ປີຜ່ານມາຢູ່ແຂວງຫຼວງພະບາງມີໄພພິບັດທາງທຳມະຊາດເກີດຂຶ້ນ 28 ຄັ້ງ ເສຍຫາຍ 194 ຕື້ກວ່າກີບ

ປີຜ່ານມາຢູ່ແຂວງຫຼວງພະບາງມີໄພພິບັດທາງທຳມະຊາດເກີດຂຶ້ນ 28 ຄັ້ງ ເສຍຫາຍ 194 ຕື້ກວ່າກີບ

ປີຜ່ານມາຢູ່ແຂວງຫຼວງພະບາງມີໄພພິບັດທາງທຳມະຊາດເກີດຂຶ້ນ 28 ຄັ້ງ ເສຍຫາຍ 194 ຕື້ກວ່າກີບ
ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ຂອງແຂວງຫຼວງພະບາງ ໄດ້ຈັດຂຶ້ນ ໃນທ້າຍອາທິດຜ່ານມານີ້ ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ, ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ປຜານມາຢແຂວງຫວງພະບາງມໄພພບດທາງທຳມະຊາດເກດຂນ 28 ຄງ ເສຍຫາຍ 194 ຕກວາກບ - image 1
 

ທ່ານ ບຸນເລື່ອມ ມະນີວົງ ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ເປັນການສະຫຼຸບວຽກງານຄຸ້ມຄອງໄພພິບັດ ໃນປີ 2024 ຜ່ານມາ ເພື່ອຍົກໃຫ້ເຫັນບັນດາຈຸດອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງພ້ອມກັນປັບປຸງແກ້ໄຂ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນປີ 2025 ມີປະສິດທິພາບ ແລະ ປະສິດທິຜົນ, ຈື່ງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ພ້ອມກັນປະກອບຄຳເຫັນໃຫ້ເລິກເຊີ່ງ, ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ ເພື່ອເສີມຂະຫຍາຍໃຫ້ເລິກເຊີ່ງ-ກວ້າງຂວາງ, ລວມທັງບັນຫາທີ່ເປັນສີ່ງທ້າທາຍ ເພື່ອວາງມາດຕະການປັບປຸງແກ້ໄຂໃຫ້ດີຂຶ້ນ.

ກອງປະຊຸມ ຕາງໜ້າກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຜ່ານບົດສະຫຼຸບວ່າ: ປີ 2024 ຜ່ານມາ ພາຍໃນແຂວງຫຼວງພະບາງ ເກີດມີສະພາບດີນຟ້າອາກາດມີການແປປວນ; ເຫດການທາງທໍາມະຊາດເກີດຂຶ້ນ ບໍ່ຖືກຕາມລະດູການ ເຮັດໃຫ້ເກີດມີຜົນກະທົບຈາກໄພພິບັດທາງທຳມະຊາດເຊັ່ນ: ນໍ້າຖ້ວມ, ນໍ້າໄຫຼຊຸ, ດິນເຊາະເຈື່ອນ, ລົມພະຍຸພັດ, ພາຍຸໝາກເຫັບຕົກ, ໄຟໄໝ້, ຟ້າຜ່າ ແລະ ອື່ນໆ. ລວມທັງໝົດ 28 ຄັ້ງ, ໃນນັ້ນ ໄພພິບັດນໍ້າຖ້ວມໄຫຼສຸ 3 ຄັ້ງ, ນໍ້າຖ້ວມຍື່ງ 2 ຄັ້ງ, ລົມພະຍຸພັດ-ໝາກເຫັບຕົກ 7 ຄັ້ງ, ດີນເຊາະເຈື່ອນ 2 ຄັ້ງ, ໄພແຫ້ງແລ້ງ-ສັດຕູພຶດທຳລາຍຜົນລະປູກ 1 ຄັ້ງ ແລະ ອັກຄີໄພໄຟໄໝ້ 13 ຄັ້ງ, ສົ່ງຜົນກະທົບໃນ 11 ເມືອງ ແລະ ນະຄອນ ຫຼວງພະບາງ, ມີ 111 ບ້ານ 1,942 ຄອບຄົວ, ມີ 10,995 ຄົນ ຍິງ 5,519 ຄົນ. ໃນນັ້ນ, ມີຜູ້ເສຍຊີວິດຈາກອັກຄີໄພໄຟໄໝ້, ນໍ້າໄຫຼຊຸ, ດິນຖະລົ່ມ ຈຳນວນຄົນ 7 ຄົນ, ສົ່ງກະທົບ ແລະ ສ້າງຄວາມເສຍຫາຍ ທາງດ້ານເສດຖະກິດ-ສັງຄົມເຊັ່ນ: ພື້ນຖານໂຄງລ່າງ, ທີ່ຢູ່ອາໄສ, ການດຳລົງຊິວິດ, ສັບສິນ ວັດຖຸສິ່ງຂອງປະຊາຊົນ ລວມມູນຄ່າທັງໝົດ 194 ຕື້ 443 ລ້ານກວ່າກີບ. ເຫດການໄພພິບັດທີ່ເກີດໜັກກວ່າໝູ່ ແມ່ນໄພນໍ້າຖ້ວມຊຸ ໃນລະຫວ່າງວັນທີ ວັນທີ 23 - 25 ກໍລະກົດ 2024, ຢູ່ 3 ເມືອງຄື: ເມືອງໂພນທອງ, ເມືອງວຽງຄຳ ແລະ ເມືອງ ປາກແຊງ. ຕໍ່ສະພາບການທີ່ເກີດຂຶ້ນ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ, ນະຄອນ ໄດ້ເອົາໃຈໃສ່ລົງຊຸກຍູ້ຕິດຕາມເຝົ້າລະວັງ ປຸກລະດົມສັງຄົມ ໃຫ້ມີຄວາມພ້ອມຮັບມືຕອບໂຕ້ໄພພິບັດທີ່ເກີດຂຶ້ນ, ທັງໄດ້ຮັບການຊ່ວຍເຫຼືອເຂົ້າກີນຈາກກະຊວງ ຈຳນວນ 120 ໂຕນ, ຊຶ່ງໄດ້ແຈກຢາຍເພື່ອຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບ ຈາກໄພພິບັດນ້ຳຖ້ວມ, ສັດຕູພືດທຳລາຍຜົນລະປູກ, ໄພແຫ້ງແລ້ງ ແລະ ຄອບຄົວທຸກຍາກໃນ 11 ເມືອງ ແລະ ນະຄອນ ຫຼວງພະບາງ, ໄດ້ຮັບເງິນຊ່ວຍເຫຼືອຈາກສັງຄົມທັງໝົດ 2 ຕື້ 430 ລ້ານ 1 ແສນກີບ, ໄດ້ໃຫ້ການຊ່ວຍເຫຼືອຄອບຄົວປະຊາຊົນທີ່ຖືກຜົນກະທົບ ຈາກໄພພິບັດນ້ຳຖ້ວມ, ໄຟໄໝ້ເຮືອນ ຢູ່ 6 ເມືອງ ແລະ ນະຄອນ ຫຼວງພະບາງ, ປະກອບມີ: ສັງກະສີ, ເຫຼັກຕະປູ, ເຄື່ອງໃຊ້ຄົວເຮືອນ, ອາຫານແຫ້ງ, ເຂົ້າກີນ, ນ້ຳດື່ມ ແລະສ້ອມແປງພື້ນຖານໂຄງລ່າງທີ່ຈຳເປັນຈຳນວນໜຶ່ງ ລວມມູນຄ່າທັງໝົດ 1 ຕື້ 161 ລ້ານ 2 ແສນກີບ.

(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ວປກ ເຜີຍແຜ່ການປັບປຸງໂຄງການຫຼັກສູດ

ໃນວັນທີ 2 ມິຖຸນາ ຜ່ານມາ, ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ) ໄດ້ຈັດກອງປະຊຸມເຜີຍແຜ່ການປັບປຸງໂຄງການຫຼັກສູດ ແລະ ເນື້ອໃນເອກະສານຝຶກອົບຮົມວຽກງານປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ໃຫ້ພະນັກງານນໍາພາ-ຄຸ້ມຄອງຊຸດທີ XXII, ໂດຍການເປັນປະທານຂອງສະຫາຍພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ, ມີສະຫາຍພົນຈັດຕະວາ ສອນໄຊ ຈັນຍາລາດ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອຳນວຍການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບວຽກງານໂຄສະນາຕ້ານການຄ້າມະນຸດ

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທົບທວນການສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດກ່ຽວກັບການໂຄສະນາຕ້ານການຄ້າມະນຸດໃນວັນທີ 4 ມິຖຸນາ ຜ່ານມາ, ເປັນປະທານໂດຍສະຫາຍ ພັທ ວັນປະດິດຈັນທະວົງ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ມີຄະນະຮັບຜິດຊອບຈາກກົມສື່ມວນຊົນ ປກສ, ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ ແລະ ຄະນະຮັບຜິດຊອບຈາກລາຍການປະຊາຮ່ວມໃຈຕ້ານໄພຄ້າມະນຸດເຂົ້າຮ່ວມ.
ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ປະຈຳ 5 ເດືອນ ຕົ້ນປີ 2026 ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ແກ່ນ​ທ້າວ ໂດຍການເປັນປະທານຂອງ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວຂັ້ນເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ນະ​ຄອນ​ປາກ​ເຊ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໝັກແໜ້ນ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໝັກແໜ້ນ ປະຈຳປີ 2025 ໃຫ້ 13 ໜ່ວຍພັກນຮາກຖານ ທີ່ຂຶ້ນກັບອົງຄະນະພັກນະຄອນປາກເຊ. ຈັດຂື້ນໃນວັນທີ 4 ມິຖຸນາ 2026, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍະເດດ ທອງສະຫັວນ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນປາກເຊ, ມີເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກພາຍໃນ 13 ໜ່ວຍພັກ ເຂົ້າຮ່ວມ.
ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ອົງການໄອຍະການປະຊາຊົນ ແຂວງວຽງຈັນ- ແຂວງອຸດົມໄຊ ແລກປ່ຽນບົດຮຽນຮອບດ້ານ ຮ່ວມກັນ

ກອງປະຊຸມແລກປ່ຽນບົດຮຽນຮອບດ້ານ ລະຫວ່າງ ອົງການໄອຍະການປະຊາຊົນ ແຂວງວຽງຈັນ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ໃນວັນທີ 4 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມພະແນກການຕ່າງປະເທດ ແຂວງວຽງຈັນ. ໂດຍມີຄະນະນຳ, ຫົວໜ້າ,ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການ ຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ຄຳມ່ວນ ອະນຸມັດໃຫ້ ບໍລິສັດ VML ພັດທະນາຈຸດເຊັກພອຍ-ຈຸດຊົມວິວກຳແພງຍັກ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ 30,767 ຕາແມັດ ເພື່ອພັດທະນາໂຄງການກໍ່ສ້າງ ຈຸດເຊັກພອຍ, ຮ້ານກາເຟ, ຮ້ານອາຫານ, ຮ້ານຂາຍເຄື່ອງຝາກທີ່ລະນຶກ ແລະ ຈຸດຊົມວິວ ກຳແພງຍັກ ຢູ່ເຂດບ້ານ ໃໝ່ໂພສີ ເມືອງ ທ່າແຂກ ແຂວງ ຄໍາມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງ ແລະ ບໍລິສັດ ວີເອັມແອວ (VML) ຈຳກັດຜູ້ດຽວ.
ກະຊວງ ປກສ ປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ

ກະຊວງ ປກສ ປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ໃນວັນທີ 4 ມິຖຸນານີ້,
ເປີດນໍາໃຊ້ລະບົບພາສີທັນສະໄໝ

ເປີດນໍາໃຊ້ລະບົບພາສີທັນສະໄໝ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ໄດ້ຈັດຂຶ້ນໃນວັນທີ 1 ມິຖຸນາຜ່ານມາ ທີ່ດ່ານພາສີສາກົນທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ I ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ

ປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ

ພິທີປະກາດສ້າງຕັ້ງຕາແສງພູຖ້ຳພວງ ເປັນຕາແສງທຳອິດຂອງເມືອງລະຄອນເພັງ ແຂວງ​ສາ​ລະ​ວັນ ໄດ້ຈັດຂື້ນໃນວັນທີ 3 ມິຖຸນາ 2026, ທີ່ຕາແສງພູຖ້ຳພວງ, ໂດຍມີ ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊົນແຂວງສາລະວັນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ປກ ເຜີຍແຜ່ເອກະສານ-ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ

ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີເຜີຍແຜ່ເອກະສານເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງກຳລັງພະລາທິການປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ (2 ພຶດສະພາ 1971-2 ພຶດສະພາ 2026) ແລະ ປະກາດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ ໃນວັນທີ 3 ມິຖຸນາຜ່ານມາ, ເປັນປະທານໂດຍສະຫາຍ ພົຈວ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການ ປກ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ເພີ່ມເຕີມ