ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ

ຄະນະຜູ້ແທນ ອກສລ ເຂົ້າຢ້ຽມຂໍ່ານັບປະທານສະພາແຫ່ງຊາດຫວຽດນາມ
ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ(ອກສລ) ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈິນ ແທັງ ເໝີນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນລະຫວ່າງທີ 16-20 ກໍລະກົດ ຜ່ານມາ.

 

ຄະນະຜແທນ ອກສລ ເຂາຢຽມຂານບປະທານສະພາແຫງຊາດຫວຽດນາມ - image 1
 

ໂອກາດດັ່ງກ່າວ, ສະຫາຍປະທານສະພາແຫ່ງຊາດຫວຽດນາມ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ພ້ອມຕີລາຄາສູງຕໍ່ຄະນະຜູ້ແທນອົງການກວດສອບແຫ່ງລັດຂອງ ສປປ ລາວ ພ້ອມຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ - ສອງລັດ ກໍຄືປະຊາຊົນສອງຊາດຫວຽດນາມ-ລາວ ເວົ້າສະເພາະສອງອົງການກວດສອບແຫ່ງລັດຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ອວຍພອນໃຫ້ຄະນະຜູ້ແທນອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ ຈົ່ງປະສົບຄວາມສຳເລັດໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ສະຫາຍ ວຽງທະວີສອນ ເທບພະຈັນ ຕາງໜ້າຄະນະຜູ້ແທນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງປະທານສະພາແຫ່ງຊາດຫວຽດນາມໃນຄັ້ງນີ້ ພ້ອມຢືນຢັນຈະຕັ້ງໜ້າເສີມຂະຫາຍການພົວພັນຮ່ວມມືລະຫວ່າງສອງອົງການກວດສອບແຫ່ງລັດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານໃຫ້ໄດ້ຮັບການເສີມຂະຫຍາຍແຕກດອກອອກຜົນຍິ່ງໆຂຶ້ນ.

ຂ່າວແຈ້ງຕື່ມອີກວ່າໃນໄລຍະຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້ໄດ້ພົບປະກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ໂດຍໄດ້ຮັບການຕ້ອນຮັບຂອງສະຫາຍ ໂງ ວັນ ຕວັນ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມພົບປະສອງຝ່າຍ ແລະ ແລກປ່ຽນບົດຮຽນກ່ຽວກັບການມີສ່ວນຮ່ວມຂອງ ອົງການກວດສອບແຫ່ງລັດ ຕໍ່ການສ້າງແຜນງົບປະມານແຫ່ງລັດ ແລະ ຄວາມເຂົ້າໃຈຕໍ່ກັບກົນໄກ, ຂັ້ນຕອນວິທີການຈັດຕັ້ງປະຕິບັດຄໍາແນະນໍາຜົນຂອງການກວດສອບ. ໃນໂອກາດດັ່ງກ່າວ ຄະນະຜູ້ແທນ ໄດ້ເດີນທາງຢ້ຽມຢາມອົງການກວດສອບ ປະຈໍຳເຂດ 4 ນະຄອນໂຮ່ຈິມິນ ສສ ຫວຽດນາມ. ການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນຂີດໝາຍສຳຄັນ ໃນການສືບຕໍ່ ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍທີ່ໄດ້ເຊັ່ນຮ່ວມກັນ ໃນປີ 2022 ແນໃສ່ຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ເພື່ອພັດທະນາຂະ ແໜງການກວດສອບແຫ່ງລັດຂອງສອງປະເທດໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຜັນຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດກໍຄືການເສີມຂະຫຍາຍສາຍພົວພັນທາງການທູດຄົບຮອບ 63ປີ (5/9/1962 - 5/9/2025).

ໃນກອງປະຊຸມພົບປະສອງຝ່າຍ, ຄະນະຜູ້ແທນແຕ່ລະຝ່າຍໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ແລະ ການຮ່ວມມືທີ່ພົ້ນເດັ່ນຂອງວຽກງານການກວດສອບ ໂດຍສະເພາະວຽກງານໂຄງການປັບປຸງບໍລິຫານອົງການກວດສອບແຫ່ງລັດ ຫັນເປັນທັນສະໄໝ (E-Office) ທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ ກໍຄືອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນປີ 2024, ປຶກສາຫາລືກ່ຽວກັບແຜນກິດຈະກຳຮ່ວມມືສອງຝ່າຍໄລຍະກາງແຕ່ປີ 2026-2028. ພ້ອມດຽວກັນນັ້ນ ກໍໄດ້ແລກປ່ຽນບົດຮຽນດ້ານວິຊາການ ຄື: ການມີສ່ວນຮ່ວມຂອງ ອົງການກວດສອບແຫ່ງລັດ ຕໍ່ການສ້າງແຜນງົບປະມານແຫ່ງລັດ ແລະ ຄວາມເຂົ້າໃຈຕໍ່ກັບກົນໄກ, ຂັ້ນຕອນວິທີການຈັດຕັ້ງປະຕິບັດຄໍາແນະນໍາການກວດສອບ. ກອງປະຊຸມ ໄດ້ຕີລາຄາ ແລະ ເອກະພາບສູງຕໍ່ແຜນການຮ່ວມມື 2026-2028 ໂດຍມອບໃຫ້ກົມຮ່ວມມືສອງອົງການປະສານສົມທົບກັນ ເພື່ອສ້າງແຜນກິດຈະກຳ ລະອຽດ;

ຄະນະຜແທນ ອກສລ ເຂາຢຽມຂານບປະທານສະພາແຫງຊາດຫວຽດນາມ - image 2
 

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວ, ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ອົງການກວສອບແຫ່ງລັດ ສສ ຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ແບ່ງປັນຄວາມຮູ້ໃຫ້ແກ່ ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ ແລະ ຈະສືບຕໍ່ການຮ່ວມມືໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ນັກກວດສອບຂອງອົງການກວດສອບແຫ່ງລັດ ສປປ ລາວ ໃນຕໍ່ໜ້າ. ໃນຕອນທ້າຍ ສະຫາຍ ໂງ ວັນ ຕວັນ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ກໍໄດ້ສະແດງຄວາມຍິນດີ ແລະ ເຊື່ອໝັ້ນວ່າທັງສອງອົງການກວດສອບແຫ່ງລັດ ສສ ຫວຽດນາມ ແລະ ສປປ ລາວ ຈະສືບຕໍ່ຮ່ວມມືຮອບດ້ານ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງອົງການກວດສອບແຫ່ງລັດ ໃຫ້ກ້າວໜ້າຂຶ້ນເລື້ອຍໆ .

ຂ່າວ: ອກສລ

ຄໍາເຫັນ

ຂ່າວການຮ່ວມມື

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ  ສສ ຫວຽດນາມ

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ

ໃນວັນທີ 24 ຕຸລານີ້ ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄຊຍະບູລີ ໄດ້ຕ້ອນຮັບຄະນະອາດີດ ຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ ນໍາໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະອາດີດ ຊ່ຽວຊານທະຫານອາສາສະມັກຫວຽດນາມພ້ອມຄະນະ.
ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ໃນວັນທີ 21 ຕຸລາ ຜ່ານມາ, ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຝຣັ່ງ ໄດ້ເຂົ້າຍື່ນສານແຕ່ງຕັ້ງຕໍ່ ທ່ານ ນາງ Louise Mushikiwabo ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ ເພື່ອດຳລົງຕຳແໜ່ງ ເປັນຜູ້ຕາງໜ້າສ່ວນຕົວ ຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ (ພະນະທ່ານ ທອງລຸນ ສີສຸລິດ) ປະຈຳ ອົງການຝຣັ່ງໂກໂຟນີສາກົນ (CPF) ທີ່ ມີສຳນັກງານໃຫຍ່ ຕັ້ງຢູ່ ນະຄອນຫຼວງປາຣີ ສາທາລະນະລັດ ຝຣັ່ງ.
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ໃນວັນທີ 23 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງ ຂອງ ສະຫາຍ ຫວູ ຫງອກ ຫຼີ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ຢູ່ ນະຄອນ-ຫຼວງພະບາງ ຄົນໃໝ່.
ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ໃນລະຫວ່າງວັນທີ 22-29 ຕຸລານີ້, ໃນການເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ນໍາໂດຍສະຫາຍນາງວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ໄປຢ້ຽມຍາມ ແລະ ພົບປະກັບໜັງສືພິມຕວຍແຈ ໃນວັນທີ 23 ຕຸລານີ້ ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ,ໂດຍສະຫາຍ ເລເຖຈິ ບັນນາທິການໃຫຍ່ໜັງສືພິມຕວຍແຈ, ພ້ອມຄະນະໃຫ້ການຕ້ອນຮັບ.
ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ສະພາປະຊາຊົນ ແຂວງສາລະວັນ ສປປ ລາວ ແລະ ສະພາປະຊາຊົນ ນະຄອນເຫວ້ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຊັ້ນສອງ ຂອງສະໂມສອນແຂວງສາລະວັນ ຝ່າຍສະພາປະຊາຊົນ ແຂວງສາລະວັນ ນໍາໂດຍ ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ປະທານສະພາປະຊາຊົນ ແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ຝ່າຍສະພາປະຊາຊົນ ນະຄອນເຫວ໋ ນໍາໂດຍ ທ່ານ ຫງວຽນ ກວາງ ຕ໋ວນ ຄະນະປະຈໍາພັກແຂວງ ຮອງປະທານຜູ້ປະຈໍາການ ສະພາປະຊາຊົນ ນະຄອນເຫວ້ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ “ລັດຖະສະພາທີ່ເປີດກວ້າງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ ແລະ ຕອບສະໜອງ, ໃນວັນທີິ 22 ຕຸລານີ້ ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ສັນຍາ ປຣະເສີດ ປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດ ແຫ່ງ ສປປ ລາວ, ມີບັນທ່ານສະມາຊິກລັດຖະສະພາ, ບັນດາຜູ້ຊ່ຽວຊານແລະ ແຂກຖືກເຊີນເຂົາຮ່ວມຢ່າງພ້ອມພຽງ.
ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ໃນວັນທີ 23 ຕຸລານີ້, ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຄະນະໂຄ ສະນາອົບຮົມ ສູນກາງພັກ (ຄອສພ) ນຳໂດຍ ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກ ກັບຄະນະໂຄສະ ນາສຶກສາ ແລະ ຂົນຂວາຍປະຊາຊົນ ສສ ຫວຽດນາມ, ນຳໂດຍ ສະຫາຍ ຕັງຫິວຟອງ ຮອງປະທານ ຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ຄະນະພັກ ນະຄອນໂຮ່ຈິມິນ ພ້ອມຄະນະ ໃຫ້ການຕ້ອນຮັບ
ສໍາເລັດກອງປະຊຸມສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ສ.ເກົາຫຼີ ຄັ້ງທີ XIV

ສໍາເລັດກອງປະຊຸມສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ສ.ເກົາຫຼີ ຄັ້ງທີ XIV

ໂດຍຕອບສະໜອງ ຕາມການເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບ ສ. ເກົາຫຼີ - ລາວ (KLFA), ຄະນະຜູ້ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ສ. ເກົາຫຼີ (LKFA) ຊຶ່ງນຳໂດຍທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ - ສ.ເກົາຫຼີ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດ​ວຽກທີ່ ສ. ເກົາຫຼີ ແຕ່ວັນທີ 22-27 ຕຸ​ລາ 2025.
ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ໃນວັນທີ 22 ຕຸລາ ຜ່ານມາ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ(The Economic and Social Development Programme (Geospatial Data Platform) ມູນຄ່າ 649 ລ້ານເຢນ ຊຶ່ງຕາງໜ້າລັດຖະບານລາວ ເຂົ້າຮ່ວມລົງນາມໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານຍີ່ປຸ່ນໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ພ້ອມທັງມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ຍີ່ປຸ່ນ ແລະ ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ວັນທີ 20 ຕຸລາ ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 77,500 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງຜົົ້ງສາລີ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນຮາກ​ຖານ (GGP).
ເພີ່ມເຕີມ