ໃນລະຫວ່າງວັນທີ 14 ພະຈິກ 2023 ບັນດາຫົວໜ້າກົມ, ຮອງກົມ, ຈາກກະຊວງກ່ຽວຂ້ອງຄື: ກະຊວງ ອຸດສາຫະກໍາ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນທະນາຄານ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ, ໂອກາດດັ່ງກ່າວໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ເພື່ອລົງເກັບກໍາຂໍ້ມູນດ້ານຕ່າງໆ ໃນການດໍາເນີນທຸລະກິດຂອງບັນດາບໍລິສັດຜູ້ປະກອບການຢູ່ 2 ບໍລິສັດພາຍໃນແຂວງ ໂດຍການໃຫ້ກຽດພາທາງຂອງ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາພະແນກການຂອງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ.
ໂດຍເລີ່ມຕົ້ນດ້ວຍການເຄື່ອນໄຫວຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຢູ່ທີ່ບ້ານດົງໃຕ້ ເມືອງທ່າແຂກ ຊຶ່ງເປັນບໍລິສັດລະດັບສາກົນທີ່ດໍາເນີນການຂຸດຄົ້ນແຮ່ເກືອໂປຕາສ, ຜະລິດເກືອໂປຕາສ (ປຸ໋ຍໂປຕາສ) ແລະ ຈໍາໜ່າຍເກືອໂປຕາສ. ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຖົງ ຢົງ ເຫີງ ຜູ້ອໍານວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ພ້ອມນັ້ນໄດ້ລາຍງານກ່ຽວກັບສະພາບໂດຍລວມຂອງບໍລິສັດ ແລະ ຄວາມຄືບໜ້າໃນການດໍາເດີນທຸລະກິດແຕ່ປີ 2009 – 2022, ສະເພາະປີ 2023 ການຂະຫຍາຍຕົວຂອງບໍລິສັດມີທ່າອ່ຽງເພີ່ມຂຶ້ນ, ໂດຍສະເພາະແມ່ນບັນຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນດ້ານຕ່າງໆ ໃນສະເພາະໜ້າ ແລະ ຍາວນານ ລວມເຖິງການພັດທະນານິຄົມອຸດສາຫະກຳ ໂປຕາສ ແລະ ດ້ານການກໍ່ສ້າງຕົວເມືອງອັດສະລິຍະອາຊີໂປຕາສ ແລະ ດ້ານຄວາມເອົາໃຈໃສ່ຊ່ວຍເຫຼືອໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນໃນຂອບເຂດໂຄງການ.
ຈາກນັ້ນ, ຄະນະດັ່ງກ່າວຍັງໄດ້ໄຫວຢ້ຽມຢາມ ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ ທີ່ ບ້ານລໍາມະລາດ ເມືອງທ່າແຂກໂດຍມີ ທ່ານ ຫານ ຫຼຸຍ ລູ ປະທານ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ ຊຶ່ງບໍລິສັດດັ່ງກ່າວໄດ້ເຊັນສັນຍາວ່າດ້ວຍການຊອກຄົ້ນ ແລະ ສໍາຫຼວດແຮ່ເກືອໂປຕາສ ຢູ່ ແຂວງຄໍາມ່ວນ ໃນເດືອນຕຸລາ ປີ 2008 ເປັນຕົ້ນມາ,ພ້ອມນີ້ຍັງໄດ້ຮັບຟັງສໍາລັບຄວາມຄືບໜ້າຂອງໂຄງການໄລຍະທີ 2, ຕະຫຼອດເຖິງເປົ້າໝາຍການພັດທະນາຂອງບໍລິສັດໃນອະນາຄົດ ແລະ ການແກ້ໄຂດ້ານການດໍາລົງຊີວິດຂອງປະຊາຊົນໃນທ້ອງຖິ່ນ ລວມເຖິງບັນຫາຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ດ້ານອື່ນໆອີກ.
ໃນໂອກາດເຄື່ອນໄຫວຢູ່ 2 ບໍລິສັດດັ່ງກ່າວ ບັນດາຂະແໜງການກ່ຽວຂ້ອງໄດ້ມີຄໍາຖາມເຈາະຈີ້ມ ເປັນຕົ້ນບັນຫາທີ່ຕິດພັນກັບຂະແໜງຕົນ ແລະ ຮັບເອົາຂໍ້ສະເໜີຂອງບໍລິສັດໂດຍສະເພາະແມ່ນກ່ຽວກັບບັນຫາທີ່ຕິດພັນກັບນະໂຍບາຍໃນການສົ່ງອອກສິນຄ້າ, ອັດຕາພາສີ, ຄ່າຊັບພະຍາກອນທີ່ມີການທັບຊ້ອນກັນ ແລະ ສະເໜີໃຫ້ລັດຖະບານພິຈາລະນາໃນການສົ່ງເສີມການລົງທຶນໃນນິຄົມອຸດສາຫະກຳໜູນວຽນອັດສະລິຍະຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ, ຕະຫຼອດເຖິງຜົນກະທົບດ້ານຕ່າງໆ ທີ່ບາງດ້ານບໍ່ສອດຄ່ອງຕໍ່ການປະຕິບັດນະໂຍບາຍຂອງລັດຖະບານວາງອອກໃໝ່ເພື່ອສັງລວມຂໍ້ມູນໃຫ້ລະອຽດຊັດເຈນ ນໍາໄປຄົ້ນຄວ້າຮ່ວມກັບອົງການປົກຄອງແຂວງ ແລະ ຂະແໜງການລັດທີ່ກ່ຽວຂ້ອງ ເພື່ອຄວາມເປັນເອກະພາບກັນ, ທັງນີ້ເພື່ອຈະໄດ້ນໍາເອົາຂໍ້ມູນດັ່ງກ່າວສະເໜີຕໍ່ລັດຖະບານເພື່ອເປັນບ່ອນອີງໃນການດັດປັບຊ່ວຍພິຈາລະນາແກ້ໄຂປັບປຸງບາງນະໂຍບາຍໃຫ້ມີຄວາມສອດຄ່ອງ,ອໍານວຍຄວາມສະດວກ ແລະ ເປັນນະໂຍບາຍທີ່ສາມາດດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ.
ຂ່າວ-ພາບ: ມະນີວັນ

ຄໍາເຫັນ