ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ໂດຍ: ວັນໄຊ ຕະວິນຍານ ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ມີບົດບາດສໍາຄັນເປັນພິເສດຕໍ່ທຸກພື້ນຖານເສດຖະກິດ,ເປັນຕົ້ນແມ່ນບັນດາປະເທດທີ່ມີການຫັນປ່ຽນຮູບແບບເສດຖະກິດ ແລະ ມີການພົວພັນຮ່ວມມືດ້ານການຄ້າໃນລະດັບສາກົນ. ຢູ່ບົນພື້ນຖານການຮັກສາພື້ນຖານເສດຖະກິດມະຫາພາກໝັ້ນທ່ຽງ ນັບແຕ່ການຄວບຄຸມເງິນເຟີ້, ສົມດຸນດ້ານການຄ້າ, ການລົງທຶນ, ງົບປະມານ, ຄວາມໝັ້ນຄົງດ້ານພະລັງງານ, ດ້ານສະບຽງອາຫານ ແກ້ໄຂວຽກເຮັດງານທໍາ ແລະ ອື່ນໆ.

ຜ່ານບົດຮຽນໃນການຮັບມືກັບການຜັນແປຂອງເສດຖະກິດໂລກຫຼາຍຄັ້ງ. ເປັນຕົ້ນແມ່ນບັນດາວິກິດການດ້ານເສດຖະກິດ-ການເງິນ, ວິກິດການໜີ້ສາທາລະນະ, ວິກິດການດ້ານສາທາລະນະສຸກ (ພະຍາດໂຄວິດ-19)

ພັກ-ລັດຖະບານ ສສ ຫວຽດນາມ ຍາມໃດກໍຢຶດໝັ້ນຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ ຕິດແທດກັບການຮັບປະກັນປົກປ້ອງທາງສັງຄົມ ເປັນບັນຫາສໍາຄັນຕົ້ນຕໍ ຕໍ່ຄວາມໝັ້ນຄົງ ແລະ ການພັດທະນາປະເທດຊາດ.

ທ່ານຮອງສາສະດາຈານ ດຣ. ດວ້ານ ມິງ ຮວັນ ເລຂາພັກແຂວງນິງບິ່ງ ສສ ຫວຽດນາມ ໄດ້ ຍົກໃຫ້ເຫັນການຊີ້ນໍາຂອງພັກກອມມູນິດຫວຽດນາມ, ການບໍລິຫານ-ຄຸ້ມຄອງລັດ ຂອງທົ່ວລະບົບການເມືອງສາມາດຖອນບົດຮຽນເບື້ອງຕົ້ນໄດ້ວ່າ:

ໜຶ່ງ; ຢຶດໝັ້ນຮັກສາເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ, ຮັບປະກັນຄວາມສົມດຸນໃຫ້ໜັກ ແໜ້ນ ໃນເວລາພື້ນຖານເສດຖະກິດຢູ່ໃນສະພາບປົກກະຕິ ແລະ ກະກຽມມາດຕະການແກ້ໄຂເປັນພິເສດ ເມື່ອເກີດສະພາບເສດຖະກິດຜິດປົກກະຕິ ຊຶ່ງແມ່ນບັນຫາພື້ນຖານໃນການພັດທະນາເສດຖະກິດຕະຫຼາດຂອງສັງຄົມນິຍົມຢູ່ຫວຽດນາມ. ມີແຕ່ຮັກສາເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ຈຶ່ງສ້າງເງື່ອນໄຂສະດວກໃຫ້ແກ່ການເຕີບໂຕດ້ານເສດຖະກິດ, ແກ້ໄຂວຽກເຮັດງານທໍາ ແລະ ຮັບປະກັນສະຫວັດດີການ - ສັງຄົມຂອງປະຊາຊົນ.

ຫວນຄືນປະຫວັດສາດເສດຖະກິດໂລກຜ່ານທົດສະວັດຜ່ານມາເຫັນວ່າ: ເກືອບວ່າທຸກພື້ນຖານເສດຖະກິດເຕີບໂຕໄວ ແລະ ຍືນຍົງ, ແຕ່ມີຫຼາຍປະເທດປະລາໄຊໃນເສັ້ນທາງພັດທະນາຂອງຕົນ ຫຼື ບໍ່ສາມາດຂ້າມຜ່ານ “ກັບດັກລາຍຮັບປານກາງ” ກໍລ້ວນແລ້ວແຕ່ມີສາເຫດຈາກການປະຕິບັດນະໂຍບາຍເສດຖະກິດມະຫາພາກບໍ່ມີປະສິດທິຜົນ.

ສອງ; ຕ້ອງວິເຄາະວິໄຈ, ຄາດຄະເນດກໍາສະພາບການຜັນແປຂອງໂລກ ແລະ ພາຍໃນຢ່າງທັນການ ເພື່ອມີນະໂຍບາຍທີ່ເໝາະສົມ.

ບັນຫານີ້ ກໍແມ່ນບັນຫາສໍາຄັນເປັນພິເສດຈາກການຄາດຄະເນ ຕິດຕາມຢ່າງໃກ້ຊິດ ກໍາໃຫ້ໄດ້ສະພາບການຜັນແປຂອງໂລກ, ບັນດາກະຊວງ, ອົງການ, ຂະແໜງການຂອງຫວຽດນາມ ຕິດຕາມສະພາບການຂຶ້ນລົງຂອງລາຄາສິນຄ້າພື້ນຖານ, ສິນຄ້າອັນຈໍາເປັນກັບຄວາມໝັ້ນຄົງຂອງພະລັງງານ,ຄວາມໝັ້ນຄົງດ້ານສະບຽງອາຫານຢ່າງໃກ້ຊິດ, ເປັນເຈົ້າການອອກມາດຕະການຮັບມືຢ່າງທັນການ.ບົດຮຽນໃນການແກ້ໄຂຂອງຫວຽດນາມ ໃນເມື່ອລາຄາສິນຄ້າໃນໂລກມີການເໜັງຕີງແຫຼ່ງສະໜອງມີຈໍານວນຈໍາກັດ. ເລີ່ມແຕ່ຕົ້ນປີ ຫວຽດນາມຈະປັບອັດຕາພາສີ, ຄ່າທໍານຽມຕ່າງໆໃຫ້ແກ່ວິສາຫະກິດ, ກະຊວງການເງິນອອກຄໍາສັ່ງຫຼຸດພາສີການນໍາເຂົ້ານໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ເພື່ອຮັບປະກັນວັດຖຸດິບສົ້ນເຂົ້າຮັບປະກັນໃຫ້ແກ່ການດໍາເນີນທຸລະກິດ, ການຜະລິດ ແລະ ບໍ່ໃຫ້ແຕະຕ້ອງການໃຊ້ຈ່າຍຂອງປະຊາຊົນຈົນເກີນໄປ, ອອກມາດຕະການຄວບຄຸມລາຄາ, ບໍ່ໃຫ້ມີການກັກຕຸນ, ສະກັດກັ້ນການຄ້າຂາຍເຖື່ອນ...ເພີ່ມທະວີເຄື່ອງມືໃນການກວດກາໃຫ້ຄົບຊຸດ.

ສາມ; ໃນເສດຖະກິດຕະຫຼາດ ຄວາມບໍ່ໝັ້ນທ່ຽງຂອງເສດຖະກິດໂລກຕ້ອງນໍາໃຊ້ນະໂຍບາຍຢ່າງມີໄຫວພິບ, ພັກ-ລັດຖະບານຫວຽດນາມ ໄດ້ຂຸດຄົ້ນຄວາມສາມາດບົ່ມຊ້ອນ ເປັນເຈົ້າການອອກນະໂຍບາຍຢ່າງມີໄຫວພິບ, ກໍາແໜ້ນນະໂຍບາຍເງິນຕາພ້ອມກັບນະໂຍບາຍອື່ນໆປະຕິບັດການດັດສົມເງິນຕາ ແລະ ການສະໜອງເງິນຕາ, ສໍາລະບ້ວງເງິນຢ່າງເໝາະສົມ, ບໍລິຫານດອກເບັ້ຍເຮັດໃຫ້ອັດຕາແລກປ່ຽນເໝາະສົມກັບເງື່ອນໄຂການຕະຫຼາດ ແລະ ຈຸດໝາຍຂອງນະໂຍບາຍເງິນຕາ ໄປພ້ອມກັບການຄວບຄຸມເງິນເຟີ້.

ໃນສະພາບດອກເບັ້ຍຂອງທະນາຄານໃນໂລກເພີ່ມຂຶ້ນໄວ ແລະ ຄວາມກົດດັນເງິນເຟີ້ພາຍໃນເພີ່ມຂຶ້ນ. ທະນາຄານຫວຽດນາມໄດ້ດັດປັບ, ເພີ່ມອັດຕາດອກເບັ້ຍຢ່າງເໝາະສົມ. ພ້ອມກັນນັ້ນ, ກໍສ້າງເງື່ອນໄຂໃຫ້ແກ່ສະຖາບັນການເງິນເຂົ້າຫາແຫຼ່ງທຶນຈາກທະນາຄານແຫ່ງລັດດ້ວຍຄ່າໃຊ້ຈ່າຍຕໍ່າ ເພື່ອສະໜັບສະໜູນວິສາຫະກິດໃຫ້ໄດ້ເຄື່ອນໄຫວຢ່າງຄ່ອງຕົວ, ຄວບຄຸມການຂາຍເງິນຕາຕ່າງປະເທດໃຫ້ແກ່ພາກສ່ວນສະໜອງການຕະຫຼາດດຫວຽດນາມຍັງປະຕິບັດສົກງົບປະມານຢ່າງລະມັດລະວັງ, ຄ່ອງຕົວ ແທດເໝາະກັບສະພາບຄວາມເປັນຈິງຕໍ່ການພັດທະນາເສດຖະກິດ-ສັງຄົມພາຍໃນ ແລະ ສາກົນ.

ສີ່; ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຍົກສູງຄວາມສາມາດໃນການຫັນກໍາລັງພາຍນອກກາຍເປັນກໍາລັງພາຍໃນ, ເພີ່ມທະວີຄວາມສາມາດໃນໃນການທົນທານຕໍ່ບັນດາຄວາມສ່ຽງ ແລະ ການຜັນແປຈາກພາຍນອກ. ບົດຮຽນຂອງຫວຽດນາມໃຫ້ເຫັນວ່າ: ຍິ່ງເຊື່ອມໂຍງສາກົນຢ່າງກວ້າງຂວາງເລິກເຊິ່ງເທົ່າໃດ ຍິ່ງຕ້ອງຖືສໍາຄັນການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຫັນກໍາລັງແຮງພາຍນອກກາຍເປັນກໍາລັງແຮງພາຍໃນ, ເພີ່ມທະວີຄວາມສາມາດຕໍ່ຄວາມທົນທາງຕໍ່ການຜັນແປຂອງພາຍນອກ. ພຽງແຕ່ບົນພື້ນຖານການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຈຶ່ງສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຈຶ່ງມີເງື່ອນໄຂຂຸດຄົ້ນ, ຍາດແຍ່ງ ຈຶ່ງສາມາດຮັບມືກັບບັນດາຄວາມສ່ຽງ.

ການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງມີບົດບາດສໍາຄັນໃນການຮັກສາເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ, ຮັບປະກັນຄວາມສົມດຸນຂອງພື້ນຖານເສດຖະກິດພາຍໃນປະເທດ,ພິເສດແມ່ນໃນສະພາບການຂອງປະເທດຫວຽດນາມ ມີການເຊື່ອມໂຍງເສດຖະກິດກັບສາກົນຢ່າງກວ້າງຂວາງເລິກເຊິ່ງ, ຂະນະເສດຖະກິດຂອງໂລກມີການຜັນແປໄປຢ່າງສັບສົນ, ຍາກທີ່ຄາດຄະເນໄດ້.ຫວຽດນາມໄດ້ວາງຍຸດທະສາດ, ມາດຕະການອັນລະອຽດ ເພີ່ມຄວາມສາມາດໃນການເປັນເຈົ້າຕົນເອງ,ສ້າງເຂັ້ມແຂງໃນຂະແໜງການຂົງເຂດເສດຖະກິດ. ສຸມໃສ່ປະຕິຮູບລະບອບ, ລະບຽບການ, ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ. ປະສານສົມທົບວິສາຫະກິດພາຍໃນກັບວິສາຫະກິດທີ່ມີການຮ່ວມທຶນກັບຕ່າງປະເທດ, ຍົກສູງຄວາມສາມາດໃນການແກ້ງແຍ້ງຂອງພື້ນຖານເສດຖະກິດຢູ່ພາຍໃນກ້າວເຂົ້າສູ່ຕະຫຼາດສາກົນ. ເປັນເຈົ້າການເຂົ້າຮ່ວມໃນການກໍານົດກະຕິກາ ຫຼື ຂໍ້ກໍານົດ, ລະບຽບການສາກົນທີ່ພົ້ນເດັ່ນ ເພື່ອບໍ່ໃຫ້ເສຍຜົນປະໂຫຽດ ບໍ່ຂຶ້ນກັບຕະຫຼາດໃດໜຶ່ງ. ເພີ່ມທະວີກໍາລັງແຮງພາຍໃນ ໂດຍສະເພາະປັດໄຈສົ້ນເຂົ້າ, ເປັນຕົ້ນແມ່ນພັດທະນາອຸດສະຫະກໍາພື້ນຖານ ໂດຍອີງໃສ່ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ, ສຸມໃສ່ແກ້ໄຂບັນຫາຂອງສັງຄົມ-ສິ່ງແວດລ້ອມ. ພິເສດ ແມ່ນຄວາມສາມາດດ້ານສາທາລະນະສຸກ, ຄຸນນະພາບການສຶກສາ, ຫຼຸດຜ່ອນການປ່ອຍສິ່ງເສດເຫຼືອ ແລະ ເພີ່ມຄວາມສາມາດໃນການປັບໂຕກັບການປ່ຽນແປງຂອງດິນຟ້າອາກາດ.

(ອ່ານຕໍ່ສະບັບໜ້າ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ