ອາຊຽນ 2025 ຈະເປີດກວ້າງອອກສູ່ວົງນອກກອງປະຊຸມສຸດຍອດ

ບົດບາດປະທານ ອາຊຽນ 2025 ຈະເປີດກວ້າງອອກສູ່ວົງນອກກອງປະຊຸມສຸດຍອດ

ບົດບາດປະທານ ອາຊຽນ 2025 ຈະເປີດກວ້າງອອກສູ່ວົງນອກກອງປະຊຸມສຸດຍອດ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ຢູ່ນະຄອນຫຼວງກົວລາລຳເປີ, ກະຊວງການຕ່າງປະເທດ ມາເລເຊຍ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບການປະຕິບັດບົດບາດເປັນປະທານ ອາຊຽນ ປີ 2025.

ຂ່າວລະບຸວ່າ: ທ່ານ ອຳຣານ ໂມຮາເໝັດ ຊິນ ເລຂາທິການໃຫຍ່ ກະຊວງການຕ່າງປະເທດ ມາເລເຊຍ ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວວ່າ: ມີທັງໝົດ 29 ລາຍການໄດ້ຮັບການສ້າງຂຶ້ນສະເພາະໃຫ້ບັນດາພາກສ່ວນທີ່ແຕກຕ່າງກັນຂອງສັງຄົມ, ລວມທັງປະຊາຄົມຊົນນະບົດ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME), ຊາວໜຸ່ມ, ແມ່ຍິງ, ຄົນພິການ, ຜູ້ອາຍຸສູງ ແລະ ເດັກນ້ອຍ. ທ່ານກ່າວຕື່ມວ່າ: ນີ້ແມ່ນໂຄງການດຳເນີນງານແຫ່ງຊາດ, ຮຽກຮ້ອງໃຫ້ປະຊາຊົນ ມາເລເຊຍ ທຸກຄົນເຂົ້າຮ່ວມ, ລວມທັງບັ້ນໂຄສະນາສິນຄ້າ ໂດຍ ມາເລເຊຍ ຜະລິດ, ເວທີປາໄສ ອາຊຽນ + 3 ເພື່ອແນໃສ່ມອບສິດໃຫ້ແກ່ແມ່ຍິງຊົນນະບົດ, ກອງປະຊຸມສຸດຍອດຊາວໜຸ່ມ ອາຊຽນ ແລະ ງານວາງສະແດງ Halal ສາກົນ ມາເລເຊຍ ຄັ້ງພິເສດ (MIHAS), ກໍຄືບັນດາຂໍ້ລິເລີ່ມສະເພາະແກ່ນັກຮຽນມັດທະຍົມ ແລະ ນັກສຶກສາມະຫາວິທະຍາໄລ. ບັນດາການເຄື່ອນໄຫວ ແລະ ໂຄງການນີ້ ລ້ວນແຕ່ເໝາະສົມກັບວິໄສທັດກ່ຽວກັບປະຊາຄົມ ອາຊຽນ ຖືປະຊາຊົນເປັນໃຈກາງ, ກໍຄືຫົວຂໍ້ຂອງປະທານ ອາຊຽນ 2025 ແມ່ນ “ກວມລວມ ແລະ ຍືນຍົງ”.

ໂດຍຈະມີທັງໝົດ 357 ກອງປະຊຸມທີ່ກ່ຽວຂ້ອງເຖິງອາຊຽນ ຊຶ່ງຈະດຳເນີນໃນປີນີ້ທົ່ວໂລກ, ລວມມີ 14 ກອງປະຊຸມສຸດຍອດ ທີ່ມີການເຂົ້າຮ່ວມຂອງການນຳບັນດາປະເທດ ແລະ ລັດຖະບານ. ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ຄາດວ່າຈະດຳເນີນໃນກາງປີ, ພ້ອມດຽວກັນນັ້ນ ກໍມີກອງປະຊຸມສຸດຍອດ ອາຊຽນ - ສະພາຮ່ວມມືເຂດອ່າວ (GCC) - ຈີນ, ໃນຂະນະທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ຈະໄດ້ຈັດຂຶ້ນໃນທ້າຍປີນີ້.

ຄໍາເຫັນ

ຂ່າວຕ່າງປະເທດ

ຜະລິດຕະພັນ ແລະ ຮູບແບບການທ່ອງທ່ຽວທີ່ຫຼາກຫຼາຍ ຊ່ວຍກະຕຸ້ນຕະຫຼາດການທ່ອງທ່ຽວໃນນະຄອນລີ່ຈຽງ (Lijiang) ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ

ຜະລິດຕະພັນ ແລະ ຮູບແບບການທ່ອງທ່ຽວທີ່ຫຼາກຫຼາຍ ຊ່ວຍກະຕຸ້ນຕະຫຼາດການທ່ອງທ່ຽວໃນນະຄອນລີ່ຈຽງ (Lijiang) ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ

ຢູ່ຕີນພູຫິມະຢູຫຼົງ (Yulong Snow Mountain), ການນັ່ງເຮລິຄອບເຕີເພື່ອຊົມທິວທັດແບບມຸມສູງຂອງທັດສະນີຍະພາບອັນງົດງາມຂອງນະຄອນລີ່ຈຽງ ໃນແຂວງຢຸນນານ ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ ກຳລັງກາຍເປັນກິດຈະກຳທ່ອງທ່ຽວທີ່ນິຍົມ ແລະ ເປັນປະສົບການທີ່ໜ້າຕື່ນຕາຕື່ນໃຈ ສຳລັບນັກທ່ອງທ່ຽວທັງຈາກໃກ້ ແລະ ໄກ.
ພະຍາດໄຂ້ຍຸງລາຍລະບາດຢູ່ນະຄອນຊາມໂບ​ອັນກາ ປະເທດຟີລິບປິນ

ພະຍາດໄຂ້ຍຸງລາຍລະບາດຢູ່ນະຄອນຊາມໂບ​ອັນກາ ປະເທດຟີລິບປິນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 4 ສິງ​ຫາ ຜ່ານມາ, ອົງການ​ປົກ​ຄອງນະຄອນຊາມໂບ​ອັນກາ ປະເທດຟີລິບປິນ ລາຍ​ງານວ່າ, ເກີດ​ການລະບາດ​ຂອງພະຍາດໄຂ້ຍຸງລາຍຢູ່ນະຄອນດັ່ງກ່າວ, ໂດຍມີຜູ້ຕິດເຊື້ອ​ທັງ​ໝົດ 1,241 ຄົນ, ໃນນັ້ນ ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ.
ບໍລິສັດ ນ້ຳມັນທີ່ໃຫຍ່ທີ່ສຸດ 8 ແຫ່ງຂອງໂລກ ມີກຳໄລມະຫາສານ

ບໍລິສັດ ນ້ຳມັນທີ່ໃຫຍ່ທີ່ສຸດ 8 ແຫ່ງຂອງໂລກ ມີກຳໄລມະຫາສານ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 5 ສິງຫາ ຜ່ານມາວ່າ: ການວິເຄາະຂອງໜັງສືພິມ The Guardian ຂອງອັງກິດ ເປີດເຜີຍວ່າ, ບໍລິສັດນ້ຳມັນທີ່ໃຫຍ່ທີ່ສຸດ 8 ແຫ່ງຂອງໂລກ ຊຶ່ງສ່ວນໃຫຍ່ແມ່ນຕັ້ງຢູ່ໃນບັນດາປະເທດຕາເວັນຕົກ ມີລາຍໄດ້ລວມກັນເກືອບ 93 ຕື້ໂດລາ ໃນລະຫວ່າງເດືອນເມສາ ຫາ ເດືອນມິຖຸນາ ຜ່ານມາ, ຫຼັງຈາກການໂຈມຕີຂອງສະຫະລັດ ອາເມຣິກາ ແລະ ອິສຣາແອນ ຕໍ່ອີຣານ ຊຶ່ງນຳໄປສູ່ການເພີ່ມຂຶ້ນຂອງລາຄາພະລັງງານທົ່ວໂລກຢ່າງໄວວາ.
ກຳປູເຈຍ ຈະທຳລາຍສະຖິຕິການສົ່ງອອກເຂົ້າສານເກີນ 1 ລ້ານໂຕນ ໃນປີ 2026

ກຳປູເຈຍ ຈະທຳລາຍສະຖິຕິການສົ່ງອອກເຂົ້າສານເກີນ 1 ລ້ານໂຕນ ໃນປີ 2026

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 5 ສິງຫາ ຜ່ານມາວ່າ: ສະຫະພັນເຂົ້າກຳປູເຈຍລາຍງານວ່າ, ກໍາປູເຈຍໄດ້ສົ່ງອອກເຂົ້າສານ 707,471 ໂຕນ ລະຫວ່າງເດືອນມັງກອນ ຫາ ເດືອນກໍລະກົດ ຜ່ານມາ, ເພີ່ມຂຶ້ນ 68% ເມື່ອທຽບກັບປີກ່ອນ, ສ້າງລາຍຮັບໄດ້ 415 ລ້ານໂດລາ, ເພີ່ມຂຶ້ນ 34.3% ເມື່ອທຽບກັບປີກ່ອນ.
ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນ ບັນລຸ 3,779 ຕື້ 750 ລ້ານຢວນ

ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນ ບັນລຸ 3,779 ຕື້ 750 ລ້ານຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 5 ສິງຫາ ຜ່ານມາວ່າ: ໂຕເລກທີ່ກະຊວງການຄ້າຈີນປະກາດເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ, ລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາປີນີ້, ຍອດມູນຄ່າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນບັນລຸເຖິງ 3,779 ຕື້ 750 ລ້ານຢວນ, ເພີ່ມຂຶ້ນ 8.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຫວຽດນາມ ສ້າງກົດລະບຽບພັກໃຫ້ມີວິທະຍາສາດ ແລະ ປະຕິບັດງ່າຍດາຍ

ຫວຽດນາມ ສ້າງກົດລະບຽບພັກໃຫ້ມີວິທະຍາສາດ ແລະ ປະຕິບັດງ່າຍດາຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 5 ສິງ​ຫາ ຜ່ານມາ ຢູ່ນະຄອນຫຼວງຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສະ​ຫຼຸບ​ສະ​ພ​າບ​ການ​ຕົວ​ຈິງ ແລະ ຄົ້ນ​ຄວ້າ​ປັບ​ປຸງ, ເພີ່ມ​ເຕີມ​ກົດ​ລະ​ບຽບ​ຂອງ​ພັກ (ຄະ​ນະ​ຊີ້​ນຳ) ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 1 ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ການ ແລະ ການ​ກຳ​ນົດ​ທິດ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ຂອງ​ຄະ​ນະ​ຊີ້​ນຳ.
ລາຍຮັບຈາກການທ່ອງທ່ຽວອັງກໍວັດ ຫຼດລົງ 29%

ລາຍຮັບຈາກການທ່ອງທ່ຽວອັງກໍວັດ ຫຼດລົງ 29%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ສິງຫາຜ່ານມາວ່າ: ອຸທິຍານບູຮານຄະດີອັງກໍ ຫຼື ອັງກໍວັດ ຂອງກຳປູເຈຍ ສ້າງລາຍຮັບຈາກການຂາຍປີ້ເຂົ້າຊົມໄດ້ທັງໝົດ 20.3 ລ້ານໂດລາ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ ຜ່ານມາ, ຫຼຸດລົງ 29% ເມື່ອທຽບກັບປີກ່ອນ.
ຂະ​ແໜງ​ການ​ທ່ອງ​ທ່ຽວຫວຽດນາມ ​ປະ​ຕິ​ບັດ​ສຳ​ເລັດ 56% ເປົ້າ​ໝາຍຂອງປີ 2026

ຂະ​ແໜງ​ການ​ທ່ອງ​ທ່ຽວຫວຽດນາມ ​ປະ​ຕິ​ບັດ​ສຳ​ເລັດ 56% ເປົ້າ​ໝາຍຂອງປີ 2026

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 4 ສິງຫາ ຜ່ານມາວ່າ: ຕາມ​ຂໍ້​ມູນ​ຂອງ​ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ເງິນ ຫວຽດ​ນາມ) ທີ່ປະ​ກາດ​ໃນ​ວັນ​ທີ 3 ສິງ​ຫາ​ ຜ່ານມາ, ຫວຽດ​ນາມ ຕ້ອນ​ຮັບ​ນັກທ່ອງ​ທ່ຽວ​ສາ​ກົນ 1.67 ລ້ານ​ເທື່ອ​ຄົນ​ໃນ​ເດືອນ​ກໍ​ລະ​ກົດ 2026, ເພີ່ມ​ຂຶ້ນ 6.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ໄລ່​ລວມ 7 ເດືອນ​ຕົ້ນ​ປີ 2026, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ບັນ​ລຸ​ເກືອບ 14 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 13.8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025.
ອາເມຣິກາ ຈະປິດສະຖານທູດ ແ​ລະ ສະຖານກົງສູນ 5 ແຫ່ງ​ຢູ່​ຕ່າງ​ປະ​ເທດ

ອາເມຣິກາ ຈະປິດສະຖານທູດ ແ​ລະ ສະຖານກົງສູນ 5 ແຫ່ງ​ຢູ່​ຕ່າງ​ປະ​ເທດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 3 ສິງ​ຫາ ຜ່ານມາ, ກະຊວງການຕ່າງປະເທດ ສະຫະລັດ ອາເມຣິກາ ໄດ້ແຈ້ງຕໍ່ສະພາ ກ່ຽວກັບແຜນການປິດສະຖານທູດ ແ​ລະ ສະຖານກົງສູນ 5 ແຫ່ງຢູ່​ຕ່າງ​ປະ​ເທດ ລວມມີ: ສະຖານທູດ ທີ່ ນະຄອນເຊນຈອຈ ໃນເກຣີນາດາ, ສະຖານກົງສູນ ທີ່ ນະຄອນນະໂກຢະ ປະເທດຍີ່ປຸ່ນ, ສະຖານກົງສູນ ທີ່ນະຄອນເມດານ ປະເທດອິນໂດເນເຊຍ, ສຳນັກງານສາຂາຂອງສະຖານທູດ ທີ່ ນະຄອນດູອາລາ ປະເທດກາເ​ມີຣຸນ ແລະ ສະຖານກົງສູນ ທີ່ ນະຄອນວີນນີເປັກ ປະເທດການາດາ.
ສ ເກົາຫຼີ ເລັ່ງຮັບມືກັບຄື້ນຄວາມຮ້ອນ ຫຼັງຈາກມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 16 ຄົນ

ສ ເກົາຫຼີ ເລັ່ງຮັບມືກັບຄື້ນຄວາມຮ້ອນ ຫຼັງຈາກມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 16 ຄົນ

ຂ່າວຕ່າງປະເທດລາຍງານໃນວັນທີ 4 ສິງຫາ ຜ່ານມາວ່າ: ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ ໄດ້ສັ່ງໃຫ້ອົງການທີ່ກ່ຽວຂ້ອງເລັ່ງການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກຄື້ນຄວາມຮ້ອນທີ່ຮ້າຍແຮງແບບບໍ່ເຄີຍມີມາກ່ອນ, ໂດຍເຕືອນວ່າສະພາບອາກາດທີ່ຮຸນແຮງກຳລັງເກີດຂຶ້ນເລື້ອຍໆ ແລະ ອາດຈະກາຍເປັນເລື່ອງປົກກະຕິ.
ເພີ່ມເຕີມ