ບໍລິສັດ ພູເບ້ຍ ມາຍນິງ ສຳເລັດໂຄງການປັບປຸງເສັ້ນທາງສາທາລະນະຢູ່ບ້ານນໍ້າຍອນ

ບໍລິສັດ ພູເບ້ຍ ມາຍນິງ ສຳເລັດໂຄງການປັບປຸງເສັ້ນທາງສາທາລະນະຢູ່ບ້ານນໍ້າຍອນ

ບໍລິສັດ ພູເບ້ຍ ມາຍນິງ ສຳເລັດໂຄງການປັບປຸງເສັ້ນທາງສາທາລະນະຢູ່ບ້ານນໍ້າຍອນ
ບໍລິສັດ ພູເບ້ຍ ມາຍນິິ້ງ ແຈ້ງໃຫ້ຮູ້ວ່າ ການບຳລຸງຮັກສາ ແລະ ປັບປຸງເສັ້ນທາງສາທາລະນະ ຢູ່ບ້ານນໍ້າຍອນທີ່ຢູ່ ໃກ້ເຂດໂຄງການຂຸດ ຄົ້ນ-ປຸງແຕ່ງ ທອງ-ຄຳ ພູຄຳ ໃນເມືອງອະນຸວົງແຂວງໄຊສົມບູນ ຕາມການສະເໜີຂອງອຳນາດການປົກຄອງທ້ອງຖິ່ນ ໄດ້ສຳເລັດ.
ບລສດ ພເບຍ ມາຍນງ ສຳເລດໂຄງການປບປງເສນທາງສາທາລະນະຢບານນາຍອນ - image 1
 

ການປັບປຸງເສັ້ນທາງໃນຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງຄວາມມຸ້ງໝັ້ນຂອງບໍລິສັດພູເບ້ຍ ມາຍນນິງ ໃນການສ້າງຜົນປະໂຫຍດໄລຍະ ຍາວໃຫ້ແກ່ປະຊາຊົນບ້ານນໍ້າຍອນ ແລະ ຊຸມຊົນໃກ້ຄຽງ ພ້ອມທັງຊ່ວຍຍົກລະດັບການເຊື່ອມໂຍງການຄົມມະນາຄົມໄປຍັງພື້ນ ທີ່ອື່ນໆ ໃນແຂວງໄຊສົມບູນ. ໂຄງການປັບປຸງເສັ້ນທາງທີ່ມີຄວາມຍາວ 4.2 ກິໂລແມັດ ເລີ່ມດຳເນີນໃນຕົ້ນເດືອນພຶດສະພາ ແລະ ສຳເລັດໃນທ້າຍເດືອນມິຖຸນາ 2026 ດ້ວຍງົບປະມານລວມ 95,836 ໂດລາ.

ການປັບປຸງເສັ້ນທາງ ເກີດຂຶ້ນພາຍຫຼັງທີ່ ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບການສະເໜີຈາກອຳນາດ ການປົກຄອງທ້ອງຖິ່ນ ໃຫ້ປັບປຸງເສັ້ນທາງບ້ານນໍ້າຍອນ ເນື່ອງຈາກເຫັນວ່າບໍ່ປອດໄພສຳລັບຜູ້ໃຊ້ຖະໜົນ. ທີມງານຂອງບໍລິສັດ ປະກອບດ້ວຍ ພະແນກບຳລຸງຮັກສາ ແລະ ສ້ອມແປງເສັ້ນທາງ, ພະແນກພົວພັນຊຸມຊົນ ແລະ ພະແນກຄວາມປອດໄພ ໄດ້ປະສານ ງານກັບຜູ້ຮັບເໝົາ, ປະຊາຊົນ ແລະ ຜູ້ໃຊ້ຖະໜົນ ເພື່ອໃຫ້ການປັບປຸງສຳເລັດຕາມແຜນ.

ພາຍຫຼັງສຳເລັດໂຄງການໃນວັນທີ 27 ມິຖຸນາ, ເສັ້ນທາງສາທາລະນະໄດ້ຮັບການລົງຫີນສອງຊັ້ນ ແລະ ຂະຫຍາຍເສັ້ນທາງບາງຈຸດເພື່ອ ຮອງຮັບປະລິມານການສັນຈອນທີ່ເພີ່ມຂຶ້ນ.

ທ່ານ ເດວິດ ຣີດ (David Reid), ຜູ້ອຳນວຍການໃຫຍ່ ຂອງ ບໍລິສັດ ພູເບ້ຍ ມາຍນິງ ໄດ້ໃຫ້ຮູ້ວ່າ:ບລິສັດໄດ້ພາກພູມໃຈໃນການສະໜັບ ສະໜູນໂຄງການພັດທະນາພື້ນຖານໂຄງລ່າງສາທາລະນະໃນແຂວງໄຊສົມບູນ. ນັບຕັ້ງແຕ່ເລີ່ມດຳເນີນງານ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ລົງທຶນຫຼາຍກວ່າ 100 ລ້ານໂດລາ ໃນການ ປັບປຸງເສັ້ນທາງສາທາລະນະຕາມເສັ້ນທາງຂົນສົ່ງຂອງບໍລິສັດ ແລະ ຊຸມຊົນໃກ້ຄຽງ. ບ້ານນໍ້າຍອນ ເປັນໜຶ່ງໃນຊຸມຊົນເຈົ້າພາບຂອງ ພວກເຮົາ ທີ່ໄດ້ຮັບປະໂຫຍດໂດຍກົງຈາກໂຄງການພັດທະນາຊຸມຊົນຂະໜາດນ້ອຍ ທີ່ບໍລິສັດໄດ້ລິເລີ່ມມາຕັ້ງແຕ່ປີ 2008.

ໂດຍປະຕິບັດຕາມຄຸນນະທໍາດ້ານນະວັດຕະກຳຂອງກຸ່ມບໍລິສັດກວ່າງຕົງ ຣາຍຊິງ ໂຮລດິງ ກຼຸບ (GDRH), ເປົ້າໝາຍຂອງພວກເຮົາ ຄື ການສືບຕໍ່ການດຳເນີນງານຢູ່ລາວໃນໄລຍະຍາວ ແລະ ຈະເພີ່ມການສະໜັບສະໜູນ ເພື່ອຊ່ວຍສ້າງອະນາຄົດທີ່ດີກວ່າໃຫ້ແກ່ຊຸມຊົນ ທ້ອງຖິ່ນໃນອີກຫຼາຍປີຕໍ່ໜ້າ” .

ການລົງທຶນດ້ານໂຄງສ້າງຖະໜົນອື່ນໆ ຂອງ ພູເບ້ຍ ມາຍນິ້ງ:

• ເສັ້ນທາງຂົນສົ່ງແຮ່: ນັບຕັ້ງແຕ່ປີ 2006, ບໍລິສັດ ພູເບ້ຍ ມາຍນິງ ໄດ້ລົງທຶນໃນການສ້ອມແປງ ແລະ ບຳລຸງຮັກສາເສັ້ນທາງ ຕາມເສັ້ນທາງຂົນສົ່ງແຮ່ເຂັ້ມຂຸ້ນຂອງບໍລິສັດ. ໂດຍສະເພາະ ເສັ້ນທາງເລກ 9 (ADB) ຈາກເມືອງທ່າບົກ, ແຂວງບໍລິຄຳໄຊ ໄປຫາໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄຳ.

• ເສັ້ນທາງສາທາລະນະ 5A: ໃນປີ 2013, ພູເບ້ຍ ມາຍນິ້ງ ໄດ້ລິເລີ່ມໂຄງການປັບແນວເສັ້ນທາງ ຄວາມຍາວປະມານ 4.7 ກິໂລແມັດ ຕາມເສັ້ນທາງ 5A ທີ່ເຊື່ອມໄປຫາເຂື່ອນນໍ້າງື່ມ 3 ລະຫວ່າງບ້ານນໍ້າຍອນ ແລະ ຂົວນໍ້າຍອນ ໃນເມືອງອະນຸວົງ. ການສ້ອມແປງ ແລະ ຍົກລະດັບເສັ້ນທາງ 5A ໄດ້ຊ່ວຍປູໜ້າທາງໃໝ່ ແລະ ເສີມຄວາມແຂງແຮງໃຫ້ເປີ້ນພູ ທີ່ມີຄວາມສ່ຽງຕໍ່ການເຊາະເຈື່ອນ ແລະ ດິນເຈື່ອນໃນໄລຍະລະດູຝົນ.

• ເສັ້ນທາງເລກ 12: ໃນປີ 2014, ນອກເຂດແຂວງໄຊສົມບູນ, ບໍລິສັດຍັງໄດ້ຮ່ວມມືກັບພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ໃນການຍົກລະດັບເສັ້ນທາງເລກ 12 ບາງຈຸດ ເລີ່ມຈາກກິໂລແມັດ 130. ເສັ້ນທາງສາຍນີ້ ເຊື່ອມຕໍ່ລະຫວ່າງດ່ານນາເພົ້າ, ແຂວງຄຳມ່ວນ ກັບ ດ່ານຈາລໍ, ປະເທດຫວຽດນາມ ເຊິ່ງເປັນເສັ້ນທາງຂົນສົ່ງແຮ່ທອງເຂັ້ມຂຸ້ນປະມານ 75% ຂອງບໍລິສັດ.

• ເສັ້ນທາງເບຕົງຢູ່ບ້ານນ້ຳໂມ້: ໃນປີ 2022, ບໍລິສັດ ພູເບ້ຍ ມາຍນິິງ ໄດ້ລົງທຶນ 1,422,500 ໂດລາສະຫະລັດ ເພື່ອສ້າງເສັ້ນທາງເບຕົງທີ່ມີ ຄວາມຍາວ 2.728 ກິໂລແມັດ ກວ້າງ 6 ແມັດ ຈາກໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄຳ ໄປຫາໂຮງຮຽນມັດທະຍົມສົມບູນ ບ້ານນ້ຳໂມ້.(ແຫຼ່ງຂ່າວ ວຽງຈັນໃໝ່)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 5

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 5

ໃນວັນທີ 31 ສິງຫາຜ່ານມາ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 5, ມີສະຫາຍ ພົນຈັດຕະວາ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5, ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ຫົວໜ້າການເມືອງກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ອົງການ, ຫ້ອງ, ກອງພັນໃຫຍ່, ສູນຝຶກ, ກອງພັນ, ໂຮງໝໍ ແລະ ກອງຮ້ອຍເອກະລາດ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ຫົວໜ້າຫ້ອງການກົມຈຳນວນໜຶ່ງຂອງ ສນຊ

ມອບ-ຮັບໜ້າທີ່ຫົວໜ້າຫ້ອງການກົມຈຳນວນໜຶ່ງຂອງ ສນຊ

ໃນວັນທີ 28 ສິງຫາຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງການກົມຈຳນວນໜຶ່ງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າຫ້ອງການກົມ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ ສນຊ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ສ​ພ​ຂ ຄໍາມມ່ວນ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຢູ່ເມືອງຫີນບູນ

ສ​ພ​ຂ ຄໍາມມ່ວນ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຢູ່ເມືອງຫີນບູນ

ກອງປະຊຸມຕິດຕາມກວດກາ ແລະ ຊຸກຍູ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ ຈັດ​ຂຶ້ນ​ໃນ​ວັນ​ທີ 31 ສິງ​ຫາ​ຜ່ານ​ມາທີ່ ເມືອງ​ຫີນ​ບູນແຂ​ວງ​ຄຳ​ມ່ວນໂດຍການເປັນປະທານຮ່ວມຂອງ ທ່ານ ນິລະພົນ ສຸວັນນະລາດ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ, ທ່ານ ຄໍາສິງ ອໍລະວັນ ເລຂາຄະນະບໍລິຫານງານພັກເມືອງຫົວໜ້າສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫີນບູນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສສຊ ເຂດເລືອກຕັ້ງທີ 16 ແຂວງເຊກອງ ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງລະມາມ

ສສຊ ເຂດເລືອກຕັ້ງທີ 16 ແຂວງເຊກອງ ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງລະມາມ

ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ພ້ອມຄະນະ ໄດ້ລົງພົບປະ ແລະ ແລກປ່ຽນຄວາມຄິດເຫັນກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງລະມາມ ແຂວງເຊກອງໃນ​ວັນ​ທີ 31 ສິງ​ຫາ​ຜ່ານ​ມາ ໂດຍມີທ່ານ ດາວວີ ສວຍທະລັງສີ ເລຂາພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງລະມາມ, ມີການນໍາແຂວງ-ເມືອງ, ພະແນກ, ຫ້ອງການ, ຕາແສງ, ບ້ານ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມ.
ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຄົບ​ວົງ​ຈອນຢູ່​ບ້ານ​ໂພນ​ໄຊເມືອງ​ເຟືອງ

ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຄົບ​ວົງ​ຈອນຢູ່​ບ້ານ​ໂພນ​ໄຊເມືອງ​ເຟືອງ

ແຂວງວຽງ​ຈັນ​ໄດ້​ອະ​ນຸ​ມັດ​ໃຫ້ ບໍ​ລິ​ສັດ ​ຍອດ​ເພຍ​ຈັນ ​ການ​ລົງ​ທຶນແລະສົ່ງ​ເສີມ​ການ​ຄ້າການ​ຮ່ວມ​ທຶນຈຳ​ກັດສຶກ​ສາ​-ສຳຫຼວດຄວາມ​ເປັນ​ໄປ​ໄດ້ ໂຄງ​ການ​ສຳ​ປະ​ທານ​ດິນ​ລັດເພື່ອ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຄົບ​ວົງ​ຈອນ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວຢູ່​ບ້ານ​ໂພນ​ໄຊເມືອງ​ເຟືອງແຂວງວຽງ​ຈັນ, ໃນ​ເນື້ອ​ທີ່ 125 ເຮັກ​ຕາ.
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຕິດຕາມຊ່ວຍເຫຼືອປະຊາຊົນ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຕິດຕາມຊ່ວຍເຫຼືອປະຊາຊົນ

ວັນທີ 31 ສິງຫາ 2026 ນີ້, ທ່ານ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງຮອງລັດຖະມົນຕີປະທານຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ສົມທົບກັບ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງອຸດົມໄຊ ແລະ ອົງການທີ່ກ່ຽວຂ້ອງຂອງແຂວງ ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ ກຳລັງກອງບັນຊາການທະຫານແຂວງອຸດົມໄຊ ພ້ອມກັບປະຊາຊົນ ເຂດເທສະບານແຂວງ, ເມືອງໄຊ ແລະ ເຂດເມືອງນາໝໍ້ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ.
ທະຫານແຂວງອຸດົມໄຊ ເຄື່ອນໄຫວຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ

ທະຫານແຂວງອຸດົມໄຊ ເຄື່ອນໄຫວຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ

ວັນທີ 31 ສິງຫາ 2026 ນີ້, ທ່ານ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ເຄື່ອນໄຫວຕິດຕາມ ແລະ ນຳພາກຳລັງ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ຂອບເຂດເມືອງໄຊ.
ຄະນະຊ່ຽວຊານທະນາຄານໂລກ ພົບປະ ຮອງປະທານຄະນະກຳມະການປົກຄອງແຂວງຊຽງຂວາງ

ຄະນະຊ່ຽວຊານທະນາຄານໂລກ ພົບປະ ຮອງປະທານຄະນະກຳມະການປົກຄອງແຂວງຊຽງຂວາງ

ໃນວັນທີ31ສິງຫາ2026, ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ທ່ານນາງ ຄາມິລາ ຜູ້ຈັດການປະຈຳພາກພື້ນອາຊີ ແລະ ປາຊີຟິກ ພ້ອມດ້ວຍຄະນະຊ່ຽວຊານທະນາຄານໂລກ ແລະ ຄະນະຈາກສູນກາງ ເຂົ້າພົບປະທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ
ເມືອງໝື່ນປະຖາກະຖາ 4 ວັນປະຫວັດສາດ.

ເມືອງໝື່ນປະຖາກະຖາ 4 ວັນປະຫວັດສາດ.

ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທິປະຖາກະຖາ 4 ວັນປະຫວັດສາດຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ(13 ສິງຫາ 1950 – 13 ສິງຫາ 2026), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບ​ຮອບ 35 ປີ(15 ສິງຫາ 1991 - 15 ສິງຫາ 2026), ວັນຍຶດອໍານາດ(23 ສິງຫາ 1945 ແລະ 23 ສິງຫາ 1975 – 23 ສິງຫາ 2026 )ຄົບ​ຮອບ 81 ປີແລະ 51 ປີ, ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ (13 ສິງຫາ 1950 – 13 ສິງຫາ 2026) ຄົບຮອບ 76 ປີ, ໃນ​ວັນ​ທີ 31 ສິງ​ຫາ​ນີ້ ໂດຍ​ການເປັນປະທານຂອງທ່ານ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ຊຸກຍູ້ໂຄງການຍົກລະດັບເສັ້ນທາງຍຸດທະສາດ ດ່ານສາກົນໜອງນົກຂຽນ ຊາຍແດນລາວ-ກຳປູເຈຍ

ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ຊຸກຍູ້ໂຄງການຍົກລະດັບເສັ້ນທາງຍຸດທະສາດ ດ່ານສາກົນໜອງນົກຂຽນ ຊາຍແດນລາວ-ກຳປູເຈຍ

ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ຊຸກຍູ້ໂຄງການປັບປຸງ ແລະ ຍົກລະດັບເສັ້ນທາງ ແຕ່ທາງແຍກເສັ້ນ ທາງເລກທີ 13 ໃຕ້ ຫາ ດົງກະລໍ ມຸ່ງສູ່ດ່ານສາກົນໜອງນົກຂຽນ - ຕຣາປຽງກຽນ ຊາຍແດນລາວ-ກຳປູເຈຍ ເພື່ອພັດທະນາພື້ນຖານໂຄງລ່າງເຊື່ອມຈອດພາກພື້ນ.
ເພີ່ມເຕີມ