ອັດຕະປື ມີແຜນການຈະປ່ອຍປາ ລົງສູ່ແຫຼ່ງນໍ້າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 7.6 ລ້ານໂຕ

ອັດຕະປື ມີແຜນການຈະປ່ອຍປາ ລົງສູ່ແຫຼ່ງນໍ້າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 7.6 ລ້ານໂຕ

ອັດຕະປື ມີແຜນການຈະປ່ອຍປາ ລົງສູ່ແຫຼ່ງນໍ້າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 7.6 ລ້ານໂຕ
ປີ 2026 ນີ້ ແຂວງອັດຕະປື ກະກຽມປ່ອຍລູກປາ ຫຼາກຫຼາຍຊະນິດລົງສູ່ແຫຼ່ງນໍ້າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 7.6 ລ້ານໂຕ, ໃນນີ້ ສະເພາະ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ວັນທີ 13 ກໍລະກົດ 2026 ຢູ່ບັນດາ 5 ຕົວເມືອງຂອງແຂວງ ແມ່ນຈະປ່ອຍລູກປາ ໃຫ້ໄດ້ 218,500 ໂຕ ແລະ ພິທີໃຫຍ່ຂອງແຂວງ ຈະຈັດຂຶ້ນທີ່ວັງສະຫງວນເຊນໍ້ານ້ອຍ, ບ້ານໃຫຍ່ໝື່ນຫົວເມືອງເມືອງສາມັກຄີໄຊ, ສ່ວນທີ່ເຫຼືອຈະສືບຕໍ່ປ່ອຍຕາມແຜນການຂອງແຕ່ລະເມືອງ ໃຫ້ໄດ້ທັງໝົດ 7.4 ລ້ານກວ່າໂຕ.
ອດຕະປ ມແຜນການຈະປອຍປາ ລງສແຫງນາທາມະຊາດ ໃຫໄດຫາຍກວາ 7.6 ລານໂຕ - image 1
 

ທ່ານ ສັກບັນດິດ ຈັນທະລັງສີ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ໃຫ້ສໍາພາດໃນວັນທີ 8 ກໍລະກົດ 2026 ນີ້ວ່າ: ໃນໄລຍະຊຸມປີຜ່ານມາ ການຈັດຕັ້ງທຸກຂັ້ນໄດ້ເປັນເຈົ້າການຈັດກິດຈະກໍາປ່ອຍປາ ແລະ ສັດນໍ້າ ຄືນສູ່ແຫຼ່ງນໍ້າທໍາມະຊາດ, ຕາມອ່າງເກັບນໍ້າ, ຕາມໜອງ ແລະ ແຫຼ່ງນໍ້າອື່ນໆ, ເພື່ອຄືນຄວາມອຸດົມສົມບູນໃຫ້ແກ່ທໍາມະຊາດ, ທັງເປັນການຊຸກຍູ້ສົ່ງເສີມ ແລະ ປູກຈິດສໍານຶກໃນການອະນຸລັກ, ປົກປັກຮັກສາ ແລະ ພັດທະນາປາ ແລະ ສັດນໍ້າ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ.

ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ 2026, ພະແນກ ກະສິກຳ ແລະ ສິ່ງແວດ ລ້ອມແຂວງ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະບັນດາເມືອງ ໃນການຈັດພິທີປ່ອຍປາ ແລະ ສັດນໍ້າ ໃຫ້ເປັນຂະບວນຟົດຟື້ນ, ໃນນັ້ນ ເມືອງໄຊເສດຖາ ມີແຜນການປ່ອຍປາໃຫ້ໄດ້ 2,300,000 ໂຕ, ເມືອງສະໜາມໄຊ ມີແຜນການປ່ອຍປາໃຫ້ໄດ້ 1,650,000 ໂຕ, ເມືອງຊານໄຊ ມີແຜນການປ່ອຍປາໃຫ້ໄດ້ 1,000,000 ໂຕ, ເມືອງພູວົງ ມີແຜນ ການປ່ອຍປາໃຫ້ໄດ້ 550,000 ໂຕ.

ນອກນັ້ນຍັງມີພາກສ່ວນລັດວິສາຫະກິດເຂື່ອນໄຟຟ້ານໍ້າກົງ 1,2,3 ປ່ອຍຢູ່ໜ້າເຂື່ອນລວມ ຈໍານວນ 300,000 ໂຕ, ຜູ້ປະກອບການຫາປາ ແລະ ສັດນໍ້າ ຢູ່ເຂື່ອນໄຟຟ້າເຊກະໝານ 1 ຈໍານວນ 20,000 ໂຕ, ຜູ້ປະກອບການຫາປາ ແລະ ສັດນໍ້າ ຢູ່ເຂື່ອນໄຟຟ້ານໍ້າກົງ 3 ຈໍານວນ 20,000 ໂຕ, ຜູ້ປະກອບການຫາປາ ແລະ ສັດນໍ້າ ຢູ່ເຂື່ອນໄຟຟ້ານໍ້າກົງ 1 ຈໍານວນ 20,000 ໂຕ.

ທ່ານ ສັກບັນດິດ ຈັນທະລັງສີ ຍັງຮຽກຮ້ອງມາຍັງບັນດາພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ ຜູ້ປະກອບການ ລວມທັງປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນໃຫ້ຄວາມສໍາຄັນ ກັບການປ່ອຍປາ ແລະ ສັດນໍ້າ ບໍ່ແມ່ນພຽງແຕ່ການເອົາປາລົງນໍ້າແລ້ວຈົບໄປ, ແຕ່ມັນແມ່ນການຟື້ນຟູຄວາມສົມດຸນຂອງລະບົບນິເວດ ແລະ ເພີ່ມແຫຼ່ງອາຫານທີ່ໝັ້ນຄົງ ໃຫ້ກັບປະຊາຊົນ, ການປ່ອຍປາເປັນເລື່ອງທີ່ດີ, ແຕ່ສິ່ງທີ່ສໍາຄັນກວ່າແມ່ນການຢຸດຕິການຫາປາແບບດັບສູນ ເຊັ່ນ: ການຊ໋ອດໄຟ, ການເບືອປາ ຫຼື ການຫາປາໃນລະດູວາງໄຂ່, ເພາະວ່າ ປາ ແລະ ສັດນໍ້າ ແມ່ນຊັບສິນຂອງພວກເຮົາທຸກຄົນ ທີ່ຕ້ອງຊ່ວຍກັນເບິ່ງແຍງ, ຄຽງຄູ່ກັນນັ້ນ ກໍຕ້ອງຊຸກຍູ້ການລ້ຽງປາ ແລະ ສັດນໍ້າໃນໜອງ, ໃນກະຊັງຕາມແມ່ນໍ້າລຳເຊ, ອ່າງເກັບນໍ້າເຂື່ອນໄຟຟ້າ ແລະ ອ່າງເກັບນໍ້າຊົນລະປະທານ, ທີ່ມີການຄຸ້ມຄອງ ແລະ ນໍາໃຊ້ເຕັກນິກເຂົ້າຊ່ວຍ ເພື່ອເພີ່ມສະມັດຕະພາບການຜະລິດ ທີ່ສາມາດຕອບສະໜອງຄວາມຕ້ອງການບໍລິໂພກຊີ້ນປາ ແລະ ສັດນໍ້າ ໃຫ້ພຽງພໍກັບຄວາມຕ້ອງການ ແລະ ກາຍເປັນສິນຄ້າສົ່ງອອກ.

ຂ່າວ: ວັດທະນາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ