ບຸນປີໃໝ່ລາວ ເປັນຮີດຄອງປະເພນີອັນດີງາມຂອງຊາວພຸດ

ບຸນປີໃໝ່ລາວ ເປັນຮີດຄອງປະເພນີອັນດີງາມຂອງຊາວພຸດ

ບຸນປີໃໝ່ລາວ ເປັນຮີດຄອງປະເພນີອັນດີງາມຂອງຊາວພຸດ
ໂດຍ: ວັນເພັງ ບຸນປີໃໝ່ລາວ ຫຼື ບຸນກຸດສົງການ ຖືເປັນບຸນປາງໃຫຍ່ປະຈຳຊາດປະຈຳປີທີ່ມີຄວາມໝາຍ-ຄວາມສຳຄັນເປັນຮີດຄອງປະເພນີອັນດີງາມຂອງຊາວພຸດ ທີ່ເຄີຍປະຕິບັດສືບທອດກັນມາແຕ່ບູຮານຈົນຮອດປັດຈຸບັນ ແລະ ຍັງເປັນງານບຸນທີ່ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ.

 

ການສະເຫຼີມສະຫຼອງປີໃໝ່ລາວໄດ້ກຳນົດເປັນເວລາ 3 ວັນຄືທຸກໆປີ, ປີນີ້ແມ່ນກົງກັບວັນທີ 14-15-16 ເດືອນເມສາ 2025 (ມື້ຂຶ້ນ 2 ຄໍ່າ, 3ຄໍ່າ ແລະ 4ຄໍ່າເດືອນ 5 ພ.ສ 2568ລາວ).

ເນື່ອງໃນໂອກາດປີໃໝ່ລາວ ພສ 2568ຫຼືປີໃໝ່ກຸດສົງການໃກ້ຈະມາເຖິງນີ້, ພະອາຈານ ສິງໄຊ ທໍາມະວົງ (ອະຣິຍະໂພທິ) ຄະນະກຳມາທິການການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ທັງເປັນເຈົ້າອະທິການວັດໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນກ່ຽວປະຫວັດຄວາມເປັນມາ, ຄວາມໝາຍ-ຄວາມສຳຄັນວັນບຸນປີໃໝ່ລາວໃນວັນທີ 8 ເມສານີ້ວ່າ:ເມື່ອລະດູເດືອນເຄື່ອນມາເຖິງເດືອນ 5 ອາກາດຮ້ອນອົບເອົ້າຜິດປົກກະຕິເຮັດໃຫ້ຄົນງຸດງິດ ອຶດອັດອາລົມຮ້າຍງ່າຍຈົນບາງຄັ້ງພາໃຫ້ເຈັບໄຂ້ໄດ້ປ່ວຍກໍມີ. ສະນັ້ນ,ການອາບນໍ້າຊໍາລະຮ່າງກາຍເປັນອຸບາຍວິທີແກ້ຮ້ອນຜ່ອນຄາຍອາລົມໃຫ້ໄດ້ຮັບຄວາມສຸກ ເຢັນກາຍເຢັນໃຈ ແລະ ຄົນບູຮານ, ເຫຼົ່ານັກປາດຜູ້ສະຫຼາດຈຶ່ງໄດ້ກຳນົດໃຫ້ມີການເຮັດບຸນກຸດສົງການ (ປີໃໝ່ລາວ) ຫຼືບຸນແຫ່ງການຫົດສົງນໍ້າໃຫ້ມີຢູ່ໃນຮີດ12 ຂອງລາວເຮົາໃນເດືອນ 5ລາວຂອງທຸກໆປີ ແລະ ງານບຸນດັ່ງກ່າວຍັງມີປະຫວັດຄວາມເປັນມາຊຶ່ງມີເລື່ອງເລົ່າຢູ່ວ່າ: ເມື່ອຕົ້ນພັດທະກັບມີເສດຖີຄົນໜຶ່ງມີຊັບສົມບັດຫຼາຍແຕ່ບໍ່ມີບຸດ ມື້ໜຶ່ງນັກເລງສຸລາເຂົ້າໄປໃນບ້ານເສດຖີ ແລ້ວດ່າເສດຖີວ່າທ່ານມີເງິນຄຳແຕ່ບໍ່ມີບຸດ ຊີວິດທ່ານບໍ່ມີຄວາມໝາຍ ທ່ານຕາຍໄປກໍໍບໍ່ມີຄົນສືບຕະກຸນ ຊັບສິນທ່ານກໍຈະສູນຫາຍເປົ່າ ເວົ້າແລ້ວນັກເລງສຸລາກໍໜີໄປ ເສດຖີຄິດຄຳນຶງເຖິງຄຳເວົ້າຂອງນັກເລງສຸລາ ກໍເຫັນວ່າແມ່ນຄວາມຈິງຈຶ່ງໄດ້ຈັດເຄື່ອງໄປບວງສວງພະອາທິດ ແລະ ພະຈັນເພື່ອຂໍບຸດ ເວລາລ່ວງເລີຍມາສາມປີກໍຍັງບໍ່ໄດ້ບຸດ ຈຶ່ງໄປຂໍບຸດກັບຕົ້ນໄຊອີກ,ເທວະດາຢູ່ຕົ້ນໄຊສົງສານຈຶ່ງໄດ້ໄປຂໍບຸດນໍາພະອິນ, ພະອິນເລີຍໃຫ້ທໍາມະບານກຸມມານມາເກີດໃນທ້ອງພັນລະຍາເສດຖີ. ຕໍ່ມາເມື່ອທໍາມະບານປະສູດແລ້ວຈຶ່ງປຸກຜາສາດຂຶ້ນໃຫ້ກຸມມານຢູ່ໃຕ້ຕົ້ນໄຊຮິມຝັ່ງແມ່ນໍ້ານັ້ນ ເມື່ອຈະເລີນໄວຂຶ້ນມາກໍຮູ້ພາສາສັດ(ມີນົກ ເປັນຕົ້ນ) ແລະ ໄດ້ຮຽນຈົບໄຕເພດໃນໄວອາຍຸພຽງ8 ປີ ພ້ອມທັງໄດ້ເປັນອາຈານສອນມຸງຄຸນຕ່າງໆໃຫ້ແກ່ຄົນທັງຫຼາຍຊຶ່ງໃນຍຸກນັ້ນໂລກທັງຫຼາຍນັບຖືທ້າວມະຫາພົມ ແລະ ກະບິນລະພົມອົງໜຶ່ງທີ່ໄດ້ສອນມຸງຄຸນແກ່ຄົນທັງປວງ.

ເມື່ອກະບິນລະພົມຮູ້ວ່າທໍາມະບານກຸມມານເປັນຜູ້ມີຊື່ສຽງ ເປັນທີ່ນັບຖືຂອງຊາວໂລກ ຈຶ່ງລົງມາຖາມບັນຫາກັບທໍາມະບານກຸມມານຢູ່ 3 ຂໍ້ຄື: 1. ເວລາເຊົ້າສີລິ ຫຼືລາສີຢູ່ບ່ອນໃດ? 2. ເວລາທ່ຽງສີລິ ຫຼືລາສີຢູ່ບ່ອນໃດ? 3. ເວລາຄໍ່າສີລິ ຫຼືລາສີຢູ່ບ່ອນໃດ? ແລະສັນຍາວ່າຖ້າທ່ານແກ້ບັນຫາ 3 ຂໍ້ນີ້ໄດ້ເຮົາຈະຕັດຫົວ (ສີສະ) ເຮົາບູຊາທ່ານ ຖ້າທ່ານແກ້ບໍ່ໄດ້ເຮົາຈະຕັດສີສະທ່ານເສຍທໍາມະບານກຸມມານຮັບສັນຍາແຕ່ຂໍເວລາແກ້ບັນຫາອອກໄປ 7 ວັນ, ກະບິນລະພົມກໍກັບໄປຍັງພົມມະໂລກ. ສ່ວນທໍາມະບານກຸມມານພິຈາລະນາບັນຫານັ້ນລ່ວງໄປໄດ້ 6 ວັນແລ້ວຍັງບໍ່ເຫັນອຸບາຍທີ່ຈະແກ້ບັນຫາໄດ້ຈຶ່ງຄິດວ່າຮຸ່ງເຊົ້ານີ້ແລ້ວໜໍ ເຮົາຈະຕ້ອງຕາຍດ້ວຍຄຳສັນຍາຂອງທ້າວກະບິນລະພົມ ເຮົາບໍ່ຕ້ອງການຕາຍຈຳຕ້ອງໜີໄປລີ້ຊ້ອນຕົນເສຍດີກວ່າ ເມື່ອຄິດແລ້ວຈຶ່ງລົງຈາກຜາສາດໜີໄປນອນຢູ່ກ້ອງຕົ້ນຕານ 2 ຕົ້ນ ຊຶ່ງມີນົກອິນຊີ 2 ຜົວເມຍເຮັດຮັງຢູ່ເທິງຕົ້ນຕານນັ້ນ. ຂະນະທີ່ທໍາມະບານກຸມມານນອນຢູ່ກ້ອງຕົ້ນຕານນັ້ນ ກໍໄດ້ຍິນສຽງນາງນົກອິນຊີຖາມຜົວວ່າຮຸ່ງເຊົ້ານີ້ຈະໄປຫາອາຫານອັນໃດກິນອ້າຍ, ນົກອິນຊີຜູ້ຜົວຕອບວ່າຮຸ່ງເຊົ້ານີ້ຄົບ 7 ວັນທີ່ທ້າວກະບິນລະພົມຖາມບັນຫາແກ່ທໍາມະບານກຸມມານ ແຕ່ທໍາມະບານກຸມມານອາດແກ້ບໍ່ໄດ້ທ້າວກະບິນລະພົມຈະຕ້ອງຕັດຄໍຕາມສັນຍາແລ້ວເຮົາທັງ 2 ຈະໄດ້ກິນຊີ້ນມະນຸດຄືທໍາມະບານກຸມມານນັ້ນເປັນອາຫານ. ນາງນົກອິນຊີຖາມວ່າ: ແລ້ວອ້າຍເດຮູ້ບັນຫາຫຼືບໍ່? ຜູ້ຜົວຕອບວ່າ: ກໍຮູ້ລະນໍ ແລ້ວກໍເລົ່າໃຫ້ນາງເມຍຟັງຕັ້ງແຕ່ຕົ້ນຈົນຈົບວ່າ:

1. ເວລາເຊົ້າລາສີຢູ່ທີ່ໜ້າ ຄົນທັງຫຼາຍຈຶ່ງເອົານໍ້າລ້າງໜ້າ.

2. ເວລາທ່ຽງລາສີຢູ່ທີ່ເອິກ ຄົນທັງຫຼາຍຈຶ່ງເອົານໍ້າລູບເອິກ

3. ເວລາຄໍ່າລາສີຢູ່ທີ່ຕີນ ຄົນທັງຫຼາຍຈຶ່ງເອົານໍ້າລ້າງຕີນ.

ທໍາມະບານກຸມມານນອນຢູ່ກ້ອງຕົ້ນໄມ້ ກໍໄດ້ຍິນການສົນທະນາຂອງນົກອິນຊີທັງ 2 ກໍເລີຍຈື່ຈໍາໄດ້ຈຶ່ງມີຄວາມປິຕິຍິນດີ ດີໃຈວ່າເຮົາຈະບໍ່ຕາຍແລ້ວ ທຳມະບານກຸມມານຈຶ່ງກັບມາສູ່ຜາສາດຂອງຕົນ. ຄັນເມື່ອເຖິງວາລະຄົບ 7 ວັນຕາມສັນຍາ ທ້າວກະບິນລະພົມກໍລົງມາຖາມບັນຫາທັງ 3 ຂໍ້ຕາມທີ່ນັດໝາຍກັນໄວ້, ທໍາມະບານກຸມມານກໍແກ້ບັນຫາທັງ 3 ຂໍ້ຕາມທີ່ໄດ້ຟັງມາຈາກນົກອິນຊີນັ້ນ ເປັນເຫດໃຫ້ທ້າວກະບິນລະພົມຍອມແພ້, ປະລາໄຊແກ່ທ້າວທໍາມະບານກຸມມານ ແລ້ວຈຶ່ງຈຳຕ້ອງຕັດຄໍຂອງຕົນບູຊາຕາມທີ່ສັນຍາໄວ້. ແຕ່ວ່າກ່ອນຈະຕັດຄໍໄດ້ເອີ້ນທິດາທັງ 7 ນາງມາສັ່ງວ່າ ພໍ່ຈະໄດ້ຕັດຄໍເອົາຫົວບູຊາທໍາມະບານກຸມມານ ແຕ່ວ່າຫົວຂອງພໍ່ນີ້ຖ້າຕົກໃສ່ແຜ່ນດິນກໍຈະເກີດເປັນໄຟໄໝ້ໂລກນີ້ໝົດ, ຖ້າຈະໂຍນຂຶ້ນໄປເທິງອາກາດກໍຈະເຮັດໃຫ້ຟ້າຝົນແລ້ງ, ຖ້າຈະໂຍນລົງໃນມະຫາສະໝຸດ ນ້ຳກໍຈະບົກແຫ້ງໝົດ. ດັ່ງນັ້ນ, ຈຶ່ງໃຫ້ລູກເອົາພາພານມາຮອງຫົວພໍ່ໄວ້ ແລ້ວເອົາໄປຕັ້ງໄວ້ໃນມົນດົບ (ຫໍນ້ອຍໆ ຫຼືຫໍຜີ) ໃນນ້ຳຄັນທຸມາລີທີ່ພູເຂົາໄກຍະລາດພຸ້ນ ຄັນສັ່ງແລ້ວກໍຈັດການຕາມທີ່ໄດ້ສັນຍາໄວ້ ລູກສາວກໍເອົາພາພານມາຮັບຫົວຂອງພໍ່ໄວ້ ແລ້ວເອົາໄປບັນຈຸໄວ້ໃນຖ້ຳທີ່ພູເຂົາໄກຍະລາດ ຄັນເຖິງຂວບວັນສ້ຽງປີ (ວັນສັງຂານລ່ວງ) ລູກສາວທັງ 7 ຄົນນັ້ນກໍປ່ຽນຜຽນກັນໄປເຊີນເອົາຫົວຂອງພໍ່ມາຫົດສົງອາບລ້າງ ແລະ ແຫ່ອ້ອມເຂົາສະເມນ (ເຂົາສຸເມຣຸ) ປີລະຄົນເປັນລໍາດັບຂອງທຸກໆປີ ແລ້ວກໍເຊີນໄປຕັ້ງໄວ້ບ່ອນເກົ່າ.

ພະອາຈານ ສິງໄຊ ທຳມະວົງ ກ່າວຕື່ມວ່າ: ສະທາ ໂສດຖີ ພະວັນຕຸ ເຕ ຂໍຄວາມສຸກສະຫວັດດີຈົ່ງມີແກ່ທ່ານທຸກເມື່ອ ສໍາລັບປີໃໝ່ລາວປີນີ້, ທາງວັດໂພນທອງ ບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກໍມີກິດຈະກຳທາງດ້ານສາສະໜາ ແລະປະເພນີລາວເຮົາຄື ໃນວັນເສົາວັນທີ 13 ເມສາ 2025 ມີພິທີຄາຣະວະສົມມາຂໍພອນນຳຄູບາອາຈານພະສົງສາມະເນນພາຍໃນວັດໂພນທອງ. ຫຼັງຈາກນັ້ນ, ກໍມີພິທີບາສີສູ່ຂວັນໃຫ້ຄະນະພໍ່ອອກ-ແມ່ອອກພ້ອມທັງຍາດໂຍມຂໍຫົດສົງຂໍສິນຂໍພອນ ພະສົງສາມະເນນພາຍໃນວັດ ແລະກໍມີການເອົາພະພຸດທະຮູບລົງໃຫ້ຍາດໂຍມມາຫົດສົງນ້ຳໃນລະຫວ່າງວັນ ວັນທີ 14-16 ເມສາ 2025 ເວລາ 7:30–19:00 ໂມງຂອງທຸກໆວັນ. ພິເສດທາງວັດໂພນທອງຂອງພວກເຮົາຈະໄດ້ມີພິທີຕົບພະທາດເຈດີຊາຍ (ກໍ່ຊາຍເປັນເຈດີບູຊາພະຣັດຕະນະໄຕ) ໃນວັນພະຫັດວັນທີ 17 ເມສາ 2025 ເວລາ 15:00 ໂມງເປັນຕົ້ນໄປ.

ໃນໂອກາດປີໃໝ່ລາວ ພສ 2568 ໃກ້ຈະມາເຖິງນີ້, ພະອາຈານ ສິງໄຊ ທຳມະວົງຍັງໄດ້ຝາກເຖິງທຸກທ່ານຈົ່ງຕັ້ງຢູ່ໃນຄວາມບໍ່ປະໝາດຄືຫຼິ້ນບຸນກຸດສົງການດ້ວຍສະຕິ, ປາສະຈາກສິ່ງມຶນເມົາທີ່ສໍາຄັນຍາດໂຍມຢ່າລືມຄາຣະວະສົມມາຂໍພອນນຳແມ່-ພໍ່ກ່ອນຈະໄປຫຼິ້ນ ຫຼືໄປສົງນ້ຳພະພຸດທະຮູບຢູ່ວັດຕ່າງໆ ຊີວິດຈະໄດ້ມີແຕ່ຄວາມໂຊກດີຕະຫຼອດປີ ແລະຂໍອວຍພອນໄຊອັນປະເສີດໃຫ້ທຸກທ່ານຈົ່ງມີຄວາມສຸກ, ສຸຂະພາບແຂງແຮງ ພ້ອມທັງສົມບູນດ້ວຍຮູບສົມບັດ, ສິຣິສົມບັດ, ອາຍຸສົມບັດ, ຍົດສົມບັດ, ໂພຄະສົມບັດ, ປະຣິວານສົມບັດ, ປັນຍາສົມບັດ ຂໍໃຫ້ທ່ານປະສົບຜົນສຳເລັດໃນຊີວິດຂອງຕົນດັ່ງທີ່ປາຖະນາທຸກປະການດ້ວຍເທີ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ