ບໍລິຄໍາໄຊ ສົ່ງເສີມການລ້ຽງສັດ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດ

ບໍລິຄໍາໄຊ ສົ່ງເສີມການລ້ຽງສັດ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດ
(ໂດຍ: ຕະວິນຍານ) 
  ໃນໄລຍະ 3 ປີທີ່ຜ່ານມາ,ພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ດ້ວຍການຄົ້ນຄວ້າ, ກໍານົດວຽກງານຈຸດສຸມ ເພື່ອຄໍ້າປະກັນດ້ານສະບຽງອາຫານ, ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ,ໂດຍໄດ້ເອົາໃຈໃສ່ສົ່ງເສີມການຜະລິດຕິດພັນກັບການປຸງແຕ່ງຜົນຜະລິດກະສິກໍາ, ຜະລິດແນວພັນພືດ ແລະ ແນວພັນສັດ ແລະ ການຝຶກອົບຮົມຄວາມຮູ້ດ້ານວິຊາການໃຫ້ແກ້ຜູ້ຜະລິດ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າໃຫ້ນັບມື້ຫຼາຍຂຶ້ນເທື່ອລະກ້າວ; ເວົ້າສະເພາະການສົ່ງເສີມ ການລ້ຽງສັດເປັນກຸ່ມ,ເປັນຟາມ; ການຜະລິດລູກໝູ,ເປັດ-ໄກ່,ປາ,ກົບ ແລະ ໂຮງງານລູກຊີ້ນໃນປີ 2023 ຜ່ານມາ,ແມ່ນມີການຂະຫຍາຍຕົວດີພໍສົມຄວນ; ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ ໄດ້ກ່າວລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງບໍລິຄໍາໄຊຊຸດທີ IIໃນທ້າຍເດືອນທັນວາປີກາຍນີ້ວ່າ: ປີ 2023ໄດ້ສົ່ງເສີມກຸ່ມລ້ຽງງົວ ມີ 2 ກຸ່ມ ມີງົວ 1.557 ໂຕ ຄິດເປັນມູນຄ່າ 7,8 ຕື້ກີບ, ກຸ່ມລ້ຽງໝູມີ 2 ກຸ່ມ ຜະລິດໝູຊີ້ນໄດ້ 4.912 ໂຕ/ປີ ຄິດເປັນມູນຄ່າ 19,6 ຕື້ກີບ ກຸ່ມລ້ຽງແບ້ ມີ 5 ກຸ່ມ ມີແບ້ 576 ໂຕ ຄິດເປັນມູນຄ່າ 5 ຕື້ກີບ, ກຸ່ມລ້ຽງປາມີ 3 ກຸ່ມ ຜະລິດປາຊີ້ນໄດ້ 3.559 ໂຕນ/ປີ ຄິດເປັນມູນຄ່າ 113 ຕື້ກີບ. ການລ້ຽງງົວ-ຄວາຍ ນອກຈາກການລ້ຽງແບບຄອບຄົວແລ້ວ ພາຍໃນແຂວງບໍລິຄໍາໄຊ ຍັງມີຟາມ ລ້ຽງງົວ-ຄວາຍ ຂະໜາດນ້ອຍ ຈໍານວນ 48 ຟາມ ແລະ 1 ກຸ່ມ ມີງົວທັງໝົດ 2.848 ໂຕ, ໂຕແມ່ 1.399 ໂຕ, ໃນນີ້ ຟາມລ້ຽງງົວລູກພັນປະສົມ (ພັນພື້ນເມືອງ+ພັນບາຣາມັນ) ຈໍານວນ 22 ຟາມ, ມີພໍ່ພັນ 92 ໂຕ, ແມ່ພັນ 1.449 ໂຕຜະລິດລູກງົວພັນປະສົມໄດ້ 1.225 ໂຕ (ປັດຈຸບັນ ກໍາລັງປັບປຸງຟາມ ແລະ ແນວພັນ ໃຫ້ໄດ້ຕາມ ມາດຖານ ແລະ ເງື່ອນໄຂຂອງຕ່າງປະເທດຮັບຊື້ ເຊັ່ນ: ຜະລິດລູກງົວປະສົມ ພັນບາຣາມັນແດງ+ພັນພື້ນເມືອງ ແລະ ບັນຊາໂລເລ ໃຫ້ໄດ້ສາຍເລືອດປະສົມ 75% ມີນ້ໍາໜັກ ໃຫ້ໄດ້ 350 ກິໂລ/ໂຕ ຈຶ່ງສາມາດສົ່ງອອກໄປຂາຍປະເທດ ສປ ຈີນໄດ້).ມີກຸ່ມລ້ຽງແບ້ ມີ 5 ຟາມ 4 ກຸ່ມ ມີສັດທັງໝົດ 826 ໂຕ; ຟາມລ້ຽງໝູ ໃນທົ່ວແຂວງມີ 12 ຟາມ ແລະ 2 ກຸ່ມ ມີໝູ 15.339 ໂຕ ໃນນັ້ນ ມີ ແມ່ພັນ 1.990 ໂຕ, ພໍ່ພັນ 55 ໂຕ,ໝູນ້ອຍ 34.029 ໂຕ, ກໍາລັງລ້ຽງເປັນໝູຊີ້ນໄດ້ 14.796 ໂຕ; ຟາມລ້ຽງສັດປີກ (ໄກ່ ແລະ ເປັດໄຂ່) ທົ່ວແຂວງ ມີ 9 ຟາມ ມີສັດປີກທັງໝົດ 41.500 ໂຕ, ມີເປັດ 1.000 ໂຕ, ໃຫ້ຜົນຜະລິດໄຂ່ໄດ້ 793,7 ໂຕນ/ປີ,ມີກຸ່ມລ້ຽງປາດຸກພັນເປັນສິນຄ້າ ມີ 32 ຄອບຄົວ ມີຈໍານວນ 184 ໜອງ, ມີເນື້ອທີ່ 119.400 ຕາແມັດ ຜະລິດໄດ້ 3.223,80 ໂຕນ/ປີ. ລ້ຽງປານິນໃສ່ກະຊັງ ມີ 3 ກຸ່ມ ມີຈໍານວນ334 ກະຊັງ,ມີເນື້ອທີ່ 3.024 ຕາແມັດ ສະເລ່ຍນໍ້າໜັກປາ ຂາຍອອກ 0,8 ກິໂລ/1 ໂຕ ຜົນຜະລິດໄດ້ 2.434,86 ໂຕນ/ປີ  ຜະລິດລູກປາ ເພື່ອສະໜອງໃຫ້ປະຊາຊົນລ້ຽງ ມີທັງໝົດ 8 ຟາມ; ປີ 2023 ຜະລິດລູກປາໄດ້ 4.754.640 ໂຕ, ມູນຄ່າ 3,8 ຕື້ກີບ. ສາມາດຕອບສະໜອງໃຫ້ແກ່ການລ້ຽງປາພາຍໃນແຂວງໄດ້ 90,2% ຂອງຄວາມຕ້ອງການລ້ຽງລູກປາຂອງປະຊາຊົນພາຍໃນແຂວງ. (ຄວາມຕ້ອງການທັງໝົດ 5.266.440 ໂຕ/ປີ) ແລະ ຍັງຕ້ອງການນໍາເຂົ້າເພີ່ມ 511.800 ໂຕ, ມູນຄ່າ 409 ລ້ານກີບ ເທົ່າກັບ 9%/ປີ. ຜະລິດລູກກົບ ເພື່ອສະໜອງໃຫ້ປະຊາຊົນລ້ຽງ ມີທັງໝົດ 6 ຟາມ, ຜະລິດລູກກົບໄດ້ 590.000 ໂຕ, ມູນຄ່າ 472 ລ້ານກີບ; ສາມາດຕອບສະໜອງໃຫ້ແກ່ການລ້ຽງກົບພາຍໃນແຂວງ ໄດ້ 65,6% ຂອງຄວາມຕ້ອງການລ້ຽງລູກກົບ. (ຄວາມຕ້ອງການທັງໝົດ 900.000 ໂຕ/ປີ) ແລະ ຍັງຕ້ອງການນໍາເຂົ້າເພີ່ມ 310.000 ໂຕ, ມູນຄ່າ 248 ລ້ານກີບ ເທົ່າກັບ 34,4%/ປີ. ສໍາລັບການຜະລິດລູກຊີ້ນຂອງ ໂຮງງານຜະລິດລູກຊີ້ນ ບ້ານໂພນງາມ ເມືອງປາກຊັນ ປີ 2023 ສາມາດຜະລິດລູກຊີ້ນ ໄດ້ 261 ໂຕນ/ປີ ມູນຄ່າ 6,26 ຕື້ກີບ ໂຮງງານຜະລິດລູກຊີ້ນ ບ້ານນາໄຊ ເມືອງທ່າພະບາດ ປີ 2023 ສາມາດຜະລິດລູກຊີ້ນ ໄດ້ 134,4 ໂຕນ/ປີ ມູນຄ່າ 3,22 ຕື້ກີບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ