![]() |
ພິທີມອບ-ຮັບ ຈັດຂຶ້ນໃນວັນທີ 22 ກໍລະກົດ 2026 ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໂດຍໃຫ້ກຽດຮັບເງິນສົມທົບຈາກ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍບັນດາການນໍາແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສໍາລັບໂຄງການປັບປຸງທາງຫຼວງແຫ່ງຊາດເລກທີ 12 ມີໄລຍະທາງຈາກເມືອງທ່າແຂກ ຫາ ດ່ານສາກົນນາເພົ້າ ຄວາມຍາວ 143,5 ກິໂລແມັດ ແລະ ປັບປຸງທາງເວັ້ນຕົວເມືອງທ່າແຂກ ຄວາມຍາວ 4 ກິໂລແມັດ ລວມຄວາມຍາວທັງໝົດ 147,5 ກິໂລແມັດ. ໂຄງການນີ້ນໍາໃຊ້ທຶນກູ້ຢືມດອກເບ້ຍຕໍ່າ ແລະ ທຶນຊ່ວຍເຫຼືອລ້າຈາກຣາຊະອານາຈັກໄທ ໂດຍເລີ່ມດໍາເນີນຕັ້ງແຕ່ເດືອນກໍລະກົດ 2025. ປັດຈຸບັນ ການກໍ່ສ້າງຕາມທັງ 2 ສັນຍາ ສາມາດປະຕິບັດໄດ້ 31,08% ແລະ ຄາດວ່າຈະສໍາເລັດໃນຕົ້ນປີ 2028. ຂ່າວ: ມະນີວັນ

ຄໍາເຫັນ