ບໍລິສັດນໍ້າມັນຂອງ ອາເມຣິກາ ຈະປະເຊີນກັບສິ່ງທ້າທາຍໃນປີ 2024

ບໍລິສັດນໍ້າມັນຂອງ ອາເມຣິກາ ຈະປະເຊີນກັບສິ່ງທ້າທາຍໃນປີ 2024
ຂ່າວສານຫວຽດນາມລາຍງານວ່າ: ບັນດາບໍລິສັດຂຸດຄົ້ນນ້ຳມັນ ແລະ ບໍລິສັດກັ່ນນ້ຳມັນຂອງ ອາເມຣິກາ ອາດຈະປະເຊີນກັບສິ່ງທ້າທາຍອີກ 12 ເດືອນໃນປີ 2024 ແລະ ລາຄານ້ຳມັນດິບ ເບຣນ ຄາດວ່າຈະສະເລ່ຍ 80 ໂດລາຕໍ່ບາເຣນໃນປີນີ້D
ຂ່າວລະບຸວ່າ: ບັນດານັກວິເຄາະທະນາຄານແຫ່ງອາເມຣິກາ (BofA) ຍັງຄາດຄະເນວ່າລາຄານ້ໍາມັນຈະສືບຕໍ່ມີການເໜັງຕີງ, ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຮ້າຍແຮງກວ່າເກົ່າຈາກຄວາມເຄັ່ງຕຶງທາງດ້ານພູມສາດ ແລະ ນະໂຍບາຍຂອງອົງການບັນດາປະເທດສົ່ງອອກນໍ້າມັນ (OPEC).
OPEC ແລະ ຄູ່ຮ່ວມມື OPEC+ ກໍາລັງຕັດການຜະລິດປະມານ 6 ລ້ານບາເຣນຕໍ່ມື້, ປະມານ 6% ຂອງການສະໜອງທົ່ວໂລກ.
ອີງຕາມ BofA, ຄວາມຫຍຸ້ງຍາກສໍາລັບນັກລົງທຶນໃນປີນີ້ບໍ່ແມ່ນການຄາດເດົາຄໍາໝັ້ນສັນຍາການຜະລິດນ້ໍາມັນຂອງ ຊາອຸດິດ ອາຣາບີ ໃນຂະນະທີ່ລາຄານ້ໍາມັນ ເບຣນ ອາດຈະຍັງຄົງຢູ່ໃນລະດັບ 70-90 ໂດລາຕໍ່ບາເລນ ເນື່ອງຈາກຜະລິດຕະພັນທີ່ຢູ່ນອກ OPEC ແລະ ທ່າອ່ຽງການສະໜອງທີ່ບໍ່ແນ່ນອນ.
ເຖິງຢ່າງໃດກໍຕາມ, BofA ເຫັນວ່າມີທ່າອ່ຽງເພີ່ມຂຶ້ນຈາກຂໍ້ຕົກລົງໃນພື້ນທີ່ນ້ໍາມັນທີ່ໃຫຍ່ທີ່ສຸດຂອງອາເມຣິກາ ຜ່ານມາ ຄື: Permian Basin ແລະ ບັນດາບໍລິສັດ Occidental Petroleum, Exxon Mobil ແລະ Chevron ຈະເປັນອີກໜຶ່ງໂຕເລືອກໃນປີ 2024.

ຄໍາເຫັນ

ຂ່າວຕ່າງປະເທດ

ຊາອຸດິດ ອາຣັບບີ ເປີດເຜີຍວ່າ ໂຮງກັ່ນນໍ້າມັນບໍ່ສົ່ງຜົນກະທົບຕໍ່ການສະໜອງ

ຊາອຸດິດ ອາຣັບບີ ເປີດເຜີຍວ່າ ໂຮງກັ່ນນໍ້າມັນບໍ່ສົ່ງຜົນກະທົບຕໍ່ການສະໜອງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ ຜ່ານມາວ່າ: ກະຊວງພະລັງງານຂອງຊາອຸດິດ ອາຣັບບີ ຢືນຢັນວ່າການໂຈມຕີດ້ວຍໂດຣນທີ່ໂຮງກັ່ນນ້ຳມັນ Ras Tanura ຂອງ Aramco ຊຶ່ງເປັນບໍລິສັດນໍ້າມັນລາຍໃຫຍ່ຂອງປະເທດ ໄດ້ສ້າງຄວາມເສຍຫາຍຈຳກັດ ແລະ ບໍ່ມີຜົນກະທົບຕໍ່ການສະໜອງຜະລິດຕະພັນນ້ຳມັນໃຫ້ແກ່ຕະຫຼາດທ້ອງຖິ່ນ.
ດັດຊະນີ PMI ອິນເດຍ ບັນລຸລະດັບສູງສຸດໃນຮອບ 4 ເດືອນ

ດັດຊະນີ PMI ອິນເດຍ ບັນລຸລະດັບສູງສຸດໃນຮອບ 4 ເດືອນ

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດຂອງ ບໍລິສັດ S&P Global ທີ່ເຜີຍແຜ່ໃນວັນທີ 2 ມີນາ ຜ່ານມາ ສະແດງໃຫ້ເຫັນວ່າດັດຊະນີຜູ້ຈັດການຝ່າຍຊື້ (PMI) ຂະແໜງການຜະລິດຂັ້ນສຸດທ້າຍຂອງອິນເດຍຈາກ ທະນາຄານ HSBC ໄດ້ເພີ່ມຂຶ້ນເປັນ 56.9 ໃນເດືອນກຸມພາ ຈາກ 55.4 ໃນເດືອນມັງກອນ, ຂະຫຍາຍຕົວໃນອັດຕາທີ່ໄວທີ່ສຸດໃນຮອບ 4ເດືອນ. ໂດຍໄດ້ຮັບແຮງໜຸນຈາກຄວາມຕ້ອງການພາຍໃນປະເທດທີ່ເຂັ້ມແຂງ ຊຶ່ງຊ່ວຍເຮັດໃຫ້ຄຳສັ່ງຊື້ໃໝ່ ແລະ ການຜະລິດເພີ່ມຂຶ້ນ, ເຖິງແມ່ນວ່າການເຕີບໂຕຂອງການສົ່ງອອກຈະຊ້າລົງເຖິງລະດັບຕໍ່າສຸດໃນຮອບເກືອບໜຶ່ງປີເຄິ່ງກໍຕາມ.
ຈີນ ເຜີຍແຜ່ແຜນພັດທະນາປະກັນໄພດ້ານວິທະຍາສາດເຕັກໂນໂລຊີທີ່ມີຄຸນນະພາບສູງ

ຈີນ ເຜີຍແຜ່ແຜນພັດທະນາປະກັນໄພດ້ານວິທະຍາສາດເຕັກໂນໂລຊີທີ່ມີຄຸນນະພາບສູງ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງວິທະຍາສາດເຕັກໂນໂລຊີ, ອົງການຕິດຕາມຄຸ້ມຄອງການເງິນ, ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມດ້ວຍ ອົງການຊັບສິນທາງປັນຍາແຫ່ງຊາດຈີນ ໄດ້ຮ່ວມກັນເຜີຍແຜ່ “ບາງຄວາມເຫັນກ່ຽວກັບການເລັ່ງຊຸກຍູ້ປະກັນໄພດ້ານວິທະຍາສາດເຕັກໂນໂລຊີໃຫ້ໄດ້ຮັບການພັດທະນາທີ່ມີຄຸນນະພາບສູງ ເພື່ອເປັນສິ່ງຄໍ້າປະກັນທີ່ເຂັ້ມແຂງໃຫ້ແກ່ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກໂນໂລຊີທີ່ມີລະດັບສູງ” ໂດຍໄດ້ອອກມາດຕະການ 20 ຂໍ້ໃນ 6 ດ້ານ ເພື່ອເລັ່ງສ້າງກົນໄກ ແລະ ໂຄງປະກອບປະກັນໄພດ້ານວິທະຍາສາດເຕັກໂນໂລຊີທີ່ສອດຄ່ອງກັບນະວັດຕະກໍາດ້ານວິທະຍາສາດເຕັກໂນໂລຊີ.
ວຽກ​ງານ​ກະ​ກຽມການ​ເລືອກ​ຕັ້ງ​ຂອງຫວຽດນາມ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ

ວຽກ​ງານ​ກະ​ກຽມການ​ເລືອກ​ຕັ້ງ​ຂອງຫວຽດນາມ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ມີນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ສະພາເລືອກຕັ້ງແຫ່ງຊາດຫວຽດນາມ ໄດ້ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຈັດການສະໜອງຂໍ້ມູນຕາມຫົວຂໍ້ສະເພາະ, ເພື່ອແນໃສ່ເພີ່ມທະວີວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031.
ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຍີ່ປຸ່ນ ຈະຈຳກັດການຖືພາວເວີແບັງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະ 2 ອັນ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງທີ່ດິນ, ພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ການທ່ອງ ທ່ຽວຂອງຍີ່ປຸ່ນໄດ້ປະກາດວ່າ: ກໍາລັງກະກຽມອອກກົດລະບຽບໃໝ່ເພື່ອຈໍາກັດຜູ້ໂດຍສານຖືພາວເວີແບງຂຶ້ນເຮືອບິນໄດ້ບໍ່ເກີນຄົນລະສອງອັນ ແລະ ຮຽກຮ້ອງໃຫ້ຫຼີກລ່ຽງການໃຊ້ໃນລະຫວ່າງການບິນ ເພື່ອປ້ອງກັນຄວາມສ່ຽງຈາກໄຟ ໄໝ້ ຫຼັງຈາກເກີດເຫດການໄຟໄໝ້ຫຼາຍຄັ້ງທີ່ຜ່ານມາ.
OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

OPEC+ ເພີ່ມ​ປະ​ລິ​ມານການຂຸດຄົ້ນ​ນ້ຳ​ມັນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ມີນາ ຜ່ານມາວ່າ: ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ໄດ້ບັນລຸຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການເພີ່ມປະລິມານນ້ຳມັນ ໃນກອງປະຊຸມວັນທີ 1 ມີນາ ຜ່ານມາ. ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິສຣາແອນ ແລະ ອີຣ່ານ.
ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ການສົ່ງອອກເຂົ້າຂອງອິນເດຍ ກຳລັງຕົກຢູ່ໃນຄວາມສ່ຽງ ທ່າມກາງຄວາມເຄັ່ງຕຶງໃນພາກພື້ນອາຊີຕາເວັນຕົກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມີນາ ຜ່ານມາວ່າ: ການສົ່ງອອກເຂົ້າຂອງອິນເດຍຕົກຢູ່ໃນຄວາມສ່ຽງທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນພາກພື້ນອາຊີຕາເວັນຕົກ, ໂດຍຜູ້ສົ່ງອອກສະແດງຄວາມກັງວົນກ່ຽວກັບບັນຫາການຈ່າຍເງິນທີ່ຊັກຊ້າ ແລະ ອຸປະສັກໃນການຂົນສົ່ງໄປອີຣ່ານ, ອັຟການິສະຖານ ແລະ ຫຼາຍປະເທດໃນອ່າວເປີເຊຍ.
ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ຫວຽດ​ນາມ - EAEU ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 2 ມີນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ ບາກີຊັນ ຊາກິນຕາເຢບ ປະທານສະພາ ຄະນະກຳມະການ ເສດຖະກິດ ອາຊີ - ເອີຣົບ (EAEU).
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນທຳລາຍສະຖິຕິສູງສຸດຂອງເດືອນກຸມພາ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນທຳລາຍສະຖິຕິສູງສຸດຂອງເດືອນກຸມພາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມີນາ ຜ່ານມາວ່າ: ການສົ່ງອອກຂອງ ສ ເກົາຫຼີ ໃນເດືອນກຸມພາຜ່ານມາໄດ້ບັນລຸລະດັບສູງສຸດເປັນປະຫວັດການ, ໂດຍມີປັດໄຈສ່ວນໃຫຍ່ຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເຂັ້ມແຂງ ຊຶ່ງຖືເປັນສິນຄ້າສົ່ງອອກທີ່ສຳຄັນທີ່ເປັນຕົວຂັບເຄື່ອນເສດຖະກິດຂອງປະເທດ.
ຈຳນວນຜູ້ອົບພະຍົບເສຍຊີວິດ ແລະ ຫາຍສາບສູນທົ່ວໂລກເກີນ 7,600 ຄົນ

ຈຳນວນຜູ້ອົບພະຍົບເສຍຊີວິດ ແລະ ຫາຍສາບສູນທົ່ວໂລກເກີນ 7,600 ຄົນ

ຂ່າວຕ່າງປະເທດລາຍງານວ່າ: ໂຄສົກຂອງອົງການສະຫະປະຊາຊາດ (UN) ໄດ້ອ້າງອີງຂໍ້ມູນຈາກອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ວ່າ, ມີຜູ້ຄົນຢ່າງໜ້ອຍມີ 7,667 ຄົນຜູ້ເສຍຊີວິດ ຫຼື ຫາຍສາບສູນຕາມເສັ້ນທາງການເຄື່ອນຍ້າຍຖິ່ນຖານທົ່ວໂລກໃນປີ 2025.
ເພີ່ມເຕີມ