ສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ”

ສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ”

ສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ”
ຄະນະຮັບຜິດຊອບ, ຄະນະບັນນາທິການ ແລະ ກອງເລຂາຊ່ວຍວຽກຂຽນປຶ້ມ ຂັ້ນນະຄອນຫຼວງວຽງຈັນ(ນວ) ໄດ້ຈັດກອງປະຊຸມສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ” ນັບແຕ່ປີ 1950 ເຖິງປີ 2020 ຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
ສາມະນາເນອໃນປມ “ການເຕບໃຫຍຂະຫຍາຍຕວຂອງອງຄະນະພກ ນະຄອນຫວງວຽງຈນ” - image 1
 

ໃນພິທີ, ສະຫາຍ ຊົງເລົ່າ ຢົງນູ ຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ຫົວໜ້າຄະນະຄົ້ນຄວ້າ-ຂຽນປຶ້ມ 70 ການເຕີບໃຫຍ່ຂະຫຍາຍຕົວ ອົງຄະນະພັກນະຄອນຫຼວງວຽງຈັນ ໄດ້ລາຍງານໂດຍຫຍໍ້ວ່າ: ການຄົ້ນຄວ້າ-ສ້າງປຶ້ມປະຫວັດສາດເຫຼັ້ມນີ້ ໄດ້ມີແນວຄິດລິເລີ່ມມາແຕ່ສະໄໝກອງປະຊຸມໃຫຍ່ຄັ້ງທີ 3 ອົງຄະນະພັກ ນວ, ປີ 1999 ໃນວຽກງານໂຄສະນາ-ອົບຮົມ ໄດ້ວາງຄາດໝາຍໄວ້, ແຕ່ມາຮອດປັດຈຸບັນກໍເປັນເວລາເກືອບ 26 ປີ ຫຼື ວ່າຮອດສະໄໝທີ 7 ຈຶ່ງງມີແນວຄິດລິເລີ່ມຄົ້ນຄວ້າ-ຂຽນ; ການຄົ້ນຄວ້າ-ຂຽນ ແມ່ນໄດ້ສຶກສາຈາກປຶ້ມປະຫວັດສາດຂອງພັກ, ຂອງຊາດ, ຂອງກໍາລັງປ້ອງກັນຊາດ, ສຶກສາຈາກປຶ້ມວຽງຈັນ 450 ປີ ແລະ ສຶກສາຈາກຫຼາຍແຫຼ່ງຂ່າວ ທີ່ຕິດພັນກັບຫົວຂໍ້ນີ້; ການສຶກສາໃນຫົວຂໍ້ນີ້ເຫັນວ່າມີຄວາມຫຍຸ້ງຍາກຫຼາຍອັນເປັນຕົ້ນ: 1). ໄດ້ສຶກສາການກໍາເນີດ ຫຼື ການກໍ່ຕັ້ງອົງຄະນະພັກ ນະຄອນຫຼວງວຽງຈັນ ນັບແຕ່ປີ 1950-2020 (ເລີ່ມແຕ່ມີພັກກອມມູນິດອິນດູຈີນ, ມີອົງຄະນະພັກແຄວ້ນລາວ, ການສ້າງຕັ້ງເປັນໜ່ວຍພັກ, ຈຸພັກ ຢູ່ ນວ, ການສ້າງຕັ້ງເປັນພັກປະຊາຊົນລາວ ຫຼື ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ) ນອກຈາກນີ້ ຍັງໄດ້ສຶກສາຂະບວນການຕໍ່ສູ້ຂອງຊາວເມືອງວຽງຈັນຜູ້ຮັກຊາດກ່ອນປີ 1930 (ກ່ອນບໍ່ທັນມີພັກນໍາພາໃນພາກອະລໍາພະບົດ, ພາກເປີດເລື່ອງ, ພາກທີ 1) ເຫັນວ່າເປັນໄລຍະເວລາທີ່ຍາວຫຼາຍ; 2). ອີກດ້ານໜຶ່ງໃນເມື່ອກ່ອນ ນວ ແມ່ນກວມເອົາ 2 ແຂວງຄື: ນວ (ກໍາແພງນະຄອນ) ແລະ ແຂວງວຽງຈັນ, ການສຶກສາຄົ້ນຄວ້າແມ່ນກວມເອົາ 2 ແຂວງ ແລະ ວຽກງານອື່ນ; ການຄົ້ນຄວ້າ-ສ້າງປຶ້ມປະຫວັດສາດເຫຼັ້ມນີ້ໄວ້ແມ່ນມີຄວາມສໍາຄັນ, ມີຄວາມຈໍາເປັນຫຼາຍ ຕໍ່ນະຄອນຫຼວງວຽງຈັນເປັນຕົ້ນ: 1). ມີເອກະສານປະຫວັດສາດທີ່ສໍາຄັນ ທີ່ເວົ້າເຖິງຫົວຂໍ້ນີ້ໄວ້ໃນລະດັບທີ່ແນ່ນອນ; 2). ເຮັດໃຫ້ຄົນຮຸ່ນປັດຈຸບັນ ແລະ ຮຸ່ນຕໍ່ໆໄປໄດ້ສຶກສາຕໍ່ຍອດໃນຫົວຂໍ້ນີ້; 3). ຮູ້ໄດ້ຜົນງານຂອງບັນພະບູລຸດໃນການນໍາພາຕໍ່ສູ້, ການພັດທະນານະຄອນຫຼວງວຽງຈັນໃນແຕ່ລະຍຸກສະໄໝ; 4). ຮູ້ໄດ້ການແບ່ງຈາກແຂວງວຽງຈັນ ມາເປັນ ແຂວງກໍາແພງນະຄອນວຽງຈັນ ແລະ ການປ່ຽນຊື່ມາເປັນ ນວ ປີໃດ, ຈາກຂໍ້ມູນອັນໃດ; 5). ຮູ້ໄດ້ຜົນງານຂອງຄະນະບໍລິຫານງານພັກ, ນັບທັງຊື່, ໜ້າທີ່ຕໍາແໜ່ງ ຂອງບຸກຄົນໃນຄະນະບໍລິຫານງານພັກ ນວ ນັບແຕ່ສະໄໝທີ 1-7; 6). ຮູ້ໄດ້ການປ່ຽນແປງ ສະຫາຍ ເລຂາພັກ, ເຈົ້າຄອງນະຄອນຫຼວງວຽງຈັນໃນແຕ່ລະໄລຍະ ແລະ ອື່ນໆ. ການຄົ້ນຄວ້າ-ສ້າງປຶ້ມເຫຼັ້ມນີ້ກໍແມ່ນຂະບວນການໜຶ່ງເພື່ອຂໍ່ານັບຊົມເຊີຍວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 8 ອົງຄະນະພັກນະຄອນຫຼວງວຽງຈັນທີ່ຈະເປີດຂຶ້ນໃນທ້າຍປີ 2025 ນີ້, ຂ້າພະເຈົ້າຄິດວ່າຈະໃຫ້ສໍາເລັດກ່ອນກອງປະຊຸມໃຫຍ່, ດ້ວຍຄວາມບຸກບືນພະຍາຍາມຂອງຄະນະຄົ້ນຄວ້າ-ຂຽນ, ຄາດວ່າຈະໃຫ້ໄດ້ຈັດພິມ, ໃຫ້ສໍາເລັດກ່ອນກອງປະຊຸມໃຫຍ່ຂອງພວກເຮົາ ແລະ ແຈກຢາຍໃຫ້ບັນດາ ສະຫາຍຄະນະພັກ ໃນມື້ດໍາເນີນກອງປະຊຸມໃຫຍ່.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ