ບໍລິສັດບູຢອງລາວຈຳກັດໄດ້ຈັດພິທີມອບລົດເມຈຳນວນ 215 ຄັນໃຫ້ 8 ແຂວງພາກກາງ ແລະ ພາກໃຕ້ໃນວັນທີ 18 ກໍລະກົດຜ່ານມາ ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແຂວງສະຫວັນນະເຂດ ຊຶ່ງລົດເມຈຳ ນວນດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກບໍລິສັດບູຢອງລາວຈຳກັດ ມອບໃຫ້ບັນດາແຂວງຕ່າງໆ ເພື່ອນໍາໃຊ້ເຂົ້າໃນການບໍລິຫານວຽກງານຂອງພາກລັດໃນບັນດາແຂວງພາກກາງ ແລະ ພາກໃຕ້ ຊຶ່ງລວມມີ: ແຂວງໄຊສົມບູນ 20 ຄັນ, ບໍລິຄຳໄຊ 20 ຄັນ, ຄຳມ່ວນ 30 ຄັນ, ສະຫວັນນະເຂດ 45 ຄັນ, ສາລະວັນ 20 ຄັນ, ຈຳປາສັກ 40 ຄັນ, ເຊກອງ 20 ຄັນ ແລະ ແຂວງອັດຕະປື 20 ຄັນ. ຊຶ່ງເປັນລົດເມຂຽວ ໄດ້ຖືກແຈກຢາຍໃຫ້ແກ່ສຳນັກງານ-ພະແນກການ, ອົງການຂອງພາກລັດ. ໃນທົ່ວປະເທດໄດ້ຮັບລົດ 600 ຄັນມີມູນຄ່າ 12 ລ້ານໂດລາ. ຕາງໜ້າມອບຂອງທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງກະຊວງ ຍທຂ ແລະ ຕາງໜ້າກ່າວຮັບໂດຍທ່ານ ສຸພະສອນໄຊ ເພັດສີນໍລາດ ຮອງຫົວໜ້າພະແນກ ຍທຂ. ຈາກນັ້ນໄດ້ມອບຕໍ່ໃຫ້ 8 ແຂວງຢ່າງເປັນທາງການ. ຂ່າວ: ສະຫວັນນະເຂດ
ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ
ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ຄໍາເຫັນ