ບັນຍາກາດກະກຽມຕ້ອນຮັບປີໃໝ່ 2024 ໃນທົ່ວໂລກ

ບັນຍາກາດກະກຽມຕ້ອນຮັບປີໃໝ່ 2024 ໃນທົ່ວໂລກ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ບັນຍາກາດການກະກຽມຕ້ອນຮັບປີໃໝ່ 2024 ຢູ່ ຊິດນີ ປະເທດອົສຕຣາລີ ຊຶ່ງເປັນໜຶ່ງໃນບັນດານະຄອນໃຫຍ່ໃນໂລກໄດ້ຕ້ອນຮັບປີໃໝ່ໄວກ່ອນໝູ່ ຄືແຕ່ 8 ໂມງເຊົ້າຂອງວັນທີ 31 ທັນວາ, ຫຼາຍຄົນໄດ້ເຕົ້າໂຮມກັນຢູ່ທ່າກ່ຳປັ່ນ ໄຄຣຄູລາ (Circular) ເພື່ອຊອກບ່ອນຊົມການຍິງບັ້ງໄຟດອກໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່.
ສ່ວນຢູ່ ຍີ່ປຸ່ນ, ວັນສຸດທ້າຍຂອງປີ 2023, ປະຊາຊົນກະກຽມພາເຂົ້າໃນຄອບຄົວເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ . ໃນຕອນເຊົ້າ, ຫຼາຍຄົນໄດ້ພາກັນມາຊື້ເຄື່ອງຂອງ ໃນບັນດາຮ້ານຊັບພະສິນຄ້າຢູ່ນະຄອນຫຼວງໂຕກຽວ, ພິເສດແມ່ນສະບຽງອາຫານ. ປະຊາຊົນ ຍີ່ປຸ່ນ ມັກກິນ ຊູຊິ (Sushi) ໃນຄາບເຂົ້າສຸດທ້າຍຂອງປີພ້ອມກັບສະມາຊິກໃນຄອບຄົວ ຫຼື ເປັນຂອງຕ້ອນເມື່ອເຂົ້າຮ່ວມຄາບເຂົ້າຍາມທ້າຍປີ.
ໃນຂະນະທີ່, ບາງນະຄອນໃຫຍ່ ໃນອາເມຣິກາ ໄດ້ຜັນຂະຫຍາຍບັນດາມາດຕະການປ້ອງກັນຄວາມສະຫງົບຄວາມປອດໄພ ເພື່ອແນໃສ່ຮັບປະກັນວ່າປະຊາຊົນໄດ້ຕ້ອນຮັບປີໃໝ່ 2024 ດ້ວຍຄວາມມ່ວນຊື່ນ. ບັນດາມາດຕະການດັ່ງກ່າວໄດ້ດຳເນີນໃນຂະນະທີ່ອົງການສືບສວນ (FBI) ແລະ ບາງອົງການດ້ານການປ້ອງກັນຄວາມສະຫງົບຂອງ ອາເມຣິກາ ກ່າວເຕືອນກ່ຽວກັບໄພນາບຂູ່ອາດຈະເກີດຂຶ້ນໃນວັນບຸນ.
ສ່ວນຢູ່ ຝຣັ່ງ, ອຳນາດການປົກຄອງກໍຜັນຂະຫຍາຍຕຳຫຼວດຫຼາຍກ່ວາ 90.000 ຄົນໃນທົ່ວປະເທດ, ໃນນັ້ນ, ສະເພາະຢູ່ນະຄອນຫຼວງ ປາຣີ ແມ່ນ 50.000 ຄົນ, ເພື່ອຮັບປະກັນຄວາມປອດໄພ ໃນບັນດາການເຄື່ອນໄຫວຕ້ອນຮັບປີໃໝ່ 2024 ໃນສະພາບຖືກກ່າວເຕືອນໄພກໍ່ການຮ້າຍຢູ່ໃນລະດັບສູງສຸດ.

ຄໍາເຫັນ

ຂ່າວຕ່າງປະເທດ

ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ອີ ວາຍັນ ກອສເຕີ ເຈົ້າແຂວງບາຫຼີ ປະເທດອິນໂດເນເຊຍ ກ່າວວ່າ: ເຈົ້າໜ້າທີ່ຂອງເກາະບາຫຼີ ກຽມຍົກລະດັບຄວາມເຂັ້ມງວດການກວດສອບນັກທ່ອງທ່ຽວຕ່າງປະເທດໃນປີ 2026. ໂດຍຈະລວມມີການກວດສອບສະຖານະພາບທາງການເງິນ, ໄລຍະເວລາພັກເຊົາ ແລະ ກິດຈະກຳທີ່ວາງແຜນໄວ້, ເພື່ອຈຸດປະສົງສົ່ງເສີມການທ່ອງທ່ຽວທີ່ມີຄຸນນະພາບ.
ມຽນມາ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງ

ມຽນມາ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງ

ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 2 ມັງ​ກອນ​ ຜ່ານມານີ້, ຄະ​ນະ​ກຳ​ມະ​ການການ​ເລືອກ​ຕັ້ງ​ສະ​ຫະ​ພາບ​ມຽນ​ມາ​ ໄດ້​ປະ​ກາດ​ລາຍ​ຊື່​ຈຳ​ນວນ​ໜຶ່ງ​ ຂອງ​​ຜູ້​ທີ່ໄດ້​ຮັບ​ການ​ເລືອ​ກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃນຮອບ​ທີ​ໜຶ່ງ​ຂອງ​ການ​ເລືອກ​ຕັ້ງ​​ທົ່ວ​ປະ​ເທດ ​ຜ່ານ​ທາງ​ໂທ​ລະ​ພາບ. ລາຍຊື່ດັ່ງກ່າວສ່ວນໃຫຍ່ແມ່ນປະກອບດ້ວຍ​ສະ​ມາ​ຊິກສະ​ພາ​ຂອງ​ສະ​ພາ​ປະ​ຊາ​ຊົນ ແລະ ສະ​ພາ​ຊົນເຜົ່າຂອງສະພາແຫ່ງຊາດ ພ້ອມ​ດ້ວຍ​ສະ​ມາ​ຊິກ​ສະ​ພາ​ລະ​ດັບ​ແຂວງ​ຈຳ​ນວນ​ໜຶ່ງ. ລາຍ​ຊື່​ດັ່ງ​ກ່າວ​ຈະ​ປະ​ກາດອອກມາ​ເທື່ອ​ລະ​ກ້າວ​ໃນຫຼາຍ​ມື້ຕໍ່ໜ້າ.
ອິນເດຍສັ່ງໃຫ້ X Corp., ຄວບຄຸມເນື້ອຫາລາມົກຈາກ chatbot AI Grok

ອິນເດຍສັ່ງໃຫ້ X Corp., ຄວບຄຸມເນື້ອຫາລາມົກຈາກ chatbot AI Grok

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ມັງກອນ ຜ່ານມາວ່າ: ລັດຖະບານອິນເດຍໄດ້ສັ່ງໃຫ້ X Corp., ຊຶ່ງເປັນບໍລິສັດແມ່ຂອງ AI chatbot Grok ປ້ອງກັນບໍ່ໃຫ້ມີການສ້າງເນື້ອຫາທີ່ລາມົກ ແລະ ມີການຊີ້ນຳທາງເພດຢ່າງຈະແຈ້ງ ແລະ ໃຫ້ສົ່ງບົດລາຍງານການປະຕິບັດຕາມພາຍໃນ 72 ຊົ່ວໂມງ.
70% ຂອງບໍລິສັດຍີ່ປຸ່ນ ຄາດວ່າເສດຖະກິດຈະມີການເຕີບໂຕໃນປີ 2026

70% ຂອງບໍລິສັດຍີ່ປຸ່ນ ຄາດວ່າເສດຖະກິດຈະມີການເຕີບໂຕໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຜົນການສຳຫຼວດໂດຍ Kyodo News ຊຶ່ງເຜີຍແຜ່ຫວ່າງມໍ່ໆມານີ້ຊີ້ໃຫ້ເຫັນວ່າ: ບໍລິສັດຂະໜາດໃຫຍ່ຂອງຍີ່ປຸ່ນ ປະມານ 70% ຄາດວ່າເສດຖະກິດພາຍໃນປະເທດຈະມີການເຕີບໂຕໃນປີ 2026. ເຖິງຢ່າງໃດກໍຕາມ, ລາຄາສິນຄ້າທີ່ຍັງຢູ່ໃນລະດັບສູງ ລວມເຖິງນະໂຍບາຍພາສີທີ່ຮຸນແຮງຂອງສະຫະລັດ ອາເມຣິກາ ຖືກເບິ່ງວ່າຈະເຂົ້າມາຫຼຸດຜ່ອນການເພີ່ມຂຶ້ນຂອງຄ່າແຮງງານທີ່ຄາດວ່າຈະເພີ່ມຂຶ້ນ ແລະ ການຟື້ນຕົວຂອງການໃຊ້ຈ່າຍຂອງຄົວເຮືອນຫຼຸດລົງ.
ການຍິງ​ສົ່ງ​ດາວ​ທຽມ​ ແລະ ​ຍານ​ອະ​ວະ​ກາດ​​ຂອງ​ຈີນ​ໃນປີ 2025 ​ສ້າງ​ສະ​ຖິ​ຕິ​ເປັນ​ປະ​ຫວັດ​ສາດ

ການຍິງ​ສົ່ງ​ດາວ​ທຽມ​ ແລະ ​ຍານ​ອະ​ວະ​ກາດ​​ຂອງ​ຈີນ​ໃນປີ 2025 ​ສ້າງ​ສະ​ຖິ​ຕິ​ເປັນ​ປະ​ຫວັດ​ສາດ

ຂ່າວສານຊີອາໄອລາຍງານ ໃນທ້າຍອາທິດຜ່ານມາວ່າ: ອົງ​ການ​ການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ປີ 2025 ຜ່ານ​ມາ ຈີນ​ໄດ້​ບັນ​ລຸ​ການ​ບຸກ​ທະ​ລຸ​ຫຼາຍ​ຢ່າງ ແລະ​ ສ້​າງ​ສະ​ຖິ​ຕິ​ເປັນ​ຄັ້​ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: ການ​ບິນອ​ະ​ວະ​ກາດ​ບັນ​ທຸກ​ຄົນ, ການ​ສຳ​ຫຼວດ​ອະ​ວະ​ກາດ, ການ​ບິນ​ອະ​ວະ​ກາດ​ທາງ​ການ​ຄ້າ​ ແລະ​ ອື່ນໆ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຍູ້ແຮງຄວາມຄືບໜ້າໂຄງການລົງທຶນກໍ່ສ້າງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຍູ້ແຮງຄວາມຄືບໜ້າໂຄງການລົງທຶນກໍ່ສ້າງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ລົງນາມໂທລະເລກເລກທີ 2 ທີ່ອອກໃນວັນທີ 2 ມັງກອນ ຜ່ານມາ ກ່ຽວກັບການສືບຕໍ່ເພີ່ມທະວີ, ຍົກສູງປະສິດທິຜົນວຽກງານຄຸ້ມຄອງ ແລະ ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງບັນດາໂຄງການລົງທຶນໃຫ້ສຳເລັດ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.
ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ບັນດາການນຳໂລກສົ່ງສານອວຍພອນປີໃໝ່ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ມັງກອນ ຜ່ານມາວ່າ: ໃນສານຕ້ອນຮັບປີໃໝ່ 2026, ບັນດາການນຳໂລກໄດ້ສົ່ງຄຳອວຍພອນ ພ້ອມກັບຄຳຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ໃນນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ແມ່ນຄວາມວິຕົກກັງວົນ ແລະ ບຸລິມະສິດແຖວໜ້າກັບຫຼາຍປະເທດ. ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການສ້າງຕັ້ງສັນຕິພາບ ແລະ ຄວາມຍຸຕິທຳ.
ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ການເຊື່ອມໂຍງດ້ວຍ QR Code ນໍາເອົາແຮງຂັບເຄື່ອນໃໝ່ມາໃຫ້ຈີນ - ອາຊຽນ

ຂ່າວສານຊີອາໄອລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປີ 2026 ເປັນປີແຫ່ງການສ້າງຕັ້ງເຂດການຄ້າເສລີຈີນ-ອາຊຽນ ຄົບຮອບ 16 ປີ.​ ຄຽງຄູ່ກັບການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ ໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ການປ່ຽນແປງທີ່ສາມາດເຫັນ ແລະ ນໍາໃຊ້ໄດ້ທີ່ນັບມື້ນັບຫຼາຍຂຶ້ນນັ້ນ ພວມອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ກໍຄືການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ. ໃນນັ້ນ, ການເຊື່ອມໂຍງເຊື່ອມຈອດດ້ວຍ QR Code ກໍແມ່ນໜຶ່ງໃນການປ່ຽນແປງທີ່ໂດດເດັ່ນທີ່ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າຢູ່ໃນພາກພື້ນໃຫ້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ.
ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ການຄ້າເອເລັກໂຕຣນິກ ຫວຽດນາມ ເພີ່ມຄວາມໄວ ແລະ ບຸກທະລຸ ໄລຍະ 2026 – 2030

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ກ້າວເຂົ້າສູ່ປີ 2026, ການຄ້າເອເລັກໂຕຣນິກສືບຕໍ່ໄດ້ຮັບການຄາດຄະເນວ່າຈະແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕທີ່ສຳຄັນຂອງເສດຖະກິດດີຈີຕອນ ຫວຽດນາມ, ພິເສດໃນສະພາບການຫັນເປັນດີຈີຕອນທີ່ພວມດຳເນີນໄປນັບມື້ນັບເລິກເຊິ່ງ, ກວ້າງຂ້ວາງ ແລະ ຕະຫຼາດສາກົນໄດ້ເປີດໂອກາດໃໝ່ຫຼາຍຢ່າງ.
ເພີ່ມເຕີມ