ບົດສຶກສາທ່າອ່ຽງດ້ານພະລັງງານ ອາຊຽນ ສະບັບທີ 8 (AEO8)

ບົດສຶກສາAEO8 ເປັນແນວທາງການກຳນົດແຜນພັດທະນາພະລັງງານອາຊຽນ

ບົດສຶກສາAEO8 ເປັນແນວທາງການກຳນົດແຜນພັດທະນາພະລັງງານອາຊຽນ
ບົດສຶກສາທ່າອ່ຽງດ້ານພະລັງງານ ອາຊຽນ ສະບັບທີ 8 (AEO8) ຖືກຮອງຮັບໃນກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງ ທີ 42 (42nd AMEM)

 ເປັນໝາກຜົນໜຶ່ງທີ່ສໍາຄັນຂອງກອງປະຊຸມດັ່ງກ່າວ ຊຶ່ງເປັນເອກະສານພື້ນຖານທີ່ສໍາຄັນ ເພື່ອເປັນແນວທາງໃນການກໍານົດວາງແຜນອະນາຄົດດ້ານພະລັງງານທີ່ໝັ້ນຄົງ ແລະ ຍືນຍົງສໍາລັບພາກພື້ນອາຊຽນ.
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ປະທານກອງປະຊຸມ 42nd AMEM ໄດ້ຖະແຫຼງຜົນສຳເລັດຂອງກອງປະຊຸມ 42nd AMEM ຕໍ່ບັນດາສື່ມວນຊົນເມື່ອວັນທີ 27 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ວ່າ: ບົດສຶກສາ AEO8 ເປັນເອກະສານພື້ນຖານທີ່ສໍາຄັນ ເພື່ອເປັນແນວທາງໃນການກໍານົດວາງແຜນ ອະນາຄົດດ້ານພະລັງງານທີ່ໝັ້ນຄົງ ແລະ ຍືນຍົງສໍາລັບພາກພື້ນ ຊຶ່ງບົດສຶກສາສະບັບນີ້ ຈະເສີມຂະຫຍາຍວິໄສທັດລວມຂອງອາຊຽນໃນການພັດທະນາແບບຍືນຍົງ ໂດຍຈະລວມມີການປະເມີນຜົນທີ່ທັນສະໄໝ ກ່ຽວກັບທ່າອ່ຽງພາຍໃນຂະແໜງພະລັງງານອາຊຽນ ແລະ ການພັດທະນາຕ່າງໆທີ່ສໍາຄັນ ມຸ່ງເນັ້ນໄປສູ່ ສ້າງອະນາຄົດດ້ານພະລັງງານທີ່ຫຼຸດຜ່ອນການປ່ອຍທາດອາຍພິດກາກບອນ.
ບົດສຶກສາດັ່ງກ່າວ, ໄດ້ວິເຄາະເພີ່ມຕື່ມກ່ຽວກັບຄວາມຕ້ອງການ ການພັດທະນາດ້ານພື້ນຖານໂຄງລ່າງຂອງແຫຼ່ງພະລັງງານທົດແທນ ເຊັ່ນ: ພະລັງງານແສງຕາເວັນ ແລະ ພະລັງງານລົມ ເພື່ອປ່ຽນແທນພະລັງງານຖ່ານຫີນ ຊຶ່ງຖືກພັດທະນາຢ່າງຫຼວງຫຼາຍໃນໄລຍະຜ່ານມາ. ນອກຈາກນັ້ນ, ບົດສຶກສານີ້ ກໍໄດ້ຊີ້ໃຫ້ເຫັນເຖິງ ຜົນວິເຄາະທາງດ້ານເສດຖະກິດ - ສັງຄົມຂອງແນວຄິດການຫັນປ່ຽນອອກຈາກການເອື່ອຍອີງນໍ້າມັນເຊື້ອໄຟ, ໂດຍຊີ້ໃຫ້ເຫັນເຖິງຄວາມຈໍາເປັນຂອງການປະຕິຮູບນະໂຍບາຍທີ່ເຂັ້ມແຂງເພື່ອປົກປ້ອງຊຸມຊົນທີ່ຈະໄດ້ຮັບຄວາມສ່ຽງໃນໄລຍະການປ່ຽນແປງນີ້.
ຂະນະທີ່ອາຊຽນກະກຽມກ້າວເຂົ້າສູ່ການຮ່ວມມືດ້ານພະລັງງານໃນໄລຍະຕໍ່ໄປພາຍໃຕ້ແຜນການປະຕິບັດການຮ່ວມມືດ້ານພະລັງງານຂອງອາຊຽນ (APAEC) ຫຼັງປີ 2025, ບົດສຶກສາ AEO8 ຈະເປັນເອກະສານອ້າງອີງທີ່ສໍາຄັນໃນການກໍານົດທິດທາງ ແລະ ຍຸດທະສາດການພັດທະນາໃໝ່ ຊຶ່ງບົດລາຍງານສະບັບຫຼ້າສຸດນີ້ ຈະສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນລວມຂອງພວກເຮົາໃນການສ້າງນະໂຍບາຍການພັດທະນາພະລັງງານສີຂຽວ ທີ່ມີການນໍາໃຊ້ຂໍ້ມູນ ແລະ ການວິເຄາະເປັນບ່ອນອີງ.
ທ່ານ ທ່ານ ໂພໄຊ ໄຊຍະສອນ ຍັງໄດ້ຂໍສະແດງຄວາມຂອບໃຈມາຍັງບັນດາປະເທດສະມາຊິກອາຊຽນ ສໍາລັບການຮ່ວມມື, ປະກອບສ່ວນເຂົ້າໃນບົດລາຍງານສະບັບນີ້. ພ້ອມທັງເນັ້ນວ່າ: AEO8 ສະແດງໃຫ້ເຫັນເຖິງຂີດໝາຍອັນສໍາຄັນໃນການຊຸກຍູ້ຄວາມສາມັກຄີ ແລະ ການຮ່ວມມືພາຍໃນອາຊຽນ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ: AEO8 ຈະເປັນເອກະສານອັນລ້ໍາຄ່າສໍາລັບບັນດາປະເທດສະມາຊິກ ແລະ ຄູ່ຮ່ວມຍຸດທະສາດ ໃນຂະແໜງພະລັງງານຂອງອາຊຽນ.
(ຂ່າວ: ສຸກສະຫວັນ, ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫຼອງ 59 ປີ ການສ້າງຕັ້ງອາຊຽນ ແລະ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສະຫຼອງ 59 ປີ ການສ້າງຕັ້ງອາຊຽນ ແລະ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ໃນຕອນເຊົ້າຂອງວັນທີ 7 ສິງຫານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມ ສະຫຼອງ ຄົບຮອບ 59 ປີ ແຫ່ງການສ້າງຕັ້ງອາຊຽນ (8/8/1967-8/8/2026) ແລະ ວັນຄົບຮອບ 29 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997-23/7/2026) ທີ່ກະຊວງການຕ່າງປະເທດ, ໂດຍມີບັນດາລັດຖະມົນຕີຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາອາຊຽນ ປະຈຳ ສປປ ລາວ, ບັນດາຄະນະກົມ ແລະ ພະນັກງານກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນຊາວໜຸ່ມລາວ

ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນຊາວໜຸ່ມລາວ

ກະຊວງການຄ້າແຫ່ງ ສປຈີນ ໄດ້ຈັດພິທີເປີດໂຄງການຝຶກອົບຮົມຍົກລະດັບຄວາມຮູ້ໃຫ້ນັກຂ່າວສື່ມວນຊົນຊາວໜຸ່ມລາວ ຂຶ້ນໃນວັນທີ 7 ສິງຫານີ້ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ຝ່າຍລາວນໍາໂດຍທ່ານ ເພັດມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ທ່ານ ນາງ ວິລະພອນ ທອງພິມ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ຝ່າຍຈີນມີທ່ານ ລີ ເຮິງທຽນ ຮອງຫົວໜ້າສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນ, ມີບັນດາຫົວໜ້າ-ຮອງຫົວໜ້າຄະນະໂຄສະອົບຮົມແຂວງ, ສື່ມວນຊົນອ້ອມຂ້າງຈຳນວນ 24 ຄົນ ຍິງ 8 ຄົນ ແລະ ໜ່ວຍງານຮັບຜິດຊອບຂອງຈີນເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ

ກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ

ໃນວັນທີ 5 ສິງຫາ ຜ່ານມາ, ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ຈັດກອງປະຊຸມຊຸກຍູ້ບັນດາໜ້າວຽກຮ່ວມມືລະຫວ່າງ ສອງຄະນະກຳມະການຮ່ວມມື ແລະ ສອງກະຊວງການເງິນ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ທ່ານ ເຈິ່ນ ກັວກ ເຟືອງ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ, ມີ ທ່ານ ຈັນທະພອນ ຄໍາມະນີຈັນ ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກົມກ່ຽວຂ້ອງ ແລະ ຄະນະວິຊາການຂອງທັງສອງຝ່າຍເຂົ້າຮ່ວມ.
ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນສະບັບປັບປຸງສໍາລັບໂຄງການປັບປຸງສະໜາມບິນສາກົນວັດໄຕ

ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນສະບັບປັບປຸງສໍາລັບໂຄງການປັບປຸງສະໜາມບິນສາກົນວັດໄຕ

ໃນວັນທີ 5 ສິງຫາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື ປະມານ 26,5 ລ້ານໂດລາ, ຕາງໜ້າລັດຖະບານລາວ ໃຫ້ກຽດລົງນາມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນໃຫ້ກຽດລົງນາມໂດຍທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ຊຶ່ງມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.
ທົບທວນຄືນ ການຈັດຕັ້ງປະຕິບັດມາດຕະການໂຕ້ຕອບສະພາບພະຍາດໝາກແດງໃຫຍ່ ຢູ່ ສປປ ລາວ

ທົບທວນຄືນ ການຈັດຕັ້ງປະຕິບັດມາດຕະການໂຕ້ຕອບສະພາບພະຍາດໝາກແດງໃຫຍ່ ຢູ່ ສປປ ລາວ

ກອງປະຊຸມໄດ້ນຳສະເໜີວິທີການຈັດຕັ້ງການທົບທວນຄືນໄລຍະການໂຕ້ຕອບການລະບາດພະ ຍາດ ໝາກແດງໃຫຍ່ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6–7 ສິງຫານີ້, ທີ່ທ່າລາດ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ທ່ານ Mackenzie Rowe ຫົວໜ້າ ພະແນກເສດຖະກິດ-ການເມືອງ, ມີສະຖານເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ບັນດາຜູ້ເຂົ້າຮ່ວມຈາກກົມ, ສູນ, ໂຮງໝໍສູນກາງ, ຄະນະພະແນກສາທາ 18 ແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຊາວໜຸ່ມ 3 ປະເທດນຳສະເໜີວິທີການພັດທະນາກະສິກຳແບບຍືນຍົງ ໃນ ສປປ ລາວ

ຊາວໜຸ່ມ 3 ປະເທດນຳສະເໜີວິທີການພັດທະນາກະສິກຳແບບຍືນຍົງ ໃນ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ຮ່ວມກັບກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ແລະ ຫ້ອງການປະສານງານສະຫະປະຊາຊາດປະຈຳ ລາວ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (UNRCO), ໄດ້ຈັດກອງປະຊຸມປຶກສາຫາລືນະໂຍບາຍລະດັບສູງທີ່ສຳນັກງານສະຫະປະຊາຊາດປະຈຳ ສປປ ລາວ ວັນທີ 5 ສິງຫານີ້ ກ່ຽວກັບການນຳເອົານະວັດຕະກຳດິຈິຕອນທີ່ນຳພາໂດຍຊາວໜຸ່ມເຂົ້າສູ່ການລົງທຶນໃນການພັດທະນາຊົນນະບົດ.
ການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບການລະບາດຂອງພະຍາດ ໃນ ສປປ ລາວ

ການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບການລະບາດຂອງພະຍາດ ໃນ ສປປ ລາວ

ກະຊວງສາທາລະນະສຸກ ຮ່ວມກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ), ອົງການອາຫານ ແລະ ການກະເສດ (FAO) ແລະ ອົງການສະຫະປະຊາຊາດ ສໍາລັບເດັກ (UNICEF) ໄດ້ຈັດພິທີເປີດໂຄງການຍົກລະດັບການກຽມຄວາມພ້ອມຮັບມື ແລະ ໂຕ້ຕອບການລະບາດຂອງພະຍາດ ໃນ ສປປ ລາວ ພາຍໃຕ້ກອງທຶນໂຕ້ຕອບຕໍ່ການລະບາດຂະໜາດໃຫຍ່ (Pandemic Fund) ຫຼື ALERT-LAO “Advancing lao PDR’s Pandemic Response and Transformation” ຢ່າງເປັນທາງການ ໃນວັນທີ 5 ສິງຫາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ປຣິຍາ ບາຊູ ຜູ້ອຳນວຍການກອງທຶນການກຽມຄວາມພ້ອມຮັບມືການລະບາດຂອງພະຍາດ, ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງ ກສ, ທ່ານ ບີລາລ ໂອແຣັງ ເຊັບ ດູຮານີ ຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ, ມີບັນດາຄູ່ຮ່ວມພັດທະນາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະ ຄອສພ ລາວ ພົບປະກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ

ຄະນະ ຄອສພ ລາວ ພົບປະກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ

ຄະນະຜູ້ແທນຈາກ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເຄື່ອນໄຫວພົບປະແລກປ່ຽນວຽກງານກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ ສສຫວຽດນາມ ຊຶ່ງຈັດຂຶ້ນໃນວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິ່ງ ໂດຍການນຳພາຝ່າຍລາວແມ່ນ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄອສພ ພ້ອມຄະນະທີ່ກ່ຽວຂ້ອງ ແລະ ຝ່າຍຫວຽດນາມແມ່ນ ທ່ານ ຫງວຽນ ດຶກຕ່ວນ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງນິງບິງ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
NAPPA ແລະ VASS ເຊັນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ 2026-2030

NAPPA ແລະ VASS ເຊັນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ 2026-2030

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ໄດ້ມີພິທີລົງນາມໃນບົດບັນທຶກການຮ່ວມມືທາງດ້ານວິທະຍາສາດ ໄລຍະປີ 2026-2030 ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ (NAPPA) ແລະ ສະຖາບັນ ບັນດິດວິທະຍາສາດສັງຄົມ ຫວຽດນາມ (VASS) ຢ່າງເປັນທາງການໃນວັນທີ 5 ສິງຫານີ້ ທີ່ຫ້ອງປະຊຸມໂຮມແຮມເມືອງແທັງ.
ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້: “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ: ຂໍ້ລິເລີ່ມ ຂອງ ສປປ ລາວ ແລະ ບົດຮຽນປະສົບການ ຂອງ ສສ ຫວຽດນາມ”. ໃນວັນທີ 5 ສິງຫານີ້, ທີ່ໂຮງ ແຮມເມືອງແທັງ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ