ບົດຕອບສໍາພາດ ຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດ ວັນການທູດລາວ ຄົບຮອບ 80 ປີ

ບົດຕອບສໍາພາດ ຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດ ວັນການທູດລາວ ຄົບຮອບ 80 ປີ

ບົດຕອບສໍາພາດ ຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດ ວັນການທູດລາວ ຄົບຮອບ 80 ປີ
ເມື່ອບໍ່ດົນມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕອບສຳພາດເນື່ອງໃນໂອກາດຄົບຮອບ 80 ປີ ວັນການທູດລາວ (12ຕຸລາ) ຊຶ່ງມີເນື້ອໃນດັ່ງລຸ່ມນີ້: 1. ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ ວັນທີ 12 ຕຸລາ ທີ່ຈະມາເຖິງນີ້ ຂໍໃຫ້ທ່ານອະທິບາຍ ແລະ ເນັ້ນໜັກໃຫ້ເຫັນເຖິງ ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ? ພ້ອມທັງຍົກໃຫ້ເຫັນເຖິງບັນດາຜົນສໍາເລັດອັນພົ້ນເດັ່ນ ທີ່ຂະແໜງການຕ່າງປະເທດ ຍາດມາໄດ້, ໂດຍສະເພາະການຍົກສູງບົດບາດຂອງ ສປປ ລາວ ກໍຄື ການປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ແລະ ສາກົນ?

 

ໃນປີນີ້ແມ່ນມີຄວາມໝາຍສໍາຄັນ ໃນລະດັບທົ່ວປະເທດພວກເຮົາກໍມີ 3 ວັນປະຫວັດສາດໃຫຍ່ ແລະ ໃນຂົງເຂດການຕ່າງປະເທດ ກໍພໍດີຄົບຮອບ 80 ປີ ວັນການທູດລາວ ໂດຍພວກເຮົາຖືເອົາວັນທີ 12 ຕຸລາ 1945 ເປັນວັນການທູດລາວ. ເວລານັ້ນແມ່ນພາຍຫຼັງທີ່ມີການລົງນາມສັນຍາເຊີແນວ, ຝຣັ່ງໄດ້ຍອມມອບເອກະລາດໃຫ້ລາວພວກເຮົາກໍຄື ສປປ ລາວ ໃນປັດຈຸບັນ ຊຶ່ງຖືວ່າເປັນຜົນສໍາເລັດຂອງການເຄື່ອນໄຫວຕໍ່ສູ້ທາງດ້ານການເມືອງທາງດ້ານການທູດຂອງການນໍາຮຸ່ນອາວຸໂສກໍຄືຮຸ່ນກໍ່ຕັ້ງໃນເມື່ອກ່ອນ. ມາເຖິງປັດຈຸບັນ ແມ່ນຄົບຮອບ 80 ປີ ຊຶ່ງເຫັນວ່າວຽກງານການທູດສາມາດຍາດໄດ້ໄຊຊະນະຫຼາຍສົມຄວນ ອັນສໍາຄັນແມ່ນພວກເຮົາມີການພົວພັນກັບຕ່າງປະເທດ ຈໍານວນ 151 ປະເທດ ມາເຖິງປັດຈຸບັນ, ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ ໃນນັ້ນ ມີສະຖານທູດ 27 ແຫ່ງ, ພ້ອມທັງໄດ້ຍົກລະດັບການພົວພັນການທູດກັບບັນດາປະເທດທີ່ສໍາຄັນຈໍານວນໜຶ່ງ.

ອີກດ້ານໜຶ່ງ, ໃນຂອບຫຼາຍຝ່າຍ, ພວກເຮົາກໍໄດ້ເປັນເຈົ້າການໃນການເຄື່ອນໄຫວໃນອົງການສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງທີ່ຢູ່ໃນເຄືອຂ່າຍດັ່ງກ່າວ, ພວກເຮົາຍັງເປັນພາຄີຂອງສົນທິສັນຍາຕ່າງໆທັງໝົດຫຼາຍກວ່າ 1.500 ກວ່າສະບັບ. ໃນຕະຫຼອດໄລຍະ 80 ປີຜ່ານມາ, ລັດຖະມົນຕີກະຊວງການຕ່າງປະເທດ ແມ່ນມີຈໍານວນ 9 ທ່ານແລ້ວ ຊຶ່ງສະແດງໃຫ້ເຫັນວ່າການເຄື່ອນໄຫວວຽກງານການຕ່າງປະເທດແມ່ນມີໄລຍະເວລາດົນສົມຄວນ, ອັນສໍາຄັນແມ່ນພວກເຮົາໄດ້ຍຶດໝັ້ນ ແລະ ປະຕິບັດນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ” ຢ່າງສະເໝີຕົ້ນສະເໝີປາຍ ພ້ອມທັງສືບຕໍ່ປະຕິບັດນະໂຍບາຍການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຕະຫຼອດໄລຍະ 80 ປີ ການທູດລາວ ພວກເຮົາໄດ້ຜ່ານຜ່າໄລຍະຕໍ່ສູ້ກູ້ຊາດ ແລະ ໄລຍະພາຍຫຼັງສະຖາປະນາ ສປປ ລາວ ກໍແມ່ນໄລຍະການທູດປ້ອງກັນເຫດ ເພື່ອບັນລຸ 2 ໜ້າທີ່ຍຸດທະສາດຂອງພັກ ກໍຄື ການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຍ້ອນຜົນສໍາເລັດຂອງການທູດ ອັນສໍາຄັນແມ່ນການເຄື່ອນໄຫວດ້ານການທູດຂອງການນໍາຮຸ່ນກ່ອນ ຫຼື ການທູດຂັ້ນສຸດຍອດ ທີ່ໄດ້ສ້າງສະພາບແວດລ້ອມໃຫ້ການຕໍ່ສູ້ກັບຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ປະສົບຜົນສໍາເລັດ ແລະ ໄດ້ຮັບການສະໜັບສະໜູນຈາກປະເທດເພື່ອນມິດ ແລະ ຈາກບັນດາປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກໃນເວລານັ້ນ. ຫຼັງຈາກນັ້ນ, ພວກເຮົາກໍໄດ້ຮັບການສະຖາປະນາ ສປປ ລາວ ໃນປີ 1975ຊຶ່ງແມ່ນໝາກຜົນຂອງບົດບາດການເຄື່ອນໄຫວການທູດທີ່ສໍາຄັນ ໂດຍນໍາໃຊ້ 3 ບາດຄ້ອນຍຸດທະສາດ ຈົນສາມາດຢຶດອໍານາດມາໄດ້ ໃນວັນທີ 2 ທັນວາ 1975, ອັນນີ້ສະແດງໃຫ້ເຫັນເຖິງຜົນສໍາເລັດຂອງການເຄື່ອນໄຫວການທູດ.

ໃນຕະຫຼອດໄລຍະຜ່ານມາ,ອັນພົ້ນເດັ່ນອີກອັນໜຶ່ງກໍແມ່ນການເຄື່ອນໄຫວໃນຂອບອາຊຽນໂດຍພວກເຮົາມີຄວາມຕັ້ງໜ້າໃນການເຄື່ອນໄຫວດ້ວຍຄວາມເປັນເຈົ້າການ; ໃນນັ້ນ, ສປປ ລາວ ເປັນປະເທດໜຶ່ງທີ່ບໍ່ມີຊາຍແດນຕິດກັບທະເລ, ແຕ່ພວກເຮົາໄດ້ມີຄວາມມຸ່ງໝັ້ນ ໃນການຫັນປະເທດ ໃຫ້ກາຍເປັນປະເທດເຊື່ອມຈອດ ແລະ ເຊື່ອມໂຍງ ໂດຍສອດຄ່ອງກັບຄໍາຂວັນຂອງອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ໃນປີ 2024 ຜ່ານມາ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ຊຶ່ງແມ່ນເພື່ອຢາກໃຫ້ ສປປ ລາວ ເຊື່ອມຈອດກັບພາກພື້ນ, ອັນນີ້ສະແດງເຖິງວ່າ ເປັນການປະຕິບັດວຽກງານການຕ່າງປະເທດໜຶ່ງຂອງເຮົາ ແລະ ໄດ້ຮັບຜົນສໍາເລັດແທ້, ຊຶ່ງພວກເຮົາສາມາດຍາດໄດ້ການສະໜັບສະໜູນຈາກຫຼາຍປະເທດ. ອັນສໍາຄັນໜຶ່ງ ໃນໂອກາດວັນການທູດລາວນີ້, ພວກເຮົາຈະໄດ້ພ້ອມກັນພັດທະນາ ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ທີ່ຈະມາເຖິງນີ້. ສັງລວມແລ້ວ, ຜົນສໍາເລັດຂອງການເຄື່ອນໄຫວການທູດ ໃນໄລຍະ 80 ປີຜ່ານມາ ແມ່ນຕິດພັນກັບການສ້າງສາພັດທະນາປະເທດ ແລະ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງພັກ-ລັດເຮົາທີ່ເປັນອັນໜຶ່ງອັນດຽວບໍ່ສາມາດຕັດແຍກອອກຈາກກັນໄດ້.

2. ກະຊວງການຕ່າງປະເທດ ໄດ້ຈັດຂະບວນການ-ກິດຈະກໍາໃດແດ່ແລ້ວ ແລະ ມີແຜນການແນວໃດ ໃນຕໍ່ໜ້າຕື່ມຄືແນວໃດ ເພື່ອສະເຫຼີມສະຫຼອງ ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວໃນຄັ້ງນີ້ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍ? ພ້ອມທັງ ຂໍໃຫ້ທ່ານກ່າວສະແດງຄວາມຮູ້ສຶກ ແລະ ສະແດງຄວາມຊົມເຊີຍຕໍ່ວັນການທູດລາວ ຄົບຮອບ 80 ປີ ໃນຄັ້ງນີ້?

ໃນປີ 2025 ນີ້ ເປັນປີໜຶ່ງທີ່ມີຄວາມໝາຍສໍາຄັນ ໂດຍໃນຂອບເຂດສາກົນແມ່ນພໍດີກົງກັບ ຄົບຮອບ 80 ປີ ຂອງການສິ້ນສຸດສົງຄາມໂລກ ຄັ້ງທີ 2 ຊຶ່ງຫຼາຍປະເທດກໍມີການຈັດສະເຫຼີມສະຫຼອງເນື່ອງໃນໂອກາດວັນສໍາຄັນດັ່ງກ່າວ ແລະ ສປປ ລາວ ກໍຄົບຮອບ 80 ປີ ວັນການທູດລາວ. ສະນັ້ນ,ພວກເຮົາກໍໄດ້ມີການກະກຽມບັນດາກິດຈະກໍາສໍາຄັນເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ໂດຍການເຜີຍແຜ່ບົດຄວາມ, ການສ້າງຮູບເງົາສາລະຄະດີ, ການວາງສະແດງຮູບພາບ ແລະ ອັນສໍາຄັນແມ່ນການຂຽນປຶ້ມການທູດ 80 ປີ ໂດຍຈະປະມວນຄືນການເຄື່ອນໄຫວການທູດ ຕະຫຼອດໄລຍະ 80 ປີ, ຊຶ່ງຄິດວ່າຈະເປັນຂໍ້ມູນພື້ນຖານສໍາຄັນໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວທຸກທົ່ວໜ້າ ໄດ້ຮັບຮູ້ວ່າ ການເຄື່ອນໄຫວການທູດຂອງພວກເຮົາ ມີຜົນສໍາເລັດຄືແນວໃດ ໂດຍທັງໝົດນີ້ແມ່ນກິດຈະກໍາຕົ້ນຕໍ. ໃນມື້ແທ້ ພວກເຮົາມີແຜນຈະຈັດພິທີໂຮມຊຸມນຸມໃຫຍ່ ເພື່ອລະນຶກເຖິງ 80 ປີ ວັນການທູດລາວ ແລະ ອັນສໍາຄັນພວກເຮົາຈະມີຫຼຽນກາລະນຶກ 80 ປີ ການທູດລາວ. ນອກຈາກນັ້ນ, ພວກເຮົາຍັງມີແຜນຈະຈັດຂະບວນການປິ່ນອ້ອມຕ່າງໆ ເຊັ່ນ: ການຢ້ຽມຢາມສະຖານທີ່ປະຫວັດສາດ ແລະ ຫໍພິພິທະພັນຂອງຜູ້ນໍາຕ່າງໆ.

ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີນີ້, ຂ້າພະເຈົ້າຂໍຕາງໜ້າອົງຄະນະພັກ ແລະ ພະນັກງານກະຊວງການຕ່າງປະເທດ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ບັນດາພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນ ໃນການເຄື່ອນໄຫວວຽກງານການຕ່າງປະເທດ, ຊຶ່ງຜົນສໍາເລັດຂອງວຽກງານການຕ່າງປະເທດນີ້ ແມ່ນການປະກອບສ່ວນຂອງທຸກຂະແໜງການທີ່ພວກເຮົາໄດ້ເຮັດຮ່ວມກັນ. ອັນທີສອງແມ່ນຂໍສະແດງຄວາມຂອບໃຈຕໍ່ບັນດາປະເທດເພື່ອນມິດ ແລະ ຜູ້ຮັກຫອມສັນຕິພາບທີ່ໃຫ້ການປະກອບສ່ວນ ແລະ ສະໜັບສະໜູນຕໍ່ການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ພວກເຮົາ ໃຫ້ໄດ້ຮັບຜົນສໍາເລັດຢ່າງຕໍ່ເນື່ອງ, ຊຶ່ງຖ້າປາສະຈາກການສະໜັບສະໜູນຂອງເພື່ອນມິດຕ່າງປະເທດ ກໍຄື ຂອງພີ່ນ້ອງປະຊາຊົນ, ພະນັກງານ, ທະຫານ ແລະ ຕໍາຫຼວດພາຍໃນປະເທດ, ພວກເຮົາກໍບໍ່ສາມາດເຮັດສໍາເລັດໄດ້. ສະນັ້ນ, ອີກເທື່ອໜຶ່ງໃນໂອກາດນີ້ ຂ້າພະເຈົ້າກໍຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍອວຍພອນມາຍັງພະນັກງານ, ທະຫານ, ຕໍາຫຼວດ ແລະ ພີ່ນ້ອງປະຊາຊົນລາວທັງໝົດທັງພາຍໃນ ແລະ ຕ່າງປະເທດຈົ່ງປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນເອງ ແລະ ພ້ອມກັນສືບຕໍ່ຮັກສາມູນເຊື້ອການພົວພັນທີ່ດີກໍຄືການເຄື່ອນໄຫວການຕ່າງປະເທດທີ່ດີຂອງພວກເຮົາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ພິທີ ປິດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນຕີຕົວເມືອງປະຈຳປີ 2025 ໃຫ້ກຳລັງກອງພັນນ້ອຍຕີພິເສດ 432 ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 15 ວັນ, ໂດຍການເປັນປະທານຂອງສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ມີຫົວໜ້າກົມ 49, ຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍອົງການ 5 ຫ້ອງ,ພະແນກຕີພິເສດເຂົ້າຮ່ວມ.
ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ໄດ້ເປີດຕົວໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ໃນວັນທີ 5 ພະຈິກ 2025 ທີ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງເປັນການລິເລີ່ມບຸກເບີກ ເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດແຂວງຫຼວງພະບາງ ໃຫ້ດີຂຶ້ນ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫຼາດທີ່ທັນສະໄໝ.
2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

ໃນວັນທີ 8 ພະຈິກນີ້, ທ່ານ ເພັດ ວົງຂັນຕີ ຜູ້ອຳນວຍການບໍລິສັດ ເພັດໄລພອນທຣວງເຊີນຣີຊອດສ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນ ຈຳນວນ 100,000,000 ກີບ ໃຫ້ແຂວງຊຽງຂວາງ, ທ່ານ ໂກວ ກຸຍຮ່າຍ (GUO GUIHAI) ຜູ້ອຳນວຍການບໍລິສັດ ຮົ່ງກົງຈົງເຊິງການລົງທຶນພະລັງງານ(ລາວ) ສາກົນ ຈຳກັດ ພ້ອມດ້ວຍຄະນະໄດ້ມອບເງິນຈຳນວນ 150,000,000 ກີບໃຫ້ແຂວງຊຽງຂວາງ ເພື່ອຕ້ານ, ຮັບມື ແລະ ຟື້ນຟູຜົນເສຍຫາຍຈາກໄພພິບັດຢູ່ແຂວງຊຽງຂວາງ ໂດຍສະເພາະແມ່ນໄພນ້ຳຖ້ວມ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ ແລະ ເຂົ້າສູ່ພາວະປົກກະຕິໂດຍໄວ.
ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 8 ພະຈິກຜ່ານມານີ້, ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານພູກາງ, ບ້ານເມືອງຫມ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ, ບ້ານຫນອງຄຳ ເມືອງວຽງຄໍາ ແຂວງຫຼວງພະບາງ, ເພື່ອຊຸກຍູ້ການລົງສໍາຫຼວດ ໃຫ້ສໍາເລັດຕາມລະດັບຄາດໝາຍ. ໂອກາດນີ້, ທ່ານ ສອນສັກ ສຸລິເສີມ ໄດ້ຊີ້ນໍາໃຫ້ຄະນະພັກ, ອົງການປົກຄອງບ້ານ ເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນພາຍໃນບ້ານ ໃຫ້ຄວາມສະດວກ ແກ່ຜູ້ລົງປະຕິບັດໜ້າທີ່ວຽກງານ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຮັບປະກັນໃຫ້ມີຄວາມສະຫງົບ, ປອດໄພ 100% ຕະຫຼອດໄລຍະການເດີນສໍາຫຼວດໃນຄັ້ງນີ້.
ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ກອງປະຊຸມເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ອົງການ 3 ຝ່າຍ ແລະ ຜູ້ໃຊ້ແຮງງານ ໄດ້ຈັດຂຶ້ໃນຕອນວັນທີ 7 ພະຈິກຜ່ານມາ ທີ່ຫ້ອງປະຊຸມພະແນກ ແຮງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ພາຍໃຕ້ການເປັນປະທານຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ເພີ່ມເຕີມ