ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII

ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII

ກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII
ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII ພາຍໃຕ້ຫົວຂໍ້: ການຕັດສິນວ່ອງໄວ ຜ່ານກົນໄກດໍາເນີນຄະດີຕໍ່ເນື່ອງ, ການຕັດສິນຖືກຕ້ອງ ແລະ ພາວະວິໄສ ຜ່ານກົນໄກໂຕ້ແຍ່ງ-ໂຕ້ຖຽງ, ຮັບປະກັນຄວາມສັກສິດຂອງກົດໝາຍ ແລະ ສິ້ນສຸດຕາມຂະບວນການຍຸຕິທໍາຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີທ່ານນາງ ທຸມມະລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ, ມີຄະນະປະທານ, ສະມາຊິກສະພາຜູ້ພິພາກສາ, ຮອງລັດຖະມົນຕີ ພ້ອມດ້ວຍຜູ້ພິພາກສາສານປະຊາຊົນໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

 

 
ກອງປະຊມໃຫຍຜພພາກສາທວປະເທດ ຄງທ XII - image 1
 

ທ່ານ ບຸນຂວາງ ທະວີສັກ ຮອງປະທານ ສປສສ ໄດ້ຂຶ້ນລາຍງານກ່ຽວກັບການປະຕິບັດມະຕິຂອງກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ XI ແລະ ວາງທິດທາງແຜນການກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ XII (2025-2027) ໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງຜົນສໍາເລັດໃນແຕ່ລະດ້ານ ເປັນຕົ້ນຜ່ານການສຸມໃສ່ຈັດຕັ້ງປະຕິບັດຜ່ານມາ ໄດ້ເຮັດໃຫ້ການພິຈາລະນາແກ້ໄຂຄະດີຂອງສານແຕ່ລະຂັ້ນ ມີຄວາມວ່ອງໄວ ແລະ ມີຄຸນນະ ພາບດີຂຶ້ນ ສະແດງອອກນັບແຕ່ສໍາເລັດກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ XI ມາເຖິງປັດຈຸບັນ (2023-2025) ມີຄະດີຄ້າງມາຄືນຫຼັງຢູ່ສານຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງທີ່ຍັງບໍ່ທັນໄດ້ແກ້ໄຂ 3,341 ເລື່ອງ, ເຂົ້າໃໝ່ 13,655 ເລື່ອງ ລວມຄະດີຄ້າງມາ ແລະ ເຂົ້າໃໝ່ທັງໝົດ 16,996 ເລື່ອງ, ໄດ້ພິຈາລະນາແກ້ໄຂແລ້ວ 13,198 ເລື່ອງ, ເທົ່າກັບ 77.63 % ຂອງຄະດີທັງໝົດ, ຄະດີທີ່ຍັງຄ້າງ 3,798 ເລື່ອງ. ນອກຈາກການແກ້ໄຂຄະດີແລ້ວ ຍັງໄດ້ປະສານສົມທົບກັບຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົ້ນຄວ້າພິຈາລະນາອອກຄໍາຊີ້ຂາດໂທດປະຫານຊີວິດ ໂດຍໄດ້ສຸມໃສ່ຊຸກຍູ້, ຕິດຕາມ ການຕັດສິນຄະດີອາຍາທີ່ລົງໂທດປະຫານຊີວິດ, ເມື່ອສິ້ນສຸດຂະບວນການດໍາເນີນຄະດີມີຄໍາຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວໃຫ້ສະເໜີຫາ ສປສສ ເພື່ອພິຈາລະນາອອກຄໍາຊີ້ຂາດຕາມຂັ້ນຕອນທີ່ກົດໝາຍກໍານົດ ໂດຍໄດ້ຄົ້ນຄວ້າຄໍາສະເໜີຂໍອອກຄໍາຊີ້ຂາດເພື່ອຢັ້ງຢືນຄໍາຕັດສິນໂທດປະທານຊີວິດໄດ້ 103 ເລື່ອງ.

ຈາກໂຕເລກສະຖິຕິຄະດີ ໄດ້ຊີ້ໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຜູ້ພິພາກສາຢູ່ສານປະຊາຊົນ ແລະ ສານທະຫານແຕ່ລະຂັ້ນໃນການປະຕິບັດສິດ ແລະ ໜ້າທີ່ຂອງຕົນຕາມລັດຖະທໍາມະນູນ ແລະ ກົດໝາຍກໍານົດໄວ້, ການໃຫ້ຄວາມຮ່ວມມືຂອງຄູ່ຄວາມ ແລະ ພາກສ່ວນທີ່ກ່ຽວຂ້ອງກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ຈຶ່ງເຮັດໃຫ້ການຕັດສິນ, ພິພາກສາຄະດີຂອງສານມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ເປັນທໍາຂຶ້ນເທື່ອລະກ້າວ, ຄູ່ຄວາມມີຄວາມພໍໃຈຕໍ່ກັບຜົນການຕັດສິນຂອງສານຫຼາຍຂຶ້ນ ໂດຍສະເພາະຄະດີອາຍາສານຂັ້ນຕົ້ນເຂດ, ແຂວງ-ນະຄອນຫຼວງວຽງຈັນ ແລະ ສານທະຫານພາກຕັດສິນ 8,569 ເລື່ຶອງ, ຄູ່ຄວາມພໍໃຈຕໍ່ຜົນຂອງການຕັດສິນສົ່ງໄປຈັດຕັ້ງປະຕິບັດເຖິງ 8,103 ເລື່ອງ, ກວມເອົາ 94.56 %. ຄຽງຄູ່ກັນນັ້ນ, ຜ່ານການຈັດຕັ້ງປະຕິບັດ 2 ປີຜ່ານມາ ໄດ້ຕັດສິນຄະດີຢາເສບຕິດທັງໝົດ 3,960 ເລື່ອງ. ໃນນັ້ນ, ລົງໂທດປະຫານຊີວິດ 61 ຄົນ, ຕັດສິນລົງໂທດຕະຫຼອດຊີວິດ, ລົງໂທດຕັດອິດສະຫຼະພາບຈໍາຄຸກຈໍານວນໜຶ່ງ, ຮິບຢາເສບຕິດແລ້ວທໍາລາຍຖີ້ມ, ຮິບທີ່ດິນ ແລະ ເຮືອນ, ພາຫະນະ ແລະ ຊັບສິນອື່ນໆທີ່ພົວພັນກັບຄະດີຢາເສບຕິດ.

ໂອກາດນີ້, ບັນດາຜູ້ພິພາກສາໄດ້ຕາງໜ້າຄະນະ ສປສສ, ສານທະຫານ, ສານປະຊາຊົນທ້ອງຖິ່ນ (ສານປະຊາຊົນທັງ 3 ພາກ, ສານປະຊາຊົນແຂວງ-ນະຄອນຫຼວງ ແລະ ສານປະຊາຊົນເຂດໄດ້ລາຍງານກ່ຽວກັບບັນຫາທີ່ກ່ຽວຂ້ອງກັບວຽກງານໃນການດໍາເນີນຄະດີຢູ່ສານໃຫ້ສອດຄ່ອງກັບຫຼັກການພື້ນຖານທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສານປະຊາຊົນ. ພ້ອມນັ້ນ, ຍັງໄດ້ພ້ອມກັນຕີລາຄາຄືນການປະຕິບັດໜ້າທີ່ວຽກງານ ແລະ ການນຳໃຊ້ກົດ ໝາຍ; ຄົ້ນຄວ້າບັນຫາທາງດ້ານວິຊາການ ເປັນຕົ້ນຄໍາຖາມ-ຄໍາຕອບທາງດ້ານກົດໝາຍເປັນບ່ອນອີງໃນການປະຕິ ບັດໃນຕໍ່ໜ້າ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ