![]() |
ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງມະຕິ ວ່າດ້ວຍການແຕ່ງຕັ້ງຄະນະຄຸ້ມຄອງໄພພິບັດຂັ້ນເມືອງ, ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽໄພພິບັດປີ 2024 ແລະ ຜ່ານແຜນຕອບໂຕ້ໄພພິບັດ 2025. ໃນປີ 2024 ຜ່ານມາ ຢູ່ເມືອງບໍ່ແຕນໄດ້ເກີດໄພພິບັດ 7 ຄັງ, ລົມພາຍຸພັດ 4 ຄັ້ງ ມີມູນຄ່າເສຍຫາຍ 31 ລ້ານກວ່າກີບ, ຟ້າພ່າສັດລ້ຽງ 1 ຄັ້ງ ມີມູນຄ່າເສຍຫາຍ 25 ລ້ານກີບ, ຟ້າພ່າຄົນເສຍຊີວິດ 1 ຄົນ, ນ້ຳໄຫຼຊຸສັດລ້ຽງ 1 ຄັ້ງ ລວມມູນຄ່າ 116 ລ້ານກວ່າກີບ. ໃນປີ 2024 ມີເງິນຄັ້ງແຮສຸກເສີນທັງໝົດ 70 ລ້ານກວ່າກີບ ແລະ ໄດ້ນຳໃຊຊ່ວຍເຫຼືອສຸກເສີນ 17 ລ້ານກວ່າກີບ. ປັດຈຸບັນ, ມີເງິນແຮສຸກເສີນ 53 ລ້ານກວ່າກີບ. ໃນກອງປະຊຸມໄດ້ປະກອບຄຳເຫັນຕາມຄຳຖາມເຈາະຈີມຂອງປະທານກອງຊຸມຢ່າງກົງໄປກົງມາ ແລະ ມີເນື້ອໃນເລິກຊຶ່ງ.
ທ່ານ ສະຫງົບ ພັບບົວອອນ ໄດ້ເນັ້ນໜັກໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງໃຫ້ເອົາໃຈໃສ່ເຝົ້າລະວັງຕິດຕາມສະພາບໄພພິບັດທີ່ຈະເກີດຂຶ້ນ ແລະ ພ້ອມກັນແກ້ໄຂໃຫ້ການຊ່ວຍເຫຼືອໄດ້ທັນເວລາ.
(ຂ່າວ-ພາບ: ສາຍຄຳ ບຸນຍາວົງ)
ຄໍາເຫັນ