ອັດຕະປື ຕ້ອງສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ

ອັດຕະປື ຕ້ອງສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ

ອັດຕະປື ຕ້ອງສືບຕໍ່ແກ້ໄຂບັນຫາຫາງສຽງສັງຄົມ
ໄລຍະ 6 ເດືອນຕົ້ນປີ 2025 ແຂວງອັດຕະປື ໄດ້ມີຫຼາຍເຫດການທີ່ສໍາຄັນທາງດ້ານການເມືອງ ກໍຄືການພັດທະນາ ເສດຖະກິດ-ສັງຄົມ ອັນທີ່ພົ້ນເດັ່ນແມ່ນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ທົ່ວອົງຄະນະພັກແຂວງ, ການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຕິດພັນວຽກງານ 3 ສ້າງ ຢ່າງເປັນຂະບວນຟົດຟື້ນກວ້າງຂວາງ. ຄຽງຄູ່ກັນນັ້ນ, ຍັງປະເຊີນກັບສິ່ງທ້າທາຍທົດສອບຫຼາຍປະການ ໂດຍສະເພາະ ບັນຫາຄວາມຫຍຸ້ງຍາກ ເສດຖະກິດ-ການເງິນ, ກຸ່ມຄົນບໍ່ຫວັງດີ ຍັງສືບຕໍ່ໃສ່ຮ້າຍປ້າຍສີການນຳພາຂອງພັກ ຢ່າງບໍ່ລົດລະຄວາມພະຍາຍາມ.
ອດຕະປ ຕອງສບຕແກໄຂບນຫາຫາງສຽງສງຄມ - image 1
 

 

 ແຕ່ເຖິງຢ່າງໃດກໍດີ ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກແຂວງ, ປະຕິບັດຕາມມະຕິເລກທີ 206/ກມສພ ວ່າດ້ວຍການຍົກສູງວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່, ຄຳສັ່ງເລກທີ 04 ຂອງຄະນະເລຂາທິການສູນກາງພັກ, ຄໍາສັ່ງ ເລກທີ 17 ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການເພີ່ມຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ. ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ທະວີເອົາໃຈໃສ່ເປັນເຈົ້າການ ຕິດຕາມສະພາບແນວຄິດ-ຫາງສຽງສັງຄົມ ທີ່ພົ້ນເດັ່ນຕໍ່ການນຳພາຂອງພັກ-ການຄຸ້ມຄອງລັດ ຢ່າງເປັນເຈົ້າການ.

ທ່ານ ຄອນສະຫງ່າ ພິມມະສອນ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນ ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 14 ສະໄໝທີ XI ທີ່ໄດ້ໄຂຂຶ້ນ ໃນລະຫວ່າງ ວັນທີ 4-6 ສິງຫາ 2025 ວ່າ: ໄລຍະ 6 ເດືອນທີ່ຜ່ານມາ, ການນຳພາ-ຊີ້ນຳ ວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ກໍຄືທົ່ວອົງຄະນະພັກແຂວງ ໄດ້ມີຫຼາຍຜົນສຳເລັດທີ່ເປັນຜົນງານພົ້ນເດັ່ນຫຼາຍດ້ານ. ໃນນັ້ນ, ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໄດ້ຮັບການເອົາໃຈໃສ່ຢ່າງຕັ້ງໜ້າ, ສະມາຊິກພັກ, ພະນັກງານ ຫຼັກແຫຼ່ງ, ພະນັກງານນຳພາຄຸ້ມຄອງທຸກຂົງເຂດ ໄດ້ຮັບການອົບຮົມດ້ານທິດສະດີການເມືອງ-ການປົກຄອງ, ອົບຮົມກົດໝາຍ ແລະ ຍົກລະດັບວຽກງານຕ່າງໆ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ, ເຮັດໃຫ້ພະນັກງານ, ສະມາຊິກພັກ ມີຄວາມຮັບຮູ້-ເຂົ້າໃຈ ຕໍ່ແນວທາງຂອງພັກ-ກົດໝາຍຂອງລັດ ຢ່າງເລິກເຊິ່ງ. ສະແດງອອກໃນການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ກົດ ໝາຍ ແລະ ລະບຽບການຕ່າງໆ ມີຄວາມເຂັ້ມງວດສົມຄວນ, ມີຄວາມຮັບຜິດຊອບໜ້າທີ່ການເມືອງສູງ. ຜ່ານມາສາມາດຕີລາຄາສະພາບແນວຄິດ ບັນດາຊັ້ນຄົນ ໃນທົ່ວແຂວງ ສ່ວນໃຫຍ່ມີຄວາມໜັກແໜ້ນຕໍ່ອຸດົມການຂອງພັກ ແລະ ການນຳພາ-ຊີ້ນຳຂອງພັກ ກໍຄືການນຳພາ-ຊີ້ນຳ ຂອງອົງຄະນະພັກແຂວງ, ມີແນວຄິດຮັກຊາດ ຮັກບ້ານເກີດເມືອງນອນ, ມີຄວາມສາມັກຄີປອງດອງ ໃນທົ່ວສັງຄົມ.

ວຽກງານຫາງສຽງສັງຄົມ: ແມ່ນວຽກໜຶ່ງທີ່ສຳຄັນຂອງພັກ, ໄດ້ເປັນສ່ວນໜຶ່ງປະກອບສ່ວນເຂົ້າໃນການປະເມີນຜົນການກໍ່ສ້າງພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ການນຳພາ-ຊີ້ນຳຂອງພັກ ແຕ່ລະໄລຍະ ມີທັງດ້ານດີ, ຜົນສຳເລັດ ແລະ ບັນດາຂໍ້ຂາດຕົກບົກຜ່ອງ ທີ່ປາສະຈາກບໍ່ໄດ້ ບາງອັນກໍພາໃຫ້ເກີດມີການສະທ້ອນຄືນຈາກສັງຄົມ ສະແດງອອກໃນຫາງສຽງຕ່າງໆ ສາມາດສັງລວມໄດ້ ທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້. ດ້ານຕັ້ງໜ້າ: ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ເຫັນດີເຫັນຊອບຕໍ່ຫຼາຍຜົນງານ, ຜົນສໍາເລັດທີ່ຄະນະບໍລິຫານງານພັກແຂວງ, ຄະນະພັກແຕ່ລະຂັ້ນຍາດມາໄດ້ ເປັນຕົ້ນ ຂະບວນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ຂັ້ນເມືອງ ແລະ ຫຼາຍຮາກຖານຂັ້ນແຂວງ ແມ່ນໄດ້ສຳເລັດຕາມລະດັບຄາດໝາຍ. ການແກ້ໄຂປະກົດການສໍ້ລາດບັງຫຼວງ ໃນກົງຈັກພະນັກງານຂອງລັດ ທີ່ເປັນບັນຫາໃຫຍ່ຂອງແຂວງ, ການປະຕິບັດ 4 ວາລະໃຫຍ່ເຫັນວ່າດີຂຶ້ນ. ການປັບປຸງກໍ່ສ້າງລະບົບພື້ນຖານໂຄງລ່າງໃນເທສະບານແຂວງ ແລະ ເມືອງ, ການນຳພາດ້ານເສດຖະກິດ ມີທ່າອ່ຽງຂະຫຍາຍຕົວດີຂຶ້ນ. ການເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການ, ວຽກງານແຂ່ງຂັນກິລານັກຮຽນທົ່ວປະເທດສາມາດຍາດໄດ້ຫຼາຍຫຼຽນຫຼາຍປະເພດ ທີ່ພົ້ນເດັ່ນແມ່ນບານເຕະ ຍາດໄດ້ຫຼຽນຄຳ ແລະ ຜົນງານອື່ນໆ...ເຫັນວ່າ: ສັງຄົມມີການຊົມເຊີຍຍ້ອງຍໍໃນລະດັບທີ່ກວ້າງຂວາງ.

ດ້ານຫຍໍ້ທໍ້:

1. ຂົງເຂດການເມືອງ-ການປົກຄອງ: ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍສະເພາະ ຢູ່ຂັ້ນເມືອງສຳເລັດ ແຕ່ຍັງມີຫາງສຽງຕໍ່ກັບການປັບປຸງກົງຈັກການຈັດຕັ້ງພັກ-ລັດ, ການມອບ ໝາຍໜ້າທີ່ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນພາຍໃນຄະນະພັກຊຸດໃໝ່ ຍັງມີຄວາມຫຍຸ້ງຍາກສັບສົນ;ປະຊາຊົນບ້ານປີນດົງ ເມືອງສະໜາມໄຊ ຈຳນວນໜຶ່ງບຸກລຸກປ່າສະຫງວນເຂດຫ້ວຍກາລ໋ອງເຮັດສວນມັນຕົ້ນຖືກເຈົ້າໜ້າທີ່, ອຳນາດການປົກຄອງບ້ານ ໄດ້ຮຽກເກັບເງິນຄ່າປັບໄໝ ແຕ່ບໍ່ມີເອກະສານບົງບິນຈົດຮັບ-ຈົດຈ່າຍ ແລະ ບົດບັນທຶກຕ່າງໆເພື່ອເປັນຫຼັກຖານ.

2. ຂົງເຂດເສດຖະກິດ: ພໍ່ແມ່ປະຊາຊົນ ໄດ້ພົບເຫັນການລະເມີດຄໍາສັ່ງ ເລກທີ 06/ນຍ ແລະ 06 ຂອງເຈົ້າແຂວງ ກ່ຽວກັບການຢຸດຕິການຂຸດຄົ້ນຄໍາຕົກຂ້ອນ ຢູ່ເຂດນໍ້າກົງ 3, ເມືອງພູວົງ ໂດຍນຳໃຊ້ເຄື່ອງກົນຈັກຈຳນວນໜຶ່ງ;ຂໍ້ຂັດແຍ່ງບັນຫາທີ່ດິນລະຫວ່າງປະຊາຊົນ ກັບ ບໍລິສັດທາໂກ ຢູ່ບ້ານສະແຄະ, ເມືອງໄຊເສດຖາ ຍັງແກ້ໄຂຍາກ ປະຊາຊົນມີຫາງສຽງຕໍ່ການຈັດຕັ້ງພັກ-ລັດ; ບັນຫາຜົນກະທົບຄ່າຄອງຊີບສູງ, ຄ່າເງິນກີບຕ່ຳ, ລາຄາສິນຄ້າສູງ, ນໍ້າມັນເໜັງຕີງທຸກອາທິດ, ຄ່າໄຟຟ້າແພງ ຍັງເຮັດໃຫ້ທົ່ວສັງຄົມ ມີຄວາມຂັດຂ້ອງໃຈ ຕໍ່ການແກ້ໄຂບັນຫາດັ່ງກ່າວ. ອີກບັນຫາໜຶ່ງ ປະຊາຊົນຜູ້ປູກມັນຕົ້ນຖືກກະທົບຍ້ອນລາຄາຕົກຕ່ຳຫຼາຍ;

3. ຂົງເຂດວັດທະນະທໍາ-ສັງຄົມ: ນະໂຍບາຍຊົດເຊີຍຜົນກະທົບຈາກເຂື່ອນແຕກ ຢູ່ເມືອງສະ ໜາມໄຊ (ລາຍການທີ 6) ຍັງຊັກຊ້າແກ່ຍາວ ຫຼາຍຄອບຄົວທີ່ຖືກຜົນກະທົບເຂົາເຈົ້າບໍ່ພໍໃຈ, ພະຍາຍາມສະເໜີຕໍ່ຫຼາຍພາກສ່ວນ ເພື່ອແກ້ໄຂໃຫ້ສຳເລັດ. ລະບົບສາທາລະນະສຸກ ປະຊາຊົນຍັງສະເໜີວ່າ: ບໍ່ທັນເຂົ້າເຖິງທຸກເປົ້າໝາຍ, ການບໍລິການບໍ່ທົ່ວເຖິງ ແລະ ຄຸນນະພາບຂອງການປິ່ນປົວ ບໍ່ໄດ້ດີປານໃດ. ສັງຄົມສ່ອງແສງເຖິງພຶດຕິກໍາຂອງຊາວໜຸ່ມ-ໄວໜຸ່ມຈໍານວນໜຶ່ງ ມົ້ວສຸມກັບສິ່ງເສບຕິດບາງປະເພດເປັນຕົ້ນ ຢາເສບຕິດ, ນໍ້າກະທ້ອມ, ຢາສູບໄຟຟ້າ, ຄໍລະເຈນ ສະຖານທີ່ສ່ວນໃຫຍ່ ແມ່ນບ່ອນພັກເຊົາ ແລະ ສະຖານທີ່ບັນເທີງ, ເສັ້ນທາງຫຼວງ-ຄອງລະບາຍນໍ້າບາງຈຸດ, ຂອບເຂດສວນສາທາລະນະ, ບໍລິເວນເຂດຕະຫຼາດ ແລະ ດິນເປົ່າຫວ່າງຈຳນວນໜຶ່ງ ໃນເທສະບານແຂວງ ແລະ ເມືອງ ຍັງພົບເຫັນສິ່ງເສດເຫຼືອຂີ້ເຫຍື່ອຮົກເຮື້ອ, ສົ່ງກິ່ນເໝັນ, ການເກັບມ້ຽນຂີ້ເຫຍື່ອຂອງຜູ້ປະກອບການ ຍັງເຮັດບໍ່ທັນໄດ້ດີ ແລະ ປ່ອຍສັດລ້ຽງຊະຊາຍຕາມຕົວເມືອງ ເຮັດໃຫ້ສ້າງຄວາມຫຍຸ້ງຍາກໃນການສັນຈອນ ແລະ ເສັ້ນທາງເປີ໋ເປື້ອນ. ພະນັກງານ, ປະຊາຊົນຢູ່ເທສະບານແຂວງ ມີຄວາມຫຍຸ້ງຍາກໃນການນຳໃຊ້ນໍ້າປະປາ ຍ້ອນບາງມື້ມາ-ບາງມື້ບໍ່ມາ, ຄຸນນະພາບນໍ້າກໍ່ບໍ່ໄດ້ມາດຕະຖານ ຂໍໃຫ້ພາກສ່ວນກ່ຽວຂ້ອງ ຮີບຮ້ອນແກ້ໄຂໃຫ້ນຳໃຊ້ປົກກະຕິ. ກຸ່ມມິດສາຊີບ ທີ່ສວຍໃຊ້ສື່ອອນລາຍ ຕົວະຍົວະຫຼອກລວງໃນທຸກຮູບແບບ ຍັງເປັນບັນຫາທົ່ວສັງຄົມຄອງຄອຍການແກ້ໄຂ, ການເກັບເງິນ 3,000 ກີບຕໍ່ເດືອນ ເພື່ອຮັກສາຄວາມປອດໄພຂອງໝາຍເລກໂທລະສັບ ສັງຄົມຍັງມີຄວາມຂ້ອງໃຈ.

4. ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ການປະຕິບັດວາລະແຫ່ງຊາດ ວ່າດ້ວຍຢາເສບຕິດ ບໍ່ທັນໄດ້ດີ ແລະ ເຂັ້ມງວດ ສັງຄົມຍັງພົບເຫັນປະກົດການຫຍໍ້ທໍ້ຕ່າງໆຫຼາຍຮູບແບບ ສ້າງຄວາມບໍ່ສະຫງົບໃນສັງຄົມ.

5. ຂົງເຂດຕຸລາການ: ສະຕິຕໍ່ກົດໝາຍຂອງພະນັກງານ ແລະ ປະຊາຊົນຈໍານວນໜຶ່ງບໍ່ສູງ, ການລ່ວງໄຟອໍານາດ ຕາມຈຸດຕ່າງໆ ເສັ້ນທາງພາຍໃນແຂວງ ຍັງພົບເຫັນຫຼາຍ.

ຄຽງຄູ່ກັບປະກົດການຫຍໍ້ທໍ້ທີ່ກ່າວມາຂ້າງເທິງນັ້ນ, ຄະນະພັກອໍານາດການປົກຄອງແຂວງ ກໍໄດ້ມີຄວາມຕັກສິນໃຈຜ່ານຜ່າ ແລະ ຊອກທຸກວິທາງແກ້ໄຂຄືດັ່ງນີ້:

ໜຶ່ງ: ຕ້ອງຍົກສູງບົດບາດ, ໜ້າທີ່ ແລະ ສິດຂອງຄະນະພັກ, ຄະນະພະແນກການ-ອົງການຂັ້ນຕ່າງໆ ໃນການເຮັດວຽກງານການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ໃນຄວາມຮັບຜິດຊອບຂອງຕົນ ຮັບປະກັນບໍ່ໃຫ້ເກີດມີປະກົດການທາງລົບ ອັນຈະພາໃຫ້ເກີດມີຫາງສຽງຂອງສັງຄົມ;

ສອງ: ໃນເມື່ອເກີດມີການສະທ້ອນຄືນວຽກງານຂອງຕົນ ຜ່ານຫາງສຽງສັງຄົມ ຕ້ອງກ້າສັງລວມລາຍງານຕໍ່ຄະນະໂຄສະນາອົບຮົມແຂວງຮັບຊາບ ເພື່ອຈະໄດ້ລາຍງານຕໍ່ຄະນະພັກຂັ້ນເທິງ ຢ່າງທັນການ ຮັບປະກັນເຮັດໃຫ້ຫາງສຽງສັງຄົມ ໄດ້ຮັບການແກ້ໄຂທັນເວລາ;

ສາມ: ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ຕ້ອງພ້ອມກັນຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍການຫັນປ່ຽນໂດຍສັນຕິຂອງສັດຕູ ເພື່ອບໍ່ໃຫ້ຕົກເປັນເຄື່ອງມືຮັບໃຊ້ຢ່າງບໍ່ຮູ້ຕົວ ຮັບປະກັນຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ;

ສີ່: ຕ້ອງໄດ້ຍົກລະດັບຄວາມຮັບຮູ້ຂອງພະນັກງານ ຜູ້ທີ່ຮັບຜິດຊອບວຽກງານນີ້ ຢ່າງເປັນປົກກະຕິຕໍ່ເນື່ອງ ແລະ ຫັນໄປສູ່ວິທະຍາສາດຫຼາຍຂຶ້ນ.

ຂຽນ: ຊິບປະໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ໃນວັນທີ 18 ທັນວານີ້ ທີ່ອົງການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງ ທີ່ 1 ນະຄອນຫຼວງວຽງຈັນ(ນວ) ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ(ສສນວ) ເຫັນດີເປັນເອກະພາບຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ IV ແລະ ແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ, ທິດທາງແຜນການ ປະຈຳປີ 2026 ຂອງສະພາປະຊາຊົນ ນວ ຊຸດທີ V ດ້ວຍຄະແນນສຽງເຫັນດີຢ່າງເປັນເອກະສັນ.
ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ວັນທີ 16 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງເງິນ ແຂວງ ໄຊຍະບູລີ. ໄດ້ປີດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ເຂົ້າຮ່ວມເປັນກຽດຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ ຮອງຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນັກກວດກາ ແລະ ນັກເດີນສໍາຫຼວດເຂົ້າຮ່ວມ.
ເພີ່ມເຕີມ