ບັນດາອົງການຈັດຕັ້ງສັງຄົມລາວ ຈັດງານວາງສະແດງຜົນງານ ປະຈໍາປີ 2023

ບັນດາອົງການຈັດຕັ້ງສັງຄົມລາວ ຈັດງານວາງສະແດງຜົນງານ ປະຈໍາປີ 2023
ງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງບັນດາອົງການຈັດຕັ້ງສັງຄົມ ປະຈໍາປີ 2023 ໄດ້ເປີດຂຶ້ນໃນວັນທີ 25 ພະຈິກນີ້ ທີ່ຫໍວັດທະນະທໍາແຫ່ງຊາດນະຄອນຫຼວງວຽງຈັນ ຊຶ່ງມີຫຼາຍກວ່າ 50 ອົງການ ທີ່ເຂົ້າຮ່ວມໂດຍນໍາເອົາຜົນງານທີ່ພົ້ນເດັ່ນຈອງຕົນມາວາງສະແດງ ພາຍໃຕ້ຫົວຂໍ້ໃຫຍ່ ທີ່ວ່າ: “ການແກ້ໄຂບັນຫາການປ່ຽນແຫງດິນຟ້າອາກາດ ແລະ ການສົ່ງເສີມ ການພັດທະນາແບບຍືນຍົງໃນລາວ”.
ເຂົ້າຮ່ວມຕັດແຖບຜ້າເປີດງານໂດຍມີ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ນາງ ສະລືວື ເລັງ ຈຸດຣ໌ (Slv-Leng CHUCR) ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຈັນສີ ພິມມະຈັນ ປະທານສະມາຄົມສົ່ງເສີມສຸຂະພາບຄອບຄົວ ທັງເປັນປະທານຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມ; ພ້ອມນີ້, ກໍມີບັນດາທ່ານທູດ, ຜູ້ຕາງໜ້າຈາກສະຖານທູດປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ປະຈໍາລາວ ເຂົ້າຮ່ວມ.
ຈຸດປະສົງຂອງງານຄັ້ງນີ້, ກໍເພື່ອເປັນການສະແດງຜົນງານ, ສິນຄ້າ ລວມເຖິງຜະລິດຕະພັນຕ່າງໆຂອງບັນດາອົງການຈັດຕັ້ງສັງຄົມໃນລາວ ລວມເຖິງສິນຄ້າ ແລະ ຜະລິດຕະພັນຂອງຊາວບ້ານ; ນອກນີ້, ກໍເພື່ອສ້າງເວທີແລກປ່ຽນຄວາມຮູ້ໃນຫົວຂໍ້ຕ່າງໆ ຢ່າງສ້າງສັນ ແລະ ມີບັນຍາກາດ ຊຶ່ງຫົວຂໍ້ໃຫຍ່ນັ້ນ ໄດ້ມີຫຼາຍຫົວຂໍ້ຍ່ອຍ ຊຶ່ງແມ່ນຫົວຂໍ້ທີ່ເຊື່ອມສານຂອງງານ ທີ່ຖືກກັບໄລຍະສັບປະດາຂອງການຢຸດຕິການໃຊ້ຄວ່ມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ສົນທະນາແລກປ່ຽນຄວາມຮູ້ ໂດຍຈະມີຫົວຂໍ້ “ການປູກຈິດສຳນຶກ ຫົວຂໍ້ 16 ມື້ ຮ່ວມກັນ! ລົງທຶນເພື່ອປ້ອງກັນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ (EVAW Campaign)”; ມີການໃຫ້ຄວາມຮູ້ດ້ານການພັດທະນາແບບຍືນຍົງ, ການໃຫ້ຄວາມຮູ້ດ້ານຄວາມຍຸຕິທໍາທາງດ້ານດິນຟ້າອາກາດ ແລະ ການດຳລົງຊີວິດ. ນອກນີ້, ກໍຍັງມີກິດຈະກຳຖາມ-ຕອບ, ມີການສະແດງດົນຕີ, ຂັບລໍາ, ຟ້ອນ, ຮ້ອງເພງ ລວມເຖິງການສົນທະນາ ແລະ ການສະແດງລະຄອນເວລທີ ທີ່ມີເນື້ອໃນກ່ຽວກັບບັນຫາສັງຄົມ ທີ່ເຄີຍພົບເຫັນມາ ເຊັ່ນ: ຄວາມຮຸນແຮງຕໍ່ແມ່ຍິງ ແລະ ບົດບາດຍິງ-ຊາຍ. ງານດັ່ງກ່າວ,ດຳເນີນເປັນເວລາ 2 ວັນ (25-26 ພະຈິກ 2023) ຊຶ່ງຄະນະຜູ້ຈັດງານ ກໍຄາດວ່າຈະມີຜູ້ເຂົ້າມາງານເຖິງ 1.000 ຄົນ.
ທ່ານ ນາງ ຈັນສີ ພິມມະຈັນ ໄດ້ກ່າວວ່າ: ງານຄັ້ງນີ້ ເປັນເວທີໃຫ້ກັບບັນດາຄູ່ຮ່ວມພັດທະນາ ທີ່ເຮັດວຽກຢູ່ ສປປ ລາວ ຊຶ່ງໄດ້ເປັນການຢັ້ງຢືນໃຫ້ເຫັນເຖິງການມີສ່ວນຮ່ວມຂອງການປະກອບສ່ວນຢ່າງຫຼວງຫຼາຍຂອງອົງການຈັດຕັ້ງສັງຄົມລາວ ໃນທົ່ວຂະແໜງການຕ່າງໆ. ງານນີ້, ຍັງເປັນການເປີດໂອກາດໃຫ້ສັງຄົມ ຮັບຮູ້ເຖິງບົດບາດຂອງອົງການຈັດຕັ້ງສັງຄົມລາວ ແລະ ສົ່ງເສີມສະພາບແວດລ້ອມ ທີ່ເຂົາເຈົ້າສາມາດປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຫຼຸດພົ້ນຄວາມທຸກຍາກ ແລະ ການຫັນປະເທດໄປສູ່ສະຖານະພາບພົ້ນຈາກຄວາມດ້ອຍພັດທະນາ.
ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ໄດ້ຈັດງານສະແດງຜົນງານຄັ້ງນີ້ ເປັນຄັ້ງທີ 5 ແລ້ວ ຊຶ່ງຄັ້ງທີ 1 ແມ່ນຈັດໃນປີ 2018 ໂດຍແຕ່ລະຄັ້ງກໍມີການເຂົ້າຮ່ວມເພີ່ມຂຶ້ນ ແລະ ນີ້ກໍເປັນການຢັ້ງຢືນເຖິງການຂະຫຍາຍຕົວຂອງອົງການຈັດຕັ້ງສັງຄົມລາວ ໃນຂະແໜງການຕ່າງໆ ທົ່ວປະເທດ. LCCC ເປັນເຈົ້າພາບຈັດງານວາງສະແດງຜົນງານ ປີ 2023 ດ້ວຍການຮ່ວມທຶນສະໜັບສະໜູນ ໂດຍ ປະເທດຝຣັ່ງ, ເຢຍລະມັນ, ສະວິດເຊີແລນ, ສະຫະພາບເອີຣົບ ໃນນາມໂຄງການ CEGGA ແລະ Oxfam.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ