ບ້ານດົງເງີນໄດ້ກໍ່ສ້າງເສັ້ນທາງຊອຍເບຕົງໄດ້ທັງໝົດ 4 ເສັ້ນ ດ້ວຍທຶນຂອງປະຊາຊົນ ພາຍໃນບ້ານ ສົມທົບກັບ ການຊ່ວຍເຫຼືອຂອງອົງການປົກຄອງເມືອງ, ນັກທຸລະກິດຜູ້ປະກອບການ. ເສັ້ນທີ 1 ມີຄວາມຍາວ 152 ແມັດ ມູນຄ່າໃນການກໍ່ສ້າງ 73 ລ້ານກີບ, ເສັ້ນທີ 2 ຍາວ 146 ແມັດ ມູນຄ່າ 62 ລ້ານກີບ, ເສັ້ນທີ 3 ຍາວ 186 ແມັດ ມູນຄ່າ 84 ລ້ານ 6 ແສນກີບ ແລະ ເສັ້ນທີ 4 ຍາວ 113 ແມັດ ມູນຄ່າ 54 ລ້ານກວ່າກີບ. ສຳລັບແຮງງານໃນການກໍ່ສ້າງແມ່ນແຮງງານຂອງປະຊາຊົນບັນດາເຜົ່າພາຍໃນບ້ານ ແລະ ແຜນສືບຕໍ່ກໍ່ສ້າງອີກ 1 ເສັ້ນ ມີຄວາມຍາວ 113 ແມັດ ມູນຄ່າການກໍ່ສ້າງ 54,050,000 ກີບ.
ໃນໂອ້ກາດນີ້, ທ່ານເຈົ້າເມືອງ ກໍໄດ້ມອບເງິນຊ່ວຍເຫຼືອໃນການກໍ່ສ້າງເສັ້ນທາງດັ່ງກ່າວຈຳນວນ 10 ລ້ານກີບ.
(ຂ່າວໂດຍ: ວົງສະຫວັນ ສຸທິໂວຫານ)
ຄໍາເຫັນ