ບໍລິສັດພູເບ້ຍຄວບຄຸມອ່າງເກັບຫາງແຮ່ຢ່າງເຂັ້ມງວດ

ບໍລິສັດພູເບ້ຍຄວບຄຸມອ່າງເກັບຫາງແຮ່ຢ່າງເຂັ້ມງວດ
ໂຮງງານພູຄຳຂອງບໍລິສັດພູເບ້ຍມາຍນິ້ງໄດ້ເອົາໃຈໃສ່ຄວບຄຸມ ອ່າງເກັບຫາງແຮ່ (ອ່າງບຳບັດ) ຢ່າງເຂັ້ມງວດ, ໂດຍຄວບຄຸມກົດ-ດ່າງໃຫ້ຢູ່ໃນລະດັບ 7,5-8,5% ກ່ອນຈະປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດ.
ທ່ານຫຸມພັນວົງພະຈັນຮອງຜູ້ຈັດການອ່າງເກັບນໍ້າຫາງແຮ່ໂຮງງານພູຄຳບໍລິສັດພູເບຍມາຍນິ້ງຈຳກັດລາຍງານໃຫ້ຮູ້ວ່າ: ການປ່ອຍນ້ຳຈາກອ່າງຫາງແຮ່ລົງສູ່ແຫຼ່ງນ້ຳທຳມະຊາດ, ພວກເຮົາໄດ້ສົມທົບກັບພາກລັດໂດຍສະເພາະແມ່ນກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ (ກຊສ) ແລະພະແນກ ຊສ ແຂວງໄຊສົມບູນມາຕິດຕາມກວດກາຢ່າງລະອຽດຊຶ່ງໂດຍສ່ວນໃຫຍ່ແລ້ວພວກເຮົາຈະປ່ອຍໃນລະດູຝົນເພາະວ່າອາໄສນ້ຳຝົນເຈືອປົນກັບນ້ຳໃນອ່າງ, ໃນຂະນະດຽວກັນກໍໄດ້ຄວບຄຸມກົດ-ດ່າງໃຫ້ຢູ່ໃນລະດັບ 7,5-8,5% ກ່ອນຈະປ່ອຍລົງສູ່ອ່າງຫຼືໜອງລ້ຽງປາຂອງບໍລິສັດ, ຫາກວ່າປາໃນໜອງດັ່ງກ່າວບໍ່ຕາຍກໍສາມາດປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດໄດ້ຊຶ່ງໃນໄລຍະຜ່ານມາການປ່ອຍນ້ຳຈາກອ່າງເກັບຫາງແຮ່ ລົງສູ່ແຫຼ່ງນ້ຳທຳມະຊາດກໍບໍ່ໄດ້ສົ່ງຜົນກະທົບໃດໆຕໍ່ສິ່ງແວດລ້ອມ.
ທ່ານຫຸມພັນວົງພະຈັນກ່າວອີກວ່າ: ອ່າງເກັບຫາງແຮ່ຂອງໂຮງງານມີຄວາມຍາວຂອງສັນເຂື່ອນ 1.900 ແມັດ,ສູງ 180 ແມັດ,ຄວາມກວ້າງດ້ານລຸ່ມ 140 ແມັດແລະຄວາມກວ້າງຂອງສັນເຂື່ອນ 25 ແມັດແລະບ່ອນແຄບສຸດ 12-13 ແມັດ,ສັນເຂື່ອນປະກອບມີ 3 ໂຄງສ້າງຫຼັກຄື: ຊັ້ນທີ່1 ແມ່ນຊັ້ນດິນໜຽວເຮັດໃຫ້ນໍ້າຊຶມຜ່ານໄດ້ຍາກທີ່ສຸດ, ຊັ້ນທີ2 ແມ່ນຊັ້ນກອງນໍ້າເພື່ອລະບາຍນໍ້າໃນເຂື່ອນແລະຮັບນໍ້າຝົນໃຫ້ເຂົ້າສູ່ລະບົບຂອງການລະບາຍນໍ້າແລະຊັ້ນທີ 3ແມ່ນເປັນຊັ້ນວັດສະດຸເພື່ອຄ້ຳດັນໂຕເຂື່ອນໃຫ້ມີຄວາມແຂງແກ່ນຊຶ່ງແຕ່ລະປີທີ່ສ້າງເຂື່ອນແມ່ນມີຮ່ອງລະບາຍນໍ້າໃຕ້ດິນໃນໂຕເຂື່ອນຕື່ມອີກເພື່ອຮັບຮອງນໍ້າໃຕ້ດິນໃຫ້ເຂົ້າກັບລະບົບຮ່ອງລະບາຍນໍ້າເພື່ອບໍ່ໃຫ້ນໍ້າໄຫຼໄປບ່ອນອື່ນ,ແນໃສ່ໃຫ້ນ້ຳໄຫຼອອກບ່ອນທີ່ໄດ້ກໍານົດໄວ້ຊຶ່ຶງແຕ່ລະມື້ໄດ້ມີການເຊັກເບິ່ງປະລິມານນໍ້າເປັນຢ່າງດີ.
    ທ່ານກ່າວຕື່ມວ່າ: ໃນແຕ່ລະຈຸດຂອງໂຄງສ້າງເຂື່ອນແຕ່ລະໂຕໄດ້ມີການວັດແທກການເໜັງຕີງຂອງເຂື່ອນ,ເຊັກລະດັບນໍ້າໃຕ້ດິນຊຶ່ງແຕ່ລະຈຸດສາມາດຕິດຕາມຜ່ານລະບົບອອນລາຍ,ຖ້າຫາກເຂື່ອນມີການເໜັງຕີງຜິດປົກກະຕິແມ່ນຈະແຈ້ງອອກໃນຈໍຄອມພິເຕີແລະກໍຈະແຈ້ງໄປຫາພາກສ່ວນກ່ຽວຂ້ອງລົງໄປຕິດຕາມເບິ່ງ,ໃນການກໍ່ສ້າງເຂື່ອນແມ່ນສ້າງຕາມມາດຕະຖານການສ້າງເຂື່ອນໄຟຟ້າ,ໃນຂະທີ່ພວກເຮົາປ່ອຍແຮ່ອອກມາແມ່ນຈະຕ່ຳກວ່າສັນເຂື່ອນປະມານ 9-10 ແມັດ,ປັດຈຸບັນລະດັບສັນເຂື່ອນແມ່ນສາມາດຮອງຮັບໄດ້ຮອດປີ 2026,  ສະເລ່ຍເດືອນໜຶ່ງນໍ້າຈະປອ່ຍອອກຈາກຫາງແຮ່ປະມານ 1 ລ້ານແມັດກ້ອນຫຼືບໍ່ໃຫ້ເກີນ 1 ແສນແມັດກ້ອນຕໍ່ວັນຊຶ່ງແຕ່ລະປີແມ່ນໄດ້ຍົກສັນເຂື່ອນຂຶ້ນປະມານ 2-3ແມັດ,ສ່ວນປີນີ້ໄດ້ຍົກລະດັນສັັນເຂື່ອນຂຶ້ນຫຼາຍເພື່ອໃຫ້ຮອງຮັບແຮ່ທີ່ອອກຈາກໂຮງງານໃຫ້ໄດ້ຮອດປີ 2026.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ,ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ100,000,000 ກີບ, ບໍລີສັດ skvກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ໃນວັນທີ 12 ສິງຫາ ຜ່ານມາ ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳປະເທດເລັກເຕິນສະເຕນ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ເຊີແນວ ປະເທດສະວິດ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ  ສະໄໝທີ VI ຮອບທີ I

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ I

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ເພີ່ມເຕີມ