ໃນເນື້ອທີ່ຕາມການສຶກສາເບື້ອງຕົ້ນ 1,500 ເຮັກຕາ, ປະກອບມີໝາກໄມ້ 10 ຊະນິດຄື: ໝາກເງາະ, ຖົ່ວລຽນ, ນໍ້ານົມ, ມັງຄຸດ, ໝາກມ່ວງ, ໝາກກ້ຽງໃຫຍ່, ໝາກກ້ຽງ, ອະໂວຄາໂດ, ໝາກມີ້ ແລະ ໝາກຂຽບ.ບໍລິສັດ ດາດມີ ຟາມມິ້ງ ມີຊ່ຽວຊານຈາກພາຍໃນ ແລະ ຕ່າງປະເທດ ໃນການພັດທະນາໂຄງການກະສິກໍາດ້ານການປູກຝັງ, ຮັບປະກັນດ້ານຕະຫຼາດ ແລະ ມີຄວາມຮັບຜິດຊອບການລົງທຶນດ້ວຍຕົນເອງ, ສ່ວນການສຶກສາຄວາມເປັນໄປໄດ້ ແມ່ນຕ້ອງໄດ້ມາດຕະຖານເຕັກນິກທີ່ຂະແໜງການກ່ຽວຂ້ອງຂອງລັດວາງອອກ, ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປະເມີນຜົນກະທົບຕໍ່ສັງຄົມ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍສິ່ງແວດລ້ອມ ຂອງ ສປປ ລາວ, ປົກປັກຮັກສາສິ່ງແວດລ້ອມ ແລະ ຈ່າຍຄ່າເສຍຫາຍໃນກໍລະນີຫາກໄດ້ກໍຄວາມເສຍຫາຍໃຫ້ແກ່ສິ່ງແວດລ້ອມ, ຜົນລະປູກ ແລະ ຊັບສິນຂອງປະຊາຊົນ, ໃຫ້ການປະກອບສ່ວນຊ່ວຍເຫຼືອແກ່ທ້ອງຖິ່ນຕາມຄວາມເໝາະສົມ, ປະຕິບັດຕາມກົດໝາຍແຮງງານ ແລະ ພັນທະອື່ນໆຕາມລະບຽບກົດໝາຍ.
![]() |
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນການສຶກສາສໍາຫຼວດໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາຜ່ານມາ ຢູ່ທີ່ໂຮງແຮມຣີເວີເຣ່ຍ ເມືອງທ່າແຂກ, ຕາງໜ້າຝ່າຍອົງການປົກຄອງແຂວງຄໍາມ່ວນ ລົງນາມໂດຍທ່ານ ໝັ້ນຍືນ ຄີນສະໝອນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄໍາມ່ວນ ແລະ ຝ່າຍບໍລິສັດ ລົງນາມໂດຍ ທ່ານ ຫວຽນ ວັນ ຄວາ ປະທານ ບໍລິສັດ ດາດມີ ຟາມມິ້ງ ຈໍາກັດ, ໂດຍມີທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ແລະ ພາກສ່ວນກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
(ຂ່າວ-ພາບ: ກອງຄໍາ)
ຄໍາເຫັນ