ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້, ທາງລົດໄຟລາວ-ຈີນ ໄດ້ຈັດຕັ້ງປຸກລະດົມພະນັກງານເຮັດວຽກທັງເວັນ ແລະ ຄືນ ເພື່ອລົງເລິກກວດກາສະພາບແລວເສັ້ນທາງ, ອຸປະກອນກົນຈັກ ແລະ ສະຖານີລົດໄຟ ຢ່າງຖີ່ຖ້ວນຮອບດ້ານ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານຊາບວ່າ:
ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຕໍ່ຮ່າງລາຍງານການເມືອງ ແລະ ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V ຂຶ້ນໃນວັນທີ 24 ກໍລະກົດ ນີ້ ທີ່ ສປສສ, ພາຍໃຕ້ການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີບັນດາຄະນະປະຈຳພັກ, ກຳມະການຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ສະມາຊິກພັກອາວຸໂສບໍານານນັກຄົ້ນຄວ້າປະລິນຍາເອກປະລິນຍາໂທ ເຂົ້າຮ່ວມ.
ສໍາມະນາວິທະຍາສາດ ປະກອບຄວາມຄິດເຫັນ ຕໍ່ຮ່າງເນື້ອໃນເອກະສານ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນ ວັນທີ 24 ກໍລະກົດນີ້ ທີ່ສະໂມສອນໃຫຍ່ຫຼັກ 4 ຂອງແຂວງ ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ມີບັນດາຄະນະປະຈໍາ, ກໍາມະການພັກແຂວງ ພ້ອມດ້ວຍ ພະນັກງານການນໍາ, ພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.
ຕໍ່ກັບສະພາບໄພພິບັດນໍ້າຖ້ວມທີ່ເກີດຂຶ້ນໃນວັນທີ 23 ກໍລະກົດ 2025 ທີ່ເມືອງພຽງ ແຂວງໄຊຍະບູລີ,
ອີງຕາມການເກັບກໍາຂໍ້ມູນເບື້ອງຕົ້ນຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຄັ້ງວັນທີ 23 ກໍລະກົດ 2025, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງພຽງ ໃນນາມກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ວັນທີ 23 ກໍລະກົດຜ່ານມາ ໄດ້ມີຝົນຕົກໜັກຢ່າງຕໍ່ເນື່ອງເຮັດໃຫ້ເກີດມີນໍ້າຖ້ວມເຮືອນ, ທົ່ງນາ, ໜອງປາ, ສັດລ້ຽງ ແລະ ອື່ນໆ ຂອງປະຊາຊົນ ທີ່ສົ່ງຜົນກະທົບໃຫ້ຄອບຄົວຂອງປະຊາຊົນ ຈໍານວນ 22 ບ້ານ, ມີ 892 ຄອບຄົວ.
ຕອນບ່າຍຂອງວັນທີ 23 ກໍລະກົດນີ້ ຢູ່ທີ່ຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະນຳອົງການປົກຄອງເມືອງ ໄດ້ຕ້ອນຮັບ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ພ້ອມກັບທີມງານ, ໃນໂອກາດທີມາມອບເຄື່ອງຊ່ວຍເຫຼືອຜູ້ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງເງິນ.
ວັນທີ 23 ກໍລະກົດນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ສະພາບນໍ້າຖ້ວມ ຢູ່ເມືອງຄູນຄໍາ ໂດຍມີທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄໍາ ພ້ອມຂະແໜງການກ່ຽວຂ້ອງຮ່ວມຕິດຕາມ.
ໃນລະຫວ່າງວັນທີ 22-23 ກໍລະກົດ 2025 ນີ້, ຢູ່ເມືອງນານ ແຂວງຫຼວງພະບາງ ໄດ້ເກີດມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ສາຍນໍ້ານານ ແລະ ນໍ້າຫ້ວຍຫຼາຍສາຍ ມີປະລິມານເພີ່ມຂຶ້ນ ລົ້ນຝັ່ງຖ້ວມເຮືອນ ແລະ ພື້ນທີ່ການຜະລິດ ຂອງປະຊາຊົນ ສ້າງຄວາມເສຍຫາຍເປັນບໍລິເວນກວ້າງ
ໃນວັນທີ 23 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງ ພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມ ຄະນະໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ແລະ ຊຸກຍູ້ການກະກຽມປັບປຸງກົງຈັກການຈັດ ຕັ້ງຢູ່ແຂວງບໍລິຄຳໄຊ, ໂດຍໃຫ້ການຕ້ອນຮັບ ຂອງທ່ານ ສອນທະນູ ທຳມະວົງ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ແລະ ໄດ້ພົບປະເຮັດວຽກ ນຳຄະ ປະຈຳພັກແຂວງ, ຄະນະປັບປຸງກົງຈັກການຈັດຕັ້ງແຂວງ ແລະ ຄະນະໂຄສະນາອົບຮົມ ແຂວງ ທີ່ຫ້ອງວ່າການແຂວງບໍລິຄຳໄຊ.
ວັນທີ 23 ກໍລະກົດນີ້, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍພະແນກການ, ຄະນະກຳມະການຄຸ້ມຄອງໄພພິບັດຂັນແຂວງ ແລະ ເມືອງ ໄດ້ລົງກວດກາຜົນກະທົບຈາກໄພພິບັດນ້ຳຖ້ວມຊຸ ຢູ່ເມືອງຄູນ ແຂວງຊຽງຂວາງ ໄດ້ເຮັດໃຫ້ນ້ຳໄຫຼເຂົ້າເຮືອນຊານຂອງປະຊາຊົນ, ເຮືອນຖືກນ້ຳຊຸໄຫຼເປ່ເພ, ເຂົ້ານາ, ເຄື່ອປູກ, ສັດລ້ຽງ ເສຍຫາຍ, ເສັ້ນທາງເປ່ເພ, ດິນເຊາະເຈື່ອນຖົມທາງເຮັດໃຫ້ການສັນຈອນມີຄວາມຫຍຸ້ງຍາກຢູ່ເຂດເທສະບານເມືອງຄູນ ມີ 4 ບ້ານ ໄດ້ຮັບຜົນກະທົບທີ່ຢູ່ອາໄສມີ: ບ້ານສີພົມ, ເພຍວັດ, ນາສີ ແລະ ບ້ານໂພນແຍງ, ມີ 84 ຫຼັງຄາເຮືອນ, ມີ 582 ຄົນ ຊຶ່ງໄດ້ຍ້າຍໄປທີ່ປອດໄພແລ້ວ.
ໃນວັນທີ 22 ກໍລະກົດ ນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ພາຍ ໃຕ້ຄໍາຂວັນ ‘‘70 ປີ ມີໄຊ ເຕີບໃຫຍ່ເຂັ້ມແຂງພັດທະນາແມ່ຍິງກ້າວໄກ ທັນສະໄໝ” ໂດຍການໃຫ້ກຽດ ເຂົ້າຮ່ວມຂອງສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ຫົວໜ້າ ຫສນຍ;ສະຫາຍ ນາງອາລີ ວົງໝໍ່ບຸນທຳ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ບັນດາສະຫາຍເລຂາໜ່ວຍພັກຮາກຖານ, ຄະນະບໍລິຫານງານສະຫະພັນກຳມະບານ, ຊາວໜຸ່ມ, ແມ່ຍິງ ພ້ອມດ້ວຍພັນລະຍາການນຳ, ພະນັກງານການນຳອາວຸໂສບຳນານເພດຍິງ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນ ຫສນຍ.
ຄໍາເຫັນ