ບໍລິສັດ ພູ​ເບ້ຍ ມາຍນິງ ຈັດກິດຈະກຳສະຫຼອງວັນອະນຸລັກສັດນ້ຳ-ສັດປ່າ ແລະ ວັນປ່ອຍປາແຫ່ງຊາດ

ບໍລິສັດ ພູ​ເບ້ຍ ມາຍນິງ ຈັດກິດຈະກຳສະຫຼອງວັນອະນຸລັກສັດນ້ຳ-ສັດປ່າ ແລະ ວັນປ່ອຍປາແຫ່ງຊາດ

ບໍລິສັດ ພູ​ເບ້ຍ ມາຍນິງ ຈັດກິດຈະກຳສະຫຼອງວັນອະນຸລັກສັດນ້ຳ-ສັດປ່າ  ແລະ ວັນປ່ອຍປາແຫ່ງຊາດ
ບໍລິສັດ ພູ​ເບ້ຍ ມາຍ​ນິງ​ ຮ່ວມ​ກັບ​ອຳນາດ​ການ​ປົກຄອງ​ແຂວງ​ໄຊ​ສົມບູນ ໄດ້​ປ່ອຍ​ລູກ​ປາ​ຈຳ ນວນ​ຫຼາຍ​ກວ່າ 22,000 ໂຕ​ລົງ​ ສູ່​ແຫຼ່ງ​ນ້ຳຢູ່​ແຂວງ​ໄຊ​ສົມບູນ ເນື່ອງ​ໃນ​ໂອກາດ​ສະຫຼອງວັນ ອະນຸລັກ​ສັດ​ນ້ຳ-​ສັດປ່າ ແລະ ວັນ​ປ່ອຍ​ປາ​ແຫ່ງ​ຊາດ ​ຄົບຮອບ 29 ປີ.

 

ກິດຈະກຳຂອງບໍລິສັດໃນວັນທີ 10 ກໍລະກົດ ໄດ້ຈັດຂຶ້ນເພື່ອສະຫຼອງເປັນເວລາສອງມື້ແມ່ນປະກອບມີຕາງໜ້າຈາກບໍລິສັດ ພູເບ້ຍ ມາຍນິງ, ອຳນາດການປົກຄອງແຂວງໄຊສົມບູນ, ຊຸມຊົນທ້ອງຖິ່ນ ແລະ ບ້ານນ້ຳໂມ້, ບ້ານນຳ້ຍອນ ແລະ ຕາແສງໄຊຊະນະ. ໃນໄລຍະການຈັດພິທີປ່ອຍປານັ້ນ, ໄດ້ມີການປ່ອຍລູກປາຈຳນວນ 5,000 ໂຕ ລົງສູ່ອ່າງນ້ຳງື່ມ 2 ຢູ່ທ່າເຮືອນາຕູ້ ຊຶ່ງເປັນຈຸດເຊື່ອມຕໍ່ທ່າເຮືອທີ່ສຳຄັນ ລະ

ຫວ່າງໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄຳພູຄຳ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງ ຄຳ-ເງິນ ບ້ານຫ້ວຍຊາຍ.

ພາຍໃນປີນີ້, ທາງບໍລິສັດໄດ້ມີການສະໜັບສະໜູນມອບລູກປາເປັນຈຳນວນຫຼາຍກວ່າ 17,000 ໂຕ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງອຳນາດການປົກຄອງແຂວງໄຊສົມບູນເຊັ່ນ: ລູກປາຈຳນວນກວ່າ 10,000 ໂຕ ໃຫ້ແກ່ເມືອງອະນຸວົງ 5,000 ໂຕ ໃຫ້ແກ່ເມືອງລ້ອງແຈ້ງ ແລະ 2,000 ໂຕ ໃຫ້ແກ່ກອງບັນຊາການທະຫານແຂວງໄຊສົມບູນ ເພື່ອເປັນການຮ່ວມສະເຫຼີມສະຫຼອງ ແລະ ນຳປາໄປປ່ອຍລົງສູ່ແຫຼ່ງນ້ຳຕ່າງໆ ອ້ອມຮອບແຂວງ. ນອກຈາກນັ້ນ, ຕາງໜ້າ ບໍລິສັດ ພູເບ້ຍ ມາຍນິງ ໄດ້ເຂົ້າຮ່ວມພິທີປ່ອຍປາໃນວັນທີ 13 ກໍລະກົດ ເພື່ອປ່ອຍລູກປາຫຼາຍກວ່າ 10,000 ໂຕລົງສູ່ນ້ຳຈັ້ງໃນເມືອງອະນຸວົງ.

ຕະຫຼອດໄລຍະການຈັດກິດຈະກຳປ່ອຍປາດັ່ງກ່າວນີ້, ຄວາມມຸ່ງໝັ້ນຂອງ ພູເບ້ຍ ມາຍນິງ ແມ່ນການສ້າງຈິດສຳນຶກໃຫ້ສັງຄົມເຫັນຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມໃນໄລຍະຍາວ. ໃນຖານະເປັນບໍລິສັດບໍ່ແຮ່ລະດັບໂລກທີ່ດຳເນີນງານຢູ່ ສປປ ລາວ ແລະ ອາຊີຕາເວັນອອກສ່ຽງໃຕ້, ການດຳເນີນງານ ແລະ ພະນັກງານຂອງບໍລິສັດມີພັນທະດຳເນີນວຽກງານໄປຄຽງຄູ່ກັບການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະລະບົບນິເວດສັດນ້ຳ. ບໍລິສັດຍັງສືບຕໍ່ຈັດຕັ້ງປະຕິບັດແຜນງານຕິດຕາມກວດກາດ້ານສິ່ງແວດລ້ອມຢ່າງເຂັ້ມງວດ ເພື່ອ

ຕິດຕາມສະພາບລະບົບນິເວດສັດນ້ຳ, ຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ຊະນິດພັນສັດນ້ຳທ້ອງຖິ່ນທົ່ວເຂດດຳເນີນງານຂອງຕົນ.

ທ່ານ ເດວິດ ຣີດ (David Reid) ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ພູເບ້ຍ ມາຍນິງ ໄດ້ກ່າວ ເຖິງການສະໜັບສະໜູນຂອງ ບໍລິສັດຕໍ່ລັດຖະບານຂັ້ນສູນກາງ ແລະ ຂັ້ນແຂວງ ໃນການປົກປັກຮັກສາສັດນ້ຳ ແລະ ສັດປ່າ.

ທ່ານ ເດວິດ ກ່າວວ່າ: “ໃນທຸກຂັ້ນຕອນຂອງການດຳເນີນງານ ນັບແຕ່ການສຳຫຼວດ, ການພັດທະນາໄປຈົນເຖິງການຜະ ລິດ, ພວກເຮົາພະຍາຍາມຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ຊີວິດຂອງສັດ

ນ້ຳພັນພື້ນບ້ານທີ່ອາໄສຢູ່ໃກ້ກັບໂຄງການພູຄຳ ແລະ ໂຄງການ ບ້ານຫ້ວຍຊາຍ.

“ພວກເຮົາເຮັດວຽກຮ່ວມກັບອຳນາດການປົກຄອງແຂວງໄຊສົມບູນ ເພື່ອຊ່ວຍເຜີຍແຜ່ຂໍ້ຄວາມກ່ຽວກັບການປົກປັກຮັກສາສັດນ້ຳ ແລະ ສັດປ່າໃຫ້ແກ່ຊຸມຊົນທ້ອງຖິ່ນໃນແຂວງໄຊສົມບູນ ພ້ອມທັງສະໜັບສະໜູນໂຄງ ການແຫ່ງຊາດຂອງລັດຖະບານ ປີ 2026 ທີ່ມີເປົ້າໝາຍປ່ອຍລູກປາໃຫ້ໄດ້ຫຼາຍກວ່າ 72 ລ້ານໂຕ ລົງສູ່ແມ່ນ້ຳລຳເຊ. ຂໍຂອບໃຈທີມງານພະແນກສິ່ງແວດລ້ອມ ແລະ ພະນັກງານທຸກຄົນທີ່ສືບຕໍ່ຈັດຕັ້ງປະຕິບັດຄຸນນະທຳດ້ານ ການເບິ່ງແຍງຮັກສາສິ່ງແວດ ລ້ອມ ແລະ ສະໜັບສະໜູນ ໃນວຽກງານການອະນຸລັກທີ່ຊຸມຊົນເປັນເຈົ້າການ ເພື່ອຜົນປະ ໂຫຍດໄລຍະຍາວຂອງລະບົບນິເວດທ້ອງຖິ່ນໃນແຂວງໄຊສົມບູນ”.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ທາງຫຼວງແຫ່ງຊາດເລກ 13 ໃຕ້ເຂດເມືອງໄຊທານີ ຫາເມືອງປາກງື່ມ ກຳລັງຂຸ້ນຂ້ຽວປູຢາງຂົ້ວ

ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນ, ທາງໂຄງການຜູ້ຮັບເໝົາກໍ່ສ້າງ ກໍຄື ລັດວິສະຫະກິດກໍ່ສ້າງທາງເລກ 8 ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັສຟານຊັ້ນ 1) ນັບແຕ່ກິໂລແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີ ຫາກິໂລແມັດທີ 50.2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ
ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ຫົວໜ້າ ຄຈສພ ລົງຊຸກຍູ້ວຽກງານ ຢູ່ຕາແສງຊ້າງມີໄຊ

ວັນທີ 2 ພະຈິກຜ່ານມານີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ວຽກງານຢູ່ຕາແສງຊ້າງມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມຄະນະນຳ ຂອງນະຄອນຫຼວງວຽງຈັນ, ເມືອງ ແລະ ຄະນະພັກ ຄະນະກຳມະການປົກຄອງຕາແສງ ຕະຫຼອດຮອດພະນັກງານ-ລັດຖະກອນ ຕາແສງຊ້າງມີໄຊ ເຂົ້າຮ່ວມ.
ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ອົງການກວດສອບແຫ່ງລັດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ປະກາດເລື່ອນຊັ້ນຜູ້ພິພາກສາ

ສານປະຊາຊົນສູງສຸດ ຈັດພິທີປະກາດເລື່ອນຊັ້ນຜູ້ພິພາກສາ ຈາກຜູ້ພິພາກສາຊັ້ນໜຶ່ງ ຂຶ້ນເປັນຜູ້ພິພາກ ສາຊັ້ນສອງ ໃນວັນທີ 4 ພະຈິກນີ້, ເປັນປະທານໂດຍ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີ ຫ້ອງການ, ກົມ, ຄະນະສານ ພ້ອມດ້ວຍສະຖາບັນ, ພະນັກງານ ແລະ ຜູ້ພິພາກສາ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

9 ເດືອນ ເມືອງໂຂງ ດຶງດູດນັກທ່ອງທ່ຽວ 1 ແສນເທື່ອກວ່າຄົນ

ທ່ານ ໄພວັນ ສໍຄົງສິນ ຫົວໜ້າໜ້າຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການທ່ອງທ່ຽວຢູ່ ເມືອງໂຂງ ຕໍ່ນັກຂ່າວໜັງສືພິມປະຊາຊົນ ໂອກາດທີ່ຄະນະຊ່ຽວຊານທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ພ້ອມດ້ວຍສື່ມວນຊົນຈາກສູນກາງ ເຄື່ອນໄຫວຢ້ຽມຢາມໂຄງການດັ່ງກ່າວ ລະຫວ່າງວັນທີ 29-31 ຕຸລາ ທີ່ຜ່ານມາ ວ່າ: ເມືອງໂຂງ ເປັນເມືອງໜຶ່ງ ທີ່ມີທ່າແຮງທາງດ້ານການທ່ອງທ່ຽວ ເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຊຶ່ງປັດຈຸບັນ ຄະນະນໍາແຂວງ ກໍໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ, ສົ່ງເສີມການທ່ອງທ່ຽວ ແລະ ຖືເປັນປາຍແຫຼມ ຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືເມືອງ.
ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເພີ່ມເຕີມ