ບົດຮຽນຂອງຈີນຊ່ວຍເຫຼືອລາວຄົ້ນຫາຊ່ອງທາງໃໝ່ແຫ່ງການຫຼຸດຜ່ອນຄວາມທຸກຍາກ

ບົດຮຽນຂອງຈີນຊ່ວຍເຫຼືອລາວຄົ້ນຫາຊ່ອງທາງໃໝ່ແຫ່ງການຫຼຸດຜ່ອນຄວາມທຸກຍາກ
ຫວ່າງບໍ່ດົນມານີ້, ພິທີແນະນຳປຶ້ມ “ຫຼຸດພົ້ນອອກຈາກຄວາມທຸກຍາກ” ສະບັບພາສາລາວແລະກອງປະຊຸມສຳມະນາກ່ຽວກັບການປົກຄອງປະເທດແລະບໍລິຫານການເມືອງຈີນ-ລາວໄດ້ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດທີ່ນະຄອນຫຼວງວຽງຈັນ.


 ທ່ານໂພສີແກ້ວມະນີວົງຮອງລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວລາວໄດ້ເຂົ້າຮ່ວມພິທີດັ່ງກ່າວແລະໄດ້ປະກອບຄຳເຫັນວ່າ:ແນວຄິດແລະພຶດຕິກຳຂອງທ່ານປະທານສີຈິ້ນຜິງກ່ຽວກັບການຫຼຸດພົ້ນອອກຈາກຄວາມທຸກຍາກແມ່ນເປັນແບບຢ່າງອັນດີເລີດໃຫ້ແກ່ປະເທດພວມພັດທະນາ ຊຶ່ງລວມທັງປະເທດລາວທີ່ໄດ້ຖອດຖອນເອົາບົດຮຽນນຳ, ຝ່າຍລາວຫວັງວ່າການຖອດຖອນເອົາບົດຮຽນດ້ານການຫຼຸດຜ່ອນຄວາມທຸກຍາກຂອງຈີນ, ທັງສຸມຄວາມພະຍາຍາມບຸກເບີກເສັ້ນທາງແຫ່ງການຫຼຸດຜ່ອນຄວາມທຸກຍາກທີ່ສອດຄ່ອງກັບສະພາບຄວາມຈິງຂອງປະເທດຕົນ.

ນັບແຕ່ທ່ານສີຈິ້ນຜິງປະທານປະເທດຈີນໄດ້ສະເໜີທັດສະນະຕໍ່ການ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ເປັນເວລາ 10 ກວ່າປີມານີ້, ປະຊາກອນຜູ້ທຸກຍາກ ເກືອບ 100 ລ້ານຄົນຂອງຈີນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ແລະໄດ້ສະໜອງແຜນການຂອງຈີນໃຫ້ແກ່ພາລະກິດຫຼຸດຜ່ອນຄວາມທຸກຍາກຂອງໂລກ. ນອກນີ້, ຈີນຍັງໄດ້ຕັ້ງໜ້າໃຫ້ການຮ່ວມມືກັບສາກົນເພື່ອຫຼຸດຜ່ອນຄວາມທຸກຍາກ, ບົດຮຽນຂອງຈີນໄດ້ເປັນແວ່ນແຍງເພື່ອຊ່ວຍເຫຼືອໃຫ້ຫຼາຍປະເທດເຮັດຕາມຜົນສຳເລັດຂອງຈີນຊຶ່ງລວມທັງປະເທດລາວທີ່ໄດ້ຄົ້ນຫາຫຼາຍຊ່ອງທາງໃໝ່ແຫ່ງການຫຼຸດຜ່ອນຄວາມທຸກຍາກ.
ປະເທດລາວໃຫ້ຄວາມສຳຄັນໃນລະດັບສູງຕໍ່ການຖອດຖອນບົດຮຽນດ້ານການລຶບລ້າງຄວາມທຸກຍາກຂອງຈີນ. ຜູ້ນຳປະເທດລາວເຄີຍເດີນທາງໄປບ້ານສິບແປດຖ້ຳກິ່ງແຂວງຊ່ຽງຊີ່ແຂວງຫູນານແລະບ້ານເຊ້ຍຊີເຂດນິງເຕີແຂວງຟູຈ້ຽນຈີນເພື່ອທັດສະນະສຶກສາວຽກງານຫຼຸດຜ່ອນຄວາມທຸກຍາກ. ໃນເດືອນມິຖຸນາປີ 2023, ທ່ານທອງລຸນສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໄດ້ເດີນທາງໄປເມືອງຈິ້ນນິງນະຄອນຄຸນໝິງແຂວງຢຸນນານ, ເມືອງໂລງອ່ານນະຄອນນານນິງເຂດກວາງຊີແລະເມືອງສືຈູ້ນະຄອນຈຸ່ງກິ່ງຈີນໂດຍສະເພາະເພື່ອທັດສະນະສຶກສາວຽກງານພັດທະນາຊົນນະບົດ. ນອກນີ້, ຝ່າຍລາວກໍເຄີຍແລກປ່ຽນບົດຮຽນກັບພາກສ່ວນພັກແລະລັດ ຄັງປັນຍາແລະ ອົງການຈັດຕັ້ງຝ່າຍຈີນກ່ຽວກັບຫົວຂໍ້ຫຼຸດຜ່ອນຄວາມທຸກຍາກ.

ການຫຼຸດຜ່ອນຄວາມທຸກຍາກກໍເປັນທິດທາງສຳຄັນໃນການຮ່ວມມືຕົວຈິງລະຫວ່າງຈີນ-ລາວ, ສອງປະເທດໄດ້ຮັບຜົນງານຢ່າງພົ້ນເດັ່ນໃນການຮ່ວມມືຫຼຸດຜ່ອນຄວາມທຸກຍາກ. ເດືອນພະຈິກປີ 2017, ໃນໄລຍະເດີນທາງໄປຢ້ຽມຢາມລາວ, ທ່ານສີຈິ້ນຜິງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນປະທານປະເທດຈີນໄດ້ປະກາດ “8 ໂຄງການໃຫຍ່ທີ່ຈີນຊ່ວຍເຫຼືອລາວ”, ຕົ້ນຕໍແມ່ນແນໃສ່ເຂດທຸກຍາກຂອງຊົນນະບົດລາວ, ໂດຍສຸມໃສ່ການປັບປຸງການສຶກສາ, ສາທາລະນະສຸກ, ນ້ຳປະປາແລະລະບົບໄຟຟ້າ, ພະຍາຍາມສຸດຂີດເພື່ອປັບປຸງເງື່ອນໄຂດ້ານທີ່ຢູ່ອາໄສແລະການພັດທະນາຢູ່ຊົນນະບົດຂອງລາວ. ຈີນຍັງໄດ້ດຳເນີນໂຄງການສາທິດຫຼຸດຜ່ອນຄວາມທຸກຍາກຢູ່ອາຊີຕາເວັນອອກ, ການສ້າງອຸປະກອນນຳໃຊ້ເພື່ອຊ່ວຍຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດ ແລະໂຄງການອື່ນໆຢູ່ລາວ, ເຜີຍແຜ່ບົດຮຽນການປູກຝັງ-ລ້ຽງສັດຫັດຖະກຳແບບດັ່ງເດີມການທ່ອງທ່ຽວແບບໂຮມສະເຕແລະອຸດສາຫະກຳພິເສດອື່ນໆຕາມເງື່ອນໄຂອຳນວຍຂອງທ້ອງຖິ່ນ. ບ້ານຍົກຍ້າຍໃໝ່ຂອງປະຊາຊົນຈາກໂຄງການທາງລົດໄຟ, ໂຮງໝໍຫຼວງພະບາງ, ໂຮງໝໍມະໂຫສົດ, ໂຮງຮຽນມັດທະຍົມເພຍວັດ, ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟແລະອື່ນໆໄດ້ຊ່ວຍຊຸກຍູ້ຍົກສູງລະດັບການສຶກສາແລະການປິ່ນປົວ ຊຶ່ງໄດ້ເສີມຂະຫຍາຍບົດບາດສຳຄັນເຂົ້າໃນການຊຸກຍູ້ການພັດທະນາຂອງສັງຄົມ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ.

ການມອບປາໃຫ້ຄົນບໍ່ທໍ່ສອນວິທີຕຶກເບັດໃຫ້, ພາລະກິດຫຼຸດຜ່ອນຄວາມທຸກຍາກຂອງລາວຈະບໍ່ອາໄສພຽງແຕ່ການຊ່ວຍເຫຼືອເທົ່ານັ້ນ. ການສ້າງລະບົບລະບຽບການລຶບລ້າງຄວາມທຸກຍາກທີ່ມີສີສັນພິເສດຂອງຈີນ, ເປັນບົດຮຽນສຳຄັນຂອງຈີນໃນການລຶບລ້າງຄວາມທຸກຍາກ. ຈາກນັ້ນ, ກະຊວງກະສິກຳແລະປ່າໄມ້ລາວໄດ້ສ້າງອົງການຫຼຸດຜ່ອນຄວາມທຸກຍາກ, ເພື່ອຈັດວາງແຜນລະດັບຊາດ. ເລີ່ມແຕ່ປີ 2018, ລັດຖະບານລາວໄດ້ກຳນົດບ້ານທຸກຍາກ 1.511 ບ້ານເພື່ອໃຫ້ການຊ່ວຍເຫຼືອຢ່າງຖືກເປົ້າໝາຍ, ໂດຍໄດ້ສ້າງຈຸດທົດລອງຢູ່ແຂວງຫຼວງພະບາງແລະແຂວງວຽງຈັນແລະໄດ້ສົ່ງໜ່ວຍງານຫຼຸດຜ່ອນຄວາມທຸກຍາກລົງໄປປະຈຳຢູ່ຮາກຖານ, ໃນບາດກ້າວຕໍ່ໄປຍັງຈະເຜີຍແຜ່ບົດຮຽນນີ້ໃຫ້ກວ້າງອອກ. ໂດຍຜ່ານການບາກບັ່ນສູ້ຊົນຢ່າງບໍ່ລົດລະເປັນເວລາຫຼາຍປີ, ຢູ່ປະເທດລາວໄດ້ມີຄອບຄົວທຸກຍາກ 83,13%, ບ້ານທຸກຍາກ 69,69% ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວແລະສືບຕໍ່ກ້າວໄປສູ່ເປົ້າໝາຍອັນສຳຄັນຂອງປະເທດນັ້ນກໍຄືການຫຼຸດພົ້ນອອກຈາກຖັນແຖວປະເທດດ້ອຍພັດທະນາໃນປີ 2026.
ປັດຈຸບັນ, ການລຶບລ້າງຄວາມທຸກຍາກຍັງຄົງເປັນໜຶ່ງໃນສິ່ງທ້າທາຍໃຫຍ່ທີ່ສຸດຂອງມວນມະນຸດ. ໃນຖານະເປັນປະເທດພວມພັດທະນາ, ສອງປະເທດຈີນແລະລາວລົງເລິກການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກແມ່ນມີຄວາມໝາຍສຳຄັນເປັນຢ່າງຍິ່ງ. ໃນໄລຍະຕໍ່ໄປ, ຈີນຈະຈັດຕັ້ງປະຕິບັດຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20, ເພີ່ມທະວີການຮ່ວມມືຕົວຈິງກັບຝ່າຍລາວຕື່ມອີກໃນດ້ານການຫຼຸດຜ່ອນຄວາມທຸກຍາກ ແລະການພັດທະນາ, ຊ່ວຍເຫຼືອຊຸກຍູ້ພາລະກິດຫຼຸດຜ່ອນຄວາມທຸກຍາກຂອງຝ່າຍລາວໄດ້ຮັບການພັດທະນາອັນໃໝ່.

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ