ງານວາງສະແດງສິນຄ້າ ຄັ້ງທີ 137 ທີ່ກວາງໂຈ ສປ ຈີນ

ຈະຈັດງານວາງສະແດງສິນຄ້າ ຄັ້ງທີ 137 ທີ່ກວາງໂຈ ສປ ຈີນ

ຈະຈັດງານວາງສະແດງສິນຄ້າ ຄັ້ງທີ 137 ທີ່ກວາງໂຈ ສປ ຈີນ
ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສູນການຄ້າສາກົນ ສປ ຈີນ ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບ ງານວາງສະແດງການນໍາເຂົ້າ-ສົ່ງອອກສິນຄ້າ ທີ່ກວາງໂຈ ສປ ຈີນ ໃນວັນທີ 17 ມັງກອນນີ້ ທີ່ ໂຮງແຮມແລນມາກນະຄອນຫຼວງວຽງຈັນ.

 

ໃຫ້ກຽດເຂົ້າຮ່ວມ, ມີ ທ່ານ ທະນູສອນ ພົນອາມາດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ຊູ່ ບີນ ຮອງຫົວໜ້າສູນການຄ້າສາກົນ ສປ ຈີນ, ທ່ານ ຫານ ເຢ້ ເລຂາເອກທີ່ປຶກສາເສດຖະກິດການຄ້າ ສປ ຈີນ ປະຈໍາລາວ, ບັນດາທ່ານແຂກຖືກເຊີນທີ່ກ່ຽວຂ້ອງທັງສອງຝ່າຍ ຈາກ ສປປ ລາວ ແລະ ສປ ຈີນ.

ທ່ານ ທະນູສອນ ພົນອາມາດ ກ່າວວ່າ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ (ສຄອຊ) ໃຫ້ຄວາມສໍາຄັນຫຼາຍໃນການຮ່ວມມືກັບ ສປ ຈີນ, ໂດຍສະເພາະໄດ້ຮ່ວມກັບກະຊວງອຸດສາຫະກຳແລະການຄ້າລະດົມບັນດາຫົວໜ່ວຍທຸລະກິດເຂົ້າຮ່ວມງານວາງສະແດງຕ່າງໆຢູ່ ສປ ຈີນຢ່າງຕັ້ງໜ້າ. ງານດັ່ງກ່າວເປັນເວທີທີ່ສຳຄັນໃນການໂຄສະນາວັດທະນະທຳທີ່ເປັນເອກະລັກຂອງລາວ, ການວາງສະແດງສິນຄ້າ,ການເຂົ້າຫາຕະຫຼາດ ແລະ ຊອກຊື້ສິນຄ້າເພື່ອມາດຳເນີນທຸລະກິດໃນ ສປປ ລາວຊຶ່ງເວທີດັ່ງກ່າວໄດ້ຊ່ວຍເພີ່ມທະວີການພົວພັນສອງປະເທດ, ຊຸກຍູ້ການຄ້າສອງຝ່າຍ, ດຶງດູດການລົງທຶນຂອງຈີນເຂົ້າມາໃນລາວ.

ງານວາງສະແດງ ນຳເຂົ້າ-ສົ່່ງອອກ ສປຈີນ ຄັ້ງທີ 137 ຫຼືCantan fair ແມ່ນງານໜຶ່ງທີ່ມີຊື່ສຽງ ແລະ ເປັນເວທີທີ່ສຳຄັນໃນການສົ່ງເສີມການຮ່ວມມືການຄ້າໃນທົ່ວໂລກ. ການຈັດກອງປະຊຸມເຜີຍແຜ່ງານCantanfair ແມ່ນເປັນໂອກາດອັນດີໃຫ້ແກ່ ສປປ ລາວ ເພື່ອຈະໄດ້ເຂົ້າໃຈເລິກເຊິ່ງຂຶ້ນກ່ຽວກັບງານດັ່ງກ່າວ, ໂດຍສະເພາະວິທີສະໝັກເຂົ້າຮ່ວມວາງສະແດງ ແລະ ເຂົ້າຮ່ວມຊົມງານຊຶ່ງຈະເປີດໂອກາດໃຫ້ຫົວໜ່ວຍທຸລະກິດສາມາດໂຄສະນາສິນຄ້າຂອງຕົນ ແລະ ສາມາດຈັບຈອງສິນຄ້າທີ່ຕົນເອງຕ້ອງການເພື່ອມາປະກອບເຂົ້າໃນທຸລະກິດຂອງຕົນ, ຂ້າພະ ເຈົ້າຫວັງວ່າບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນມື້ນີ້ຈະເຂົ້າໃຈເລິກເຊິ່ງຂຶ້ນກ່ຽວກັບງານດັ່ງກ່າວ, ຖ້າມີບັນຫາໃດບໍ່ຊັດເຈນກໍສາມາດສອບຖາມກັບ ສູນສົ່ງເສີມການຄ້າ ແຂວງກວາງຕົ່ງ ສປ ຈີນ ໃນທີ່ປະຊຸມໄດ້.

ທ່ານ ຫານ ເຢ້ ກ່າວວ່າ: ຈີນ-ລາວ ເປັນປະເທດ ບ້ານໃກ້ເຮືອນຄຽງທີ່ດີ, ມີສາຍພູ, ສາຍນໍ້າຕິດຈອດກັນ, ປະເທດຈີນ ມີຄວາມຍິນດີຕ້ອນຮັບສິນຄ້າລາວເຂົ້າສູ່ຕະຫຼາດຈີນຫຼາຍຂຶ້ນ. ປັດຈຸບັນ ການຮ່ວມມື ຈີນ-ລາວ ພວມພັດທະນາໄປຢ່າງບໍ່ຢຸດຢັ້ງ, ການລິເລີ່ມ ໜຶ່ງເສັ້ນທາງ ໜຶ່ງແລວທາງ ພວມມີບາດກ້າວໃໝ່, ຈີນເປີດປະຕູສູ່ພາຍນອກ ດ້ວຍຄຸນນະພາບສູງ.

ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກໍາ ແລະ ກ້ານຄ້າ ກ່າວວ່າ: ຈຸດປະສົງກອງປະຊຸມ, ແມ່ນເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນຂອງສອງຝ່າຍ ລາວ-ຈີນ (ແຂວງກວາງໂຈ) ໃຫ້ນັບມື້ເພີ່ມທະວີຂຶ້ນ ໂດຍພື້ນຖານການຮ່ວມມືຂອງສອງຝ່າຍຕ່າງຝ່າຍຕ່າງມີຜົນ ພ້ອມກັນສ້າງເສດຖະກິດ ຂອງປະເທດໃຫ້ມີຄວາມເຂັ້ມແຂງ, ຮັ່ງມີ ແລະ ມີຄວາມໝັ້ນຄົງຢ່າງບໍ່ຢຸດຢັ້ງ. ພາຍໃຕ້ການຮ່ວມມື ຂອງລັດຖະບານຂອງສອງປະເທດ ໄດ້ມີການຊຸກຍູ້ສົ່ງເສີມການຮ່ວມມືແບບຮອບດ້ານເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມຈະເລີນກ້າວໜ້າໃຫ້ກັບປະເທດຊາດ, ສ້າງຄວາມເປັນຢູ່ທີ່ດີຂຶ້ນໃຫ້ກັບປະຊາຊົນຂອງສອງຊາດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ກັບນັກທຸລະກິດ ຂອງທັງສອງປະເທດ ໄດ້ຮ່ວມກັນລົງທຶນຄ້າ-ຂາຍຮ່ວມກັນ. ກວາງໂຈ ເປັນເມືອງຫຼວງຂອງມົນທົນກວາງຕຸ້ງ ແລະ ເປັນເມືອງທີ່ໃຫຍ່ທີ່ສຸດໃນພາກໃຕ້ຂອງຈີນ ແລະ ເປັນສູນກາງດ້ານການຄ້າ ແລະ ການຂົນສົ່ງທີ່ໃຫຍ່ທີ່ສຸດ ມີພື້ນຖານເສດຖະກິດທີ່ເຂັ້ມແຂງ, ສຳລັບງານວາງສະແດງ Canton Fair (ງານວາງສະແດງສິນຄ້າ ນຳເຂົ້າ ແລະ ສົ່ງອອກຂອງຈີນ) ເປັນງານວາງສະແດງທີ່ເກົ່າແກ່ ແລະ ຍິ່ງໃຫຍ່ ຂອງ ສປ ຈີນຊຶ່ງຈະມີຫຼາຍປະເທດເຂົ້າຮ່ວມໃນງານນີ້, ເພື່ອຊອກຫາຊ່ອງທາງ ແລະ ໂອກາດໃນການຄ້າຂາຍ, ລົງທຶນ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ເພີ່ມເຕີມ