ພິທີເຊັນສັນຍາສໍາປະທານ (CA) ໂຄງການສໍາປະທານເນື້ອທີ່ດິນ 150 ເຮັກຕາ

ບໍລິສັດ ປາຄາເວຍ ຈະປູກໝາກແມັກຄາເດເມຍ ແລະ ຖົ່ວລຽນ ຢູ່ເມືອງປາກຊ່ອງ

ບໍລິສັດ ປາຄາເວຍ ຈະປູກໝາກແມັກຄາເດເມຍ ແລະ ຖົ່ວລຽນ ຢູ່ເມືອງປາກຊ່ອງ
ພິທີເຊັນສັນຍາສໍາປະທານ (CA) ໂຄງການສໍາປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກແມັກຄາເດເມຍ ແລະ ຖົ່ວລຽນ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກ ຢູ່ບ້ານພະໜວນດົງ ເມືອງປາກຊ່ອງ ແຂວງຈໍາປາສັກ ລະຫວ່າງ ອົງການປົກຄອງແຂວງຈໍາປາສັກ

 ແລະ ບໍລິສັດ ປາຄາເວຍ ບໍລະເວນປາກຊ່ອງ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ພະແນກແຜນການ ແລະ ການລົງທຶນແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ມີພະແນກການກ່ຽວຂ້ອງ, ເມືອງ ແລະ ອໍານວຍການບໍລິສັດເຂົ້າຮ່ວມ.

ໃນພິທີ ເຊັນສັນຍາສໍາປະທານຄັ້ງນີ້, ຕາງໜ້າອົງການປົກຄອງແຂວງເຊັນໂດຍທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ທ່ານ ຄໍາ ນິລະວົງ ວ່າການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້, ທ່ານ ບຸນລິດ ເທບບຸນສູງ ວ່າການເຈົ້າເມືອງປາກຊ່ອງ ແລະ ຝ່າຍບໍລິສັດເຊັນໂດຍທ່ານ ເລວັນຍາ ອໍານວຍການບໍລິສັດ ປາຄາເວຍ ບໍລະເວນ ປາກຊ່ອງ ຈໍາກັດຜູ້ດຽວ, ທ່ານ ເລວັນເກືອງ ຕາງໜ້າບໍລິສັດ ຂັນໄຊພັດທະນາກະສິກໍາ ຈໍາກັດຜູ້ດຽວ.

(ຂ່າວ-ພາບ: ຈັນທະວີສັກ ເຊັນສຸດໃຈ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ  ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ຫຼວງນໍ້າທາ ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203

ໃນວັນທີ 25 ເມສາຜ່ານມາ ຢູ່ທີໂຮງແຮມດອກຈໍາປາ ໄດ້ເຊັນສັນຍາຮັບເໝົາສ້ອມແປງທາງຫຼວງແຂວງໂຄງການຟື້ນຟູໄພພິບັດ ວຽກສ້ອມແປງທາງຫຼວງແຂວງ ເລກທີ 1502, 1503, 1504 ແລະ 2203 ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງນໍ້າທາ (ເຈົ້າຂອງໂຄງການ) ແລະ ບໍລິສັດ ໂຊກມຸງຄຸນການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ (ຜູ້ຮັບເໝົາ) ໄລຍະການກໍ່ສ້າງ 6 ເດືອນ ລວມ 9 ໂຄງການ ມຸນຄ່າ 144,079,989,000 ກີບ ໂດຍແມ່ນງົບປະມານລັດຖະບານ 100% (ບ້ວງຟື້ນຟູໄພພິບັດ).
ບໍລິຄໍາໄຊ ເປີດນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການເຕັກນິກກະສິກໍາປ່າໄມ້

ບໍລິຄໍາໄຊ ເປີດນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການເຕັກນິກກະສິກໍາປ່າໄມ້

ໃນອາທິດຜ່ານມານີ້ ຢູ່ສູນທ່າກົກຄູນ ບ້ານປັດຊຸມ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ມີພິທີມອບ-ຮັບ ແລະ ເປີດການນໍາໃຊ້ໂຄງການປັບປຸງສູນສະຖານີບໍລິການກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ, ທ່ານ ນາງ ແວວມະນີ ຮອງຫົວໜ້າກົມພັດທະນາຊົນນະບົດ, ທ່ານ ດົງຈີນແບ່ ຜູ້ຈັດການໂຄງການ ຕາງໜ້າອົງການກອຍກາປະຈໍາລາວ.
ອຸດົມໄຊ ມອບ-ຮັບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດ

ອຸດົມໄຊ ມອບ-ຮັບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດ

ພິທີມອບ-ຮັບ ເງິນອຸດໜູນເທື່ອດຽວຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ງວດ I ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 28 ເມສານີ້ ທີ່ຫ້ອງປະຊຸມ ຫ້ອງການປະກັນສັງຄົມແຂວງອຸດົມໄຊ, ໂດຍການເຂົ້າຮ່ວມຂອງທ່ານ ສຸຫວັດ ມະຫາວົງສະໜັ່ນ
ເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳມະກອນສາກົນ  (ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ ຄົບຮອບ 139 ປີ(1/5/1886-1/5/2025)

ເສີມຂະຫຍາຍມູນເຊື້ອອັນດີງາມຂອງກຳມະກອນສາກົນ (ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ ຄົບຮອບ 139 ປີ(1/5/1886-1/5/2025)

ໂດຍ: ພູວັນ ໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງແມ່ນພັກຂອງຊົນຊັ້ນກຳມະກອນລາວໄດ້ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີເລີດຂອງຊົນຊັ້ນກຳມະກອນສາກົນ; ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍເປັນຕົ້ນມາຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍໄດ້ຈັດຕັ້ງການສະເຫຼີມສະຫຼອງ
ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີເປີດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຄໍາຂັວນ “ສີມືແຮງງານລາວກ້າວສູ່ພາກພື້ນ ແລະ ສາກົນ” ຂຶ້ນໃນວັນທີ 28 ເມສານີ້,
1 ພຶດສະພາ ​ເປັນວັນ​ບຸນ​ໃຫຍ່​ຂອງ​ຊົນ​ຊັ້ນ​ກຳມະກອນ​ໃນທົ່ວໂລກ

1 ພຶດສະພາ ​ເປັນວັນ​ບຸນ​ໃຫຍ່​ຂອງ​ຊົນ​ຊັ້ນ​ກຳມະກອນ​ໃນທົ່ວໂລກ

ໂດຍ: ພູວັນ ​ ເນື່ອງ​ໃນ​ໂອກາດວັນ​ກໍາມະກອນ​ສາກົນ 1 ພຶດສະພາ (1 ພຶດສະພາ 1886-1 ພຶດສະພາ 2025) ຄົບຮອບ 139 ປີ ຊຶ່ງເປັນວັນທີ່ມີຄວາມໝາຍ ຄວາມສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ກໍຄືກຳມະກອນໃນທົ່ວໂລກ ກຳມະກອນປຽບດັ່ງສາຍເລືອດໃຫຍ່ຂອງຊາດ ປະກອບສ່ວນເຂົ້າໃນການພັດທະນາສ້າງສາປະເທດຊາດ.
ເມືອງພຽງ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 139 ປີ

ເມືອງພຽງ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 139 ປີ

ເມືອງພຽງ ແຂວງໄຊຍະບູລີ ຈັດພິທີປາຖະກະຖາວັນກຳມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ຂຶ້ນໃນວັນທີ 28 ເມສານີ້ ທີຫ້ອງປະຊຸມຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາ ຂອງທ່ານ ບຸດສະກອນ ອິນທະລັງສີ ເຈົ້າເມືອງໆພຽງ.
ຍົກລະດັບຄວາມຮູ້ດ້ານການວັດແທກໃຫ້ວິຊາການ ທົ່ວປະເທດ

ຍົກລະດັບຄວາມຮູ້ດ້ານການວັດແທກໃຫ້ວິຊາການ ທົ່ວປະເທດ

ໃນລະຫວ່າງວັນທີ 28-29 ເມສານີ້ ທີ່ໂຮງແຮມໂຊກພັນຄໍາ ແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມ ກ່ຽວກັບວຽກງານການວັດແທກ ໃຫ້ວິຊາການພະແນກອຸດສາຫະກຳ ແລະ ການຄ້າທົ່ວປະເທດ ໂດຍເປັນປະທານຮ່ວມຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມ ມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ,
ເປີດໂຄງການ ສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກຂອງຊຸມຊົນ

ເປີດໂຄງການ ສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກຂອງຊຸມຊົນ

ກະຊວງສາທາລະນະສຸກ (ສທ) ໄດ້ຈັດພິທີເປີດໂຄງການ ສ້າງຄວາມເຂັ້ມແຂງທາງດ້ານສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກຂອງຊຸມຊົນ ໂດຍການຮ່ວມມືຈາກຫຼາຍພາກສ່ວນໃນການລົບລ້າງພະຍາດໃບໄມ້ໃນເລືອດ ໃນ ສປປ ລາວ, ໂດຍໄດ້ຮັບການຊ່ວຍເຫຼືອ ຈາກ ສປ ຈີນ ແລະ ສະວິດເຊີແລນ ຂຶ້ນໃນວັນທີ 28 ເມສາ 2025 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ
3 ເດືອນຕົ້ນປີ ມີຜູ້ອອກແຮງງານລາວໄປອອກແຮງງານຢູ່ຕ່າງປະເທດ 76,664 ຄົນ

3 ເດືອນຕົ້ນປີ ມີຜູ້ອອກແຮງງານລາວໄປອອກແຮງງານຢູ່ຕ່າງປະເທດ 76,664 ຄົນ

ປັດຈຸບັນ ສປປລາວ ມີພົນລະເມືອງ 7,849,209 ຄົນ, ມີຜູ້ອອກແຮງງານໃນເກນອາຍຸອອກແຮງງານ 15 ປີຂຶ້ນໄປມີ 5,382,000 ຄົນ ເທົ່າກັບ 47,26%; ແຮງງານທີ່ມີວຽກເຮັດງານທໍາ (ແຮງງານໃນລະບົບ) ມີ 2,475,000 ຄົນ ກວມເອົາ 2,5 ລ້ານຄົນ (ເທົ່າກັບ 97,6%) ຂອງກໍາລັງແຮງງານທັງໝົດ ແລະ ອັດຕາຫວ່າງງານ 61,000 ຄົນ (2,4%).
ເພີ່ມເຕີມ