![]() |
ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈ ເປັນຢ່າງຍີ່ງ ທີ່ໄດ້ມີໂອກາດໄດ້ເຂົ້າມາຮ່ວມງານອັນມີຄວາມໝາຍຄວາມສຳຄັນນີ້, ໂດຍສະເພາະ ບໍລິສັດ ສວນວັດທະນະທຳຊຽງຄວນ ຈຳກັດຜູ້ດຽວ ກໍໄດ້ເປັນບໍລິສັດໜຶ່ງທີ່ໄດ້ຮັບລາງວັນອັນຊົງກຽດໃນຄັ້ງນີ້ ຊຶ່ງ ບໍລິສັດສວນວັດທະນະທຳຊຽງຄວນ ໄດ້ຮ່ວມພັດທະນາຂະແໜງການທ່ອງທ່ຽວ, ການບໍລິການ ໂດຍໄດ້ມີໂຮງແຮມ ໃຫ້ບໍລິການເຊື່ອມຈອດກັບການທ່ອງທ່ຽວ ພ້ອມນັ້ນ ກໍໄດ້ມີການປະກອບສ່ວນຊ່ວຍເຫຼືອສັງຄົມໃນຫຼາຍດ້ານ.
ມາຮອດປັດຈຸບັນ ນີ້ມື້ໜຶ່ງ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມສວນວັດທະນະທຳຊຽງຄວນ ປະມານ 1,500 ຄົນຕໍ່ມື້ ໂດຍພາຍຫຼັງບໍລິສັດ ໄດ້ເຂົ້າມາພັດທະນາສວນວັດທະນະທຳຊຽງຄວນ ແມ່ນໄດ້ຮັບເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນແຫ່ງທຳອິດ ຂອງນະຄອນຫຼວງວຽງຈັນ ພ້ອມນັ້ນ ສວນວັດທະນະທຳຊຽງຄວນແຫ່ງນີ້ ຍັງໄດ້ຖືກບັນທຶກເຂົ້າໃນແຜນການທ່ອງທ່ຽວ(Package tour) ຂອງນັກທ່ອງທ່ຽວທົ່ວໂລກ ຂອງນະຄອນຫຼວງວຽງຈັນ ຊຶ່ງຖືວ່າໄດ້ຮັບການຕອບຮັບຈາກນັກທ່ອງທ່ຽວທົ່ວໂລກ ໂດຍສະເພາະ ນັກທ່ອງທ່ຽວຈີນ, ສ ເກົາຫຼີ, ຫວຽດນາມ ແລະ ຝຣັ່ງ ນັບມື້ມີນັກທ່ອງທ່ຽວໄດ້ເດີນທາງມາຢ້ຽມຊົມ ສວນວັດທະນະທຳຊຽງຄວນເພີ່ມຂຶ້ນ ຖືເປັນຄວາມພາກພູມໃຈໃນຂະແໜງການບໍລິການທ່ອງທ່ຽວ.

ຄໍາເຫັນ