ງານວາງສະແດງສິລະປະຮ່ວມສະໄໝລາວຄັ້ງທຳອິດ (LCAE

ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງແລະLCAE ຮ່ວມຈຸດປະກາຍສະຫວ່າງແຫ່ງຄວາມຝັນດ້ານສິລະປະຂອງເດັກພິເສດໃນສປປລາວ

ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງແລະLCAE ຮ່ວມຈຸດປະກາຍສະຫວ່າງແຫ່ງຄວາມຝັນດ້ານສິລະປະຂອງເດັກພິເສດໃນສປປລາວ
ໂດຍ: ພຸດທະພອນ ງານວາງສະແດງສິລະປະຮ່ວມສະໄໝລາວຄັ້ງທຳອິດ (LCAE) ໄດ້ໄຂຂຶ້ນທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 30 ຕຸຸລາ 2024 ຫາ 10 ພະຈິກ 2024 ຊຶ່ງງານວາງສະແດງສິລະປະການກຸສົນພາຍໃຕ້ຫົວຂໍ້: "ຄວາມຫວັງ"

ໂດຍບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງສາກົນຈຳກັດແລະ LCAE ໄດ້ຮ່ວມກັນຈຸດປະກາຍສະຫວ່າງແຫ່ງຄວາມຝັນທາງດ້ານສິລະປະຂອງເດັກນ້ອຍພິເສດໃນສປປລາວ.

ງານວາງສະແດງດັ່ງກ່າວໄດ້ຖືເອົາ "ຄວາມຫວັງ" ເປັນຫົວຂໍ້ຂອງຕົນ ແລະ ຄົ້ນຄ້ວາຫຼາຍບັນຫາຂອງສັງຄົມ, ວັດທະນະທຳ ແລະ ຄວາມຫວັງຢ່າງເລິກເຊິ່ງໂດຍຜ່ານຮູບແບບສິລະປະທີ່ຫຼາກຫຼາຍສີສັນ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງສາກົນຈຳກັດໃນຖານະທີ່ເປັນຜູ້ສະໜັບສະໜູນຫຼັກ ແລະຄູ່ຮ່ວມງານພິເສດຂອງງານດັ່ງກ່າວ,ໄດ້ສະໜັບສະໜູນການສຶກສາຂອງສປປລາວຢ່າງຕັ້ງໜ້າ ແລະ ສົ່ງເສີມການພົບປະແລກປ່ຽນວັດທະນະທຳລະຫວ່າງລາວ-ຈີນ ມາເປັນເວລາຫຼາຍປີ.

ງານວາງສະແດງຄັ້ງນີ້ບໍ່ພຽງແຕ່ໄດ້ເຕົ້າໂຮມບັນດາກຳລັງແນວໜ້າດ້ານສິລະປະຍຸກສະໄໝຂອງລາວເທົ່ານັ້ນ,ແຕ່ຍັງສະແດງໃຫ້ເຫັນເຖິງຜົນງານການປະດິດສ້າງຂອງເດັກພິການຫູຈາກສູນການສຶກສາເດັກພິເສດ “ມືແຫ່ງຄວາມຫວັງ” ແລະ ບັນດານັກສິລະປິນໜຸ່ມທ້ອງຖິ່ນໃນນະຄອນຫຼວງວຽງຈັນ. ເຂົາເຈົ້ານຳໃຊ້ບັນດາຮູບແບບສີລະປະເຊັ່ນ: ສໍແຕ້ມຮູບ ແລະເຄື່ອງຫັດຖະກຳອື່ນໆ ເພື່ອຖ່າຍທອດຄວາມງົດງາມ ແລະ ຄວາມອ່ອນໂຍນໃນໃຈຂອງເຂົາເຈົ້າໃຫ້ແກ່ຜູ້ຊົມໂດຍຜ່ານກຣາບຟິກ ແລະ ສີສັນ. ຜົນງານເຫຼົ່ານີ້ແມ່ນເຕັມໄປດ້ວຍຄວາມໄຮ້ດຽງສາຂອງການເປັນເດັກແລະຄວາມຄິດສ້າງສັນ, ເປັນການສັງເກດແລະຈິນຕະນາການຂອງເດັກນ້ອຍທີ່ມີຕໍ່ໂລກ, ທັງເປັນຄວາມຄາດຫວັງຂອງພວກເຂົາໃນອະນາຄົດອີກດ້ວຍ.

ສູນການສຶກສາ "ມືແຫ່ງຄວາມຫວັງ" ສໍາລັບເດັກນ້ອຍພິເສດນີ້ແມ່ນບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງສາກົນຈຳກັດເປັນຫນ່ວຍງາສະໜັບສະໜູນຕົ້ນຕໍຂອງຂະບວນການການກຸສົນທີ່ມີຫົວຂໍ້ວ່າ: "ແສງສະຫວ່າງແຫ່ງຄວາມຫວັງ". ການເຄື່ອນໄຫວດັ່ງກ່າວແມ່ນແນໃສ່ເພື່ອການສະໜັບສະໜູນການສຶກສາຂອງສປປລາວ ແລະ ຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງລາວ-ຈີນ. ນັບຕັ້ງແຕ່ການເປີດຕົວໃນວັນທີ 14 ມັງກອນ ປີ2023 ເປັນຕົ້ນມາ, ກິດຈະກໍາດັ່ງກ່າວໄດ້ຈັດຂຶ້ນຢູ່ປະເທດລາວຢ່າງສໍາເລັດຜົນເຖິງ6 ຄັ້ງ, ເປັນການລວມເອົາກໍາລັງໃຈຈາກປະຊາຊົນທຸກຊັ້ນຄົນ ເພື່ອສະໜອງອຸປະກອນການສຶກສາ ແລະ ສົ່ງເສີມການຂະຫຍາຍຕົວໃຫ້ແກ່ໂຮງຮຽນ ແລະ ສະຖາບັນການສຶກສາພາຍໃນສາມແຫ່ງນີ້, ງານວາງສະແດງສິລະປະໃນຄັ້ງນີ້ເປັນສ່ວນໜຶ່ງທີ່ສໍາຄັນຂອງຊຸດກິດຈະກໍາເຫຼົ່ານີ້.

ຜູ້ຕາງໜ້າບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງສາກົນຈຳກັດກ່າວວ່າ: “ຜ່ານງານວາງສະແດງຄັ້ງນີ້,ພວກເຮົາຫວັງວ່າຈະສະແດງເຖິງຄວາມຮັກແລະຄວາມເປັນຫ່ວງເປັນໄຍຂອງພວກເຮົາຕໍ່ກັບເດັກນ້ອຍພິເສດນີ້, ນຳໃຊ້ພະລັງສິລະປະເພື່ອເສີມສ້າງຄວາມເຊື່ອໝັ້ນແລະຊ່ວຍເຫຼືອເຂົາເຈົ້າໃຫ້ດີຂຶ້ນ. ຊ່ວຍໃຫ້ພວກເຂົາເຊື່ອມໂຍງເຂົ້າກັບສັງຄົມໄດ້ດີຂຶ້ນ,ການປະດິດສ້າງຂອງງານວາງສະແດງແມ່ນຢູ່ໃນການຮວບຮວມຄວາມຄິດສ້າງສັນຂອງເດັກນ້ອຍພິເສດກັບການປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມຂອງບໍລິສັດ, ບັນລຸການພົວພັນຢ່າງກວ້າງຂວາງກັບສັງຄົມໂດຍຜ່ານສື່ມວນຊົນຮູບແບບໃໝ່ແລະຮູບແບບສິລະປະທີ່ຫຼາກຫຼາຍສີສັນ. ໃນອະນາຄົດ, ບໍລິສັດຈະສືບຕໍ່ມຸ່ງໜັ້ນທີ່ຈະສົ່ງເສີມການຮ່ວມມືແລະແລກປ່ຽນດ້ານວັດທະນະທຳລະຫວ່າງລາວ-ຈີນ, ພວກຂ້າພະເຈົ້າຫວັງວ່າຈະສ້າງການພົວພັນດ້ານມະນຸດສະທຳ, ສິລະປະແລະວັດທະນະທຳທີ່ເລິກເຊິ່ງກວ່າເກົ່າກັບທຸກລະດັບຂອງສັງຄົມລາວ, ເພື່ອປະກອບສ່ວນເຂົ້າໃນການພັດທະນາການສຶກສາແລະສິລະປະຢູ່ສປປລາວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ