ງານບຸນຜ້າປ່າສາມັກຄີ ອົງການພຸດທະສາສະໜາສໍາພັນລາວ (ອພສ) 8 ແຂວງພາກເໜືອ ຄັ້ງທີ 2 ທີ່ວັດສາມັກຄີໄຊ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 9 ມີນາ ຜ່ານມານີ້ ໂດຍເປັນປະທານຂອງພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ, ມີພະອາຈານ ຄະນະປະຈໍາສູນກາງ ອພສ ແລະ ພະອາຈານຕາງໜ້າ ອົງການພຸດທະສາສະໜາສໍາພັນລາວ ຈາກ 8 ແຂວງພາກເໜືອ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດການນຳຂັ້ນສູງ ຂອງພັກ-ລັດ ປະທານບຸນຜ້າປ່າສາມັກຄີ ຝ່າຍຄາລະວາດ, ຕະຫຼອດເຖີງອອກຕົນຍາດໂຍມຜູ້ໃຈບຸນ ຈາກຫຼາຍພາກສ່ວນ ເຂົ້າຮ່ວມ.
ການເຮັດບຸນຜ້າ ປ່າສາມັກຄີ ຄັ້ງນີ້, ເພື່ອຊຸກຍູ້ສົ່ງເສີມວຽກງານທາງພະພຸດທະສາສະໜາ 8 ແຂວງພາກເໜືອ; ເປັນການຜູກແໜ້ນຄວາມສາມັກຄີ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃຫ້ວຽກງານຂອງພະດທະສາສະໜາ ກ້າວໜ້າໄປດ້ວຍຜົນສໍາເລັດ ໂດຍການນໍາພາຂອງ ພະອາຈານໃຫຍ່ ອ່ອນແກ້ວ ສິດທິວົງ ຄະນະປະຈໍາສູນກາງ ອົງການພຸດທະສາດສະໜາສໍາພັນ ແຫ່ງ ສປປ ລາວ, ຜູ້ຊີ້ນໍາວຽກງານ 8 ແຂວງພາກເໜືອ ຊຶ່ງເຫັນວ່າ ຖືກຕ້ອງສອດຄ່ອງ ຕາມແນວທາງນະໂຍບາຍຂອງພັກ-ລັດຖະທໍາມະນູນສົງລາວ ແລະ ສິນທໍາທາງພຣະພຸດທະສາສະໜາ.
ໃນວາລະດໍາເນີນງານບຸນຜ້າປ່າສາມັກຄີ ໄດ້ມີການກະກຽມ, ສູດປະລິດຕະມຸງຄຸນ ແລະ ຄົບງັນຕາມປະເພນີ, ຖະຖວາຍຜ້າປ່າສາມັກຄີ, ໃສ່ບາດແດ່ພະສົງ, ຟັງທັມມະເທດສະໜາ, ໄຫວ້ພະຮັບສິນ, ມີການໄຕ້ທູບທຽນບູຊາພະລັດຕະນະໄຕ, ລັ່ນຄ້ອງ 9 ບາດ ເພື່ອເປີດພິທີເປັນສີລິມຸງຄຸນ ແລະ ກ່າວຖະຫວາຍກອງຜ້າປາສາມັກຄີ, ພ້ອມທັງອະນຸໂມທະນາ ການຕໍ່ຍອດຂອງ ແຕ່ລະພາກສ່ວນ ທັງພາຍໃນ ແລະ ຕ່າງແຂວງ. ສາມາດລວມຍອດຜ້າປ່າສາມັກຄີຄັ້ງນີ້ ໄດ້ທັງໝົດ 432,900,000 ກີບ, ໂດຍຖວາຍເປັນເງິນກອງກາງເພື່ອບໍລິຫານວຽກງານອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງນ້ຳທາ.
(ຂ່າວ-ພາບ: ອພສ ແຂວງຫຼວງພະບາງ)
ຄໍາເຫັນ