ບົດຖະແຫຼງຂ່າວກ່ຽວກັບການອອກໜັງສືຜ່ານແດນ

ບົດຖະແຫຼງຂ່າວກ່ຽວກັບການອອກໜັງສືຜ່ານແດນ
ກົມກົງສູນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງພໍ່ແມ່, ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ, ຊາບວ່າ:ໃນໄລຍະຜ່ານມາ, ຄວາມຮຽກຮ້ອງຕ້ອງການຂໍນຳໃຊ້ໜັງສືຜ່ານແດນຂອງປະຊາຊົນລາວເຮົາ ແມ່ນມີຈໍານວນຫຼວງຫຼາຍ ຊຶ່ງເປັນປະລິມານເກີນຂີດຄວາມສາມາດໃນການຮອງຮັບຕົວຈິງຂອງລະບົບການອອກໜັງສືຜ່ານແດນຂອງກົມກົງສູນ ທີ່ມີຢູ່. ສະນັ້ນ, ຈຶ່ງເຮັດໃຫ້ການອອກໜັງສືຜ່ານແດນໃນໄລຍະຜ່ານມາໃຊ້ເວລາດົນ ບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້. ການສຳພາດເກັບກຳຂໍ້ມູນໃນສະພາບປົກກະຕິຢູ່ກົມກົງສູນ ສາມາດພິຈາລະນາຮັບໄດ້ແຕ່ 300ຄົນ/ມື້; ແຕ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ກົມກົງສູນ ໄດ້ລະດົມພະນັກງານສືບຕໍ່ປະຕິບັດໜ້າທີ່ເກີນໂມງລັດຖະການ, ແຕ່ລະມື້ຕອນເຊົ້າພະນັກງານກົມກົງສູນຕ້ອງໄດ້ຊັບປ່ຽນກັນມາກ່ອນໂມງລັດຖະການ ແຕ່ 7:00 ໂມງເຊົ້າ ແລະ ຕອນແລງຕ້ອງສືບຕໍ່ເຮັດວຽກນອກໂມງການ ຮອດ 18:00 ໂມງ ແລະ ຮັບສຳພາດເກັບກຳຂໍ້ມູນໃຫ້ໄດ້ຫຼາຍກວ່າ 500 ຄົນ/ມື້, ໂດຍລວມ 6 ສູນຮັບຄຳຮ້ອງທົ່ວປະເທດ ຈະມີຈຳນວນ 1.700-1.800 ຄົນ/ມື້. ເຖິງແມ່ນວ່າ, ຈະຮັບສຳພາດໄດ້ເປັນຈຳນວນຫຼວງຫຼາຍ ແຕ່ການດຳເນີນການພິມອອກໜັງສືຜ່ານແດນຂອງ ກົມກົງສູນ ປົກກະຕິແມ່ນຈະໄດ້ພຽງແຕ່ 800-900 ເຫຼັ້ມ/ມື້ ເນື່ອງຈາກເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດໜັງສືຜ່ານແດນມີຈຳນວນຈຳກັດ ແລະ ມີການເປ່ເພ. ຕໍ່ກັບບັນຫາດັ່ງກ່າວ, ກົມກົງສູນຕ້ອງຂໍອະໄພຢ່າງສູງຕໍ່ກັບຄວາມບໍ່ສະດວກດັ່ງກ່າວມາໃນທີ່ນີ້ດ້ວຍ.
ພາຍຫຼັງທີ່ໄດ້ຮັບທິດຊີ້ນຳຈາກຄະນະລັດຖະບານ ກໍຄືການນຳຂອງກະຊວງການຕ່າງປະເທດ ໃຫ້ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວໃຫ້ສຳເລັດໂດຍໄວ.  ກົມກົງສູນ ໄດ້ເລັ່ງໃຫ້ມີການສ້ອມແປງເຄື່ອງພິມໃຫ້ສຳເລັດ ແລະ ໂດຍຕອບສະໜອງດ້ານງົບປະມານຈາກກະຊວງການເງິນ ຈຶ່ງໄດ້ຈັດຊື້ອຸປະກອນເຄື່ອງພິມເພີ່ມຕື່ມອີກຈຳນວນ 10 ເຄື່ອງ. ປັດຈຸບັນ, ກົມກົງສູນ ສາມາດດຳເນີນການອອກໜັງສືຜ່ານແດນ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ແລະ ແກ້ໄຂບັນຫາໜັງສືຜ່ານແດນທີ່ຕົກຄ້າງຢູ່ກົມກົງສູນ ແລະ ສູນຮັບຄຳຮ້ອງຂໍໜັງສືຜ່ານແດນແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ໄຊຍະບູລີ ແລະ ຊຽງຂວາງ ໄດ້ສຳເລັດທັນຕາມກຳນົດທີ່ນັດໝາຍ 100%. ສ່ວນການແກ້ໄຂການອອກໜັງສືຜ່ານແດນຂອງສູນຮັບຄຳຮ້ອງຂໍໜັງສືຜ່ານແດນແຂວງອຸດົມໄຊ ແມ່ນສາມາດປະຕິບັດໄດ້ແລ້ວ 98%, ຍ້ອນບັນຫາດ້ານການຂົນສົ່ງ (ສະພາບດິນຟ້າ ແລະ ເສັ້ນທາງທີ່ຫຍຸ້ງຍາກ) ຈຶ່ງເຮັດໃຫ້ມີຄວາມລ່າຊ້າ ແລະ ຮັບໜັງສືຜ່ານແດນບໍ່ໄດ້ຕາມກຳນົດນັດໝາຍ (ຫຼຸດລື່ນກັນ 1-2 ວັນ) ແລະ ອີກສາເຫດໜຶ່ງທີ່ເຮັດໃຫ້ການອອກໜັງສືຜ່ານແດນມີຄວາມລ່າຊ້າ ແມ່ນເນື່ອງຈາກການແກ້ໄຂເອກະສານແຈ້ງເສຍຫາຍ ທີ່ມີຈຳນວນຫຼາຍ ຊຶ່ງຕ້ອງໄດ້ດຳເນີນໄປຕາມຂັ້ນຕອນລະບຽບການ, ເຖິງຢ່າງໃດກໍຕາມ ກົມກົງສູນຈະພະຍາຍາມເລັ່ງແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ 100% ໃນໄລຍະອັນໃກ້ນີ້.
ກົມກົງສູນຂໍແຈ້ງມາຍັງພໍ່ແມ່ປະຊາຊົນຊາບຕື່ມວ່າ ຖ້າຫາກທ່ານໃດເຂົ້າມາແລ່ນຂໍນຳໃຊ້ໜັງສືຜ່ານແດນຢູ່ກົມກົງສູນ ຫຼື ສູນຮັບຄຳຮ້ອງເຮັດໜັງສືຜ່ານແດນ ຢູ່ 6 ແຂວງຂ້າງເທິງ ຫາກບໍ່ໄດ້ຮັບໜັງສືຜ່ານແດນຕາມວັນກຳນົດນັດໝາຍ ແມ່ນໃຫ້ເຂົ້າມາພົວພັນນຳພະນັກງານທີ່ກ່ຽວຂ້ອງຂອງກົມກົງສູນ, ສຳລັບຢູ່ສູນຮັບຄໍາຮ້ອງ ແມ່ນໃຫ້ເຂົ້າໄປພົວພັນກັບຫົວໜ້າ ຫຼື ພະນັກງານຂອງສູນຮັບຄຳຮ້ອງ ເພື່ອຕິດຕາມ ແລະ ພິຈາລະນາແກ້ໄຂ ໄປຕາມທາງຄວນ.
ໃນໂອກາດນີ້, ກົມກົງສູນ ຂໍອະໄພໃນຄວາມບໍ່ສະດວກຕໍ່ກັບການໃຫ້ບໍລິການ ໃນການດຳເນີນການອອກໜັງສືຜ່ານແດນໃຫ້ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ ແລະ ຕຳຫຼວດ ບໍ່ໄດ້ທັນຕາມກຳນົດນັດໝາຍໃນໄລຍະຜ່ານມາ ແລະ ຂໍສະແດງຄວາມຂອບໃຈ ມາຍັງທຸກທ່ານທີ່ໃຫ້ການຮ່ວມມື ແລະ ສະແດງຄວາມຮູ້ບຸນຄຸນມາຍັງລັດຖະບານ ກໍຄືການນຳຂອງກະຊວງການຕ່າງປະເທດ ທີ່ໄດ້ໃກ້ຊິດຕິດແທດ ແລະ ໃຫ້ທິດຊີ້ນຳໃນການແກ້ໄຂບັນຫາໃຫ້ສຳເລັດໄປໄດ້ດ້ວຍດີ.
ຂໍຂອບໃຈ
ນະຄອນຫຼວງວຽງຈັນ, ວັນທີ 6 ພະຈິກ 2023
(ກົມກົງສູນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ