![]() |
ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ຍົກໃຫ້ເຫັນມູນເຊື້ອ ປະຫວັດຄວາມເປັນມາຂອງວັນດັ່ງກ່າວ ໂດຍສະເພາະ ການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ; ຜົນງານພົ້ນເດັ່ນຂອງແນວລາວສ້າງຊາດໃນແຕ່ລະໄລຍະ; ມູນເຊື້ອອັນສະຫງ່າງາມຂອງແນວລາວສ້າງຊາດ; ເສີມຂະຫຍາຍມູນເຊື້ອຂອງແນວລາວສ້າງຊາດເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະໃໝ່ ແລະ ບາງຈິດໃຈ ແລະ ແຜນວຽກໃນການສະເຫຼີມສະຫຼອງ 75 ປີ ແນວລາວສ້າງຊາດ.
ສຳລັບຄຳຂວັນ: ຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຢ່າງສຸດໃຈ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ເສີມສ້າງມູນເຊື້ອອັນສະຫງ່າງາມຂອງແນວລາວສ້າງຊາດເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຕົ້າໂຮມກຳລັງແຮງຂອງປະຊາຊົນທຸກຊັ້ນຄົນຢ່າງແຂງແຮງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຄະນະກຳມະການ ແລະ ພະນັກງານແນວລາວສ້າງຊາດທຸກທ່ານອອກແຮງງານເສີມສ້າງຄຸນງາມຄວາມດີ ເສີມສ້າງຄວາມສາມັກຄີ ເສີມສ້າງຄຸນວຸດທິ ແລະ ເສີມສ້າງຄຸນນະທຳຢ່າງຕັ້ງໜ້າ ແລະ ຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການສ້າງຄອບຄົວ-ບ້ານສາມັກຄີປອງດອງ ຂະບວນການຮັກບ້ານເກີດ ໃຫ້ປະກົດຜົນເປັນຈິງ.
(ຂໍ້ມູນ ສປສສ - ຂ່າວ: ຕຸໄລເພັດ)
ຄໍາເຫັນ