ບຸນປີໃໝ່ລາວ” ວັດທະນະທຳລາວທີ່ງົດງາມລືຊື່

ບຸນປີໃໝ່ລາວ” ວັດທະນະທຳລາວທີ່ງົດງາມລືຊື່
ໂດຍ: ພູວັນ
ພະອາຈານອິດສະໂຍ ສັດຈະວະໂຣ ເຈົ້າອະທິການວັດປ່າສາມັກຄີທໍາສະພັງເມີກ ບ້ານສະພັງເມີກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 5ເມສາຜ່ານມາກ່ຽວກັບປະຫວັດຄວາມເປັນມາຂອງບຸນປີໃໝ່ລາວວັດທະນະທຳລາວທີ່ງົດງາມລືຊື່ໂດຍສັງເຂບວ່າ:ເມື່ອລະດູເດືອນເຄື່ອນມາເຖິງເດືອນຫ້າອາກາດຮ້ອນອົບເອົ້າຜິດປົກກະຕິເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍ ການອາບນໍ້າຊໍາລະຮ່າງກາຍເປັນອຸບາຍວິທີແກ້ຮ້ອນຜ່ອນຄາຍເປັນເຢັນໃຫ້ໄດ້ຮັບຄວາມສຸກກາຍສະບາຍໃຈ. ມີເລື່ອງໜຶ່ງທ່ານກ່າວໄວ້ວ່າ: “ເມື່ອຕົ້ນພັດທະກັບມີເສດຖີຄົນໜຶ່ງມີຊັບຫຼາຍແຕ່ບໍ່ມີບຸດມື້ໜຶ່ງນັກເລງສຸລາເຂົ້າໄປໃນບ້ານເສດຖີ ແລ້ວດ່າເສດຖີວ່າທ່ານມີເງິນຄຳແຕ່ບໍ່ມີບຸດ ຊີວິດທ່ານບໍ່ມີຄວາມໝາຍ ທ່ານຕາຍໄປກໍໍບໍ່ມີຄົນສືບຕະກຸນ ຊັບສິນທ່ານກໍຈະສູນຫາຍເປົ່າ” ເວົ້າແລ້ວນັກເລງສຸລາກໍໜີໄປ ເສດຖີຄິດຄຳນຶງເຖິງຄຳເວົ້າຂອງນັກເລງສຸລາ ກໍເຫັນວ່າແມ່ນຄວາມຈິງຈຶ່ງໄດ້ຈັດເຄື່ອງໄປບວງສວງພະອາທິດ ແລະ ພະຈັນເພື່ອຂໍບຸດ ເວລາລ່ວງເລີຍມາສາມປີກໍຍັງບໍ່ໄດ້ບຸດ ຈຶ່ງໄປຂໍບຸດກັບຕົ້ນໄຊອີກ ຕົ້ນໄຊມີຄວາມກະລຸນາໄດ້ໄປຂໍບຸດນໍາພະອິນ ພະອິນໃຫ້ທໍາມະບານກຸມານມາເກີດໃນທ້ອງພັນລະຍາເສດຖີ ເມື່ອທໍາມະບານປະສູດແລ້ວຈຶ່ງປຸກຜາສາດຂຶ້ນໃຫ້ກຸມານຢູ່ໃຕ້ຕົ້ນໄຊຮີມຝັ່ງແມ່ນໍ້ານັ້ນ ເມື່ອກຸມານຈະເລີນໄວຂຶ້ນມາກໍຮູ້ພາສານົກ ແລະ ໄດ້ຮຽນຈົບໄຕເພດເມື່ອອາຍຸໄດ້ 8ປີ ແລະໄດ້ເປັນອາຈານສອນມຸງຄຸນຕ່າງໆໃຫ້ແກ່ຄົນທັງຫຼາຍ ຊຶ່ງຂະນະນັ້ນໂລກທັງຫຼາຍນັບຖືທ້າວມະຫາພົມ ແລະ ກະບິນລະພົມອົງໜຶ່ງຊຶ່ງໄດ້ສອນມຸງຄຸນແກ່ຄົນທັງປວງ.
ເມື່ອກະບິນລະພົມຮູ້ວ່າທໍາມະບານກຸມານເປັນຜູ້ມີຊື່ສຽງ ເປັນທີ່ນັບຖືຂອງຊາວໂລກ ຈຶ່ງລົງມາຖາມບັນຫາກັບທໍາມະບານກຸມານຢູ່3 ຂໍ້ຄື:1. ເວລາເຊົ້າສີລິຄືລາສີຢູ່ບ່ອນໃດ?;2. ເວລາທ່ຽງສີລິຄືລາສີຢູ່ບ່ອນໃດ?;3. ເວລາຄໍ່າສີລິຄືລາສີຢູ່ບ່ອນໃດ? ແລະ ສັນຍາວ່າຖ້າທ່ານແກ້ບັນຫາ 3 ຂໍ້ນີ້ໄດ້ເຮົາຈະຕັດຄໍ (ສີສະ) ເຮົາບູຊາທ່ານ ຖ້າທ່ານແກ້ບໍ່ໄດ້ເຮົາຈະຕັດສີສະທ່ານເສຍ ທໍາມະບານກຸມານຮັບສັນຍາແຕ່ຂໍເວລາແກ້ບັນຫາອອກໄປ 7 ວັນ, ກະບິນລະພົມກໍກັບໄປຍັງພົມມະໂລກ. ສ່ວນທໍາມະບານກຸມານພິຈາລະນາບັນຫານັ້ນລ່ວງໄປໄດ້ 6ວັນແລ້ວຍັງບໍ່ເຫັນອຸບາຍທີ່ຈະແກ້ບັນຫາໄດ້ຈຶ່ງຄິດວ່າຮຸ່ງເຊົ້ານີ້ແລ້ວໜໍ ເຮົາຈະຕ້ອງຕາຍດ້ວຍຄຳສັນຍາຂອງທ້າວກະບິນລະພົມ ເຮົາບໍ່ຕ້ອງການຕາຍຈຳຕ້ອງໜີໄປລີ້ຊ້ອນຕົນເສຍດີກວ່າ. ຄິດແລ້ວຈຶ່ງລົງຈາກຜາສາດໜີໄປນອນຢູ່ກ້ອງຕົ້ນຕານ 2 ຕົ້ນ ຊຶ່ງມີນົກອິນຊີ 2ຜົວເມຍເຮັດຮັງຢູ່ເທິງຕົ້ນຕານນັ້ນ. ຂະນະທີ່ທໍາມະບານກຸມານນອນຢູ່ກ້ອງຕົ້ນຕານນັ້ນໄດ້ຍິນສຽງນາງນົກອິນຊີຖາມຜົວວ່າຮຸ່ງເຊົ້ານີ້ຈະໄປຫາອາຫານທີ່ໃດນົກອິນຊີຜູ້ຜົວຕອບວ່າ ຮຸ່ງເຊົ້ານີ້ຄົບ 7 ວັນທີ່ທ້າວກະບິນລະພົມຖາມບັນຫາແກ່ທໍາມະບານກຸມານ ແຕ່ທໍາມະບານກຸມານແກ້ບໍ່ໄດ້ ທ້າວກະບິນລະພົມຈະຕ້ອງຕັດຄໍເສຍຕາມສັນຍາ ແລ້ວເຮົາທັງ 2 ຈະໄດ້ກິນຊີ້ນມະນຸດຄືທໍາມະບານກຸມານນັ້ນເປັນອາຫານ ນາງນົກອິນຊີຖາມວ່າທ່ານຮູ້ບັນຫາຫຼືບໍ່? ຜູ້ຜົວຕອບວ່າຮູ້ ແລ້ວກໍເລົ່າໃຫ້ນາງເມຍຟັງຕັ້ງແຕ່ຕົ້ນຈົນຈົບວ່າ:
1. ເວລາເຊົ້າລາສີຢູ່ທີ່ໜ້າ ຄົນທັງຫຼາຍຈຶ່ງເອົານໍ້າລ້າງໜ້າ
2. ເວລາທ່ຽງລາສີຢູ່ທີ່ເອິກ ຄົນທັງຫຼາຍຈຶ່ງເອົານໍ້າ ແລະ ແປ້ງນໍ້າຫອມລູບໄລ້ທາທີ່ເອິກ
3. ເວລາຄໍ່າລາສີຢູ່ທີ່ຕີນ ຄົນທັງຫຼາຍຈຶ່ງເອົານໍ້າລ້າງຕີນ.
ທໍາມະບານກຸມານນອນຢູ່ກ້ອງຕົ້ນໄມ້ໄດ້ຍິນການສົນທະນາຂອງນົກອິນຊີທັງ 2 ກໍຈື່ຈຳໄດ້ຈຶ່ງມີຄວາມປິຕິຍິນດີທີ່ສຸດ ແລ້ວຈຶ່ງກັບມາສູ່ຜາສາດຂອງຕົນ. ຄັນເຖິງວາລະຄົບ7 ວັນຕາມສັນຍາ ທ້າວກະບິນລະພົມກໍລົງມາຖາມບັນຫາທັງ 3 ຂໍ້ຕາມທີ່ນັດໝາຍກັນໄວ້ ທໍາມະບານກຸມານກໍແກ້ບັນຫາທັງ 3 ຂໍ້ຕາມທີ່ໄດ້ຟັງມາຈາກນົກອິນຊີນັ້ນ ທ້າວກະບິນລະພົມຍອມຮັບວ່າຖືກຕ້ອງ ແລະ ຍອມປະລາໄຊແກ່ທ້າວທໍາມະບານກຸມານ ແລ້ວຈຳຕ້ອງຕັດຄໍຂອງ
ຕົນບູຊາຕາມທີ່ສັນຍາໄວ້. ແຕ່ວ່າກ່ອນຈະຕັດຄໍໄດ້ເອີ້ນທິດາທັງ 7 ນາງມາສັ່ງວ່າ ພໍ່ຈະໄດ້ຕັດຄໍເອົາຫົວບູຊາທຳມະບານກຸມານ ແຕ່ວ່າຫົວຂອງພໍ່ນີ້ຖ້າຕົກໃສ່ແຜ່ນດິນກໍຈະເກີດເປັນໄຟໄໝ້ໂລກນີ້ໝົດ ຖ້າຈະໂຍນຂຶ້ນໄປເທິງ
ອາກາດກໍຈະເຮັດໃຫ້ຟ້າຝົນແລ້ງ ຖ້າຈະໂຍນລົງໃນມະຫາສະໝຸດກໍຈະບົກແຫ້ງໝົດ. ດັ່ງນັ້ນໃຫ້ລູກເອົາພາພານມາຮອງຫົວພໍ່ໄວ້ ແລ້ວເອົາໄປຕັ້ງໄວ້ໃນມົນດົບ (ຫໍນ້ອຍໆ ຫຼືຫໍຜີ) ໃນນ້ຳຄັນທຸມາລີທີ່ພູເຂົາໄກລາດພຸ້ນ ຄັນສັ່ງແລ້ວກໍຈັດການຕາມທີ່ໄດ້ສັນຍາໄວ້ ລູກສາວກໍເອົາພາພານມາຮັບຫົວຂອງພໍ່ໄວ້ ແລ້ວເອົາໄປບັນຈຸໄວ້ໃນຖ້ຳທີ່ພູເຂົາໄກລາດ ຄັນເຖິງຂວບວັນສ້ຽງປີ (ວັນສັງຂານໄປ) ລູກສາວທັງ 7 ຄົນນັ້ນກໍປ່ຽນຜຽນກັນໄປເຊີນເອົາພາພານຫົວຂອງພໍ່ມາຫົດສົງອາບລ້າງ ແລະ ແຫ່ອ້ອມເຂົາສະເມນ (ເຂົາສຸເມຣຸ) ປີລະຄົນເປັນລໍາດັບໄປທຸກໆປີ ແລ້ວກໍເຊີນໄປຕັ້ງໄວ້ບ່ອນເກົ່າ.
    ພະອາຈານ ກ່າວໃຫ້ຮູ້ຕື່ມອີກວ່າ: ສຳລັບປີນີ້ທາງຄະນະສົງກໍໄດ້ພ້ອມພຽງກັນກຽມພ້ອມຕ້ອນຮັບປີໃໝ່ລາວດ້ວຍການອະນາໄມທຳຄວາມສະອາດວັດ, ປະດັບປະດາຕົບແຕ່ງວັດໃຫ້ມີຄວາມຈົບງາມເຊັ່ນ: ຫໍສົງພະ, ສະຖານທີ່ຜາມໄຊສຳລັບປະຊາສຳພັນແລະອວຍພອນຕ້ອນຮັບປີໃໝ່ໃຫ້ຍາດໂຍມຜູ້ທີ່ມາທຳບຸນບໍລິຈາກທານຕ່າງໆມີ: ຜູກຂໍໍ່ຕໍ່ແຂນ, ສ່ຽງໂຊກ-ສ່ຽງຊີ,ຕັກບາດສະຫວັນຊຶ່ງມີບາດ 108 ບາດເພື່ອຄວາມເປັນສິລິມຸງຄຸນໃຫ້ແກ່ຍາດໂຍມທີ່ໄດ້ມາຫົດສົງໃນວັນປີໃໝ່.ແຕ່ສຳລັບປີນີ້ເປັນປີພິເສດເພາະລາວເຮົາໄດ້ເປີດປີທ່ອງທ່ຽວລາວ 2024 ເປັນປີທີ່ພັກຕິດຕໍ່ກັນຍາວກວ່າປີທີ່ຜ່ານມາ. ສະນັ້ນ, ທາງວັດໄດ້ໂຄສະນາປະຊາສຳພັນປູກຈິດສຳນຶກໃຫ້ເຍົາວະຊົນ ແລະ ອອກຕົນຍາດໂຍມຊາວພຸດທີ່ມາຫົດສົງພະໃຫ້ເຂົ້າໃຈໃນການນຸ່ງຖືທີ່ຖືກຕ້ອງຕາມແບບປະເພນີລາວເພື່ອໃຫ້ແຂກທີ່ມາທ່ຽວລາວໄດ້ຮູ້ກ່ຽວກັບວັດທະນະທໍາຮີດຄອງປະເພນີລາວກໍຄື: ຮີດ 12 ຄອງ 14 ຂອງລາວ,ຫຼຸດຜ່ອນການດື່ມສິ່ງມືນເມົາ, ສິ່ງເສບຕິດເພື່ອຫຼີກເວັ້ນອຸບັດເຫດທີ່ຈະເກີດຂຶ້ນເພື່ອເຮັດໃຫ້ການຫຼິ້ນບຸນປີໃໝ່ລາວປີນີ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີລາວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ສະຫາຍ ຫົວໜ້າຫ້ອງວ່າການສູນກາງພັກ ພົບປະເຮັດວຽກກັບກົມເລຂານຸການ-ການນຳ

ເມື່ອບໍ່ດົນມານີ້ ,ສະຫາຍ ເພັດ ພົມພີພັກ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມ-ໃຫ້ທິດຊີ້ນໍາຕໍ່ກົມເລຂານຸການ-ການນໍາ, ໂດຍມີສະຫາຍ ຜາຄໍາ ອິນແສງ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ, ຕາງໜ້າບັນດາກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມ
ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ກອງປະຊຸມການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານຂອງ ບໍລິສັດໄຟຟ້າຫົງສາ

ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໆເງິນແຂວງໄຊຍະບູລີ, ໄດ້ເປີດກອງປະຊຸມ ການຈັດຕັ້ງປະຕິບັດກິດຈະກໍາຂອງເມືອງທີ່ນໍາໃຊ້ງົບປະມານ ຂອງບໍລິສັດໄຟຟ້າຫົງສາ ຈໍາກັດ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ຍຸດທະນາ ຈຸນພັນທອງ ຜູ້ອໍານວຍການສາຍງານກິດຈະການອົງກອນບໍລິສັດໄຟຟ້າຫົງສາ ຈໍາກັດ.
ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄົນໃໝ່

ວັນທີ 11 ພະຈິກ 2025 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດພິທີປະກາດການ ແຕ່ງຕັ້ງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ມີບັນທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມ.
ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ຫຼຸດລາຄາສຸດພິເສດ 11.11 ສາຍການບິນ Vietjetຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍແລະນະຄອນໂຮ່ຈິມິນ

ວັນທີ 10 ພະຈິກ 2025,ສາຍການບິນ Vietjetໄດ້ມີຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນVietjet, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ນະຄອນຫຼວງວຽງຈັນ ໄປ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.
ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ທນບ-ທນສ ພົບປະ ແລະ ບັນລຸການເຊັນ MOU

ກອງປະຊຸມພົບປະ, ແລກປ່ຽນບົດຮຽນ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທະນາຄານນະ ໂຍບາຍ (ທນບ) ຂອງ ສປປ ລາວ ແລະ ທະນາຄານນະໂຍບາຍສັງຄົມ (ທນສ) ສສ. ຫວຽດນາມ ໄດ້ຈັດຂຶ້ນ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2025 ຊຶ່ງຝ່າຍລາວນໍາໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທນບ ພ້ອມຄະນະ; ຝ່າຍຫວຽດນາມນໍາໂດຍ ທ່ານ ເຢືອງ ກວຽດ ຖັງ ຜູ້ອຳນວຍການ ທນສ ພ້ອມຄະນະ.
ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ເພີ່ມເຕີມ