ບົດປາໄສ ຂອງສະຫາຍນາງ ປານີ ຢາທໍ່ຕູ້ ກ່າວໃນງານສະເຫຼີມສະຫຼອງ ວັນໄຊຊະນະບັ້ນຮົບດຽນບຽນຝູ້ ຄົບຮອບ 70 ປີ (7/5/1954-7/5/2024)

ບົດປາໄສ ຂອງສະຫາຍນາງ ປານີ ຢາທໍ່ຕູ້ ກ່າວໃນງານສະເຫຼີມສະຫຼອງ ວັນໄຊຊະນະບັ້ນຮົບດຽນບຽນຝູ້ ຄົບຮອບ 70 ປີ (7/5/1954-7/5/2024)
ມື້ນີ້, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ,​ ສູນກາງແນວລາວສ້າງຊາດ ​ພ້ອມດ້ວຍຊາວນະຄອນຫຼວງວຽງຈັນ ໄດ້ພ້ອມກັນໂຮມຊຸມນຸມໃຫຍ່ ເພື່ອສະເຫຼີມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນຝູ້ ທີ່ລືຊື່ ຄົບຮອບ 70 ປີ (7/5/1954-7/5/2024), ໃນທ່າມກາງທີ່ປະຊາຊົນຫວຽດນາມ ວິລະຊົນອ້າຍນ້ອງ ພວມຈັດຕັ້ງ ການສະເຫຼີມສະຫຼອງ ວັນສຳຄັນດັ່ງກ່າວໃນລະດັບຊາດ ດ້ວຍຫຼາຍກິດຈະກຳທີ່ມີຄວາມໝາຍ ແລະ ມີເນື້ອໃນອັນເລິກເຊິ່ງ, ແລະ ໃນ​ທ່າມ​ກາງ​ບັນ​ຍາ​ກາດ ທີ່ທົ່ວພັກ, ລັດ, ​ແລະ ປະຊາຊົນລາວບັນ​ດາ​ເຜົ່າພວມສືບຕໍ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ​ຂອງ​ພັກ, ການຫ້າງ​ຫາ​ກະ​ກຽມ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່ 3 ​ຂັ້​ນ ແລະ ທົ່​ວ​ພັ​ກ​ລັດ ເ​ເລະ ກອງທັບ ຫາ​ກໍ່​ສຳ​ເລັດ​ການ​ສະ​ເຫຼີ​ມ​ສະຫຼອງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ລາວ ຄົບ 75 ປີ ແລະ ​ວັນບຸ​ນ​ສຳຄັນ​ຂອງ​ພັກ ແລະ ຂອງ​ຊາດ ຢ່າງເປັນຂະບວນຟົດຟື້ນ.
ໃນພິທີທີ່ມີຄວາມໝາຍນີ້, ຂ້າພະເຈົ້າຕາງໜ້າ ໃຫ້ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ, ບັນດາກຳລັງປະກອບອາວຸດ ແລະ ປະ ຊາຊົນລາວບັນດາເຜົ່າ ຂໍຈາລຶກບຸນຄຸນ ຕໍ່ພັກກອມມູນິດຫວຽດນາມ, ລັດຖະບານ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ, ຕໍ່ ປະທານໂຮ່ ຈິມິນ ຜູ້ນຳ​ທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ເຄົາລົບຮັກ, ບັນດາອະດີດການນຳ, ນັກຮົບປະຕິວັດ, ປະ​ຊາ​ຊົນຂອງ 2 ຊາດ​ ລາວ-ຫວຽດ​ນາມ ທີ່ໄດ້ເສຍສະຫຼະອັນໃຫຍ່ຫຼວງ, ອຸທິດສະຕິປັນຍາ, ເຫື່ອແຮງ, ຕະຫຼອດຮອດຊີວິດເລືອດເນື້ອໃນພາລະກິດຕໍ່ສູ້ກູ້ຊາດຕ້ານກັບຈັກກະພັດຜູ້ຮຸກຮານ, ຊຶ່ງເດັ່ນກວ່າໝູ່ແມ່ນໃນບັ້ນຮົບດຽນບຽນຝູ້ ທີ່ລືຊາ ໃນປີ 1954 ທີ່ຜ່ານມາ.
ກ່ອນໜ້ານີ້ 70 ປີ, ພາຍຫຼັງທີ່ຈັກກະພັດຝຣັ່ງ ໄດ້ກັບຄືນມາຮຸກຮານອິນດູຈີນອີກຄັ້ງໃໝ່ ໃນ​ປີ 1946, ປະຊາຊົນສາມຊາດ ​ລາ​ວ​, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ້ພ້ອມ​ກັນ​ລຸກ​ຂຶ້ນ​ເພື່​ອ​​ສືບຕໍ່​ຕໍ່ສູ້​ຕ້ານ​ກັບພວກ​ຈັກ​ກະ​ພັດຜູ້​ຮຸກ​ຮານ. ສະເພາະປະຊາຊົນຫວຽດນາມ ກໍໄດ້ສືບຕໍ່ຕໍ່ສູ້ພາຍໃຕ້ການນຳພາຂອງພັກແຮງງານຫວຽດນາມ (ພັກກອມມູນິດຫວຽດນາມໃນປັດຈຸບັນ) ໂດຍແມ່ນ ປະທານ ໂຮ່ ຈິມິນ ເປັນຜູ້ສ້າງຕັ້ງ ແລະ ນຳ​ພາ.
ການຕໍ່ສູ້ຕ້ານພວກຈັກກະພັດຝຣັ່ງ ໄດ້ດຳເນີນເປັນເວລາ 8 ປີ. ດ້ວຍທາດແທ້ກະຫາຍສົງຄາມ, ພວກເຂົາໄດ້ສ້າງ ແຜນການນາວາ ເພື່ອຫວັງຈະ​ບຽດຍຶດເອົາປະເທດຫວຽດນາມພາຍໃນ 18​ ເດືອນ, ດ້ວຍ​ການ​ທ້ອນ​ໂຮມ​ກຳ​ລັງ, ສ້າງ​ຖານ​ທີ່​ໝັ້ນ​ທີ່​ເຂັ້ມ​ເເຂງ ຢູ່​ດຽນ​ບຽນ​ຝູ້ ​ ໂດຍໃຊ້ກຳ​ລັງ 21 ​ກອງ​ພັນ, ມີ​ອາ​ວຸດ​ຍຸດ​ໂທ​ປະ​ກອນຄົບ​ຊຸດ​ທີ່​ທັນ​ສະ​ໄໝ, ພ້ອ​ມ​ທັງຈັດ​ວາງ​ກຳ​ລັງ​ຕາມ​ຈຸດ​ປ້ອມ​​ໝັ້ນ 49 ເເຫ່ງ​ຢູ່ 3 ເຂດ ຄື: ເຂດເໜືອ, ເຂດໃຕ້ ແລະ ເຂດໃຈກາງ ເພື່ອ​ຊ່ວຍ​ໜຸນ​ຊຶ່ງ​ກັນ ເ​ເລະ​ ກັນ ຫວັງ​ປິດ​ລ້ອມ​ດິນ​ເເດນ​ທັງ​ໝົດ​ຂອງ​ ສ​ສ ຫວຽດ​ນາມ ແລະ ດັບ​ສູນກຳ​ລັງ​ຫຼວງ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ກ້າວ​ໄປ​ເຖິງ​ການ​ຫັນ​ປ່ຽນ​ຫວຽດ​ນາມ​ໃຫ້​ກາຍ​ເປັນ​ຖານ​ທີ່​ໝັ້ນທາງ​ການ​ທ​ະ​ຫານ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຢ່າງ​ຖາ​ວອນ, ​ສ້າງ​ດຽນ​ບ​ຽນ​ຝູ້​ໃຫ້​ກາຍ​ເປັນ​ຖານ​ທັບ​ທີ່​ເຂັ້ມເ​ເຂງ ເພື່ອ​ຄວບ​ຄຸມ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຈັກ​ກະ​ພັດ​ຝ​ຣັ່ງ ແລະ ຈັກ​ກະ​ພັດ​ອາ​ເມ​ຣິກາ ໄດ້​ຖື​ເອົາ​ດຽນ​ບຽນ​ຝູ້ ເປັນ​ເເປ້ນຍັນ ເພື່ອ​ບຽດ​ຢຶດ​ເອົາພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດ​ນາມ, ພາກ​ເໜືອ​ຂອງ​ລາວ, ເປັນ​ການ​ບັນ​ທອນ ແລະ ດັບ​ມອດ​ກຳ​ລັງ​ປະ​ກອບອາ​ວຸດ​ຂອງ​ຫວຽດ​ນາມ. ໂດຍ​ເຫັນ​ໄດ້​ກົນ​ອຸ​ບາຍ​ອັນ​ເລິກ​ເ​ເລບ​ຂອງ​ພວກ​ຈັກ​ກະ​ພັດ​ຝ​ຣັ່ງ, ເຫັນ​ໄດ້​ໂອ​ກາດ​ທີ່​ສຸກງອມ​ມາ​ເຖິງ ແລະ ບົນ​ພື້ນ​ຖານ​ການ​ວິ​ເຄາະ, ຕີ​ລາ​ຄາ​ສະ​ພາບ​ການ​ຂອງ​ໂລກ ກໍ​ຄື​ພາຍ​ໃນ​ປະ​ເທດ, ຕົ້ນ​ເດືອນ​ທັນ​ວາ ປີ 1953, ກົມ​ກ​ານ​ເມືອງ​ສູນ​ກາງ​ພັກ​ກອມມູນິດຫວຽດ​ນາມ ໄດ້​ຕົກ​ລົງ​ເປີດ​ບັ້ນ​ຮົບດຽນ​ບຽນ​ຝູ້, ປະ​ທານ ​ໂຮ່ ​ຈິ​ມິນ​ ໄດ້​ຊີ້​ນຳ​ວ່າ: ບັ້ນ​ຮົບ​ດຽນ​ບຽນ​ຝູ້ ເປັນ​ບັ້ນ​ຮົບ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ ທາງ​ດ້ານ​ການ​ທະ​ຫານ; ການ​ເມືອງ ແລະ ​ການ​ຕ່າງ​ປະ​ເທດ. ສະ​ນັ້ນ, “ຕ້ອງ​ຕີ​ໃຫ້​ຊະ​ນະ ແລະ ​ຕ້ອງໄຊ​ຊະ​ນະ​ ຢ່າງເ​ເນ່ນອນ​”. ປະ​ຕິ​ບັດ​ຈິດ​ໃຈ​ຊີ້​ນຳ​ຂອງ​ປະ​ທານ ໂຮ່ ​ຈິ​ມິນ, ກຳ​​ລັງ​ກອງ​ທັບ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ ໄດ້​ກະ​ກຽມ​ຄວາມ​ພ້ອມ​ຢ່າງ​ຮອບ​ດ້ານດ້ວຍ​ການ​ລະ​ດົມ​ກຳ​ລັງ​ຄົນ; ກໍ​າ​ລັງຊັບ​ຂອງ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ເພື່ອ​ເຄື່ອນ​ທັບ​ຂຶ້ນ​ສູ່​ບັ້ນ​ຮົບ​ດຽນ​ບຽ​ນ​ຟູ ເພື່ອ​ຕີ​​ເອົາ ຊ​ະ​ນະ​ຈັກ​ກະ​ພັດ​ຝ​ຣັ່ງຜູ້​ຮຸກ​ຮານ. ສະ​ນັ້ນ, ພາຍຫຼັງກະກຽມແລ້ວ, ວັນທີ 13 ມີ​ນາ ປີ 1954, ກອງທັບປະ​ຊາ​ຊົນຫວຽດນາມ ໄດ້ເລີ່ມຕົ້ນບຸກໂຈມຕີ ຢູ່ວົງນອກໃນເຂດຈຸດຮີມລາມ, ດົກເລິບ, ບ້ານແກ້ວ ຊຶ່ງພາຍຫຼັງ 5 ວັນສູ້ຮົບຢ່າງ​ດຸ​ເດືອດຂ້ຽວ​ຂາດ ແລະ ພິ​ລະ​ອາດ​ຫານ, ກອງທັບ​ປະ​ຊາ​ຊົນຫວຽດນາມ ສາມາດ​ດັບ​ສູນທີ່ໝັ້ນຂອງສັດຕູຢູ່ວົງນອກສຳເລັດ, ເປັນການເປີດປະຕູເຂົ້າສູ່ວົງໃຈກາງ ໂດຍໄດ້ ສັງຫານ ແລະ ຈັບທັງເປັນ ທະຫານຝຣັ່ງໄດ້ 2.000 ກວ່າບັກ.
ການຕໍ່ສູ້ລະຫວ່າງກອງທັບຫວຽດນາມ ແລະ ທະ​ຫານຝຣັ່ງຢູ່​ສະ​ໜາມ​ຮົບ​ດຽນ​ບຽນ​ຟູ ໄດ້ແກ່ຍາວມາ​ເປັນ​ເວ​ລາ 56 ວັນ, ກໍາລັງກອງທັບຫວຽດນາມ ສາ​ມາດຍຶດໄດ້ ສະໜາມບິນເມືອງແທ່ງ ຊຶ່ງເປັນການຕັດທາງລຳລຽງ​ຂົ​ນ​ສົ່ງທາງອາກາດ ຂອງພວກສັດຕູ, ເຮັດໃຫ້ພວກຝຣັ່ງ ຂາດເຂີນທັງອາວຸດ, ຍຸດໂທປະກອນ, ຢາປົວພະຍາດ, ສະບຽງອາຫານ ແລະ ​ອື່ນໆ.
ໂດຍປະຕິບັດຕາມຄຳສັ່ງຂອງກອງບັນຊາການດ້ານຮົບ ໂດຍແມ່ນ ນາຍພົ​ນເອກ ວໍ້ຫງວ້ຽນຢາບ ​ເປັນ​ຜູ້​ຊີ້​ນຳ ແລະ ບັນ​ຊາ​ໂດຍ​ກົງ, ໃນຕອນເຊົ້າ​ຂອງວັນທີ 1 ພຶດສະພາ ປີ 1954, ກອງກຳລັງທະຫານຫວຽດນາມ ໄດ້ບຸກໂຈມຕີເຂົ້າທັງ 3 ດ້ານ ຄື: ດ້ານຕາເວັນອອກ, ຕາເວັນຕົກ ແລະ ຕາເວັນອອກສ່ຽງເໜືອ...ມາຮອດຕອນທ່ຽງຂອງວັນທີ 7 ພຶດສະພາ, ກອງທັບຫວຽດນາມ ໄດ້ເປັນເຈົ້າການ ທົ່ວສະໜາມຮົບ, ຮອດຕອນແລງຂອງວັນທີ 7 ພຶດສະພາ, ດຽນບຽນຝູ້ ໄດ້ຮັບການປົດປ່ອຍຢ່າງສົມບູນ, ສາມາດດັບ​ສູນ ແລະ ຈັບທະຫານຝຣັ່ງ ໄດ້ເປັນໝື່ນກວ່າບັກ, ນັບທັງຜູ້ບັນຊາການດ້ານຮົບຂອງຝຣັ່ງ ນາຍພົນ ເດີກາດຕຣີ ແລະ ອື່​ນໆ.
ໄຊຊະນະດຽນບຽນຝູ້ ເປັນເຫດການທີ່ດັງກ້ອງກັງວານ ແລະ ສັ່ນສະເທືອນໄປທົ່ວໂລກ ແລະ ມີຄວາມໝາຍສຳຄັນໃນປະຫວັດສາດຂອງມວນມະນຸດຄື:
ໄຊຊະນະດຽນບຽນຝູ້ ເປັນເຫດການທີ່ມີຄວາມໝາຍປະຫວັດສາດທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມວິລະຊົນ,ສະແດງໃຫ້ເຫັນຄວາມເຂັ້ມແຂງຂອງກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນທັງຊາດ, ໃຫ້ເຫັນຄວາມມຸ່ງຫວັງອັນແຮງກ້າຂອງປະຊາຊົນຕໍ່ສັນຕິພາບ ແລະ ເອ​ກະ​ລາດເ​ເ​ຫ່ງ​ຊາດ ທັງເປັນການສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວ, ຄວາມອົງອາດກ້າຫານ ບໍ່ຍອມຈຳນົນຂອງກອງກຳລັງປະກອບອາວຸດຂອງຫວຽດນາມ ກໍຄືການເສຍສະຫຼະຂອງທົ່ວປວງຊົນ, ພິເສດແມ່ນປະຊາຊົນໃນພາກຕາເວັນຕົກສ່ຽງເໜືອຂອງປະເທດຫວຽດນາມ;
ໄຊຊະນະດຽນ​ບຽນ​ຝູ້ ເປັນການສະແດງເຖິງຄວາມສະຫຼາດສ່ອງໃສ ​ໃນ​ການ ນຳພາຂອງພັກແຮງງານຫວຽດນາມ ທີ່ມີປະທານ ໂຮ່ ຈິມິນ ເປັນຜູ້ນຳ​​ໃນ​ການວາງ​ເ​ເນວ​ທາງຕໍ່​​ສູ້ ຍາວ​ນານ​, ຮ​ອ​ບ​ດ້ານ, ປະ​ດິດ​ສ້າງ, ເສີມ​ຂະ​ຫຍາຍ​ກຳ​ລັງ​ເ​ເຮງ​ເເຫ່ງຄວາມ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​​ທັງ​ຊາດ, ອີງ​ໃສ່​ກຳ​ລັງ​ພາຍ​ໃນ​ເປັນ​ຕົ້ນ​ຕໍ, ຍາດ​ເເຍ່ງ ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫຼືອ​ຂອງ​ເພື່ອນ​ມິດ​ສາ​ກົນ, ຮູ້​ສົມ​ທົບ​ລະ​ຫວ່າງ​ກຳ​ລັງ​ເເຮງ​ຂອງ​ຊາດ ກັບກຳ​ລັງເ​ເຮງ​ຂອງ​ຍຸກ​ສະ​ໄໝ, ທັງສະແດງໃຫ້ເຫັນ ເຖິງ​​ຄວາມເກັ່ງກ້າ​ປີ​ຊາສາມາດ, ມີ​ໄຫວ​ພິບຂອງຜູ້ບັນຊາການດ້ານຮົບຄື: ນາຍພົນເອກ ວໍ້ຫງວ້ຽນຢາບ ໃນ​ການ​ຫັນ​ປ່ຽນຍຸດ​ທະ​ວີິທີ​ການ​ທະ​ຫານ: “ຈາ​ກ​ການ​ຕີ​ໄວ, ເ​ເກ້​ໄຂ​ໄວ” ມາ​ເປັນ “ການ​ຕີ​ຢ່າງ​ໜັກ​ເ​ເໜ້ນ, ກ້າວ​ຂຶ້ນຢ່າງ​ໜັກ​ເ​ເໜ້ນ” ​ຂອງ​ກອງ​ທັບປະ​ຊາ​ຊົນ​ຫວຽດ​ນາມ, ຊຶ່ງ​ເປັນ​ກົນ​ລະ​ຍຸດ ການ​ທະ​ຫານ​ທີ່​ສຳ​ຄັນ ​ປະ​ກອບ​ສ່ວນເຂົ້າ​ໃນ​ການ​ປົດ​ປ່ອຍ​ບັ້ນ​ຮົບ​ດຽນ​ບ​ຽນ​ຝູ້ ໄດ້ຮັບ​ໄຊ​ຊະ​ນະ​ຢ່າງ​ສະ​ຫງ່າ​ງາມ;
ໄຊຊະນະດຽນບຽນຝູ້ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດ, ດັງກ້ອງກັງວານ ໃນປະຫວັດສາດຂອງມວນມະນຸດ, ທີ່ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ​ຂອງປະຊາ ຊົນຫວຽດນາມວິ​ລະ​ຊົນທີ່ມີກຽດສະຫງ່າ, ຊຶ່ງໄດ້ຖືກບັນທຶກເຂົ້າໃນ​ໜ້າປະຫວັດສາດຂອງໂລກຢູ່ໃນ ສັດຕະວັດທີ 20, ທີ່ໄດ້ທັບມ້າງລະບົບຫົວເມືອງຂຶ້ນ ຂອງລັດທິຈັກກະພັດ ໃຫ້ພັງທະລາຍລົງ, ໄດ້ພິສູດເຖິງສັດຈະທຳທີ່ວ່າ: “ຢູ່ໃນຊາດໜຶ່ງທີ່ເຄີຍເປັນຫົວເມືອງຂຶ້ນ, ເຄິ່ງສັກດີນາ, ດິນແດນ ບໍ່ກວ້າງໃຫຍ່, ປະຊາກອນບໍ່ຫຼາຍ,​ ເສດຖະກິດຫຼ້າຫຼັງ ແລະ ຂະຫຍາຍຕົວຊ້າ, ກໍາລັງທະຫານອ່ອນນ້ອຍ, ພາຫະນະ, ອຸປະກອນຫຼ້າຫຼັງ, ແຕ່ເມື່ອມີຄວາມສາມັກຄີຢ່າງແໜ້ນແຟ້ນ, ມີການຊີ້ນຳນຳພາຢ່າງຖືກຕ້ອງ, ສະຫຼາດ​ສ່ອງ​ໃສ ແລະ ມີໄຫວພິບຂອງພັກກອມມູນິດ ແລະ ປະທານ ໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່, ຮູ້ນຳໃຊ້ກຳລັງປະກອບອາວຸດທົ່ວປວງຊົນ ເພື່ອເຮັດສົງຄາມ ປະຊາຊົນ ກໍສາມາດຕີເອົາໄຊຊະນະສັດຕູຜູ້ຮຸກຮານ ທີ່ມີພື້ນຖານເສດຖະກິດ ແລະ ການທະຫານ ທີ່ເຂັ້ມແຂງ ແລະ ທັນສະໄໝກວ່າຫຼາຍເທົ່າ​ໄດ້​ສຳ​ເລັດ”;
ໄຊຊະນະດຽນບຽນຝູ້ ແມ່ນໄຊຊະນະແຫ່ງຄວາມສາມັກຄີ, ຮ່ວມຂຸມຄອງດຽວກັນ ໃນການຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ, ອັນເປັນການປະກອບສ່ວນທັບມ້າງລັດທິລ່າເມືອງຂຶ້ນແບບເກົ່າ ໃຫ້ພັງທະລາຍລົງຢູ່ໃນໂລກ, ໄຊຊະນະດັ່ງກ່າວ ຍັງເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍ່ງທີ່ໃສແຈ້ງ ໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ, ເພື່ອລຸກຂຶ້ນຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງຫົວເມືອງຂຶ້ນ ແບບເກົ່າຢູ່ຫຼາຍບ່ອນໃນທົ່ວໂລກ, ປະກອບສ່ວນອັນສົມກຽດ ເຂົ້າໃນພາລະກິດຕໍ່ສູ້ອັນຍິ່ງໃຫຍ່ ຂອງມວນມະນຸດທີ່ກ້າວໜ້າ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າ ຂອງສັງຄົມ;
ໄຊຊະນະດຽນບຽນຝູ້ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ, ແຕ່ຍັງເປັນການສະແດງເຖິງໄຊຊະນະຂອງກ້ອນກຳລັງສາມັກຄີ, ການຮ່ວມສຳພັນສູ້​ຮົບ ແລະ ຄຽງບ່າຄຽງໄຫລ່ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມຂຸມຄອງດຽວກັນ, ຕ້ານກັບສັດຕູ ໂຕດຽວກັນ ເພື່ອປົດປ່ອຍຕົນເອງ. ​ໄຊຊະນະດັ່ງກ່າວ ໄດ້ດັບມອດເຈດຈຳນົງ ການຮຸກຮານ ຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະບານຝຣັ່ງ ຈຳຕ້ອງຍອມເຊັນສັນຍາເຊີແນວ ກ່ຽວກັບອິນດູຈີນໃນປີ 1954, ຮັບຮູ້ຄວາມເປັນເອກະລາດ ແຫ່ງຊາດ, ​ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກຳປູເຈຍ.​ ພາກເໜືອຫວຽດນາມໄດ້ຮັບການປົດປ່ອຍ ຢ່າງສົມບູນ ແລະ ກາຍເປັນຖານທີ່ໝັ້ນຂອງການປະຕິວັດທີ່ເຂັ້ມແຂງ ທັງເປັນແນວຫຼັງທີ່ແໜ້ນແກ່ນ ໃຫ້ແກ່ການດຳເນີນການຕໍ່ສູ້ຕ້ານຈັກກະພັດອາເມຣິກາ ຢູ່ພາກໃຕ້ ຂອງຫວຽດ ນາມໃນ​ເວລາຕໍ່ມາ;
ໄຊຊະນະດຽນບຽນຝູ້ ເປັນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ໃນພາລະກິດຕໍ່ສູ້ເພື່ອເອກະລາດຂອງຕົນໃນເວລາຊຸມ​ປີຕໍ່ມາຈົນສາມາດປົດ ປ່ອຍປະເທດຊາດ ​ໄດ້ຢ່າງສົມບູນໃນປີ 1975 ແລະ ​ດຳ​ເນີນພາລະກິດປົກ​ປັກ​ຮັກ​ສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ເຖິງ​ວ່າວັນ ເວລາໄດ້ຜ່ານໄປເປັນເວລາ 70 ປີ ​ກໍ​ຕາມ, ແຕ່ມານະຈິດຂອງ​ບັ້ນ​ຮົບດຽນບຽນຝູ້ ຍັງໃສແຈ້ງ ແລະ ​ເປັນກຳລັງອັນແຮງກ້າ ປຸກລະດົມຈິດ​ໃຈຢ່າງ​ໃຫຍ່ຫຼວງຂອງປະຊາຊົນສາມຊາດອິນດູຈີນ ​ໂດຍຕະຫຼອດ​ມາ.
ໄຊຊະນະດຽນບຽນຝູ້ ລືກ້ອງ​ກັງ​ວານນີ້ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການປະຕິວັດລາວ, ໄດ້ສ້າງເງື່ອນ ໄຂສະດວກໃຫ້ແກ່ການຕໍ່ສູ້ຂອງປະຊາຊົນລາວໃນສະໜາມຮົບຕ່າງໆ. ພວກຂ້າພະເຈົ້າ ມີຄວາມເອກອ້າງ ທີ່ກອງທັບ ແລະ ປະຊາຊົນລາວ ໄດ້ມີການປະກອບສ່ວນ ເຂົ້າໃນໄຊຊະນະດັ່ງກ່າວ ດ້ວຍການເປີດບັ້ນຮົບໂຈມຕີເຂົ້າພາກກາງຂອງລາວ, ສົມທົບກັບກອງທະຫານອາສາສະໝັກຫວຽດນາມ ບຸກໂຈມຕີລົງ ພາກໃຕ້ຂອງລາວ, ປົດປ່ອຍຕົວເມືອງອັດຕະປື, ປົດປ່ອຍສ່ວນໜຶ່ງຂອງແຂວງສາລະວັນ, ດົງບໍລະເວນ, ເວີນໄຊ, ຊຽງປອງ ແລະ ອື່ນໆ, ກອງທະຫານລາວ ແລະ ຫວຽດນາມ ໄດ້ເປີດບັ້ນຮົບ ໂຈມຕີແນວຫຼັງປ້ອງກັນ ຂອງສັດຕູຢູ່ລ້ອງນໍ້າອູ່ ກ້າວເຂົ້າສູ່ຫຼວງພະບາງ ແລະ ໂຈມຕີສັດຕູຢູ່ພາກເໜືອຂອງລາວ, ປົດປ່ອຍໄດ້ແຂວງຜົ້ງສາລີ... ການເປີດບັ້ນຮົບດັ່ງກ່າວຢູ່ໃນດິນແດນລາວ ແລະ ຢູ່ຫວຽດນາມ ໄດ້ເປັນການທັບມ້າງກົນອຸບາຍຂອງ​ເຜນນາວາ, ສ້າງເງື່ອນໄຂໃຫ້ກອງທັບຫວຽດນາມ ເປີດບັ້ນຮົບດຽນບຽນຟູ ກ້າວໄປເຖິງໄຊຊະນະຢ່າງສົມບູນ.
ເມື່ອຫວນຄືນເບິ່ງໄຊຊະນະດຽນບຽນຝູ້ ຄົບຮອບ 70 ປີ ໃນປີນີ້, ພວກເຮົາຍິ່ງເຫັນໄດ້ລັດທິວິລະຊົນຂອງກອງທັບ ແລະ ປະຊາຊົນຫວຽດນາມວິລະຊົນອ້າຍນ້ອງ ແລະ ທັງມີຄວາມຊາບຊຶ້ງຕໍ່ການພົວພັນຮ່ວມມືຂອງ 2 ກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຊຶ່ງນັບຕັ້ງແຕ່ສົງຄາມຕໍ່ຕ້ານກັບພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມຣິກາ ໃນໄລຍະຕໍ່ມາ, ປະຊາຊົນ ແລະ ກອງທັບເຮົາ ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ແລະ ຕໍ່​ມາ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້ພ້ອມກັນຄຽງບ່າຄຽງໄຫຼ່ຮ່ວມຂຸມຄອງດຽວກັນ, ເສຍສະຫຼະ ໃຫ້ກັນ ແລະ ກັນ ເພື່ອເປົ້າໝາຍສຸດທ້າຍຄື ເອກະລາດແຫ່ງຊາດ ແລະ ອິດສະຫຼະພາບບໍ່ຍອມ ເປັນຂ້ອຍຂ້າ ຂອງພວກສັດຕູຜູ້ຮຸກຮານຕ່າງຊາດ.
ພວກເຮົາມີຄວາມເອກະອ້າງ ທີ່ມີສາຍສຳພັນສູ້ຮົບທີ່ແໜ້ນແກ່ນ, ການພົວພັນທີ່​ເປັນ​ມູນ​ເຊື້ອຊຶ່ງ​ຖືກ​ສ້າງ​ຂຶ້ນ​ຈາກ​ຢາດ​ເລືອດ, ຢາ​ດ​ເຫື່ອ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ, ຈາກ​​ທະ​ຫານ​ລຸງ​ໂຮ່, ຈາກ​ທະ​ຫານ​ເເນວ​ລາວ​ຮັກ​ຊາດ ເເລະ ຈາກ​ນັກ​ຮົບ​ປະ​ຕິ​ວັດ​ ລາວ-ຫວຽດ​ນາມ ບໍ່​ຈັກ​ວ່າ​ເທົ່າ​ໃດ​ພັນ​ຄົນ ທີ່​ໄດ້​ຕໍ່​ສູ້​ຢ່າງ​ອົງ​ອາດ​ກ້າ​ຫານ, ເພື່ອ​ປົດ​ປ່ອຍ​ປະ​ເທດ​ຊາດ​ຂອງ​ຕົນ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ, ທະ​ຫານ ​ເເລະ ປະ​ຊາ​ຊົນ​ສອງ​ຊາດ​ ລາວ-ຫວຽດ​ນາມ ໄດ້​ໃຫ້ການ​ຮ່ວມ​ມື ແລະ ​ຊ່ວ​ຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນຢ່າງ​ບໍ​ລິ​ສຸດ​ພຸດ​ຜ່ອງ ແບບເຂົ້າເມັດຫັກ ຜັກເສັ້ນແບ່ງ ຊຶ່ງການພົວພັນແບບພິເສດນີ້ ໄດ້ຮັບການສ້າງຕັ້ງຂຶ້ນໂດຍປະທານ ໂຮ່ ຈິມິນ ຜູ້ນຳ​ທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ​ຜູ້​ນຳທີ່ເຄົາລົບຮັກ ແລະ ໄດ້ຮັບການຖະນຸຖະໜອມ, ປົກປັກຮັກສາ ແລະ ເສີມຂະຫຍາຍ ໂດຍການນຳຮຸ່ນຕ່າງໆ, ບັນດານັກປະຕິວັດ ແລະ ປະຊາຊົນສອງຊາດ, ທີ່ໄດ້ຜ່ານການທົດສອບບົນແປວໄຟແຫ່ງສົງຄາມ, ຊຶ່ງປັດຈຸບັນໄດ້ກາຍເປັນມໍລະ ດົກລວມອັນລໍ້າຄ່າ, ເປັນກົດເກນ ແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງ 2 ຊາດ ແລະ ເປັນໜຶ່ງໃນບັນດາປັດໄຈຕັດສິນໄຊຊະນະຂອງການປະຕິວັດຂອງ 2 ປະເທດ ລາວ-ຫວຽດນາມ.
ໃນສະພາບການຂອງໂລກ ແລະ ພາກພື້ນ ພວມມີການຜັນ​ແປໄປຢ່າງໄວ​ວາ ແລະ ສະ​ລັບສັບຊ້ອນ, ມີ​ທັງ​ເງື່ອນ​ໄຂ​ສະ​ດວກ ແລະ ສິ່ງ​ທ້າ​ທາຍຫຼາຍ​ປະ​ການ ຕໍ່​ການ​ພັດ​ທະ​ນາ​ປະ​ເທດ. ແຕ່ສອງປະເທດພວກເຮົາຍັງສືບຕໍ່ປົກປັກຮັກສາ ແລະ ເສີມ​ຂະ​ຫຍາຍສາຍ​ພົວ​ພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ​ເເບບພິເສດທີ່​ເປັນ​ມູນ​ເຊື້ອ ແລະ ການຮ່ວມມືຍຸດ​ທະ​ສາດຮອບດ້ານ ເພື່ອພ້ອມກັນພັດທະນາປະເທດຊາດຂອງຕົນ ກ້າວຂຶ້ນຕາມທິດ ສັງຄົມນິຍົມຢ່າງໜັກແໜ້ນ ໂດຍຕະຫຼອດມາ.
ພວກເຮົາມີຄວາມພາກພູມໃຈ ທີ່ໃນຕະຫຼອດໄລຍະເກືອບ 70 ປີ ແຫ່ງການນຳພາ ຂອງພັກ ປະຊາ ຊົນປະຕິວັດລາວ, ເກືອບ 50 ແຫ່ງການປົກ​​ປັກ​ຮັກ​ສາ ແລະ ສ້າງສາພັດທະນາປະເທດຊາດ ໃນເງື່ອນໄຂສັນຕິພາບ ແລະ ເກືອບ 40 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ຊຶ່ງພວກເຮົາຍັງສາ​ມາດຮັກສາໄດ້ຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເສດຖະກິດ-ສັງ​ຄົມມີການຂະຫຍາຍຕົວດີຂຶ້ນ, ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ບັນ​ດາ​ເຜົ່າໄດ້​ຮັບ​ການ​ຍົກ​ສູງຂຶ້ນ​ເປັນ​ກ້າວໆ​ມາ, ແຕ່ຢ່າງ​ໃດ​ກໍດີ, ພວກ​ເຮົາກໍ​ຍັງປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ​-ເງິນ​ຕາ, ອັນເນື່ອງຈາກໄດ້ຮັບຜົນກະທົບຈາກການ​ເ​ເຜ່ລະບາດຂອງພະຍາດໂຄວິດ-19 ໃນ 2-3 ປີທີ່ຜ່ານມາ, ຜົນ​ກະ​ທົບ​ຈາກວິກິດການດ້ານເສດຖະກິດ​ຂອງໂລກ ​ຕໍ່​ການ​ພັດ​ທະ​ນາ​ຢູ່​ພາຍ​ໃນ​ປະ​ເທດ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຍັງ​ມີ​ຄວາມບອ​ບ​ບາງ ແລະ ​ອ່ອນ​ນ້ອຍ, ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດ​ຖະ​ກິດ-​ສັງ​ຄົມ​ດ້ວຍ​ລະ​ບຽບ​ກົດ​ໝາ​​ຍ​ຍັ​ງ​ບໍ່​ທັນ​ເຂັ້ມ​ເເຂງ, ປະ​ກົດ​ຫຍໍ້​ທໍ້​ໃນ​ສັງ​ຄົມ​ຍັງ​ມີ​ເ​ເຜ່ຫຼາຍ, ແລະ ຍັງມີຫຼາຍບັນຫາທີ່ສັງຄົມຍັງມີຄວາມເປັນຫ່ວງ ແລະ ອື່ນໆ. ແຕ່​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ ແລະ ດ້ວຍ​​​ຄວາມ​ສາ​ມັກ​ຄີ​​ເປັນ​ປຶກ​ເ​ເຜ່ນຂອງ​ປວງ​ຊົນ​ລາວ​ທັງ​ຊາດ, ດ້ວຍ​ການ​ຊີ້​ນຳ, ຄຸ້ມ​ຄອງ ແລະ ບໍ​ລິ​ຫານ​ວຽກ​ງານຂອງ​ລັດ​ຖະ​ບານ ​ແລະ ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ແຕ່​ລະ​ຂັ້ນ ບົນ​ຈິດ​ໃຈ​ບຸກ​ທະ​ລຸ ແລະ ດ້ວຍການ​ສ​ະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອ ແລະ ການ​ຮ່ວມ​ມື​ຈາກ​ບັນ​ດາປະ​ເທດ​ເພື່ອນ​ມິດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ປະເທດພວກເຮົາສາມາດຜ່ານຜ່າໄດ້ຄວາມຫຍຸ້ງຍາກ ແລະ ການທົດສອບ ນາໆປະການ, ເພື່ອ​ສືບ​ຕໍ່​ນຳເອົາ ປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນຕາມທິດສັງຄົມນິຍົມ.
ໃນພິທີສະເຫຼີມສະຫຼອງວັນໄຊຊະນະດຽນບຽນຝູ້ ຄົບຮອບ 70 ປີ ໃນປີນີ້, ເພື່ອສືບຕໍ່ມູນເຊື້ອພິລະອາດຫານຂອງນັກ​ຮົບປະຕິວັດຂອງສອງຊາດ, ພວກເຮົາຕ້ອງ ໄດ້ເອົາໃຈໃສ່ບາງບັນຫາ ດັ່ງນີ້:
ໜຶ່ງ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າໃຫ້ມີຄວາມເຊື່ອໝັ້ນຕໍ່ບາດກ້າວເດີນຂອງປະເທດຕາມທິດສັງຄົມນິຍົມ, ຕໍ່ການນຳພາທີ່ຖືກຕ້ອງຂອງພັກ, ການຄຸ້ມຄອງຂອງລັດ. ຄະນະພັກທຸກຂັ້ນ ຈົ່ງຖືເອົາການເຮັດວຽກການເມືອງ-ແນວຄິດ ເປັນສະໜາມຮົບໃນການຕໍ່ສູ້ປົກປ້ອງແນວທາງ, ແຜນນະໂຍບາຍຂອງພັກ-ລັດ ເພາະວ່າ “ວຽກງານການເມືອງ-ແນວຄິດ ເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກກົກ, ເປັນວຽກທີ່ຕ້ອງເຮັດກ່ອນ, ເຮັດເປັນປະຈຳ ແລະ ສອດຫ້ອຍໄປໃນທຸກຂົງເຂດວຽກງານຂອງພັກ-ລັດ, ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ເປັນປັດໃຈຮັບປະກັນທຸກໄຊຊະນະຂອງການປະຕິວັດ”, ທັງຕ້ອງໃຫ້ປະຊາຊົນ, ໂດຍສະເພາະ ໄວໜຸ່ມຮັບຮູ້ວ່າຍ້ອນມີການເສຍສະຫຼະທີ່ຍິ່ງໃຫຍ່ຂອງນັກ​ຮົບປະຕິວັດຂອງສອງປະເທດໃນເມື່ອກ່ອນ, ພວກເຮົາຈຶ່ງມີສັນຕິພາບຄືວັນນີ້.
ສອງ, ຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ດ້ວຍການຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດ, ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະທຳ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ, ປະສິດທິຜົນ ເພື່ອການພັດທະນາແບບຍືນຍົງ, ສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນພາຍໃນຊາດ, ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ແລະ ເສດ ຖະກິດ-ສັງ​ຄົມ ມີການພັດທະນາ, ນຳເອົາປະເທດຊາດຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາໃນຊຸມ​ປີ​ຕໍ່​ໜ້າ.
ສາມ, ​ສືບ​ຕໍ່ຮັກສາມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ​ຮັກສາມູນເຊື້ອການຕໍ່ສູ້ອົງອາດກ້າແກ່ນເດັດຂາດມີໄຊຂອງກອງທັບເຮົາ, ສືບຕໍ່ປົກປັກຮັກສາມູນເຊື້ອມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີເເບບພິເສ​ດ​ທີ່​ເປັນ​ມູນ​ເຊື້ອ ແລະ ການຮ່ວມມື​ຍຸດ​ທະ​ສາດ​ຮອບດ້ານລາວ-ຫວຽດນາມ ທີ່ປະທານ ໂຮ່ຈິມີນ ຜູ້ນຳ​ທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິການ, ປະທານ ສຸພານຸວົງ ທີ່ເຄົາລົບຮັກ ໄດ້ສ້າງຂຶ້ນ ແລະ ຖະນຸຖະໜອມ, ສືບທອດໂດຍການນຳຮຸ່ນຕ່າງໆ ໃຫ້ມີຄວາມ​ໜັກ​ເເໜ້ນ​ ແລະ ຈະ​ເລີນ​ງອກ​ງາມຍິ່ງໆ​ຂຶ້ນ​.
ໃນສະພາບສາກົນ, ພາກພື້ນ ສືບຕໍ່ມີຄວາມສັບສົນ ຜັນແປຢ່າງສະຫຼັບຊັບຊ້ອນນີ້, ພວກເຮົາຈະຕ້ອງໄດ້ສືບຕໍ່​ປະ​ຕິ​ບັດແນວທາງການຕ່າງປະເທດ: ສັນຕິພາບ, ເອກະລາດ, ມິດຕະພາບ, ​ການຮ່ວມມືຕາມຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ສີ່, ເສີມຂະຫຍາຍຈິດໃຈປະຕິວັດ, ຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເດັດດ່ຽວຕີຖອຍສະພາບການເສື່ອມຖອຍດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳ ລົງຊິວິດທີ່ບໍ່ປອດໃສຂອງພະນັກງານ, ສະມາຊິກພັກ ແລະ ໃນທົ່ວສັງຄົມ, ​ຕ້ານພະຍາດອາດຍາສິດ, ສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ຕ່າງໆ.
ຫ້າ, ເສີມຂະຫຍາຍມູນເຊື້ອແຫ່ງໄຊຊະນະຂອງບັ້ນຮົບດຽນບຽນຝູ້ ເພື່ອເພີ່ມທະວີຄວາມສາມັກຄີພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ສົມທົບກັບການເສຍສະຫຼະອັນໃຫຍ່ຫຼວງຂອງນັກປະຕິວັດຂອງ 2 ຊາດ, ສືບຕໍ່ສຶກສາອົບຮົມປະຊາຊົນ ແລະ ໄວໜຸ່ມຂອງ 2 ປະເທດໃຫ້ເຫັນໄດ້ຄວາມຮັບຜິດຊອບຂອງຕົນໃນການສືບຕໍ່ປົກ​ປັກ​ຮັກ​ສາສາຍພົວພັນທີ່ຫາຍາກນີ້ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ມື້ນີ້, ໃນໂອກາດສະເຫຼີມສະຫຼອງວັນແຫ່ງໄຊຊະນະບັ້ນຮົບດຽນບຽນຝູ້ ຄົບຮອບ 70 ປີ, ພວກເຮົາຍິ່ງຈົດຈຳຈາລຶກ ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ການອຸທິດອັນໃຫຍ່ຫຼວງຂອງປະທານ ໂຮ່ ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ,​ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ແລະ ນັກຮົບປະຕິວັດ ສາມຊາດອິນດູຈີນ ແກ່ປິຕິພູມທີ່ແສນຮັກ ແລະ ຫວງແຫນ ເພື່ອຄວາມເປັນເອກະລາດແຫ່ງຊາດ, ອິດສະຫຼະພາບ, ປະຊາທິປະໄຕ, ຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ ແລະ ຄວາມວັດທະນາຖາວອນຂອງຊາດລາວເຮົາ.
ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ​ທັງ​ຊາດ ຈົ່ງເສີມຂະຫຍາຍມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ​ພິເສດ​ທີ່​ເປັ​ນ​ມູນ​ເຊື້ອ ແລະ ການຮ່ວມມື​ຍຸດ​ທະ​ສາດຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນ, ມີປະສິດທິຜົນ ແລະ ມີຄຸນນະພາບສູງ​ຂຶ້ນ, ພ້ອມກັນສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນພິລະອາດຫານຂອງສາມຊາດອິນດູຈີນ, ມູນເຊື້ອຮ່ວມສຳພັນສູ້ຮົບລາວ-ຫວຽດນາມ-ກຳປູເຈຍ ອັນສະຫງ່າອົງອາດໃຫ້ໄດ້ຮັບໝາກຜົນສູງຂຶ້ນເລື້ອຍໆ.
ນະໂອກາດນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຢ່າງສູງ ມາຍັງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ, ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ຢ່າງທັນການ ແລະ ມີປະສິດທິຜົນ ຕໍ່ການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ໃມເມື່ອກ່ອນ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດລາວ ໃນປັດຈຸບັນ.
ຂໍອວຍພອນໃຫ້ປະຊາຊົນຫວຽດນາມອ້າຍນ້ອງ, ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມ ​ອັນ​ມີ​ສະ​ຫາຍ ຫງຽວນ​ຝູ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ພັກກອມ​ມູ​ນິດ​ຫວຽດ​ນາມ ເປັນ​ຜູ້​ນຳ​ພາ ຈົ່ງສືບຕໍ່ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ ໃນພາລະກິດ ​ປົກ​ປັກ​ຮັກສ​າ ແລະ ສ້າງສາປະເທດຫວຽດນາມຕາມທິດປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ​ທີ່​ເປັນ​ມູນ​ເຊື້ອ ແລະ ການຮ່ວມມື​ຍຸດ​ທະ​ສາດຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ​ສອງ​ຊາດລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ