![]() |
ໂດຍປະຕິບັດຕາມຂໍ້ຕົກລົງຂອງຄະນະປະຈໍາພັກແຂວງສາລະວັນ ສະບັບເລກທີ 230/ຄຈພຂ, ລົງວັນທີ 29 ກໍລະກົດ 2026 ວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງສະຫາຍ ນາງ ເກສອນ ນວນວິໄລທອງ ເປັນຮອງເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ ແລະ ສະຫາຍ ນາງ ສີເງິນ ພົດຈະເລີນ ເປັນຄະນະໜ່ວຍພັກ. ໃນພິທີໄດ້ມອບຫຼຽນກາ ລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ສະຫະພັນແມ່ຍິງແຂວງທີ່ໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ ໃຫ້ສະຫະພັນແມ່ຍິງທີ່ເຂົ້າຮັບອຸດໜູນບໍານານ ແລະ ປະຈໍາການຈໍານວນ 13 ສະຫາຍ ໃຫ້ກຽດມອບໂດຍສະຫາຍ ນາງ ຈັນທະຈອນ ຫວາດທະລາວົງ ປະທານສະຫະພັນແມ່ຍິງແຂວງ. ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ