ບໍ່ສູບຢາບໍ່ເສຍເງິນບໍ່ເສຍສຸຂະພາບ

ບໍ່ສູບຢາບໍ່ເສຍເງິນບໍ່ເສຍສຸຂະພາບ
ໂດຍ: ວັນເພັງ
ພັກ-ລັດຖະບານຍາມໃດກໍເຫັນຄວາມສຳຄັນຕໍ່ວຽກງານການຄວບຄຸມຢາສູບ ເພື່ອຮັບປະກັນໃຫ້ພົນລະເມືອງທຸກຄົນ ໄດ້ດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ປອດຄວັນຢາສູບ ພ້ອມທັງສາມາດເຂົ້າເຖິງການບໍລິການບຳບັດອອກຢາສູບ ແລະ ປິ່ນປົວເມື່ອໄດ້ຮັບຜົນຮ້າຍຈາກການຊົມໃຊ້ຢາສູບ ແລະ ການໄດ້ຮັບຄວັນຢາສູບມືສອງ.ສະນັ້ນ, ບໍ່ສູບຢາໃນວັນນີ້ບໍ່ເສຍເງິນບໍ່ເສຍສຸຂະພາບນັ້ນເອງ.
ອີງຕາມກົດໝາຍວ່າດ້ວຍການຄວບຄຸມຢາສູບ(ສະບັບປັບປຸງ) 2021 ບາງເນື້ອໃນ ແລະ ບາງມາດຕາໃຫ້ຮູ້ວ່າ: ຢາສູບແມ່ນຜະລິດຕະພັນ ທີ່ຖືກປຸງແຕ່ງຈາກໃບຢາສູບທັງໝົດ, ບາງສ່ວນ ແລະ ຜະລິດຕະພັນຢາສູບຮູບແບບອື່ນ ທີ່ມີສານນິໂກຕີນເປັນສ່ວນປະກອບ ຊຶ່ງເປັນທາດເບື່ອ ແລະ ເປັນສິ່ງເສບຕິດ. ການຄວບຄຸມຢາສູບແມ່ນການນໍາໃຊ້ມາດຕະການໃນການຄຸ້ມຄອງ, ຕິດຕາມ, ກວດກາການຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ, ຊື້-ຂາຍ, ໂຄສະນາສົ່ງເສີມ ແລະ ອຸປະຖໍາຜະລິດຕະພັນຢາສູບ, ພິມຄຳເຕືອນສຸຂະພາບ, ສະຫຼາກ, ສະຖານທີ່ຫ້າມສູບຢາ ແລະ ການນໍາໃຊ້ມາດຕະການອື່ນໆ ເພື່ອຫຼຸດຜ່ອນການຊົມໃຊ້ຢາສູບ, ຜົນຮ້າຍທີ່ເກີດຈາກການຊົມໃຊ້ຜະລິດຕະພັນຢາສູບ ແລະ ການໄດ້ຮັບຄວັນຢາສູບມືສອງ. ໃນນັ້ນ, ຜະລິດຕະພັນຢາສູບມີ 2 ປະເພດຄື: ຜະລິດຕະພັນຢາສູບແບບອຸດສາຫະກຳ ແລະ ແບບຫັດຖະກຳ. ສໍາລັບຜະລິດຕະພັນຢາສູບແບບອຸດສາຫະກຳ ແມ່ນຜະລິດຕະພັນຢາສູບທີ່ຜະລິດດ້ວຍເຄື່ອງຈັກໃນໂຮງງານ ຊຶ່ງສາມາດຜະລິດໄດ້ເປັນຈຳນວນຫຼາຍ. ສຳລັບຜະລິດຕະພັນຢາສູບຫັດຖະກຳ ແມ່ນຜະລິດຕະພັນຢາສູບທີ່ຜະລິດດ້ວຍມື ຫຼືການນໍາໃຊ້ເຄື່ອງມືແບບປະຖົມປະຖານ.
ຕໍ່ມາດຕາ 13 ຜົນຮ້າຍຂອງຢາສູບຕໍ່ສຸຂະພາບການຊົມໃຊ້ຢາສູບມີຜົນຮ້າຍຕໍ່ສຸຂະພາບຂອງຜູ້ຊົມໃຊ້ຢາສູບແລະຜູ້ໄດ້ຮັບຄວັນຢາສູບມືສອງໂດຍສະເພາະແມ່ຍິງແລະເດັກນ້ອຍຊຶ່ງມີຄວາມສ່ຽງໃນການເປັນພະຍາດຮ້າຍແຮງເຊັ່ນ:ພະຍາດມະເຮັງປອດ, ພະຍາດຫົວໃຈ-ເສັ້ນເລືອດ, ເສັ້ນເລືອດໃນສະໝອງຕີບ, ຕັນ, ແຕກ, ລະບົບຫາຍໃຈຊຳເຮື້ອ, ລະບົບລະລາຍ, ລະບົບປະສາດ, ເບົາຫວານ, ຄວາມດັນເລືອດສູງແລະພະຍາດອື່ນໆຊຶ່ງນໍາໄປສູ່ການເປັນພິການຂອງອະໄວຍະວະໃດໜຶ່ງແລະການເສຍຊີວິດກ່ອນໄວອັນຄວນ. ໃນນັ້ນ, ການຊົມໃຊ້ຢາສູບຍັງມີຜົນກະທົບຕໍ່ຄອບຄົວເປັນຕົ້ນແມ່ຍິງ, ເດັກນ້ອຍ, ຄອບຄົວຍັງຕ້ອງໄດ້ຈ່າຍເງິນເຂົ້າໃນການຊື້ຢາສູບ ແລະ ປິ່ນປົວພະຍາດທີ່ເກີີດຂຶ້ນ ຊຶ່ງເປັນການເພີ່ມພາລະໃຫ້ຄອບຄົວ. ພ້ອມນັ້ນ, ຍັງເປັນການທຳລາຍສຸຂະພາບຂອງຜູ້ອອກແຮງງານ, ຜູ້ຜະລິດ ທັງເພີ່ມຄ່າໃຊ້ຈ່າຍທີ່ຈຳເປັນ ຊຶ່ງເປັນຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ເປັນການທຳລາຍສິ່ງແວດລ້ອມ.
ແນວໃດກໍຕາມຢາສູບບໍ່ພຽງເປັນອັນຕະລາຍຮ້າຍແຮງຕໍ່ຜູ້ສູບເທົ່ານັ້ນຄວັນຢາສູບມືສອງຍັງເປັນອັນຕະລາຍຕໍ່ຄົນອ້ອມຂ້າງຂອງທ່ານ. ດີແທ້ບໍ່ຄວນສູບຢາ ບໍ່ສູບຢາບໍ່ເສຍເງິນ ບໍ່ເສຍສຸຂະພາບ ສັງຄົມຍັງປອດຄັວນຢາສູບ ສຸຂະພາບດີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ຖວທ ເມືອງປາກກະດິງ ມອບໃບຢັ້ງຢືນຄອບຄົວວັດທະນະທຳໄໝ່ 181 ຄອບຄົວ

ທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນບ້ານນ້ຳເດື່ອ. ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນຄອບຄົວວັດທະນະທຳ ທີ່ໄດ້ໄໝ່ ມີ 181 ຄອບຄົວ ຢູ່ບ້ານນ້ຳເດື່ອ. ພາຍໃຕ້ການເປັນປະທານຂອງທ່ານ ສີຕານ ສຸພັນທະວົງ ຮັກສາການຫົວໜ້າຫ້ອງການ ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວເມືອງ.
ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ຍົກລະດັບຄວາມຮູ້ວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ພະນັກງານ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີ ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໂຄສະນາອົບຮົມໃຫ້ແກ່ພະນັກງານພາຍໃນ ຄອສພ ໃນວັນທີ 18 ສິງຫານີ້ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ເມືອງໜອງບົກ ຈັດພິທີທຳລາຍສິນຄ້າໝົດອາຍຸໃນການບໍລີໂພກ

ໃນອາທິດຜ່ານມານີ້, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຈັດພິທີທຳລາຍສິນຄ້າເສຍຄຸນ (ໝົດອາຍຸໃນການບໍລິໂພກ) ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄຳມອນ ພົມພິພັກ ຮອງປະທານຄະນະກຳມະການປົກຄອງເມືອງ.
ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ການນໍາແຂວງເຊກອງ ເນັ້ນຂະແໜງສື່ມວນຊົນ ນໍາສະເໜີຂ່າວໃຫ້ໄດ້ຕາມ 4 ລັກສະນະ

ໃນໂອກາດເຂົ້າຮ່ວມພິທີປາຖະກະຖາ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 15 ສິງຫາ 2025 ຜ່ານມາ, ທ່ານ ຂັນຕີ ສີລະວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆເຊກອງ ໄດ້ເນັ້ນຂະແໜງສື່ມວນຊົນຂອງແຂວງ ນໍາສະເໜີຂ່າວໃຫ້ມີຄວາມວ່ອງໄວ ແລະ ຮັບປະກັນໄດ້ຕາມ 4 ລັກສະນະຕົ້ນຕໍ ຄື:
ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ຕອນບ່າຍຂອງວັນທີ 16 ສິງຫາຜ່ານມາ ທີ່ສະໂມສອນເມືອງໃໝ່ ແຂວງຜົ້ງສາລີ, ທ່ານ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ ໄດ້ລົງພົບປະໂອ້ລົມຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງເມືອງໃໝ່ ໂດຍມີບັນດາຄະນະນຳຂອງເມືອງເຂົ້າຮ່ວມ.
ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ເພີ່ມເຕີມ