ພິທີເປີດນຳໃຊ້ ຢ່າງເປັນທາງການ ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ

BIM Group ເປີດໃຫ້ບໍລິການ ໂຮງແຮມ ມາດຖານ ທີ່ມີສັນຍາລັກການຄ້າສາກົນແຫ່ງທີສອງ ຢູ່ນະຄອນຫຼວງວຽງຈັນ

BIM Group ເປີດໃຫ້ບໍລິການ ໂຮງແຮມ ມາດຖານ ທີ່ມີສັນຍາລັກການຄ້າສາກົນແຫ່ງທີສອງ ຢູ່ນະຄອນຫຼວງວຽງຈັນ
ກຸ່ມບໍລິສັດບີມ ແລະ ກຸ່ມບໍລິຫານໂຮງແຮມ IHG Hotels & Resorts ໄດ້ເປີດພິທີເປີດນຳໃຊ້ ຢ່າງເປັນທາງການ ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ, ວັນທີ 18 ຕຸລາ 2024,

 ທີ່ນະຄອນຫຼວງວຽງຈັນ. ໂຮງແຮມແຫ່ງນີ້, ເປັນໂຮງແຮມທີ່ນຳໃຊ້ຊື່ສັນຍາລັກການຄ້າມາດຕະຖານສາກົນແຫ່ງທີສອງ ຂອງກຸ່ມບໍລິສັດບີມ ໄດ້ສ້າງຕັ້ງຂຶ້ນ ແລະ ພັດທະນາ ຢູ່ ສປປ ລາວ ສືບຕໍ່ເນື່ອງຈາກການໄດ້ຮັບຜົນສຳເລັດຂອງໂຮງແຮມ ຄຣາວພລາຊ່າ ວຽງຈັນ.

ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ ເປັນໂຄງການໜຶ່ງ ທີ່ຂຶ້ນກັບໂຄງການໂຮງແຮມ 5 ດາວ ແບບຄົບວົງຈອນ-ສູນການຄ້າ ແລະ ຫ້ອງການໃຫ້ເຊົ່າເກຣດ A ໂດຍແມ່ນບໍລິສັດ BIM Group ແລະ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ຮ່ວມລົງທຶນພັດທະນາ. ເປັນໂຄງການແບບຢ່າງທີ່ພົ່ນເດັ່ນ ຊຶ່ງມີບົດບາດ ແລະ ຄວາມໝາຍສຳຄັນໃນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ - ຫວຽດນາມ.

ໂຄງການນຳໃຊ້ທຶນລົງທຶນ ທັງໝົດ 90.75 ລ້ານໂດລາ, ໃນນັ້ນໄລຍະທີ 1: ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນປີ 2017 ລວມມີ: ໂຮງແຮມ 5 ດາວ ຄຣາວພລາຊ່າ ວຽງຈັນ ແລະ ອາຄານຫ້ອງການໃຫ້ເຊົ່າ ທີ່ມີພື້ນທີ່ເຊົ່າ 6,000 ມ². ໄລຍະທີ 2: ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ, ຂະຫຍາຍກ້ວາງສູນຫ້ອງປະຊຸມໃຫຍ່ ແລະ ອາຄານຫ້ອງການໃຫ້ເຊົ່າ - ສູນສັບພະສິນຄ້າ ເກຣດ A.

ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ ຕັ້ງຢູ່ຈຸດໃຈກາງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊຶ່ງຢູ່ຫ່າງຈາກສະໜາມບິນສາກົນວັດໄຕ ໃຊ້ເວລາເດີນທາງພຽງ 15 ນາທີ ເທົ່ານັ້ນ ກໍຮອດສະຖານທີ່. ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ ລວມມີ 10 ຊັ້ນ, ມີ 275 ຫ້ອງ, ໃນນັ້ນມີ: 203 ຫ້ອງມາດຕະຖານ ແລະ 64 ຫ້ອງ Suite ມາດຕະຖານສູງ, ສູນຫ້ອງຈັດກອງປະຊຸມໃຫຍ່ ມີພື້ນທີ່ 3,000 ມ², ມີບັນດາຮ້ານອາຫານເອີຣົບ ແລະ ອາຊີ, ສູນອອກກໍາລັງກາຍ fitness center ມາດຕະຖານສາກົນ, ສູນການຄ້າ, ສູນຮ້ານອາຫານ food court ແລະ ອາຄານຫ້ອງການໃຫ້ເຊົ່າ ເກຣດ A.

ໃນບັນດາຊື່ສັນຍາລັກການຄ້າສາກົນຂອງກຸ່ມບໍລິຫານໂຮງແຮມ IHG, ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ມີຊື່ສຽງດ້ານການອອກແບບທັນສະໄໝ, ເນັ້ນໃຫ້ການບໍລິການແຂກ ທີ່ມາພັກຜ່ອນ, ຢ້ຽມຢາມເຮັດວຽກ ແລະ ທ່ອງທ່ຽວ. ການບໍລິການໃຫ້ມີຄວາມສະດວກສະບາຍ ແລະ ຄວາມໜ້າເຊື່ອຖື. ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ ເປັນອາຄານເຊື່ອມຕໍ່ກັນກັບໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ເປັນການເພີ່ມເຕີມປະສົມປະສານກັນທີ່ລົງຕົວ ແລະ ເໝາະສົມ ໃນການໃຫ້ບໍລິການຮັບໃຊ້ບັນດາ ແຂກ ທີ່ມາຢ້ຽມຢາມ ກໍຄືທ່ອງທ່ຽວ ນະຄອນຫຼວງວຽງຈັນ.

ໂຮງແຮມແຫ່ງນີ້, ເປັນຂີດໝາຍສໍາຄັນຂອງໂຄງການຄັ້ງທີ 6 ຢູ່ຫວຽດນາມ ແລະ ລາວ ທີ່ກຸ່ມບໍລິສັດ BIM Group ໄດ້ຮ່ວມມືກັບກຸ່ມບໍລິຫານໂຮງແຮມ IHG Hotels & Resorts, ສືບເນື່ອງຕໍ່ຈາກໂຮງແຮມ ແລະ ເຂດສະຖານທີ່ພັກຜ່ອນເຊັ່ນ: Regent Phu Quoc, Inter Continental Phu Quoc, Inter Continental Halong Bay, Inter Continental Thanh Xuan Valley ແລະ Crowne Plaza Vientiane.

ທ່ານ ດວນ ກ໊ວກ ຮຸຍ ຮອງປະທານບໍລິຫານ, ອຳນວຍການໃຫຍ່ ກຸ່ມບໍລິສັດ BIM Group, ໄດ້ແບ່ງປັນປະສົບການວ່າ: ໃນໄລຍະ 30 ປີທີ່ຜ່ານມາ, BIM Group ໄດ້ສຸມກຳລັງໃສ່ວຽກງານການສ້າງສາພັດທະນາ ຢ່າງບໍ່ຢຸດຢັ້ງ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ເປັນຈຸດຢືນໃຫ້ກັບຄູ່ຮ່ວມງານ ໃນການວາງແຜນຍຸດທະສາດການຕະຫຼາດ ຂອງກຸ່ມບໍລິຫານຄຸ້ມຄອງໂຮງແຮມ ທີ່ມີຊື່ສຽງລະດັບໂລກ. ພິເສດ ແມ່ນກຸ່ມບໍລິຫານ IHG Hotels & Resorts. ການປະສົບຜົນສຳເລັດຂອງໂຮງແຮມ ຄລາວພາຊ່າ ເປັນໂຮງແຮມລະດັບ 5 ດາວ ໄດ້ມາດຕະຖານສາກົນທຳອິດ ຢູ່ລາວ ຊຶ່ງໄດ້ພິສູດໃຫ້ເຫັນເຖິງຄວາມສາມາດ ແລະ ການໃຫ້ຄຳໝັ້ນສັນຍາຂອງພວກເຮົາ ໃນການສ້າງສາພັດທະນາໂຄງການ ໃຫ້ໄດ້ຮັບໝາກຜົນດີເດັ່ນກວ່າບັນດາຄູ່ແຂ່ງ ໃນຂົງເຂດພາກພື້ນການຕະຫຼາດ ທີ່ພວກຂ້າພະເຈົ້າໄດ້ລົງທຶນໃສ່ໂຄງການ.

ການປະກົດຕົວຂຶ້ນຂອງ ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ, ພວກຂ້າພະເຈົ້າ ຈະສືບຕໍ່ໃນການຢັ້ງຢືນເຖິງອຸດົມການ, ບໍ່ພຽງແຕ່ສ້າງໂຮງແຮມ ທີ່ມີຄຸນນະພາບສູງເທົ່ານັ້ນ, ແຕ່ຍັງຈະສ້າງສະຖານທີ່ດຶງດູດບັນດາແຂກ ແລະ ນັກລົງທຶນຮັບໃຊ້ບໍລິການຂອງໂຮງແຮມ ໃນລະດັບມາດຕະຖານສາກົນ, ໄດ້ກາຍໃບໜ້າໃໝ່ ແລະ ຍົກລະດັບເຂດສະຖານທີ່ ທີ່ມີ BIM Group ປະກົດຕົວຂຶ້ນ.

ໂຄງການນີ້, ບໍ່ພຽງແຕ່ເປັນຂີດໝາຍສຳຄັນ ໃນການເດີນທາງເປັນເວລາ 30 ປີ ແຫ່ງການພັດທະນາກໍ່ສ້າງຂອງກຸ່ມບໍລິສັດ BIM Group, ແຕ່ຍັງເປັນສັນຍາລັກຂອງສາຍສຳພັນອັນເລິກເຊິ່ງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ: ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ ຈະກາຍເປັນຈຸດໝາຍທຳອິດ ໃນການຕ້ອນຮັບ ການບໍລິການແຂກທ່ອງທ່ຽວ, ການມາພັກເຊົ່າ, ການຈັດກອງປະຊຸມລະດັບສາກົນ,ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ການທ່ອງທ່ຽວ ຂອງນະຄອນຫຼວງວຽງຈັນ ກໍຄື ສປປ ລາວ.

ໃນພິທີເປີດນຳໃຊ້ ໂຮງແຮມ ຮໍລິເດ ອິນ ແອນ ສວິທສ໊ ວຽງຈັນ ໄດ້ດໍາເນີນໃນວາລະໂອກາດສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ ແລະ ລາວ ຄົບຮອບ 62 ປີ, ເປັນສັນຍາລັກແຫ່ງສາຍສໍາພັນອັນແໜ້ນແຟ້ນ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ. ນີ້ເປັນຂີດໝາຍສຳຄັນສະແດງໃຫ້ເຫັນໃນບັນດາໂຮງແຮມ ແລະ ສະຖານທີ່ພັກຜ່ອນ ຈຳນວນ 8 ແຫ່ງ ທີ່ກຸ່ມບໍລິສັດບີມ ໄດ້ພັດທະນາ ແລະ ເປີດນໍາໃຊ້ໃຫ້ບໍລິການຢູ່ ສສ ຫວຽດນາມ ແລະ ບັນດາປະເທດໄກ້ຄຽງ.

ກ່ຽວກັບກຸ່ມບໍລິສັດບີມ (BIM Group): BIM Group ເປັນໜຶ່ງໃນຖານະກຸ່ມບໍລິສັດໃຫຍ່ທາງເສດຖະກິດຫຼາກຫຼາຍຂະແໜງການທຸລະກິດ ຢູ່ ສສ ຫວຽດນາມ. ການດໍາເນີນທຸລະກິດຫຼັກ ມີບັນດາຂະ ແໜງການຄື: ພັດທະນາພື້ນຖານໂຄງສ້າງການທ່ອງທ່ຽວ ແລະ ລົງທຶນອະສັງຫາລິມາຊັບ, ຂະແໜງກະສິກຳ ແລະ ຜະລິດຕະພັນສິນຄ້າດ້ານບໍລິໂພກ, ຂະແໜງພະລັງງານທົດແທນ ແລະ ການບໍລິການທາງດ້ານການຄ້າ. ປັດຈຸບັນ, ກຸ່ມບໍລິສັດບີມ ແລະ ບັນດາບໍລິສັດ ສະມາຊິກທີ່ຂຶ້ນກັບ ໄດ້ລົງທຶນຢູ່ບັນດາແຂວງ, ນະຄອນ, ຕົວເມືອງໃຫຍ່ ຢູ່ປະເທດຫວຽດນາມ ແລະ ລາວ. ໃນທຸກໆຂະແໜງການລົງທຶນ, BIM Group ໄດ້ສ້າງຂີດໝາຍສຳຄັນ ແລະ ກະຕຸ້ນການດຳເນີນທຸລະກິດ ໂດຍຜ່ານການສົ່ງເສີມຫົວຄິດປະດິດສ້າງໃນທິດທາງຮູບແບບໃໝ່, ການພັດທະນາທີ່ຍືນຍົງ ແລະ ຮັກສາລະດັບການຂະຫຍາຍເສດຖະກິດທີ່ໝັ້ນຄົງ ດ້ວຍກຳລັງແຮງພາຍໃນປະເທດ ແລະ ທ່າແຮງຈາກພາຍນອກ ໂດຍຜ່ານວຽກງານການພົວພັນຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ. ນີ້ເປັນແຮງຊຸກຍູ້ໃຫ້ພວກຂ້າພະເຈົ້າ ໝູນໃຊ້ທ່າແຮງຂອງຕົນໄດ້ດີ ແລະ ພ້ອມທັງປັບກົນລະຍຸດໃນການແຂ່ງຂັນທາງດ້ານທຸລະກິດ ທີ່ໄດ້ຈາກປະສົບການກັບຄູ່ຮ່ວມທຸລະກິດດ້ວຍກັນ.

BIM Group ໃຫ້ຄຳໝັ້ນສັນຍາວ່າ: ຈະພັດທະນາເສດຖະກິດ ໄປພ້ອມກັບການສ້າງຜົນປະໂຫຍດ ໃນການຮັບໃຊ້ສັງຄົມ, ສ້າງຈຸດຢືນທີ່ໝັ້ນຄົງ ຮູບແບບ, ແຜນ, ລະບົບຂອງວິສາຫະກິດເອກະຊົນ, ປະກອບສ່ວນຊຸກຍູ້ການພັດທະນາໃຫ້ໝັ້ນຄົງຂອງພື້ນຖານເສດຖະກິດປະເທດ ສສ ຫວຽດນາມ. ເພື່ອຊອກຮູ້ຂໍ້ມູນເພີ່ມຕື່ມ ທ່ານ ສາມາດເຂົ້າເບິ່ງເວັບໄຊຂອງກຸ່ມບໍລິສັດ: www.bimgroup.com

ໂດຍ: ຫອມໄຊຍະເດດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ