ພາຍຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກເມືອງພີນ ແຂວງສະຫວັນນະເຂດ,ຄະນະບໍລິຫານງານພັກເມືອງຊຸດໃໝ່, ພາຍໃຕ້ການນຳພາຂອງສະຫາຍ ພູລັດຕະນະ ພົມມະຫາໄຊ ເລຂາພັກເມືອງກໍໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງ,ໂດຍສະເພາະແມ່ນການປະຕິບັດຕາມຄຳສັ່ງເລກທີ 15/ນຍ,ຄຳສັ່ງເລກທີ11/ນຍ,ປະຕິບັດຄຳສັ່ງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ເລກທີ 2151/ຄປພຂ ວ່າດ້ວຍການແກ້ໄຂປະກົດການຫຍໍ້ໃນສັງຄົມ.
ກົມກວດກາ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ວຽກງານສະກັດກັ້ນ, ກວດກາ, ສືບສວນ-ສອບສວນການສໍ້ລາດບັງຫຼວງ, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ຄຳເພົ້າ ວັນນະວົງ ຮອງປະທານກວດກາພັກກະຊວງ ຫົວໜ້າກົມກວດກາກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີສະຫາຍ ເທບພະໄທ ພັນກ້າ ຮັກສາການຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະຮັບຜິດຊອບ, ຄະນະບັນນາທິການ ແລະ ກອງເລຂາຊ່ວຍວຽກຂຽນປຶ້ມ ຂັ້ນນະຄອນຫຼວງວຽງຈັນ(ນວ) ໄດ້ຈັດກອງປະຊຸມສໍາມະນາເນື້ອໃນປຶ້ມ “ການເຕີບໃຫຍ່ຂະຫຍາຍຕົວຂອງອົງຄະນະພັກ ນະຄອນຫຼວງວຽງຈັນ” ນັບແຕ່ປີ 1950 ເຖິງປີ 2020 ຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມໃຫຍ່ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII ພາຍໃຕ້ຫົວຂໍ້: ການຕັດສິນວ່ອງໄວ ຜ່ານກົນໄກດໍາເນີນຄະດີຕໍ່ເນື່ອງ, ການຕັດສິນຖືກຕ້ອງ ແລະ ພາວະວິໄສ ຜ່ານກົນໄກໂຕ້ແຍ່ງ-ໂຕ້ຖຽງ, ຮັບປະກັນຄວາມສັກສິດຂອງກົດໝາຍ ແລະ ສິ້ນສຸດຕາມຂະບວນການຍຸຕິທໍາຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີທ່ານນາງ ທຸມມະລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ, ມີຄະນະປະທານ, ສະມາຊິກສະພາຜູ້ພິພາກສາ, ຮອງລັດຖະມົນຕີ ພ້ອມດ້ວຍຜູ້ພິພາກສາສານປະຊາຊົນໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ໃນວັນທີ 14-15 ກໍລະກົດ 2025, ຢູ່ທີ່ຫ້ອງປະຊຸມພະແນກການເງິນ ແຂວງວຽງຈັນ, ຄະນະຮັບຜິດຊອບປະເມີນການຈັດຕັ້ງປະຕິບັດບັນດາຫົວໜ່ວຍ ຜູ້ພັດທະນາລະບົບໂປຣມແກຣມບັນຊີທີ່ພົວພັນກັບການເຊື່ອມຕໍ່ໃບເກັບເງິນກັບລະບົບ Taxrisຂອງຂະແໜ່ງສວຍສາອາກອນ ໄດ້ລົງຕິດຕາມ, ກວດກາ ແລະ ການຈັດຕັ້ງປະຕິບັດກ່ຽວກັບວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ (POS) ຢູ່ແຂວງວຽງຈັນ ນຳພາໂດຍ ທ່ານ ສຸພັນ ວິລາວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ພ້ອມດ້ວຍຄະນະ, ມີທ່ານ ສັງທອງ ມິດດາວົງ ຮອງຫົວໜ້າພະແນກການເງິນແຂວງວຽງຈັນ, ພ້ອມດ້ວຍຜູ້ປະກອບການເຂົ້າຮ່ວມ.
ໃນວັນທີ 15 ກໍລະກົດນີ້, ສະຫະພັນກຳມະບານແຂວງອັດຕະປືໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງຄັ້ງທີ Vllຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊຊົມພູ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ,ມີທ່ານ ທອງຈັນ ພູມີພັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີແຂກຖືກເຊີນພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມ.
ໃນໂອກາດ ວັນສ້າງຕັ້ງອົງການຈັດຕັ້ງແມ່ຍິງລາວ, ວັນທີ 20 ກໍລະກົດ ປີ 2025 ໄດ້ໝູນວຽນມາບັນຈົບ ຄົບຮອບ 70 ປີ. ທ່ານ ນາງ ແພງພັນ ບຸບຜາພອນ ກໍາມະການຄະນະພັກ ຫົວໜ້າກົມໂຄສະນາ ອະດີດປະທານສະຫະພັນແມ່ຍິງ ສນຊ ສະໄໝທີ XIV ໄດ້ສະແດງຄວາມຮູ້ສຶກຂອງຕົນຕໍ່ກັບວັນທີ 20 ກໍລະກົດ ວ່າ: ໄລຍະການປະຕິວັດຊາດ ຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ແມ່ຍິງລາວບັນດາເຜົ່າ ໄດ້ປະກອບສ່ວນຄ່ຽງຄູ່ກັບເພດຊາຍ ຢ່າງຕັ້ງໜ້າເຂົ້າໃນການປະຕິວັດຊາດປະຊາທິປະໄຕ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນມາເຖິງປັດຈຸບັນ.
ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ຂອງແຂວງຫຼວງພະບາງ ໄດ້ຈັດຂຶ້ນ ໃນທ້າຍອາທິດຜ່ານມານີ້ ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ, ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ເພື່ອເປັນການປະຕິບັດຕາມແຜນພັດທະນເສດຖະກິດຂອງເມືອງ, ກໍຄືວຽກງານຄໍ້າປະກັນທາງດ້ານສະບຽງອາຫານ ແລະ ປູກພືດເປັນສິນຄ້າຂອງຊາວກະສິກອນເມືອງເງິນໃຫ້ບັນລຸຕາມຄາດໜາຍທີ່ວາງໄວ້. ປີ 2025 ນີ້, ການປູກພືດລະດູຝົນມີເນື້ອທີ່ທັງໝົດ 11,656 ກວ່າເຮັກຕາ. ອີງຕາມການລາຍງານຂອງທ່ານ ທອງສຸກ ຈັນປະເສີດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເງິນໄດ້ໃຫ້ຮູ້ວ່າ: ການປູກພືດລະດູປີຢູ່ເມືອງເງິນ ແຂວງໄຊຍະບູລີ ມາຮອດປັດຈຸບັນ, ການປູກພືດລະດູຝົນແລ້ວສຳເລັດແລ້ວ 98 % ເຫັນວ່າການປູກພືດລະດູຝົນຂອງຊາວກະສິກອນຢູ່ເມືອງເງິນ ປີນີ້ເປັນຂະບວນການຟົດຟື້ນກວ້າງຂວາງກວ່າປີຜ່ານມາ ເປັນຕົ້ນແມ່ນ: ການປູກເຂົ້ານາປີສໍາເລັດແລ້ວ 85% ໃນເນື້ອທີ່ 726 ເຮັກຕາ.
ໃນໄລຍະຜ່ານມາ ໄດ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມເຊັ່ນ: ການຕັດໄມ້ຄຸ້ມຄອງ, ຖາງປ່າ, ຈູດປ່າ ແລະ ການຂຸດຄົ້ນເຄື່ອງປ່າຂອງດົງ ໂດຍບໍ່ຖືກຕ້ອງຕາມກົດໝາຍ, ການຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ ແລະ ຕໍໄມ້ທຳມະຊາດ ປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ຈະສູນພັນໂດຍບໍ່ຖືກຕ້ອງຕາມກົດໝາຍ, ການທໍາລາຍເຄື່ອງປູກ, ການລ່າເນື້ອ, ການຫາປາ ຫຼື ສັດນໍ້າອື່ນໆ ໂດຍບໍ່ຖືກຕ້ອງຕາມກົດ ໝາຍ, ການບຸກລຸກທຳລາຍຖິ່ນອາໄສ ແລະ ແຫຼ່ງອາຫານຂອງສັດນ້ຳ ແລະ ສັດປ່າ, ການຄ້າຂາຍ ຫຼື ມີໄວ້ໃນຄອບຄອງສັດນໍ້າ ຫຼື ສັດປ່າທີ່ຫວງຫ້າມ, ການນໍາເຂົ້າ, ສົ່ງອອກ, ນໍາຜ່ານ ຫຼື ເຄື່ອນຍ້າຍສັດນໍ້າ ແລະ ສັດປ່າ, ການທໍາລາຍຊັບພະຍາກອນສັດນໍ້າ, ການລະເມີດລະບຽບການກ່ຽວກັບການຄຸ້ມຄອງສັດປ່າທີ່ມີຄຸນຄ່າ ແລະ ຫາຍາກ, ການທໍລະມານສັດ ແລະ ການກະທໍາຜິດອື່ນໆ ທີ່ກ່ຽວຂ້ອງກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເກີດຂຶ້ນຢ່າງຫຼວງຫຼາຍ ແຕ່ການດໍາເນີນຄະດີຕາມກົດ ໝາຍແມ່ນມີໜ້ອຍ, ສ່ວນຫຼາຍແມ່ນແກ້ໄຂທາງບໍລິຫານ, ສ່ວນຄະດີແມ່ນບໍ່ດໍາເນີນຕາມກົດໝາຍ ເຮັດໃຫ້ເກີດຜົນກະທົບທາງລົບຕໍ່ການບັງຄັບໃຊ້ກົດໝາຍຂອງ ສປປ ລາວ.
ຄໍາເຫັນ