ບໍລິສັດ ອາຊີ-ໂປຕາສ ສາກົນ ມອບທຶນຊ່ວຍເຫຼືອນາຍແລະພົນຕໍາຫຼວດໃນວຽກງານປ້ອງກັນຄວາມສະຫງົບປີໜຶ່ງ 3 ແສນໂດລາ

ບໍລິສັດ ອາຊີ-ໂປຕາສ ສາກົນ ມອບທຶນຊ່ວຍເຫຼືອນາຍແລະພົນຕໍາຫຼວດໃນວຽກງານປ້ອງກັນຄວາມສະຫງົບປີໜຶ່ງ 3 ແສນໂດລາ
ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ  ແລະ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ຊຶ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ໂຄງການກອງທຶນອຸດໜູນຊ່ວຍນາຍແລະພົນຕໍາຫຼວດໃນວຽກງານປ້ອງກັນຄວາມສະຫງົບ ຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ.ຮ່ວມລົງນາມໃນຄັ້ງນີ້ລະຫວ່າງທ່ານ ພົນຕີ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ,  ທ່ານ ຖຸງ ຢຸ້ງເຫິງຮອງຜູ້ອຳນວຍການໃຫຍ່ ບໍລິສັດ ອາຊີ-ໂປຕາສ ສາກົນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ພົນຕີ ທອງສຸກ ຍ່າເອີລາວລີ ຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ແລະ ການນໍາຂອງກະຊວງ ພ້ອມດ້ວຍບັນດາພະນັກງານການນໍາທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງໃນການລົງນາມດັ່ງກ່າວແມ່ນສ້າງຕັ້ງກອງທຶນ ເພື່ອສົ່ງເສີມ ແລະ ປັບປຸງລະບົບນະໂຍບາຍອຸດໜູນຕໍ່ນາຍ ແລະ ພົນຕໍາຫຼວດໃນການປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບ, ບົນພື້ນຖານລະບຽບ, ກົດໝາຍ ແລະ ນະໂຍບາຍກ່ຽວກັບການດູແລເບິ່ງແຍງນາຍ ແລະ ພົນຕໍາຫຼວດ ແລະຄອບຄົວພວກເພິ່ນ ທີ່ໄດ້ປະກອບສ່ວນໃນການປົກປັກຮັກສາຄວາມສະຫງົບຂອງຊາດຊຶ່ງແມ່ນມາດຕະການເຂັ້ມແຂງ ລະຫວ່າງພາກ ລັດ ແລະ ວິສາຫະກິດ ທີ່ຮ່ວມກັນສ້າງຕັ້ງສະຫວັດດີການສັງຄົມ ແລະ ການຮັບປະກັນ ແບບຫຼາຍລະດັບຂອງລາວ.ແຕ່ລະປີບໍລິສັດ ອາຊີ-ໂປຕາສ ສາກົນ ຈະມອບທຶນຊ່ວຍເຫຼືອ ຈໍານວນ 300.000 ໂດລາ ເພື່ອປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນຕຳຫຼວດ, ນັກປະຕິວັດອາວຸໂສ, ພະນັກງານບຳນານ, ຜູ້ໄດ້ຮັບບາດ¬ເຈັບ, ເສຍອົງຄະ ແລະ ຄອບຄົວຜູ້ເສຍຊີວິດໃນການປະຕິບັດໜ້າທີ່ ແລະ ມີຜົນງານຕໍ່ປະເທດຊາດ.ດັ່ງທີ່ຮູ້ກັນວ່າບໍລິສັດ ອາຊີ-ໂປຕາສ ສາກົນ ເປັນວິສາຫະກິດລະດັບສາກົນ ທີ່ສຸມໃສ່ການຂຸດຄົ້ນແຮ່ເກືອໂປຕາສ, ຜະລິດແລະຈໍາໜ່າຍຝຸ່ນໂປຕາສ, ບໍລິສັດໄດ້ນຳໃຊ້ທຶນເຂົ້າໃນການບໍລິຫານຄຸ້ມຄອງ, ໄດ້ພັດທະນາກາຍເປັນຖານການຜະລິດຝຸ່ນໂປຕາສ ທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ຊຶ່ງໄດ້ສ້າງຊື່ສຽງລະດັບໂລກສໍາລັບຝຸ່ນໂປຕາສຂອງລາວ. ໃນຖານະວິສາຫະກິດທີ່ມີຄວາມເຂັ້ມແຂງ ແລະ ມີຄວາມຮັບຜິດຊອບສູງ, ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ປະຕິບັດຕາມຄວາມຮັບຜິດຊອບຕໍ່ສັງຄົມຢ່າງຕັ້ງໜ້າມາໂດຍຕະຫຼອດ, ເອົາໃຈໃສ່ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງລາວໃນຂົງເຂດຕ່າງໆ, ສະໜອງທຶນຊ່ວຍເຫຼືອຢ່າງກວ້າງຂວາງ ລວມທັງວຽກງານປ້ອງກັນຄວາມສະຫງົບ, ປ້ອງກັນຊາດ, ການສຶກສາ, ກິລາ, ກະສິກຳ ແລະ ຂົງເຂດອື່ນໆຊຶ່ງເປັນວິສາຫະກິດທີ່ມີຊື່ສຽງທາງສັງຄົມ. ບົດບັນທຶກຄວາມເຂົ້າໃຈກ່ຽວກັບກອງທຶນອຸດໜູນຊ່ວຍເຫຼືອວຽກງານປ້ອງກັນຄວາມສະຫງົບ ທີ່ໄດ້ລົງນາມຮ່ວມກັບກະຊວງປ້ອງກັນຄວາມສະຫງົບໃນຄັ້ງນີ້ ແມ່ນບໍລິສັດ ອາຊີ-ໂປຕາສ ສາກົນ ປະຕິບັດຕົວຈິງໃນການສະໜັບສະໜູນພາລະກິດປ້ອງກັນຄວາມສະຫງົບ ແລະຫຼຸດຜ່ອນພາລະດ້ານການເງິນຂອງກໍາລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ.
ໃນພິທີ ທ່ານ ຖຸງ ຢຸ້ງເຫິງ, ໄດ້ກ່າວວ່າ: ກໍາລັງປ້ອງກັນຄວາມສະຫງົບໄດ້ປະກອບສ່ວນອັນໃຫຍ່ຫຼວງ ໃນດ້ານຮັບປະກັນໃຫ້ວິສາຫະກິດສາມາດທໍາການຜະລິດ ແລະ ດຳເນີນທຸລະກິດຢ່າງປົກກະຕິ ແລະ ໄດ້ສ້າງສະພາບແວດລ້ອມທາງທຸລະກິດທີ່ປອດໄພໃຫ້ແກ່ນັກລົງທຶນ, ຊິຶ່ງເປັນຜົນງານທີ່ຍິ່ງໃຫຍ່. ອາຊີ-ໂປຕາສ ສາກົນ ສາມາດດຳເນີນການຜະລິດແລະການກໍ່ສ້າງທີ່ປອດໄພໃນເຂດນິຄົມອຸດສາຫະກຳໂປຕາສ ແລະ ອະໂປຕາສຢ່າງເປັນລະບຽບກໍຍ້ອນຜົນປະໂຫຍດຈາກສະພາບແວດລ້ອມທີ່ດີໃນການດຳເນີນທຸລະກິດຂອງ ສປປລາວ, ຈຸດປະສົງຂອງທຶນດັ່ງກ່າວແມ່ນເພື່ອສະໜັບສະໜູນການພັດທະນາຂອງສັງຄົມລາວໃຫ້ໝັ້ນຄົງ ແລະ ເປັນລະບຽບຮຽບຮ້ອຍ, ຫວັງວ່າຜ່ານທຶນດັ່ງກ່າວຈະເປັນການປະກອບສ່ວນສະໜັບສະໜູນທາງດ້ານເສດຖະກິດ,ຊ່ວຍເຫຼືອທາງດ້ານວັດຖຸ ແລະ ການເບິ່ງແຍງທາງດ້ານຈິດໃຈ ໃຫ້ແກ່ນາຍ ແລະ ພົນຕໍາຫຼວດ ແລະ ຄອບຄົວ ທີ່ມີຜົນງານໃນການປົກປັກຮັກສາສັງຄົມໃຫ້ມີສະຖຽນລະພາບ, ພ້ອມທັງສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນ ແລະ ການເອົາໃຈໃສ່ຕໍ່ສັງຄົມຂອງບໍລິສັດ ພ້ອມນັ້ນ ບໍລິສັດສະແດງຄວາມຂອບໃຈຕໍ່ເຈົ້າໜ້າທີ່ປະຕິບັດວຽກງານຄວາມປອດໄພຕໍ່ສາທາລະນະສ້າງສະພາບແວດລ້ອມທີ່ດີໃນການດຳເນີນທຸລະກິດ.
ທ່ານ ພົນຈັດຕະວາ ເຄນທະວີໄຊ ເພັດພະນາ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນຄວາມສະຫງົບ ສະແດງຄວາມຂອບໃຈຕໍ່ບໍລິສັດທີ່ໃຫ້ການຊ່ວຍເຫຼືອຢ່າງເອື້ອເຟື້ອເຜື່ອແຜ່ ພ້ອມທັງສະແດງຄວາມນັບຖື ແລະ ຊົມເຊີຍຢ່າງສູງຕໍ່ການປະກອບສ່ວນທີ່ພົ້ນເດັ່ນຂອງບໍລິສັດ ອາຊີ - ໂປຕາສ ສາກົນ. ທ່ານກ່າວຕື່ມວ່າ: ກະຊວງປ້ອງກັນຄວາມສະຫງົບ ເຊື່ອໝັ້ນວ່າການສ້າງໂຄງການທຶນຊ່ວຍເຫຼືອດັ່ງກ່າວ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຜັນຂະຫຍາຍການກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ, ການຮ່ວມມືສອງພັກ-ສອງລັດ ແລະ ປະຊາຊົນສອງຊາດຂອງພວກເຮົາ ເວົ້າລວມ, ເວົ້າສະເພາະແມ່ນການກະຕຸກຊຸກຍູ້ການຮ່ວມມືໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ.
ຂ່າວ-ພາບ:ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ