ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ພຶດສະພາ ຜ່ານມາ, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ໄດ້ຕອບຄຳສຳພາດຂອງນັກຂ່າວ “TV BRICS” ວ່າ: ບັນດາປະເທດສະມາຊິກອາຊຽນ ພວມປະຕິບັດບາດກ້າວຟື້ນຕົວແນວຄວາມຄິດສ້າງຕັ້ງກອງທຶນເງິນຕາສະເພາະ, ໃນສະພາບການຄວນຍູ້ແຮງການຫັນປ່ຽນ, ພິເສດແມ່ນຂົງເຂດການເງິນ.

 

 

ຂ່າວລະບຸວ່າ: ທ່ານ ອັນວາ ອິບຣາຮິມ ໃຫ້ຮູ້ວ່າ: ອາຊຽນ ອາດຈະພິຈາລະນາປະຕິບັດບາງມາດຕະການເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ປົກປ້ອງຜົນປະໂຫຍດຂອງບັນດາປະເທດສະມາຊິກ ແລະ ມາເລເຊຍ ຈະຈັດກອງປະຊຸມຂັ້ນສູງອາຊຽນ ໃນວັນທີ 26 – 27 ພຶດສະພາຈະມາເຖິງ, ໂດຍຈະສຸມໃສ່ບັນຫາເສດຖະກິດ. ກອງປະຊຸມແມ່ນໂອກາດເພື່ອດຶງດູດຄູ່ຮ່ວມມືດ້ານການຄ້າຫຼັກຂອງ ອາຊຽນ ແລະ ປັບປຸງໃຫ້ຄຳໝັ້ນສັນຍາຂອງກຸ່ມກ່ຽວກັບການຮ່ວມມືໂດຍອີງໃສ່ກົດໝາຍ.

ໃນວັນທີ 17 ພຶດສະພາ ຜ່ານມາ, ທ່ານ ເທັງຄູ ດາທັກ ເຊຣິ ຊາເຟີລ ອັບດຸລ ອາຊິ ລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳ ມາເລເຊຍ ໃຫ້ຮູ້ວ່າ: ອາຊຽນ ພວມຊອກຫາວິທີການເປີດກວ້າງຖານະສະມາຊິກໃນສອງສັນຍາການຄ້າໃຫຍ່ຂອງພາກພື້ນ ນັ້ນແມ່ນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊິຟິກ (CPTPP) ຄືດັ່ງສ່ວນໜຶ່ງຂອງຄວາມພະຍາຍາມເຊື່ອມໂຍງເສດຖະກິດ.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງ​ປະ​ຊຸມ​ສຸດຍອດ EU ຍົກສູງຄວາມສາມາດໃນການ​ແກ້ງ​ແຍ້ງປອດ​ໄພ ແລະ ເປັນ​ເຈົ້າ​ການ​

ກອງ​ປະ​ຊຸມ​ສຸດຍອດ EU ຍົກສູງຄວາມສາມາດໃນການ​ແກ້ງ​ແຍ້ງປອດ​ໄພ ແລະ ເປັນ​ເຈົ້າ​ການ​

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນລະຫວ່າງວັນທີ 26 – 27 ມິຖຸນາຜ່ານມານີ້, ກອງປະຊຸມສຸດຍອດບັນດາການນຳສະຫະພາບ ເອີຣົບ (EU) ໄດ້ດຳເນີນຢູ່ບຣຸກແຊນ ປະເທດແບນຊິກ.
ມຽນມາ ກຽມຈັດການເລືອກຕັ້ງພາຍໃນເດືອນມັງກອນ 2026

ມຽນມາ ກຽມຈັດການເລືອກຕັ້ງພາຍໃນເດືອນມັງກອນ 2026

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 26 ມິຖຸນາ ຜ່ານມາສື່​ມວນ​ຊົນ​ທ້ອງ​ຖິ່ນ​ຂອງ​ມຽນມາ​ລາຍ​ງານ​ວ່າ, ທ່ານ​ພົນເອກອາ​ວຸ​ໂສ ມິນ ອ່ອງ ຫຼ່າຍ ປະທານ​ສະພາ​ບໍລິຫານ​ແຫ່ງ​ລັດ​ມຽນມາ​ເປີດ​ເຜີຍ​ວ່າ:ມຽນມາ​ຈະ​ຈັດການ​ເລືອກ​ຕັ້ງ​ຂຶ້ນໃນຫວ່າງ​ເດືອນ​ທັນວາ​ປີ 2025 ​ແລະ​ເດືອນ​ມັງກອນ​ປີ 2026.
ການຫັນປ່ຽນ​ດ້ານພະລັງງານ​ກາຍ​ເປັນ​ຫົວ​ຂໍ້​ພົ້ນ​ເດັ່ນ​ໃນເວ​ທີ​ປຶກ​ສາ​ຫາ​ລື​ດາ​ໂວ​ສລະດູຮ້ອນ

ການຫັນປ່ຽນ​ດ້ານພະລັງງານ​ກາຍ​ເປັນ​ຫົວ​ຂໍ້​ພົ້ນ​ເດັ່ນ​ໃນເວ​ທີ​ປຶກ​ສາ​ຫາ​ລື​ດາ​ໂວ​ສລະດູຮ້ອນ

ຂ່າວສານຊີອາໄອລາຍງານວ່າ: ເວ​ທີ​ປຶກ​ສາ​ຫາ​ລື​ດາ​ໂວ​ສລະດູຮ້ອນຄັ້ງທີ 16ທີ່ຂຶ້ນຢູ່ນະ​ຄອນທຽນສິນ​ ປະເທດຈີນ ຫວ່າງບໍ່ດົນມານີ້, ການຫັນປ່ຽນ​​ດ້ານພະລັງງານ ແລະ ອຸດສາຫະກຳພະລັງງານສະອາດ ໄດ້ກາຍເປັນຫົວຂໍ້​ພົ້ນ​ເດັ່ນ​ທີ່ຜູ້​ເຂົ້າຮ່ວມໃ​ຫ້​ຄວາມ​ສົນ​ໃຈ.
ຫວຽດນາມ ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ເພື່ອ​ເປົ້າ​ໝາຍບໍ່​ມີ​ຂີ້​ເຫຍື້ອພລາສຕິກ

ຫວຽດນາມ ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ເພື່ອ​ເປົ້າ​ໝາຍບໍ່​ມີ​ຂີ້​ເຫຍື້ອພລາສຕິກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີສະຫຼຸບ ແລະ ມອບລາງວັນໂຄງການນະວັດຕະກຳ ກ່ຽວກັບພລາສຕິກ ປີ 2025 ໄດ້ຈັດຂຶ້ນຫວ່າງມໍ່ໆມາມານີ້ ທີ່ນະຄອນຫຼວງຢູ່ຮ່າໂນ້ຍ, ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໂຄງການພັດທະນາ ສປຊ ປະຈຳ ຫວຽດນາມ ຈັດຂຶ້ນ. ຕາມໂຕເລກຄາດຄະເນຂອງທະນາຄານໂລກ (WB) ທີ່ໄດ້ຍົກຂຶ້ນມາໃນພິທີ, ແຕ່ລະປີຫວຽດນາມ ມີຂີ້ເຫຍື້ອພລາສຕິກປະມານ 3.9 ລ້ານໂຕນ, ໃນນັ້ນມີ 0.28 – 0.73 ລ້ານໂຕນອອກສູ່ສິ່ງແວດລ້ອມທາງນ້ຳ ແລະ ມະຫາສະໝຸດ. ໃນໄລຍະຜ່ານມາ, ຫວຽດນາມ ໄດ້ສະແດງຄຳໝັ້ນສັນຍາຢ່າງແຮງຕໍ່ບັນດາການກະທຳລະອຽດລະດັບຊາດ ແລະ ສາກົນ. ໃນນັ້ນ, ນະວັດຕະກຳຖືວ່າແມ່ນໄມ້ງັດສຳຄັນເພື່ອຫັນບັນດາຄຳໝັ້ນສັນຍາໃຫ້ປະກົດຜົນເປັນຈິງ, ຜ່ານການຊອກບັນດາມາດຕະການໃໝ່, ເຕັກໂນໂລຊີໃໝ່ ແລະ ຮູບແບບດຳເນີນທຸລະກິດແບບຍືນຍົງ.
ເມັກຊິກ ໃກ້ຈະບັນລຸຂໍ້ຕົກລົງອັດຕາພາສີນຳເຂົ້າເຫຼັກ ແລະ ອາລູມິນຽມ

ເມັກຊິກ ໃກ້ຈະບັນລຸຂໍ້ຕົກລົງອັດຕາພາສີນຳເຂົ້າເຫຼັກ ແລະ ອາລູມິນຽມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ມິຖຸນາ ຜ່ານມາວ່າ: ທ່ານ ມາເຊໂລ ເອບຣາດ ລັດຖະມົນຕີກະຊວງເສດຖະກິດຂອງເມັກຊິກ ກ່າວວ່າ: ເມັກຊິກ ແລະ ສະຫະລັດ ອາເມຣິກາ ໃກ້ຈະບັນລຸຂໍ້ຕົກລົງກ່ຽວກັບອັດຕາພາສີທີ່ສະຫະລັດ ອາເມຣິກາ ໄດ້ກໍານົດການນໍາເຂົ້າເຫຼັກ ແລະ ອາລູມິນຽມ.
ນູແວນເຊລັງ ຜ່ອນຜັນກົດລະບຽບການອອກວີຊາ ເພື່ອດຶງດູດນັກລົງທຶນ

ນູແວນເຊລັງ ຜ່ອນຜັນກົດລະບຽບການອອກວີຊາ ເພື່ອດຶງດູດນັກລົງທຶນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ນູແວນເຊລັງ ເປີດເຜີຍຍອດການຍື່ນຂໍວີຊາ Active Investor Plus visa ສໍາລັບນັກລົງທຶນຕ່າງປະເທດທີ່ຕ້ອງການຍ້າຍເຂົ້າປະເທດ ເພີ່ມຂຶ້ນຢ່າງວ່ອງໄວ. ໃນຂະນະທີ່ລັດຖະບານຕ້ອງການດຶງດູດກຸ່ມຄົນທີ່ມີຄວາມຮັ່ງມີໃຫ້ເຂົ້າມາຫຼາຍຂຶ້ນ ເພື່ອຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງປະເທດ.
ອົງການສະຫະປະຊາຊາດ ກຽມຫຼຸດຈຳນວນພະນັກງານລົງ 20%

ອົງການສະຫະປະຊາຊາດ ກຽມຫຼຸດຈຳນວນພະນັກງານລົງ 20%

ຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ ຜ່ານມາວ່າ: ອົງການສະຫະປະຊາຊາດ (UN) ກຽມຫຼຸດຈຳນວນພະນັກງານລົງ 20% ແລະ ພິຈາລະນາການປັບໂຄງສ້າງອົງການທີ່ກ່ຽວຂ້ອງຄືນ ໃໝ່ 140 ກວ່າອົງການ, ພາຍຫຼັງສະຫະລັດ ອາເມຣິກາ ຕັດງົບປະມານສະໜັບສະໜູນ.
ລາຄາເຂົ້າສານໃນຍີ່ປຸ່ນຫຼຸດລົງ ຫຼັງຈາກເຂົ້າສຳຮອງຂອງລັດຖະບານວາງຂາຍ

ລາຄາເຂົ້າສານໃນຍີ່ປຸ່ນຫຼຸດລົງ ຫຼັງຈາກເຂົ້າສຳຮອງຂອງລັດຖະບານວາງຂາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມິຖຸນາ ຜ່ານມາວ່າ: ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນ ເປີດເຜີຍວ່າ, ລາຄາເຂົ້າສານຂາຍຍ່ອຍສະເລ່ຍໃນຍີ່ປຸ່ນ ໄດ້ຫຼຸດລົງເປັນ 3,000 ເຢນຕໍ່ 5 ກິໂລກຣາມ ຊຶ່ງຖືເປັນຄັ້ງທຳອິດໃນຮອບປະມານ 3 ເດືອນ.
ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ສ້າງຂຶ້ນເພື່ອຊຸກຍູ້ການພັດທະນາໃນພາກພື້ນ ແລະ ທົ່ວໂລກ

ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ສ້າງຂຶ້ນເພື່ອຊຸກຍູ້ການພັດທະນາໃນພາກພື້ນ ແລະ ທົ່ວໂລກ

ຂ່າວສານຊີອາໄອລາຍງານວ່າ: ກອງປະຊຸມປະຈຳປີຄັ້ງທີ 10 ຂອງຄະນະບໍລິຫານງານທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ປະເທດຈີນ ໃນລະຫວ່າງວັນທີ 24-26 ມິຖຸນານີ້, ໂດຍມີແຂກ ເຂົ້າຮ່ວມ 3.500 ກວ່າທ່ານ ທີ່ມາຈາກເກືອບ 100 ປະເທດ ແລະ ເຂດແຄວ້ນ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເຂົ້າ​ຮ່ວມ​ວາ​ລະ​ສົນ​ທະ​ນາ​ນະ​ໂຍ​ບາຍ ໃນເວ​ທີປາ​ໄສ​ເສດ​ຖະ​ກິດ​ໂລກ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເຂົ້າ​ຮ່ວມ​ວາ​ລະ​ສົນ​ທະ​ນາ​ນະ​ໂຍ​ບາຍ ໃນເວ​ທີປາ​ໄສ​ເສດ​ຖະ​ກິດ​ໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ມິຖຸນາ ຜ່ານມາ, ໃນການເຂົ້າຮ່ວມວາລະສົນທະນານະໂຍບາຍ ຫົວຂໍ້ “ສັງກາດໃໝ່ຂອງ ຫວຽດນາມ: ຈາກວິໄສທັດໄປສູ່ການກະທຳ”, ໃນຂອບເຂດເວທີປາໄສເສດຖະກິດໂລກ (WEF) ຢູ່ ນະຄອນທຽນຊີນ ປະເທດຈີນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບຄຳຖາມຫຼາຍຂໍ້ທີ່ກ່ຽວຂ້ອງເຖິງເສັ້ນທາງພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່. ວາລະສົນທະນາມີການເຂົ້າຮ່ວມຂອງທ່ານ ບອດ ເບຣດ (Borge Brende) ປະທານ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ WEF ພ້ອມດ້ວຍຜູ້ແທນ 100 ກວ່າທ່ານ ຊຶ່ງເປັນຜູ້ຕາງໜ້າຂອງບັນດາລັດຖະບານ, ອົງການຈັດຕັ້ງ ແລະ ວິສາຫະກິດ.
ເພີ່ມເຕີມ