ບໍລິສັດ ວິໄຈສິນເຊື່ອ ເຕໂກກຸ ດາຕ້າແບງອ (Teikoku Databank) ເປີດເຜີຍວ່າ

ບໍລິສັດໃນຍີ່ປຸ່ນ ນຳໃຊ້ Generative AI ບໍ່ເຖິງ 20%

ບໍລິສັດໃນຍີ່ປຸ່ນ ນຳໃຊ້ Generative AI ບໍ່ເຖິງ 20%
ຂ່າວຕ່າງປະເທດລາຍງານໃນທ້າຍອາທິດຜ່ານມາວ່າ: ບໍລິສັດ ວິໄຈສິນເຊື່ອ ເຕໂກກຸ ດາຕ້າແບງອ (Teikoku Databank) ເປີດເຜີຍວ່າ: ປັດຈຸບັນມີບໍລິສັດຍີ່ປຸ່ນ

 

ບໍ່ເຖິງ 20% ທີ່ນຳໃຊ້ປັນຍາປະດິດຊ່ວຍສ້າງ(Generative AI ຫຼືGen AI) ມາໃຊ້ໃນການດຳເນີນງານຂອງບໍລິສັດ, ໂດຍສາເຫດຫຼັກແມ່ນມາຈາກຄວາມກັງວົນວ່າບໍລິສັດຍັງບໍ່ມີຄວາມຊ່ຽວຊານໃນດ້ານເຕັກໂນໂລຊີນີ້ພຽງພໍ.

ຂໍ້ມູນລະບຸວ່າ: ຄວາມກັງວົນກ່ຽວກັບຄວາມໜ້າເຊື່ອຖືຂອງ Generative AI ເປັນອີກສາເຫດໜຶ່ງທີ່ເຮັດໃຫ້ບໍລິສັດຍີ່ປຸ່ນຫຼາຍແຫ່ງລັງເລທີ່ຈະນຳເຕັກໂນໂລຊີນີ້, ເຖິງແມ່ນວ່າປັນຍາປະດິດຊ່ວຍສ້າງ ເລີ່ມໄດ້ຮັບຄວາມສົນໃຈຫຼາຍຂຶ້ນໃນຖານະເຄື່ອງມືທີ່ຊ່ວຍປັບປຸງປະສິດທິພາບທາງທຸລະກິດກໍຕາມ.ຈາກການສຳຫຼວດບໍລິສັດຂະໜາດກາງ ແລະ ຂະໜາດນ້ອຍ 4.705 ແຫ່ງ ພົບວ່າມີພຽງ 17,3% ເທົ່ານັ້ນທີ່ນໍາໃຊ້ Generative AI ແລ້ວ, ຂະນະທີ່ 26,8% ກຳລັງພິຈາລະນານຳເຕັກໂນໂລຊີດັ່ງກ່າວມາໃຊ້, ແຕ່ 48,4% ຍັງບໍ່ມີແຜນຈະນຳໃຊ້.

ຜົນການສຳຫຼວດທີ່ເຮັດຜ່ານທາງອອນລາຍ ເປີດເຜີຍໃຫ້ຮູ້ວ່າ, ຜູ້ຕອບແບບສອບຖາມ 54,1% ລະບຸວ່າ: ບັນຫາຫຼັກໆຄືການຂາດບຸກຄະລາກອນທີ່ມີທັກສະ ແລະ ຄວາມຮູ້ດ້ານການປະຕິບັດງານ. ນອກຈາກນີ້, ຜູ້ຕອບແບບສອບຖາມ 41,1% ຍັງສະແດງຄວາມສົງໄສກ່ຽວກັບຄວາມຊັດເຈນຂອງເນື້ອຫາທີ່ສ້າງໂດຍ AI ແລະ 39,1% ບໍ່ແນ່ໃຈວ່າມີວຽກໃດແນ່ທີ່ຈະໄດ້ຮັບປະໂຫຍດຈາກການນຳໃຊ້ AI ມາລວມເຂົ້າກັບການເຮັດວຽກ.

ນອກຈາກນີ້, ບໍລິສັດຕ່າງໆ ຍັງລະບຸເຖິງຄວາມຈຳເປັນທີ່ຈະຕ້ອງກຳນົດກົດລະບຽບພາຍໃນເພື່ອຮັບຜິດຊອບກໍລະນີທີ່ AI ສ້າງບັນຫາ, ຂໍ້ກົດໝາຍເຊັ່ນ: ລິຂະສິດ ແລະ ການຄຸ້ມຄອງຄວາມເປັນສ່ວນຕົວ, ຕະຫຼອດຈົນຄວາມສ່ຽງທີ່ຈະເກີດການຮົ່ວໄຫຼຂອງຂໍ້ມູນ.ໃນບັນດາກຸ່ມທີ່ກຳລັງນໍາໃຊ້ປັນຍາປະດິດຊ່ວຍສ້າງ ໃນປັດຈຸບັນມີພຽງ 19,5% ເທົ່ານັ້ນທີ່ມີການກຳນົດແນວທາງການໃຊ້ວຽກທີ່ຊັດເຈນ ຊຶ່ງບົ່ງບອກວ່າຫຼາຍອົງການຍັງບໍ່ໄດ້ກຽມຄວາມພ້ອມຢ່າງເຕັມທີ່.

ທ່ານນາງ ແພທອງທານ ຊິນນະວັດ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີໄທ

ສຳນັກຂ່າວສານຫວຽດນາມ ປະຈຳ ບາງກອກ ລາຍງານເມື່ອບໍ່ດົນມານີ້ ວ່າ:ທ່ານ ວັນມູຫະ ໝັດ ນໍ ມະທາ ປະທານສະພາແຫ່ງຊາດໄທ ໄດ້ດຳເນີນກອງປະຊຸມຄົບຄະນະຂອງສະພາຜູ້ແທນຣາຊະດອນ 493 ຄົນ ເພື່ອເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່.

ຂ່າວລະບຸວ່າ: ອີງຕາມກົດໝາຍວ່າດ້ວຍການເລືອກຕັ້ງຂອງໄທ, ທ່ານ ນາງ ແພທອງທານ ຊິນນະວັດ ຕ້ອງການຄະແນນສຽງສ່ວນຫຼາຍຂັ້ນຕ່ຳ ຫຼື 247 ສຽງ ເພື່ອຈະໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ.

ໃນການລົງຄະແນນສຽງ, ທ່ານນາງ ແພທອງທານ ຊິນນະວັດ ໄດ້ຮັບ 319 ຄະແນນສຽງເຫັນດີ, 145 ສຽງຄັດຄ້ານ ແລະ 27 ສຽງຄັດຄ້ານ. ມີສະມາຊິກສະພາ 2 ທ່ານບໍ່ໄດ້ເຂົ້າຮ່ວມກອງປະຊຸມ. ດັ່ງນັ້ນ, ທ່ານນາງ ແພທອງທານ ຊິນນະວັດ ຈຶ່ງໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີໄທ ຄົນທີ 31 ແລະ ເປັນນາຍົກລັດຖະມົນຕີທີ່ໜຸ່ມທີ່ສຸດໃນປະເທດໄທ.

ທ່ານຍັງເປັນນາຍົກລັດຖະມົນຕີຜູ້ຍິງຄົນທີສອງໃນປະຫວັດສາດຂອງໄທ ແລະ ເປັນສະມາຊິກຄົນທີສາມຂອງຄອບຄົວຊິນນະວັດທີ່ດຳລົງຕຳແໜ່ງນີ້, ຖັດຈາກພໍ່ (ທ່ານທັກສິນ ຊິນນະວັດ) ແລະ ອາ (ທ່ານນາງຍິ່ງລັກ ຊິນນະວັດ).

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ