ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ອອກແຈ້ງການເພີ່ມຖ້ຽວລົດໄຟໃນທຸກໆວັນສຸກ, ເສົາ, ອາທິດ ນັບແຕ່ວັນທີ 1 ມີນາເປັນຕົ້ນໄປ

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ອອກແຈ້ງການເພີ່ມຖ້ຽວລົດໄຟໃນທຸກໆວັນສຸກ, ເສົາ, ອາທິດ ນັບແຕ່ວັນທີ 1 ມີນາເປັນຕົ້ນໄປ
ແຈ້ງການຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເພີ່ມຖ້ຽວລົດໄຟ EMU ສອງຂະບວນຕໍ່ໃສ່ກັນໃນທຸກໆວັນສຸກ, ເສົາ, ອາທິດ ນັບແຕ່ວັນທີ 1 ມີນາ ເປັນຕົ້ນໄປ
ເຖິງຜູ້ໂດຍສານທີ່ຮັກແພງທຸກທ່ານ: 
 ລັດຖະບານລາວໄດ້ກຳນົດເອົາປີ 2024 ເປັນປີທ່ອງທ່ຽວລາວ. ດັ່ງນັ້ນ, ເພື່ອເປັນການສະໜັບສະໜູນນະໂຍບາຍຂອງພາກລັດຖະບານ ກໍຄືການຕອບສະໜອງຄວາມຕ້ອງການ ໃນການເດີນທາງຂອງບັນດານັກທ່ອງທ່ຽວ, ຍົກສູງຄຸນນະພາບການບໍລິການຂອງທາງລົດໄຟ. ສະນັ້ນ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດຈະໄດ້ມີການເອົາລົດໄຟ EMU ສອງຂະບວນມາຕໍ່ໃສ່ກັນໃນວັນສຸກ, ເສົາ ແລະ ທິດ ສຳລັບຖ້ຽວລົດໄຟ C92/91 ແລະ C84/83 ນະຄອນຫຼວງວຽງຈັນ-ຫຼວງພະບາງ-ນະຄອນຫຼວງວຽງຈັນ ຊຶ່ງຈະເລີ່ມປະຕິບັດນັບແຕ່ວັນທີ 1 ມີນາ 2024 ເປັນຕົ້ນໄປ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານຜູ້ເດີນທາງ ແລະ ບັນດານັກທ່ອງທ່ຽວໃຫ້ຊາບຕາມນີ້ດ້ວຍ. 
 ອີກເທື່ອໜຶ່ງ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຂໍສະແດງຄວາມຂອບໃຈທີ່ບັນດາທ່ານໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເດີນທາງກັບພວກເຮົາ.
 

ຄໍາເຫັນ

ຂ່າວການຮ່ວມມື

ໄຂກອງປະຊຸມສະພາການຄ້າຈີນ ປະຈໍາແຂວງຫຼວງພະບາງ ຄັ້ງທີ່ III

ໄຂກອງປະຊຸມສະພາການຄ້າຈີນ ປະຈໍາແຂວງຫຼວງພະບາງ ຄັ້ງທີ່ III

ກອງປະຊຸມສະພາການຄ້າຈີນ ປະຈໍາແຂວງຫຼວງພະບາງ ຄັ້ງທີ່ III ໄດ້ຈັດຂຶ້ນໃນວັນທີ່ 5 ກໍລະກົດຜ່ານມານີ້ ທີ່ຫ້ອງປະຊຸມບໍລິສັດໄຟຟ້ານ້ຳອູຈຳກັດ, ມີທ່ານ ມອນໄຊ ລາວມົວຊົງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ຈາງ ເສີ ພີງ ກົງສູນໃຫຍ່ ສປ ຈີນ ປະຈຳພາກ ເໜືອ ແຂວງຫຼວງພະບາງ, ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍຜູ້ຕາງໜ້າສະພາການຄ້າ ສປ ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ

ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ

ໃນວັນທີ 1​-3 ກໍລະກົດ ນີ້ ທີ່ ເມືອງ ເຊີວີລ ປະເທດ ເເອັດສະປາຍ ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້ “ກອງປະຊຸມລະດັບສູງວ່າດ້ວຍປະເທດດ້ອຍພັດທະນາ” ໂດຍການເປັນປະທານຮ່ວມຂອງ ທ່ານນາຍົກລັດຖະມົນຕີ ເນປານ ເເລະ ທ່ານ ຮອງເລຂາທິການໃຫຍ່ ສປຊ.​ ໃນນັ້ນ, ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ວິທີການຈັດຕັ້ງປະຕິບັດ ເອກະສານຄວາມໝາຍໝັ້ນ ເຊວິລໃຫ້ມີປະສິດທິພາບ ເເລະ ປະສິດທິຜົນ ຕາມຄວາມຕ້ອງການຂອງບັນດາປະເທດ ດ້ອຍພັດທະນາ.ທ່ານ ຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ເນື້ອໃນກໍຄືຜົນຂອງກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນບຸລິມະສິດຂອງ ບັນດາປະເທດດ້ອຍພັດທະນາ ເປັນຕົ້ນການເພີ່ມທະວີການຮ່ວມມືທາງດ້ານອາກອນ; ການລະດົມງົບປະມານພາຍໃນ; ການພັດທະນາອຸດສາຫະກໍາ ເເລະ ການສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ. ນອກນັ້ນ, ທ່ານຍັງໄດ້ນໍາສະເໜີຕໍ່ທີ່ປະຊຸມ ກ່ຽວກັບ ການກະກຽມໃຫ້ເເກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ເເລະ ການຊ່ວຍເຫຼືອບັນດາປະເທດດ້ອຍພັດທະນາໂດຍການສ້າງສູນປະຊາສໍາພັນດ້ານການລົງທຶນສໍາລັບປະເທດ ດ້ອຍພັດທະນາ; ການເຂົ້າເຖິງເເຫຼ່ງທຶນ ເເລະ ການຢຶດໝັ້ນຕໍ່ພັນທະຂອງຕົນໃນການສະ ໜອງທຶນຊ່ວຍເຫຼືອ ເພື່ອການພັດທະນາໃຫ້ເເກ່ບັນດາປະເທດດ້ອຍພັດທະນາ.​
ກອງປະຊຸມວິຊາການກ່ຽວກັບການແຈ້ງເຕືອນໄພລ່ວງໜ້າສໍາລັບຄົນທີ່ມີຄວາມ  ບົກຜ່ອງທາງຮ່າງກາຍ

ກອງປະຊຸມວິຊາການກ່ຽວກັບການແຈ້ງເຕືອນໄພລ່ວງໜ້າສໍາລັບຄົນທີ່ມີຄວາມ ບົກຜ່ອງທາງຮ່າງກາຍ

ອົງການອາຫານໂລກແຫ່ງສະຫະປະຊາຊາດ ຮ່ວມກັບ ກົມອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກົມສະຫວັດດີການສັງຄົມຂອງກະຊວງແຮງງານ ແລະ ສະຫວັດດິການສັງຄົມ, ຈັດຝຶກອົບຮົມວິຊາການ ກ່ຽວກັບການແຈ້ງເຕືອນໄພລ່ວງໜ້າສຳລັບຄົນທີ່ມີຄວາມພິການໃນນະຄອນຫຼວງວຽງຈັນ, ໃນວັນທີ 3 ກໍລະກົດນີ້ ທີ່ ນະຄອນຫຼວງວຽງຈັນ. ໂດຍມີ ທ່ານ ບຸນເຕີມ ສີສຸພັນທະວົງ ຮອງຫົວໜ້າກົມອຸຕຸນິຍົມ ແລະ ອຸທົກະສາດ, ທ່ານ ກິນດາວົງ ຫຼວງລາດ ຮອງຫົວໜ້າກົມສັງຄົມສົງເຄາະ, ທ່ານ ວິງທອງ ຈັນທະວົງ ຜູ້ຈັດການຝ່າຍປະຕິບັດການ, ສູນປຶກສາການບູລະນາການຄົນພິການ, ທ່ານ ນາໂອກິ ມາເອະກາວາ ຮອງຜູ້ອຳນວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ, ແຂກຖືກເຊີນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ

ສະຫຼອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມຣິກາ

ພິທີສະເຫຼີມສະຫຼອງ ເນື່ອງໃນໂອກາດວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອາເມຣິກາ ແລະ ວັນຄົບຮອບ 249 ປີ ແຫ່ງການປະກາດເອກະລາດຂອງ ສ ອາເມຣິກາ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 2 ກໍລະກົດ ຜ່ານມານີ້ ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ໂດຍ ການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ ອາເມຣິກາ ແມ່ນ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variava) ເອກອັກຄະລັດຖະທູດ ແຫ່ງ ສ ອາເມຣິກາ ປະຈໍາ ສປປ ລາວ, ພ້ອມທັງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ກະຊວງ ປກສ ລາວ ພົບປະແລກປ່ຽນບົດຮຽນກັບຄະນະກໍາມາທິການກົດໝາຍ ແລະ ຍຸຕິທໍາວຸດທິສະພາໄທ

ກະຊວງ ປກສ ລາວ ພົບປະແລກປ່ຽນບົດຮຽນກັບຄະນະກໍາມາທິການກົດໝາຍ ແລະ ຍຸຕິທໍາວຸດທິສະພາໄທ

ກອງປະຊຸມພົບປະລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ (ປກສ) ແລະ ຄະນະກໍາມາທິການກົດໝາຍ ແລະ ຍຸຕິທໍາວຸດທິສະພາແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ ຜ່ານມາ ທີ່ກະຊວງ ປກສ ໂດຍການເປັນປະທານຮ່ວມຂອງທ່ານ ພົຈວ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດກະຊວງ ປກສ ແລະ ທ່ານ ພົທ ບຸນຈັນ ນວນສາຍ ປະທານຄະນະກໍາມາທິການກົດໝາຍ ແລະ ຍຸຕິທໍາວຸດທິສະພາແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ສະພາການຄ້າ ຄໍາມ່ວນ ພົບປະແລກປ່ຽນ ກັບ ຫໍການຄ້ານະຄອນພະນົມ

ສະພາການຄ້າ ຄໍາມ່ວນ ພົບປະແລກປ່ຽນ ກັບ ຫໍການຄ້ານະຄອນພະນົມ

ກອງປະຊຸມພົບປະແລກປ່ຽນບົດຮຽນກ່ຽວກັບການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຄໍາມ່ວນ ສປປ ລາວ ແລະ ຫໍການຄ້າ ຈັງຫວັດນະຄອນພະນົມ ຣາຊາອານາຈັກໄທ ຈັດຂຶ້ນໃນວັນທີ 1 ກໍລະກົດຜ່ານມາ ທີ່ພະແນກເຕັກໂນໂລຊີແຂວງຄໍາມ່ວນ ໂດຍມີ ທ່ານ ອຸດົມພົງ ແກ້ວສີສະໂນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ແລະ ທ່ານ ໂຊຕິທະນິນ ອະລຸນທະນາເຂມພັດ ຮອງປະທານສະພາອຸດສາຫະກໍາ ຈັງຫວັດນະຄອນພະນົມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ທູດອາເມຣິກາ ມອບລົດຕູ້ໃຫ້ອົງການໄອຍະການປະຊາຊົນສູງສຸດ

ທູດອາເມຣິກາ ມອບລົດຕູ້ໃຫ້ອົງການໄອຍະການປະຊາຊົນສູງສຸດ

ພີທີ ມອບ-ຮັບ ພາຫະນະ ລະຫ່ວາງ ອົງການໄອຍະການປະຊາຊົນສູງສຸດ ແລະ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ໃນວັນທີ 1 ກໍລະກົດ ນີ້ ທີ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດພິທີມອບ-ຮັບ ລົດຕູ້ຍີ່ຫໍ້ TOYOTS HIACE ປີ 2025 ຈຳນວນໜຶ່ງຄັນ ມູນຄ່າ 40,000 ໂດລາ ໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ, ໃຫ້ກຽດມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ແລະ ໃຫ້ກຽດຮັບໂດຍທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຮ່ວມພັດທະນາ ເພື່ອສະໜອງອາຫານແຊ່ແຂງ, ອາຫານສົດ ແລະ ສິນຄ້າທີ່ມີຄຸນນະພາບ

ຮ່ວມພັດທະນາ ເພື່ອສະໜອງອາຫານແຊ່ແຂງ, ອາຫານສົດ ແລະ ສິນຄ້າທີ່ມີຄຸນນະພາບ

ບໍລິສັດຕະຫຼາດລາວຂາຍຍົກ-ຂາຍຍ່ອຍ ຈຳກັດ ໄດ້ຈັບມືກັບບໍລິສັດວຽງຈັນສາງເຢັນ ຈຳກັດ ເພື່ອຮ່ວມມືກັນໃນການພັດທະນາທຸລະກິດ ແລະ ຂະຫຍາຍສັກກະຍະພາບການໃຫ້ບໍລິການສະໜອງອາຫານແຊ່ແຂງ, ອາຫານສົດ ແລະ ສິນຄ້າທີ່ມີຄຸນນະພາບເຖິງມືຜູ້ບໍລິໂພກໄດ້ຢ່າງໝັ້ນໃຈທັງການຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.
ລາວ-ອິນເດຍ ສືບຕໍ່ຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ

ລາວ-ອິນເດຍ ສືບຕໍ່ຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳ

ທ້າຍອາທິດຜ່ານມາ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ໂຢເກສວາ ສັງວານ (Yogerhwar Sangwan) ເອກອັກຄະລັດຖະທູດອິນເດຍ ປະຈຳລາວ ພ້ອມຄະນະ ເພື່ອປຶກສາຫາລືການຮ່ວມມືສອງຝ່າຍ ດ້ານການຄ້າອຸດສາ ຫະກຳ ແລະ ການລົງທຶນດ້ານຕ່າງໆ ລະຫວ່າງ ລາວ ແລະ ອິນເດຍ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ຈະເລີນງອກງາມຍິ່ງຂຶ້ນເລື້ອໆ.
6 ເດືອນຕົ້ນປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ

6 ເດືອນຕົ້ນປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ

ນັບແຕ່ທາງລົດໄຟລາວ-ຈີນ ໄດ້ເປີດດຳເນີນງານເປັນຕົ້ນມາ, ການຂົນສົ່ງສິນຄ້າໄດ້ເຕີບໂຕຢ່າງແຂງແຮງ, ສະເພາະປີ 2025 ມາຮອດວັນທີ 28 ມິຖຸນາ ປະລິມານການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ບັນລຸເຖິງ 3,000,000 ໂຕນ, ເພີ່ມຂຶ້ນ 8.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກາຍເປັນຊ່ອງທາງຂົນສົ່ງຫຼັກທີ່ມີປະສິດທິພາບໃນການສົ່ງອອກສິນຄ້າຂອງລາວ ແລະ ປະເທດອ້ອມຂ້າງ.
ເພີ່ມເຕີມ