ມອບໂທລະສັບມືຖື ຈໍານວນ 135 ໜ່ວຍ ໃຫ້ອາສາສະໝັກຂັ້ນບ້ານ 451 ບ້ານ

ອາສາສະໝັກຂັ້ນບ້ານ 451 ບ້ານ ໄດ້ຮັບໂທລະສັບມືຖື

ອາສາສະໝັກຂັ້ນບ້ານ 451 ບ້ານ ໄດ້ຮັບໂທລະສັບມືຖື
ຂປລ. ຫວ່າງບໍ່ດົນມານີ້ຢູ່ນະຄອນຫຼວງວຽງຈັນ, ສູນກາງສະຫະພັນແມ່ຍິງລາວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອຸຍນີເຊັບ, ລັດຖະບານ ອົສຕຣາລີ ແລະ ອົງ ການພັດທະນາສາກົນຂອງສະຫະລັດອາເມຣິກາ (USAID)

ໄດ້ມອບໂທລະສັບມືຖື ຈໍານວນ 135 ໜ່ວຍ ໃຫ້ອາສາສະໝັກຂັ້ນບ້ານ 451 ບ້ານ ໃນທົ່ວປະເທດ ເພື່ອຊ່ວຍໃນການເກັບກໍາຂໍ້ມູນ, ການສ້າງຂະບວນການ ສົ່ງເສີມການລ້ຽງດູເດັກໃນທາງບວກ ໃຫ້ບັນດາຄອບຄົວໃຫ້ດີຂຶ້ນ.

ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ສະແດງຄວາມຂອບໃຈມາຍັງປະເທດອົສຕຣາລີ, USAID ແລະ ອົງການອຸຍນີເຊັບ ທີ່ໄດ້ຊ່ວຍສົ່ງເສີມການຈັດຕັ້ງປະຕິບັດແຜນງານ “ຮັກລູກໃຫ້ໃສ່ໃຈ” ດ້ວຍການມອບອຸປະກອນດັ່ງກ່າວໃນຄັ້ງນີ້ວ່າ: ໂທລະສັບມືຖື ແມ່ນອຸປະກອນທີ່ມີຄວາມສໍາຄັນຫຼາຍ ຕໍ່ກັບການຕິດຕາມ ແລະ ການປະເມີນຜົນ ໃນການຈັດຕັ້ງປະຕິບັດແຜນງານ “ຮັກລູກໃຫ້ໃສ່ໃຈ”, ທັງເປັນການຮັບປະກັນວ່າ ພໍ່ແມ່ ແລະ ຜູ້ດູແລເດັກ ມີຊັບພະຍາກອນທີ່ຈໍາເປັນ ໃນການເລີ່ມຕົ້ນຊີວິດທີ່ດີທີ່ສຸດໃຫ້ກັບເດັກນ້ອຍ.

ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ເພື່ອການສະໜັບສະໜູນການຈັດຕັ້ງປະຕິບັດແຜນງານໃນຄັ້ງນີ້, ປະເທດ ອົສຕຣາລີ ມີຄວາມຕັ້ງໜ້າສືບຕໍ່ລົງທຶນເຂົ້າໃນການພັດທະນາອະນາຄົດຂອງຊາດ ກໍຄື ເດັກນ້ອຍ ແລະ ສົ່ງເສີມ ຄອບຄົວຕ່າງໆ ໃຫ້ມີສຸຂະພາບທີ່ດີ ແລະ ມີຄວາມສະເໝີພາບ ໃນຊຸມຊົນໃຫ້ຫຼາຍຂຶ້ນ ຊຶ່ງໂທລະສັບມືຖືຈະເປັນອຸປະກອນສົ່ງເສີມເຂົ້າໃນການຕິດຕາມ ແລະ ການປະເມີນຜົນ ໃນການຈັດຕັ້ງປະຕິບັດແຜນງານ “ຮັກລູກໃຫ້ໃສ່ໃຈ” ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນໃຫ້ກັບທຸກຄອບຄົວ.

ທ່ານ ໄມໂຄ ແມັກຄອດ ຜູ້ຕາງໜ້າ USAID ປະຈໍາ ສປປ ລາວ ໄດ້ເນັ້ນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ USAID ຕໍ່ການສົ່ງເສີມການສຶກສາ, ການພັດທະນາແບບຍືນຍົງ ແລະ ການເປັນຄູ່ຮ່ວມມືທີ່ສໍາຄັນວ່າ: ການຮ່ວມມືໃນຄັ້ງນີ້, ສະແດງເຖິງບາດກ້າວທີ່ສໍາຄັນ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ແລະ ສົ່ງເສີມຄວາມໝັ້ນຄົງໃຫ້ບັດດາຄອບຄົວ ໃນ ສປປ ລາວ. ການລິເລີ່ມນີ້ເປັນການຢັ້ງຢືນ ໃຫ້ແກ່ການຮ່ວມມືທີ່ເຂັ້ມແຂງ, ຍາວນານ ແລະ ນັບມື້ນັບຂະຫຍາຍຕົວ ລະຫວ່າງສອງ ປະເທດພວກເຮົາ.

ທ່ານ ບີລາລ ດູຣານີ ຜູ້ຕາງໜ້າຂອງ ອົງການອຸຍນີເຊັບ ປະຈໍາລາວ ໄດ້ກ່າວວ່າ: ການຮ່ວມມືໃນຄັ້ງນີ້, ໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາ ໃນການນໍາໃຊ້ຂໍ້ມູນ ແລະ ເຕັກໂນໂລຊີ ເຂົ້າໃນການແກ້ໄຂບັນຫາ ບົນພື້ນຖານຂໍ້ມູນຫຼັກຖານຕົວຈິງ ທີ່ຈະເປັນສິ່ງທີ່ຊ່ວຍສົ່ງເສີມການປ່ຽນແປງພຶດຕິກໍາຂອງພໍ່ແມ່ ແລະ ການພັດທະນາເດັກກ່ອນໄວຮຽນໄປໃນທາງທີ່ດີຫຼາຍຂຶ້ນ.

ແຜນງານ “ຮັກລູກໃຫ້ໃສ່ໃຈ: ຄອບຄົວຜາສຸກພ້ອມກັນພັດທະນາ ແມ່ນແຜນງານທີ່ລິເລີ່ມຈັດຕັ້ງປະຕິບັດພາຍໃຕ້ການນໍາພາຂອງ ສູນກາງສະຫະພັນແມ່ຍິງລາວ ເພື່ອສົ່ງເສີມໃຫ້ພໍ່ແມ່ ແລະ ຜູ້ດູແລເດັກ ໄດ້ຮັບຄວາມຮູ້ ແລະ ອຸປະກອນທີ່ຈໍາເປັນທີ່ຈະຊ່ວຍໃຫ້ເດັກນ້ອຍ ມີການເຕີບໃຫຍ່ໄດ້ຢ່າງມີປະສິດທິພາບ ແລະ ມີສະພາບແວດລ້ອມທີ່ອຸດົມສົມບູນ. ການມອບໂທລະສັບມືຖືໃນຄັ້ງນີ້, ຈະຊ່ວຍໃຫ້ອາສາສະໝັກຂັ້ນບ້ານຂອງແຜນງານ “ຮັກລູກໃຫ້ໃສ່ໃຈ” ສາມາດຕິດຕາມການຈັດຕັ້ງປະຕິບັດ ແລະ ເກັບກໍາຂໍ້ມູນຕົວຈິງ, ລວມມີ: ອັດຕາການເຂົ້າຮ່ວມການຝຶກອົບຮົມ ແລະ ການໃຫ້ຄໍາແນະນໍາໄດ້ຢ່າງທັນເວລາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ