ບໍລິສັດທາງລົດໄຟລາວ-ຈີນ ຍ້ອງຍໍພະນັກງານທີ່ມີຄວາມກ້າວໜ້າປະຈຳປີ 2023

ບໍລິສັດທາງລົດໄຟລາວ-ຈີນ ຍ້ອງຍໍພະນັກງານທີ່ມີຄວາມກ້າວໜ້າປະຈຳປີ 2023
ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ຈັດພິທີມອບໃບຍ້ອງຍໍພະນັກງານທີ່ມີຄວາມກ້າວໜ້າປະຈຳປີ 2023 ຂຶ້ນເມື່ອບໍ່ດົນມານີ້ ທີ່ບໍລິສັດດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຍ້ອງຍໍຂອງທ່ານ ຫຼິວ ຫົງ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ, ມີຮອງຜູ້ອຳນວຍການ,ຜູ້ຕາງໜ້າຈາກບໍລິສັດກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ຫຼິວ ຫົງ ກ່າວວ່າ: ໃນປີ 2023 ເປັນປີທີ່ບໍລິສັດທາງລົດໄຟລາວ-ຈີນໄດ້ທຸ່ມເທເຫື່ອແຮງຢ່າງໜັກໃນການດຳເນີນການ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ເມື່ອຫວນຄືນໃນໄລຍະປີທີ່ຜ່ານມາດ້ວຍຄວາມສາມັກຄີເປັນເອກະພາບກັນຂອງພະນັກງານທາງລົດໄຟໝົດທຸກຄົນຈຶ່ງເຮັດໃຫ້ການດໍາເນີນການມີຄວາມປອດໄພ ແລະ ບັນລຸຕາມເປົ້າໝາຍມາເປັນປີທີສອງພ້ອມຍົກສູງການບໍລິການຂົນສົ່ງທີ່ດີຂຶ້ນດ້ານປະລິມານການຂົນສົ່ງໂດຍສານ ແລະ ສິນຄ້າກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ;ຮັບໃຊ້ວຽກງານຂອງລັດຖະບານລາວໃນການເປັນເຈົ້າພາບຈັດກອງປະຊຸມໃຫຍ່, ຮັບໃຊ້ການພັດທະນາດ້ານອຸດສາຫະກຳການຂົນສົ່ງ ແລະ ການທ່ອງທ່ຽວຂອງລາວຢ່າງຕັ້ງໜ້າປະກອບສ່ວນຢ່າງຫ້າວຫັນໃນການຊ່ວຍເຫຼືອສັງຄົມ, ສ້າງທາງລົດໄຟລາວ-ຈີນໃຫ້ເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມຜາສຸກ ແລະ ເສັ້ນທາງແຫ່ງມິດຕະພາບຂອງປະຊາຊົນສອງຊາດລາວ-ຈີນຢ່າງແທ້ຈິງ. 
    ທ່ານເນັ້ນໜັກຕື່ມວ່າ: ປີນີ້ເຂົ້າເປັນປີທີສາມຂອງການເປີດດຳເນີນງານຂອງບໍລິສັດທາງລົດໄຟລາວ-ຈີນ, ບໍລິສັດທາງລົດໄຟລາວ-ຈີນ ຈະສືບຕໍ່ຢຶດໝັ້ນເອົາທິດຊີ້ນຳຂອງການນຳສູງສຸດສອງພັກ-ສອງຊາດລາວ-ຈີນປະຕິບັດຕາມແຜນແມ່ບົດການສ້າງຄູ່ຮ່ວມຊາຕາກຳລາວ-ຈີນປະຕິບັດວຽກງານໃຫ້ມີຄວາມກ້າວໜ້າຖືຄວາມປອດໄພເປັນຫຼັກ, ດຳເນີນງານລົດໄຟໃຫ້ມີປະສິດທິພາບຕາມເປົ້າໝາຍທີ່ວາງໄວ້, ຢຶດໝັ້ນໃນການແບ່ງປັນຕໍ່ສັງຄົມ ຈະບັນລຸເປົ້າໝາຍເຫຼົ່ານີ້ໄດ້ພະນັກງານລາວ-ຈີນທຸກພາກສ່ວນຕ້ອງໄດ້ອຸທິດຕົນພ້ອມນັ້ນໃນອະນາຄົດອັນໃກ້ນີ້ບໍລິສັດມີແຜນຈະບັນລຸເປົ້າໝາຍສ້າງພະນັກງານຄົນລາວພາກສະໜາມໃຫ້ຂຶ້ນມາຮັບຕຳແໜ່ງຄຸ້ມຄອງບໍລິຫານ ປະກອບສ່ວນຊຸກຍູ້ການພັດທະນາທາງລົດໄຟລາວ-ຈີນໃຫ້ມີຄຸນນະພາບສູງ, ສ້າງຄູ່ຮ່ວມຊາຕາກຳລາວ-ຈີນໃຫ້ເຂົ້າສູ່ລ່ວງເລິກ ແລະ ສ້າງຊີວິດໃໝ່ທີ່ມີຄວາມຜາສຸກ ແລະ ງົດງາມໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ.
ໃນພິທີໄດ້ມີການມອບໃບຍ້ອງຍໍໃຫ້ແກ່ການຈັດຕັ້ງລວມໝູ່ທີ່ມີຄວາມກ້າວໜ້າຂັ້ນ1ໃຫ້ແກ່ສູນຄຸ້ມຄອງດຳເນີນການນະຄອນຫຼວງວຽງຈັນ, ສູນຄຸ້ມຄອງບຳລຸງຮັກສາແລະສ້ອມແປງຫຼວງພະບາງ; ມອບໃບຍ້ອງຍໍຜົນງານພົ້ນເດັ່ນໃນການດໍາເນີນການທາງລົດໄຟຢ່າງປອດໄພຂັ້ນ2ແລະ3ໃຫ້ແກ່ຂະແໜງພື້ນຖານໂຄງລ່າງຂອງສອງສູນຫຼາຍກວ່າ 15ລາງວັນ; ມອບໃບຍ້ອງຍໍພະນັກງານທີ່ມີຄວາມກ້າວໜ້າທັງໝົດ88ທ່ານ; ມອບໃບຍ້ອງຍໍພະນັກງານເຕັກນິກວິຊາສະເພາະດີເດັ່ນ ແລະບຸກຄົນລວມທັງໝົດ18ຄົນ; ມອບໃບຍ້ອງຍໍຫົວໜ້າໜ່ວຍງານທີ່ມີຄວາມກ້າວໜ້າແລະບຸກຄົນລວມທັງໝົດ16ຄົນ, ນອກນີ້ຍັງມອບລາງວັນໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທາງລົດໄຟສຳລັບໜ່ວຍງານແລະບຸກຄົນຕື່ມອີກ.
(ຂ່າວ: ວັນເພັງ, ຂໍ້ມູນ: ທາງລົດໄຟລາວ-ຈີນ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ

ໂດຍຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນ​ຂອງ ສະ​ຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ ​ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍ​​ຄະ​ນະຜູ້​ແທນ​ຂັ້ນ​ສູງໄດ້ເດີນ​ທາງ​ມາ​ຢ້ຽມ​ຢາມສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ຢ່າ​ງເປັນ​ທາງ​ການ​ ແຕ່​ວັນ​ທີ 21-22 ສິງຫາ 2025 ເພື່ອສືບຕໍ່ເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຢ້ຽມຂໍ່ານັບການນໍາຂັ້ນສູງພັກກອມມູນິດຈີນ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຢ້ຽມຂໍ່ານັບການນໍາຂັ້ນສູງພັກກອມມູນິດຈີນ

ວັນທີ 19 ສິງຫາ ຜ່ານມານີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫຼີ ຊູເຫຼີຍ ກໍາມະການກົມການເມືອງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ຢູ່ ຫໍສະພາປະຊາຊົນທົ່ວປະເທດຈີນ ໃນໂອກາດທີ່ນໍາພາຄະນະ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ສປ ຈີນ ແຕ່ວັນທີ 18-21 ສິງຫາ 2025.
Vietjet ເນັ້ນໜັກເຖິງຄວາມສໍາເລັດໃນຄວາມຍືນຍົງ ແລະ ຄວາມດີເລີດຂອງສະຖານທີ່ເຮັດວຽກທົ່ວທະວີບອາຊີ

Vietjet ເນັ້ນໜັກເຖິງຄວາມສໍາເລັດໃນຄວາມຍືນຍົງ ແລະ ຄວາມດີເລີດຂອງສະຖານທີ່ເຮັດວຽກທົ່ວທະວີບອາຊີ

ວັນທີ 20 ສິງຫາ ນີ້, Vietjet ສະເຫຼີມສະຫຼອງ 2 ຄວາມສໍາເລັດອັນສໍາຄັນໃນເດືອນສິງຫາ, ເພື່ອເສີມສ້າງສະຖານະພາບຂອງສາຍການບິນໃນຖານະຜູ້ນໍາໃນທະວີບອາຊີຂອງສາຍການບິນ ແລະ ເປັນທີ່ໄວ້ວາງໃຈໄດ້ສໍາລັບນັກເດີນທາງຈາກປະເທດລາວ.
ລາວ-ມົງໂກລີ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ມົງໂກລີ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ບັດເຊເຊັກ ບັດເມິງ (H.E. Mrs. BATTSETSEG BATMUNKH) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ພະນະທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ແລະ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິ ກາລາຕິນ (FEALAC) ຄັ້ງທີ 10 ໃນລະຫວ່າງວັນທີ 19-23 ສິງຫາ 2025.
ປະທານ ສນຊ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະອຳລາ

ປະທານ ສນຊ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະອຳລາ

​ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້​ຕ້ອນ​ຮັບ​ທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະອຳລາ ໃນວັນທີ 21 ສິງຫາ ນີ້ ທີ່ສໍານັກງານສູນກາງແນວລາວສ້າງຊາດ (ສນຊ) ເນື່ອງໃນ​ໂອ​ກາດ​ທີ່ທ່ານ​ທູດ ຈະສຳ​ເລັດການປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ສ​ປ​ປ ລາວ.
ພິທີແນະນຳປຶ້ມເລື່ອງຂອງ SCO ໃນຍຸກໃໝ່

ພິທີແນະນຳປຶ້ມເລື່ອງຂອງ SCO ໃນຍຸກໃໝ່

ພິທີແນະນຳປຶ້ມເລື່ອງລາວຂອງ ອົງການຮ່ວມມືຊາງໄຮ (shanghai cooperation organization: SCO) ໃນຍຸກ ໃໝ່ ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ ໂຮງແຮມ St.Regis ປັກກິ່ງ ສປ ຈີນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ເຊິນໂປ ເລຂາທິການສູນສຶກສາແນວຄິດຂອງປະທານ ສີຈິ້ນຜິງ ດ້ານການທູດ ແລະ ປະທານສະຖາບັນການສຶກສາສາກົນແຫ່ງປະເທດຈີນ. ພ້ອມດ້ວຍແຂກຖືກເຊີນຈາກກະຊວງການຕ່າງປະເທດ ສປ ຈີນ ແລະ ສື່ມວນຊົນຈຳນວນໜຶ່ງເຂົ້າຮ່ວມ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຢາມ-ເຮັດວຽກຢູ່ ສປ ຈີນ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຢາມ-ເຮັດວຽກຢູ່ ສປ ຈີນ

ໂດຍປະຕິບັດຕາມແຜນການຮ່ວມມືປະຈໍາປີ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ, ສະຫາຍ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ນໍາພາຄະນະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ແຕ່ວັນທີ 18-21 ສິງຫາ 2025 ເພື່ອຮ່ວມກັນກັບຝ່າຍຈີນ ປຶກສາຫາລື-ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ທິດທາງການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ສອງ ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ໃນຕໍ່ໜ້າ.
ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 21 ສິງຫາ 2025, ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ ​ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ພ້ອມດ້ວຍ​​ຄະ​ນະໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງວຽງຈັນ ສປປ ລາວ, ໂດຍມີ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ພ້ອມດ້ວຍ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ພູວົງ ວົງຄໍາຊາວ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ຄອສພ ​ອວ​ຍ​ພອນເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ

ຄອສພ ​ອວ​ຍ​ພອນເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນໍາໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະ ໄດ້ເຂົ້າອວຍພອນເອກອັກຄະລັດຖະທູດຫວຽດນາມ, ພະນັກງານສະຖານທູດ ສສ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ວັນລະນຶກການປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945-2/9/ 2025) ຄົບຮອບ 80 ປີ ໃນວັນທີ 20 ສິງຫານີ້ ທີ່ສະຖານທູດຫວຽດນາມ ປະຈຳລາວ.
ຮອງຫົວໜ້າ ຄຕພ ອວ​ຍ​ພອນເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ

ຮອງຫົວໜ້າ ຄຕພ ອວ​ຍ​ພອນເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ

ໃນຕອນເຊົ້າວັນທີ 20 ສິງຫານີ້, ຄະນະພັກ-ຄະນະນໍາ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ນໍາໂດຍສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າ ຄຕພ ໄດ້ເຂົ້າອວຍພອນເອກອັກຄະລັດຖະທູດ, ພະນັກງານສະຖານທູດ ສສ ຫວຽດນາມ ແລະ ຫ້ອງການຜູ້ຕາງໜ້າ ສສ ຫວຽດນາມ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ວັນລະນຶກການປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນສະຖາປະນາ ສສ ຫວຽດນາມ (2/9/1945-2/9/2025) ຄົບຮອບ 80 ປີ.
ເພີ່ມເຕີມ