ການຍົກລະດັບດ່ານບ້ານວັງເປັນດ່ານສາກົນ

ບາງຈຸດພິເສດຂອງແຂວງວຽງຈັນກັບການຍົກລະດັບດ່ານບ້ານວັງເປັນດ່ານສາກົນ

ບາງຈຸດພິເສດຂອງແຂວງວຽງຈັນກັບການຍົກລະດັບດ່ານບ້ານວັງເປັນດ່ານສາກົນ
ໂດຍ: ສ.ບຸດປະຊາ ແຂວງວຽງຈັນ ເປັນແຂວງໜຶ່ງຕັ້ງຢູ່ພາກກາງຂອງປະເທດ ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 75 ກິໂລແມັດ (ກມ) ປະກອບມີ 11 ເມືອງ, ມີ 431 ບ້ານ,

ພົນລະເມືອງ 466,210 ຄົນ ຍິງ 233,362 ຄົນ, ມີຊາຍແດນຕິດກັບ 4 ແຂວງ, 1 ນະຄອນຫຼວງ ແລະ 1 ແຂວງຂອງປະເທດໄທ (ຈັງຫວັດເລີຍ) ເປັນຈຸດເຊື່ອມຕໍ່ການລົງທຶນ, ການຄ້າ, ບໍລິການດ້ານຂົນສົ່ງ ແລະ ການທ່ອງທ່ຽວ. ພ້ອມນີ້, ແຂວງວຽງຈັນ ກໍມີຈຸດພິເສດ ທີ່ດູດດຶງຄວາມສົນໃຈ ແລະ ຈະໃຫ້ຜູ້ຄົນພາຍໃນ ແລະ ຕ່າງປະເທດເຂົ້າເຖິງ ແມ່ນຕ້ອງໄດ້ມີການປັບປຸງເສັ້ນທາງ, ສິ່ງເອື້ອອຳນວຍຄວາມສະດວກຕ່າງໆ ແລະ ຍົກລະດັບດ່ານທ້ອງຖິ່ນ ເປັນດ່ານສາກົນ ຊຶ່ງໃນນີ້ດ່ານບ້ານວັງ ທີ່ເປີດນໍາໃຊ້ຕັ້ງແຕ່ຊຸມປີ 1980 ກໍໄດ້ຖືກກຳນົດໃຫ້ຍົກລະດັບເປັນດ່ານສາກົນ.
ໃນພິທີປະກາດການຍົກລະດັບດ່ານທ້ອງຖິ່ນບ້ານວັງ ເມືອງໝື່ນ ແຂວງວຽງຈັນ ຂຶ້ນເປັນດ່ານສາກົນ ທີ່ຈັດຂຶ້ນເມື່ອວັນທີ 15 ຕຸລາ ຜ່ານມາ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ໄດ້ກ່າວເຖິງບາງຈຸດພິເສດຂອງແຂວງວຽງຈັນວ່າ: ແຂວງວຽງຈັນ ເປັນແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ພິເສດມີທິວທັດທໍາມະຊາດທີ່ໂດດເດັ່ນ, ມີຄໍາເລົ່າລືກ່າວຂ່ານເປັນຕໍານານ, ມີຮີດຄອງປະເພນີອັນດີງາມທີ່ມີຄວາມຫຼາກຫຼາຍ, ມີສະຖານທີ່ທ່ອງທ່ຽວປະຫວັດສາດ, ວັດທະນະທໍາ, ມີແຫຼ່ງອະລິຍະທໍາດ້ານສະຖາປັດຕະຍະກຳ ແລະ ວັດຖຸບູຮານ ເຮັດໃຫ້ແຂວງວຽງຈັນ ມີສິ່ງດູດດຶງຄວາມສົນໃຈຂອງນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ເວົ້າສະເພາະນັກທ່ອງທ່ຽວ ເປັນຈໍານວນຫຼາຍ, ໃຜໆກໍຢາກມາຢ້ຽມຢາມເຮັດໃຫ້ການບໍລິການການຄ້າ, ການລົງທຶນ, ການບໍລິການຂົນສົ່ງ, ມາທ່ອງທ່ຽວ ເຮັດໃຫ້ຊື່ສຽງຂອງແຂວງວຽງຈັນ ປະເທດລາວ ເປັນທີ່ຮູ້ຈັກຢ່າງກວ້າງຂວາງ, ເວົ້າສະເພາະເມືອງວັງວຽງ, ເມືອງເຟືອງ, ເມືອງແກ້ວອຸດົມ, ເມືອງທຸລະຄົມ, ເມືອງຊະນະຄາມ ແລະ ເມືອງອື່ນໆ ຊຶ່ງໃນແຕ່ລະປີ ໄດ້ຈັດໃຫ້ມີງານບຸນປະເພນີ, ງານເທດສະການຂຶ້ນຢ່າງຕໍ່ເນື່ອງ ແລະ ເປັນຂະບວນຟົດຟື້ນ.
ເມື່ອເຫັນໄດ້ເຖິງບົດບາດ ແລະ ຄວາມສໍາຄັນ ຕໍ່ຈຸດພິເສດດັ່ງກ່າວ ບວກກັບທີ່ຕັ້ງຍຸດທະສາດ, ແຂວງວຽງຈັນ ຈຶ່ງໄດ້ສະເໜີຫາລັດຖະບານ ແລະ ສຸມທຸກຄວາມພະຍາຍາມ ເພື່ອປັບປຸງເສັ້ນທາງ, ສິ່ງເອື້ອອຳນວຍຄວາມສະດວກຕ່າງໆ ແລະ ຍົກລະດັບດ່ານທ້ອງຖິ່ນບ້ານວັງ ຂຶ້ນເປັນດ່ານສາກົນ ເພື່ອສ້າງຂີດຄວາມສາມາດໃນການອຳນວຍຄວາມສະດວກ ຊ່ວຍກະຕຸກຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ແລະ ຊຸກຍູ້ການເປີດປີທ່ອງທ່ຽວ 2024 ຕາມຄໍາຂວັນທີ່ວ່າ “ທ່ອງທ່ຽວລາວ-ທ່ອງທ່ຽວແຂວງວຽງຈັນ ປອດໄພ, ຊື່ນໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ” ຊຶ່ງແຂວງວຽງຈັນ ກໍຍັງເປັນຈຸດເຊື່ອມຕໍ່ ທ່ອງທ່ຽວຫຼວງພະບາງ ເມືອງມໍລະດົກໂລກ, ທ່ອງທ່ຽວ ພູເບ້ຍແຂວງໄຊສົມບູນ, ທ່ອງທ່ຽວທົ່ງໄຫຫີນ ມໍລະດົກໂລກ ແຂວງຊຽງຂວາງ, ເຊື່ອມຕໍ່ພາກເໜືອ, ເຊື່ອມຕໍ່ນະຄອນຫຼວງວຽງຈັນ, ແຂວງພາກກາງ ລົງສູ່ແຂວງພາກໃຕ້ຂອງລາວ.
ດ່ານທ້ອງຖິ່ນບ້ານວັງ ເມືອງໝື່ນ ແຂວງວຽງຈັນ ເຊິ່ງໜ້າກັບດ່ານຖາວອນບ້ານໂຄກໄຜ່ອຳເພີປາກຊົມຈັງຫວັດເລີຍຣາຊະອານາຈັກໄທ ຊຶ່ງບົດວິພາກເສດຖະກິດ, ສິ່ງແວດລ້ອມ ແລະ ເຕັກນິກ ໂຄງການກໍ່ສ້າງດ່ານບ້ານວັງ (ປີ 2023) ໄດ້ໃຫ້ຮູ້ວ່າ: ປີ 2018 ຈໍານວນຜູ້ໂດຍສານເດີນທາງເຂົ້າ-ອອກ ດ່ານບ້ານວັງ ທັງໝົດ 117.468 ເທື່ອຄົນ, ການສົ່ງອອກ-ນໍາເຂົ້າສິນຄ້າ ມີທັງໝົດປະມານ 10.2 ຕື້ກີບ (ປະມານສົ່ງອອກ 8.07 ຕື້ກີບ ແລະ ນໍາເຂົ້າປະມານ 2.13 ຕື້ກີບ); ປີ 2019ຈໍານວນຜູ້ໂດຍສານເດີນທາງເຂົ້າ-ອອກ52.072 ເທື່ອຄົນ, ສິນຄ້າສົ່ງອອກ ລວມມູນຄ່າທັງໝົດປະມານ 4.980.000 ໂດລາ ແລະ ສິນຄ້ານໍາເຂົ້າປະມານ 2 ຕື້ກີບ; ເດືອນ 1-3 ປີ 2020 ກ່ອນການລະບາດຂອງພະຍາດໂຄວິດ-19ສະເພາະການບໍລິການສົ່ງອອກ-ນໍາເຂົ້າສິນຄ້າມີທັງໝົດປະມານ 3.59 ຕື້ກວ່າກີບ (ສິນຄ້ານໍາເຂົ້າ 417 ລ້ານກວ່າກີບ ແລະ ສິນຄ້າສົ່ງອອກ 3.1 ຕື້ກວ່າກີບ); ປີ 2022 ເປັນຕົ້ນມາ, ພາຍຫຼັງລັດຖະບານໄດ້ຜ່ອນຜັນມາດຕະການ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ດ່ານບ້ານວັງ ໄດ້ໃຫ້ບໍລິການສົ່ງອອກ ມີມູນຄ່າ 8 ຕື້ກວ່າກີບ ແລະ ນໍາເຂົາສິນຄ້າປະມານ 120 ລ້ານກວ່າກີບ. ນັບແຕ່ວັນທີ 6 ກັນຍາ 2022, ພາຍຫຼັງລັດຖະບານໄດ້ແຈ້ງອະນຸຍາດໃຫ້ເປີດບໍລິການປົກກະຕິບັນດາດ່ານປະເພນີ ແລະ ດ່ານທ້ອງຖິ່ນ ໃນຂອບເຂດທົ່ວປະເທດ, ດ່ານບ້ານວັງ ແລະ ດ່ານຊະນະຄາມຂອງແຂວງ ກໍໄດ້ເປີດບໍລິການທົ່ວໄປໃຫ້ແກ່ການເດີນທາງເຂົ້າ-ອອກຂອງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າຕາມລະບຽບການທັງສອງດ່ານ.
ຈາກຂໍ້ມູນນັ້ນ, ເຫັນໄດ້ວ່າການບໍລິການຂົນສົ່ງຂອງດ່ານບ້ານວັງ ເປັນປັດໄຈໜຶ່ງທີ່ເປັນທ່າແຮງບົ່ມຊ້ອນສຳຄັນ ຊຸກຍູ້ເສດຖະກິດຂອງທ້ອງຖິ່ນ ກໍຄືການສ້າງລາຍຮັບງົບປະມານໃຫ້ລັດຖະບານນັບມື້ເພີ່ມຂຶ້ນ. ເຖິງຢ່າງໃດກໍຕາມ, ອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງ ດ່ານທ້ອງຖິ່ນດັ່ງກ່າວບາງຂໍ້ຈໍາກັດ ຕ່າງຈາກດ່ານສາກົນ ຊຶ່ງດຳລັດວ່າດ້ວຍດ່ານຊາຍແດນແລະສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ໃນມາດຕາ 13 ໄດ້ລະບຸວ່າ ດ່ານຊາຍແດນທ້ອງຖິ່ນ ຂອງ ສປປ ລາວ ມີດ່ານຊາຍແດນທາງບົກ ແລະ ທາງນໍ້າ, ດ່ານຊາຍແດນທ້ອງຖິ່ນແມ່ນສະຖານທີ່ທີ່ອະນຸຍາດໃຫ້ສະເພາະພົນລະເມືອງລາວແລະພົນລະເມືອງຂອງປະເທດໃກ້ຄຽງທີ່ມີພູມລຳເນົາຖາວອນຢູ່ບໍລິເວນຊາຍແດນຂອງແຂວງທີ່ເຊິ່ງໜ້າສາມາດເດີນທາງເຂົ້າ-ອອກຕາມການຕົກລົງຢ່າງເປັນທາງການຂອງສອງຝ່າຍ, ສິນຄ້າທີ່ອະນຸຍາດໃຫ້ນຳເຂົ້າ-ອອກຢູ່ດ່ານຊາຍແດນທ້ອງຖິ່ນແມ່ນປະເພດສິນຄ້ານຳໃຊ້ເພື່ອການບໍລິໂພກແລະຮັບໃຊ້ການຜະລິດຂອງປະຊາຊົນທ້ອງຖິ່ນຂອບເຂດ2ແຂວງທີ່ດ່ານຊາຍແດນຕັ້ງຢູ່ (ປະຕິບັດຕາມແຈ້ງການຂອງກະຊວງການເງິນທີ່ກຳນົດໄວ້ແຕ່ລະໄລຍະ). ມາດຕາ 12ດ່ານຊາຍແດນສາກົນຂອງສປປລາວມີ: ດ່ານຊາຍແດນສາກົນທາງບົກແລະທາງນ້ຳ; ດ່ານຊາຍແດນສາກົນແມ່ນສະຖານທີ່ທີ່ອະນຸຍາດໃຫ້ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດແລະຄົນບໍ່ສັນຊາດສາມາດເດີນທາງເຂົ້າ-ອອກໄດ້; ສິນຄ້າທີ່ອະນຸຍາດໃຫ້ນຳເຂົ້າ-ສົ່ງອອກຢູ່ດ່ານຊາຍແດນສາກົນແມ່ນສາມາດນຳເຂົ້າ-ສົ່ງອອກໄດ້ທຸກປະເພດສິນຄ້າລວມທັງການຂົນສົ່ງສິນຄ້າຜ່ານແດນແລະການນຳເຂົ້າເພື່ອສົ່ງອອກ.
ສະນັ້ນ, ການຍົກລະດັບດ່ານບ້ານວັງ ທີ່ເປັນດ່ານຊາຍແດນທ້ອງຖິ່ນ ຂຶ້ນເປັນດ່ານຊາຍແດນສາກົນ ຖືໄດ້ວ່າເປັນການສ້າງໂອກາດອັນດີ ເພື່ອບໍລິການຮັບໃຊ້ນັກທຸລະກິດຜູ້ປະກອບການ, ເປັນທ່າແຮງບົ່ມຊ້ອນ ແລະ ຈະສ້າງຜົນປະໂຫຍດອັນໃຫຍ່ຫຼວງຫຼາຍດ້ານ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນ, ເມືອງໝື່ນ ໂດຍທາງກົງ ແລະ ທາງອ້ອມ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ດີກວ່າເກົ່າ ຊຶ່ງບໍ່ພຽງແຕ່ນໍາຜົນປະໂຫຍດມາສູ່ແຂວງວຽງຈັນ ຍັງປະກອບສ່ວນສຳຄັນເຂົ້າໃນຜົນປະໂຫຍດລວມຂອງຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ວັນທີ 15 ມັງກອນ 2026 ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຮັບຮອງຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ໂດຍມີພາກສ່ວນກ່ຽວຂ້ອງຂັ້ນແຂວງ- ເມືອງ ເຂົ້າຮ່ວມ.
ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ໃນວັນທີ 15 ມັງກອນ 2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີກອງປະຊຸມສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງ ປະຈຳປີ2025 ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ຫົວໜ້າພະແນກການຕ່າງປະເທດແຂວງ, ມີການນຳມາຈາກສູນກາງ, ຫົວໜ້າ ຮອງຫົວໜ້າພະແນກກການທີ່ກ່ຽວຂ້ອງ, ການນຳທັງ 7 ເມືອງເຂົ້າຮ່ວມ.
ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ແລະ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ວັນທີ 14 ມັງກອນ 2026, ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ຕາງໜ້າໂດຍ ທ່ານ ລີໄຊ ໂພທິສັດ ຜູ້ປະສານງານວຽກງານສື່ສານອົງການແຄຣ໌ ປະຈໍານະຄອນຫຼວງວຽງຈັນ, ມີທ່ານ ອະນຸສິດ ອຸວອນ ພະນັກງານອົງການແຄຣ໌ ປະຈໍາແຂວງເຊກອງ ພ້ອມດ້ວຍພະນັກງານປະຈໍາສະໜາມພາກໃຕ້ (ສາລະວັນ, ເຊກອງ) ຂອງອົງການແຄຣ໌ ໄດ້ລົງຢ້ຽມຢາມໂຄງການພັນວັນ ຢູ່ບ້ານລະກາຍ ແລະ ມອບອຸປະກອນການແພດໃຫ້ສຸກສາລາທົ່ງແຄນ ເມືອງກະລຶມ ແຂວງເຊກອງ.
ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກໃຫຍ່ຕົ້ນຕໍຕາມພາລະບົດບາດໜ້າທີ່ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ໃນຕອນບ່າຍວັນທີ 14 ມັງກອນຜ່ານມານີ້, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງໂດຍໃຫ້ກຽດເປັນປະທານຂອງ ທ່ານ ບົວຄົງນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າຄະນະຈັດຕັ້ງສູນກາງພັກພ້ອມດ້ວຍພະນັກງານ-ລັດຖະກອນ ຫສນຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ

ສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການ ຈັດຕັ້ງສະຫະພັນແມ່ຍິງກຳລັງ ປກສ ຄົບຮອບ 60 ປີ (9 ມັງກອນ 1966-9 ມັງກອນ 2026) ໃນວັນທີ 15 ມັງກອນນີ້, ເຂົ້າຮ່ວມມີທ່ານ ພົຈວ ຫຸມພັນ ຜິວເຂັມພອນ ຄະນະພັກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ທ່ານ ພັອ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ຝຶກອົບຮົມກະກຽມການເລືອກຕັ້ງ ສສຊ ຊຸດທີ X ສສຂ ຊຸດທີ V

ເມືອງສິງ ແຂວງຫຼວງນໍ້າທາ ຝຶກອົບຮົມກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X, ສະພາປະຊາຊົນແຂວງ (ສສຂ) ຊຸດທີ V ແລະ ແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ຂຶ້ນໃນວັນທີ 15 ມັງກອນ 2026ນີ້ ຢູ່ທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສ ເມືອງ,ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ເມືອງໄຊຍະບູລີ ກະກຽມ ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ກອງປະຊຸມປືກສາຫາລື ກະກຽມເກັບກຳຂໍ້ມູນສະຖິຕິພົນລະເມືອງຜູ້ມີສິດປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊີກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຂຶ້ນໃນວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ອູ່ທອງຄໍາ ຄະນະປະຈໍາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ.
ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ສສກ ສົ່ງເສີມການສຶກສາຮຽນຮ່ວມເພື່ອເດັກພິການ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສົ່ງເສີມຄວາມເຂົ້າໃຈການສຶກສາຮຽນຮ່ວມສໍາລັບເດັກພິການໃນລະດັບສາກົນ ແລະ ນໍາສະເໜີສະພາບການ ພ້ອມສິ່ງທ້າທາຍຂອງການສຶກສາຮຽນຮ່ວມໃນ ສປປ ລາວ ເມື່ອວັນທີ 12 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ສສກ ແລະ ທ່ານ ໂນບູຢູກິ ຜູ້ຕາງໜ້າອາວຸໂສອົງການໄຈກາ ປະຈໍາລາວ ພ້ອມດ້ວຍຜູ້ແທນຈາກອົງການຄົນພິການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ