ອັດ​ຕະ​ປືຝຶກອົບຮົມການນໍາໃຊ້ລະບົບຖານຂໍ້​ມູນ​ຂຶ້ນ​ບັນ​ຊີ​ໂຄງ​ການ​ເຊົ່າ-ສຳ​ປະ​ທານ​ທີ່​ດິນ

ອັດ​ຕະ​ປືຝຶກອົບຮົມການນໍາໃຊ້ລະບົບຖານຂໍ້​ມູນ​ຂຶ້ນ​ບັນ​ຊີ​ໂຄງ​ການ​ເຊົ່າ-ສຳ​ປະ​ທານ​ທີ່​ດິນ

ອັດ​ຕະ​ປືຝຶກອົບຮົມການນໍາໃຊ້ລະບົບຖານຂໍ້​ມູນ​ຂຶ້ນ​ບັນ​ຊີ​ໂຄງ​ການ​ເຊົ່າ-ສຳ​ປະ​ທານ​ທີ່​ດິນ
ແຂວງອັດຕະປື ໄດ້ຈັດຝຶກອົບຮົມການນໍາໃຊ້ລະບົບຖານຂໍ້ມູນການຂຶ້ນບັນຊີໂຄງການເຊົ່າ-ສໍາປະທານທີ່ດິນຂອງລັດ (LCIS) ແລະ ການປັບປຸງຖານຂໍ້ມູນການເຊົ່າ-ສໍາປະທານທີ່ດິນຢູ່ແຂວງອັດຕະປືໃນ​ວັນ​ທີ 21 ກໍ​ລະ​ກົດ​ນີ້, ໂດຍການເປັນປະທານຂອງທ່ານ ກົງໃຈ ສີດາວົງ ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ມີທ່ານ ຄໍາແກ້ວນະບຸນສີ ຮອງຫົວໜ້າພະແນກສິ່ງແວດລ້ອມ-ສັງຄົມ, ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ອດ​ຕະ​ປຝກອບຮມການນາໃຊລະບບຖານຂ​ມນ​ຂນ​ບນ​ຊ​ໂຄງ​ການ​ເຊາ-ສຳ​ປະ​ທານ​ທ​ດນ - image 1
 

ທ່ານ ກົງໃຈ ສີດາວົງ ກ່າວວ່າ: ການຝຶກອົບຮົມ ການນໍາໃຊ້ລະບົບຖານຂໍ້ມູນການຂຶ້ນບັນຊີໂຄງ ການເຊົ່າ ແລະ ສໍາປະທານທີ່ດິນຂອງລັດ (LCIS) ແລະ ການປັບປຸງຖານຂໍ້ມູນການເຊົ່າ ແລະ ສໍາປະທານທີ່ດິນ ຢູ່ແຂວງອັດຕະປື ພາຍໃຕ້ໂຄງການຊີວິດຈາກດິນເທື່ອນີ້ ແມ່ນມີຄວາມສໍາຄັນຫຼາຍ, ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງໃນການນໍາໃຊ້ລະບົບຖານຂໍ້ມູນການຂຶ້ນບັນຊີໂຄງການເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ເຂົ້າໃນການຄຸ້ມຄອງໂຄງການເຊົ່າ ແລະ ສໍາປະທານທີ່ດິນ ຢູ່ຂະແໜງຂອງຕົນ, ເພື່ອເຮັດໃຫ້ຂໍ້ມູນຢູ່ໃນລະບົບຖານຂໍ້ມູນ (LCIS) ມີຄວາມແທດເໝາະກັບສະພາບຄວາມເປັນຈິງ ຄົບຖ້ວນ ແລະ ເຮັດໃຫ້ລະບົບຖານຂໍ້ມູນ (LCIS) ໄດ້ຮັບການປັບປຸງຢ່າງເປັນລະບົບ ຕໍ່ເນື່ອງ, ເຮັດໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງມີຄວາມສາມາດນໍາໃຊ້ຂໍ້ມູນຢູ່ໃນລະບົບຖານຂໍ້ມູນ (LCIS) ເຂົ້າໃນການເຮັດບົດລາຍງານ ແລະ ວິເຄາະຂໍ້ມູນພື້ນຖານ ເພື່ອເປັນບ່ອນອີງໃນການຕິດຕາມກວດກາໂຄງການລົງທຶນ, ການວາງແຜນ ແລະ ນະໂຍບາຍ, ສະນັ້ນ, ຈິ່ງຮຽກຮ້ອງມາຍັງສໍາມະນາກອນທຸກທ່ານ ທຸກຂະແໜງການ ຈົ່ງໄດ້ຕັດສິນໃຈ ແລະ ເອົາໃຈໃສ່ຕັ້ງໃຈຝຶກຢ່າງຈິງໃຈ ມີຄວາມຮັບຜິດຊອບ ແລະ ສາມາດນໍາໃຊ້ຖານຂໍ້ມູນໄດ້. ພ້ອມກັນນັ້ນ, ກໍຕ້ອງໄດ້ສັງລວມ ແລະ ປ້ອນຂໍ້ມູນໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ເພື່ອເຮັດໃຫ້ຂໍ້ມູນຄົບຖ້ວນ ແລະ ສາມາດນໍາໃຊ້ ເປັນຂໍ້ມູນລາຍງານໃຫ້ຂັ້ນເທິງໄດ້.

ອດ​ຕະ​ປຝກອບຮມການນາໃຊລະບບຖານຂ​ມນ​ຂນ​ບນ​ຊ​ໂຄງ​ການ​ເຊາ-ສຳ​ປະ​ທານ​ທ​ດນ - image 2
 

ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ຮັບຟັງການບັນລະຍາຍ ແລະ ຖ່າຍທອດຄວາມຮູ້ ຈາກວິທະຍາກອນ ທີ່ມາຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງການເງິນ ແລະ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ໃນການການຕິດຕັ້ງ VPN ແລະ ການຕັ້ງຄ່າ ໃນການເຂົ້າຖານຂໍ້ມູນ LCIS, ການໃຫ້ users ແກ່ຜູ້ເຂົ້າຮ່ວມ, ນໍາພາຜູ້ເຂົ້າຮ່ວມນໍາໃຊ້ LCIS ຕາມແຕ່ລະຄໍາສັ່ງ, ຊ່ອງຫວ່າງຂໍ້ມູນ, ວົງຈອນການໄຫຼວຽນຂໍ້ມູນ ແລະ ຄວາມຮັບຜິດຊອນ ຂອງແຕ່ລະຂະແໜງການ ໃນການປັບປຸງລະບົບ LCIS, ທໍາຄວາມເຂົ້າໃຈ ນິຍາມຂອງບັນດາຄໍາສັບໃນລະບົບຖານ LCIS ເຊັ່ນ: ໂຄງການ, ປະເພດໂຄງການ ທີ່ປ້ອນເຂົ້າຖານຂໍ້ມູນ, ເນື້ອທີ່, ສະຖານະພາບ, ການກວດກາຂໍ້ມູນທີ່ມີຢູ່ໃນຖານ, ການປັບປຸງຂໍ້ມູນທີ່ມີການປ່ຽນແປງ, ຂອບເຂດຕອນດິນ ແລະ ປັບປຸງຂອບເຂດເນື້ອທີ່ນໍາໃຊ້, ການດຶງຂໍ້ມູນມານໍາໃຊ້ ແລະອື່ນໆ.

ຂ່າວ: ວົງສະໄໝ ສີວີໄລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງຄະນະກຳມະການ ປກຊ​ - ປກສ ແຂວງຫຼວງພະບາງ

ປະກາດແຕ່ງຕັ້ງຄະນະກຳມະການ ປກຊ​ - ປກສ ແຂວງຫຼວງພະບາງ

ໃນວັນທີ 21 ກໍລະກົດນີ້, ທີ່ສະໂມສອນ​ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ມີພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການປ້ອງກັນຊາດ (ປກຊ)​ - ປ້ອງກັນຄວາມສະຫງົບ (​ປກສ)​ ແຂວງຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງປະທານຄະນະກຳມະການ ປກຊ​-ປກສ ຂັ້ນສູນກາງ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີທ່ານ ບຸນເລື່ອມ ມະນີວົງ ກຳມະການ​ສູນກາງ​ພັກ​ ເລຂາ​ພັກແຂວງ​ ປະທານ​ສະພາ​ປະຊາຊົນ​ແຂວງ ພ້ອມດ້ວຍຄະນະນຳແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
6 ເດືອນ ສ່ວຍສາອາກອນເຊກອງ ເກັບລາຍຮັບໄດ້ 107,22 ຕື້ກີບ

6 ເດືອນ ສ່ວຍສາອາກອນເຊກອງ ເກັບລາຍຮັບໄດ້ 107,22 ຕື້ກີບ

ເມື່ອບໍ່ດົນມານີ້, ສ່ວຍສາອາກອນປະຈໍາແຂວງເຊກອງ ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ໂດຍການເປັນປະທານຂອງທ່ານ ສີໄຄ້ ລຽງສະຫວັດ ຮອງຫົວໜ້າພະແນກການເງິນແຂວງ, ມີທ່ານ ສົມບູນ ພັນຈັນ ວ່າການຫົວໜ້າສ່ວຍສາອາກອນປະຈໍາແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແນະນໍາການນໍາໃຊ້ລະບົບຂໍ້ມູນຂ່າວສານການເງິນພາກລັດ

ແກ່ນທ້າວ ແນະນໍາການນໍາໃຊ້ລະບົບຂໍ້ມູນຂ່າວສານການເງິນພາກລັດ

ໃນວັນທີ 21 ກໍລະກົດນີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມແນະນໍາການນໍາໃຊ້ລະບົບຂໍ້ມູນຂ່າວສານການເງິນພາກລັດ (LIFMIS) ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະຮັບຜິດຊອບຈາກພະແນກການເງິນແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ ພ້ອມດ້ວຍຜູ້ຮັບຜິດຊອບວຽກງານການເງິນເຂົ້າຮ່ວມ.
ປະທຸມພອນ ສະຫຼຸບວຽກງານວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ

ປະທຸມພອນ ສະຫຼຸບວຽກງານວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງປະທຸມພອນ ແຂວງຈຳປາສັກ ຈັດກອງປະຊຸມສະ ຫຼຸບວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການທ້ອນໂຮມອາວຸດປືນ-ວັດຖຸລະເບີດ ປະຈຳປີ 2025 ແລະ ທິດທາງແຜນການປີ 2026 ໃນວັນທີ 21 ກໍລະກົດນີ້, ທີ່ສະໂມສອນກອງບັນຊາການ ປກສ ເມືອງ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ສົມຈິດ ແພງສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ; ມີສະຫາຍ ກິ່ງແກ້ວ ນະວະພົມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ສະຫາຍ ພັນໂທ ຂາວພອນ ສຸຂະວົງ ກຳມະການປະຈຳພັກເມືອງ, ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
6 ເດືອນຕົ້ນປີ ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ເກີນຄາດໝາຍ

6 ເດືອນຕົ້ນປີ ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ເກີນຄາດໝາຍ

ໃນ 6 ເດືອນຕົ້ນປີ 2026 ດ່ານພາສີສາກົນລະໄລ ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ບັນລຸໄດ້ 508.53% ຂອງແຜນການປີ, ເຖິງວ່າຈະມີສິ່ງທ້າທາຍດ້ານສະພາບດິນຟ້າອາກາດ, ການນຳເຂົ້າ-ສົ່ງອອກສິນຄ້າຜ່ານດ່ານບໍ່ມີຫຼາຍຄືດ່ານສາກົນແຫ່ງອື່ນໆ...ແຕ່ສາມາດປະຕິບັດລາຍຮັບໄດ້ເກີນຄາດໝາຍ.
ເຊກອງ ປະເມີນຜົນການຈັດຕັ້ງປະຕິບັດແຜນຜັງເມືອງ ແລະ ສໍາຫຼວດຄວາມຕ້ອງການດ້ານໂຄງລ່າງພື້ນຖານ

ເຊກອງ ປະເມີນຜົນການຈັດຕັ້ງປະຕິບັດແຜນຜັງເມືອງ ແລະ ສໍາຫຼວດຄວາມຕ້ອງການດ້ານໂຄງລ່າງພື້ນຖານ

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດແຜນຜັງເມືອງ ແລະ ສໍາຫຼວດຄວາມຕ້ອງການດ້ານໂຄງລ່າງພື້ນຖານ ທີ່ຈໍາເປັນຂອງບັນດາຕົວເມືອງພາຍໃນແຂວງເຊກອງ ຈັດຂຶ້ນໃນວັນທີ 17 ກໍລະກົດຜ່ານມາ, ທີ່ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ສົມພອນ ສາຍເຊກອງ ຮອງຫົວໜ້າພະແນກ ຍທຂ ແຂວງ, ມີທ່ານ ນະລົງໄຊ ມີວາປະດິດ ຮອງຫົວໜ້າກົມເຄຫາ-ຜັງເມືອງ ກະຊວງ ຍທຂ ພ້ອມດ້ວຍຫົວໜ້າ ແລະ ຮອງຂະແໜງກ່ຽວຂ້ອງເຂົ້າຮ່ວມ.
ທະຫານເມືອງແກ່ນທ້າວ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ

ທະຫານເມືອງແກ່ນທ້າວ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ

ກອງບັນຊາການທະຫານເມືອງແກ່ນທ້າວ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບຖອດຖອນບົດ ຮຽນວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຂຶ້ນໃນວັນທີ 16 ກໍລະກົດຜ່ານມາ, ທີ່ກອງບັນຊາການດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີສະຫາຍ ພັນໂທ ບຸນຍູ້ ອິນທະວອນ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະ ນັກງານ-ນັກຮົບເຂົ້າຮ່ວມ.
ຊາວພຸດຮ່ວມບຸນຜ້າປ່າສາມັກຄີ ສົມທົບທຶນສ້າງຫໍທໍາມະສະພາ ຫຼວງພະບາງ

ຊາວພຸດຮ່ວມບຸນຜ້າປ່າສາມັກຄີ ສົມທົບທຶນສ້າງຫໍທໍາມະສະພາ ຫຼວງພະບາງ

ເພື່ອສືບຕໍ່ລະດົມທຶນສົມທົບການກໍ່ສ້າງຫໍທໍາມະສະພາ ຂອງອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງໃຫ້ສຳເລັດຕາມແຜນການ, ຄະນະສົງອົງການພຸດທະສາສະໜາສຳພັນລາວແຂວງຫຼວງພະບາງ ໄດ້ຈັດງານບຸນຜ້າປ່າສາມັກຄີ ພ້ອມທັງຖວາຍໜັງສືພະໄຕຣປີດົກ ຂຶ້ນໃນວັນທີ 19 ກໍລະກົດຜ່ານມາ, ໂດຍມີຂະບວນແຫ່ຕາມເສັ້ນທາງສີສະຫວ່າງວົງ ແຕ່ໜ້າວັດແສນສຸຂາຣາມ ຫາ ວັດຊຽງທອງ ນະຄອນຫຼວງພະບາງ. ໂດຍມີສາທຸໃຫຍ່ ອ່ອນແກ້ວ ກິຕຕິພັດໂທ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ ພ້ອມຄະນະສົງພາຍໃນແຂວງ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດການນຳຂັ້ນສູງພັກ-ລັດ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ຫຼວງພະບາງ ແລະ ມວນຊົນຊາວພຸດທະສາສະນິກະຊົນ ທັງພາຍໃນ ແລະ ຕ່າງແຂວງເຂົ້າຮ່ວມ.
ປີ 2025 ຫຼວງພະບາງ ໄດ້ຮັບຜົນກະທົບຈາກໄພພິບັດຫຼາຍກວ່າ 431 ຕື້ກວ່າກີບ

ປີ 2025 ຫຼວງພະບາງ ໄດ້ຮັບຜົນກະທົບຈາກໄພພິບັດຫຼາຍກວ່າ 431 ຕື້ກວ່າກີບ

ໃນວັນທີ 20 ກໍລະກົດຜ່ານມາ, ທີ່ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງໄພພິບັດປະຈຳປີ 2025 ແລະ ວາງທິດທາງປີ 2026, ໂດຍການເປັນປະທານຂອງທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ; ມີຄະນະກຳມະການຈາກບັນດາພະແນກການ, ອົງການຈັດຕັ້ງທີ່ກ່ຽວຂ້ອງຂັ້ນແຂວງ-ເມືອງເຂົ້າຮ່ວມ.
ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ

ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ

ໃນວັນທີ 21 ກໍລະກົດ ນີ້ ທີີ່ຕະຫຼາດຫຼັກຊັບລາວ ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມື (MOU) 3 ຝ່າຍ ລະຫວ່າງ ຄະນະປະຕິຮູບລັດວິສາຫະກິດ ຕາງໜ້າໂດຍ ຫ້ອງການຄະນະປະຕິຮູບລັດວິສາຫະກິດ (ຫ້ອງການ ຄປລກ) ຮ່ວມກັບ ສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ກຸ່ມບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ເເອລດີບີ ຈໍາກັດຜູ້ດຽວ (LDB-S), ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ (BCEL-KT), ບໍລິສັດຫຼັກ ຊັບ ລາວ-ຈີນ ມະຫາຊົນ (LCS) ແລະ ບໍລິສັດຫຼັກຊັບ ເອພີເອັມ ລາວ ຈໍາກັດ (APMLAO).
ເພີ່ມເຕີມ