜົ່າ
ໃນຕະຫຼອດບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຄະນະພັກ ແລະ ຄະນະກຳມະການເລືອກຕັ້ງແຕ່ລະຂັ້ນ ຕ້ອງເອົາໃຈ ໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໂດຍໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນແຈ້ງບາງບັນຫາສໍາຄັນ.

ໃນເອກະສານທີ 2 ເພີ່ມທະວີນໍາພາແນວຄິດ, ເສີມຂະຍາຍສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ຮູ້ວ່າ: ໃນຕະຫຼອດບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຄະນະພັກ ແລະ ຄະນະກຳມະການເລືອກຕັ້ງແຕ່ລະຂັ້ນ ຕ້ອງເອົາໃຈໃສ່ນໍາພາແນວຄິດ ຕິດພັນກັບການເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ໂດຍສຸມໃສ່ສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ນັກຮຽນຮູ້ປັນຍາຊົນ, ຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າ ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນແຈ້ງບາງບັນຫາສໍາຄັນຄື: ເຫັນແຈ້ງບົດບາດການນໍາພາອັນຖືກຕ້ອງຂອງພັກ, ການຄຸ້ມຄອງຂອງລັດ ເປັນຕົ້ນທາງອອກເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາອື່ນໆ ໃນຂອບເຂດທົ່ວປະເທດ ກໍຄືໃນແຕ່ລະທ້ອງຖິ່ນ, ຊີ້ໃຫ້ເຫັນຜົນງານ, ຜົນສໍາເລັດ ໃນການແກ້ໄຂຄວາມຫຍຸ້ງຍາດດັ່ງກ່າວ; ເຫັນແຈ້ງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກລວມທົ່ວປະເທດທີ່ກ່າວມາຂ້າງເທິງນີ້ ກໍຄືຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຢູ່ແຕ່ລະທ້ອງຖິ່ນ ເພື່ອພ້ອມກັນຕັດສິນໃຈເສີມຂະຫຍາຍຂໍ້ສະດວກ ແລະ ສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກ ເພື່ອສ້າງຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ; ເຫັນແຈ້ງຜົນງານອັນໃຫຍ່ຫຼວງໃນພາລະກິດການປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືຂອງແຕ່ລະທ້ອງຖິ່ນໃນຕະຫຼອດໄລຍະ 50 ປີທີ່ຜ່ານມາ ແລະ ທິດທາງວຽກງານສືບຕໍ່ປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ແຕ່ລະທ້ອງຖິ່ນໃນຕໍ່ໜ້າ; ເຫັນແຈ້ງຄວາມສໍາຄັນ ແລະ ຄວາມຈໍາເປັນໃນການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ແມ່ນການເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ທີ່ເປັນສິດສໍາຄັນພື້ນຖານ ເພື່ອເລືອກຕັ້ງເອົາຕົວແທນຂອງຕົນເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ເປັນການປະກອບ ສ່ວນສໍາຄັນ ເຂົ້າໃນການປັບປຸງ, ບູລະນະລະບົບອຳນາດລັດ ປະຊາທິປະໄຕປະຊາຊົນ ແຕ່ສູນກາງລົງຮອດທ້ອງຖິ່ນ, ຮາກຖານ ໃຫ້ໜັກແໜ້ນ, ເຂັ້ມແຂງ; ເຫັນແຈ້ງກົນອຸບາຍຫັນປ່ຽນໂດຍສັນຕິ ຂອງພວກຄົນບໍ່ດີ ແລະ ອິດທິກຳລັງປໍລະປັກທີ່ນໍາໃຊ້ສື່ສັງຄົມອອນລາຍ ໂຄສະນາແບ່ງແຍກ, ປັ່ນປ່ວນ, ໃສ່ຮ້າຍປ້າຍສີຕ່າງໆ ຫວັງມ້າງເພທໍາລາຍ ແລະ ໂຄ່ນລົ້ມລະບອບໃໝ່ ຂອງພວກເຮົາ. ພ້ອມກັນນັ້ນ, ເອົາໃຈໃສ່ແກ້ໄຂຈຸດອ່ອນ, ຊ່ອງວ່າງ ພາຍໃນຢູ່ແຕ່ລະບ່ອນ ໃຫ້ທັນເວລາ; ເຫັນແຈ້ງມູນເຊື້ອຮັກຊາດຂອງແຕ່ລະຊົນເຜົ່າ ແລະ ມູນເຊື້ອແຫ່ງຄວາມສາມັກຄີປອງດອງລະຫວ່າງຊົນເຜົ່າ ເພື່ອເພີ່ມທະວີຄວາມເປັນປຶກແຜ່ນ ແລະ ກຳລັງແຮງຂອງຊາດ; ເຫັນແຈ້ງສິດ ແລະ ພັນທະຂອງພົນລະເມືອງ ເປັນຕົ້ນຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເພື່ອໃຫ້ມີຄວາມຕື່ນຕົວສະໝັກໃຈໄປໃຊ້ສິດໃນວັນເລືອກຕັ້ງໃຫ້ໄດ້ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບການເລືອກຕັ້ງ; ເຫັນແຈ້ງຜົນສໍາເລັດໃນການດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຕ່ລະຂັ້ນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຊຶ່ງເປັນຜົນສໍາເລັດທີ່ສໍາຄັນໃນການຜັນຂະຫຍາຍແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ ວາງທິດທາງສືບຕໍ່ເພີ່ມທະວີບົດບາດນໍາພາຂອງພັກໃນໄລຍະແຕ່ນີ້ຮອດປີ 2030 ກໍຄືຊຸມປີ ຫຼັງປີ 2030.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ