ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.

 

 

ການເປີດນຳໃຊ້ທາງລົດໄຟລາວ-ຈີນ ໃນປີ 2021 ໄດ້ເປີດສັງກາດໃໝ່ທີ່ພິກໂສມເສດຖະກິດພູມິພາກ ແລະ ເປັນສັນຍາລັກຂອງສອງປະເທດກ້າວເດີນສູ່ຄວາມທັນສະໄໝຮ່ວມກັນຢ່າງມີຊີວິດຊີວາ, ບົດຄວາມນີ້ຈະວິເຄາະເສັ້ນທາງແຫ່ງການພັດທະນາກ້າວກະໂດດຂອງການພົວພັນຮ່ວມມືຈີນ - ລາວ ໃນຫຼາກຫຼາຍມິຕິທັງທາງດ້ານການເມືອງ-ເສດຖະກິດ, ຄວາມເປັນຢູ່ ແລະ ວັດທະນາທຳຂອງປະຊາຊົນການພັດທະນາແບບຍືນຍົງຕະຫຼອດຮອດໂອກາດໃໝ່ໃນອະນາຄົດເພື່ອຖອດຖອນບົດຮຽນວ່າແບບຢ່າງ “ນ້ອຍແຕ່ສວຍງາມ” ນີ້ສາມາດມອບຄຳຕອບຂອງຈີນສຳຫຼັບການຮ່ວມມືລະຫວ່າງປະເທດໄດ້ແນວໃດ.

ການຮ່ວມມືທາງດ້ານການເມືອງ: ຄວາມສຳພັນທັງເພື່ອນທັງພີ່ນ້ອງພາຍໃຕ້ການນຳລະດັຍສູງ

  1. ການຮ່ວມມືດ້ານກົນໄກໄດ້ເຮັດໃຫ້ການຄ້ຳປະກັນຢ່າງເປັນລະບົບໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຈີນ - ລາວ. ພາຍຫຼັງທີ່ຈີນ ແລະ ລາວໄດ້ລົງນາມໃນ "ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ",ຊຶ່ງເປັນເອກະສານທຳອິດຂອງໂລກກ່ຽວກັບການສ້າງຄູ່ຮ່ວມຊາຕາກຳທີ່ໄດ້ລົງນາມໂດຍພັກການເມືອງ, ກວມເອົາ 5 ຂົງເຂດຄື: ການສື່ສານຍຸດທະສາດ, ການຮ່ວມມືທີ່ເປັນຮູບເປັນຮ່າງ, ສະຖຽນລະພາບດ້ານການເມືອງ, ການແລກປ່ຽນມະນຸດສະທຳ ແລະ ການພັດທະນາມິດຕະພາບ, ຊຸກຍູ້ການສຳມະນາທິດສະດີເປັນປະຈຳລະຫວ່າງສອງຝ່າຍ. ເພື່ອຮ່ວມກັນຄົ້ນຄວ້າເສັ້ນທາງກ້າວເຂົ້າສູ່ສັງຄົມນິຍົມທີ່ທັນສະໄໝ, ເຊັ່ນການສຳມະນາທິດສະດີຈີນ-ລາວ ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ແລະ ປັກກິ່ງຜັດປ່ຽນກັນເປັນເຈົ້າພາບໃນແຕ່ລະປີ. ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງບັນດາພັກການເມືອງ.
  2. ສະໜັບສະໜູນຢ່າງແຂງແຮງໃນການຮ່ວມມືສາກົນ. ໃນເວທີປາໄສຫຼາຍຝ່າຍສາກົນ, ລາວໄດ້ສືບຕໍ່ສະແດງໃຫ້ເຫັນການສະໜັບສະໜູນຈີນຢ່າງໜັກແໜ້ນ. ຕົວຢ່າງໃນກອງປະຊຸມຄັ້ງທີ 52 ຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດໃນປີ 2023, ປະເທດລາວໄດ້ຕາງໜ້າໃຫ້ຫຼາຍປະເທດໃຫ້ການສະໜັບສະໜູນຈີນກ່ຽວກັບບັນຫາສິດທິມະນຸດ. ໃນຖານະທີ່ເປັນສະມາຊິກອາຊຽນ, ລາວມີບົດບາດຢ່າງຕັ້ງໜ້າໃນການປະສານງານກ່ຽວກັບ FTA ຈີນ-ອາຊຽນ ແລະ ການຮ່ວມມືດ້ານອື່ນໆ, ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ການພົວພັນທາງດ້ານການເມືອງຈີນ - ລາວບໍ່ພຽງແຕ່ອີງໃສ່ມິດຕະພາບ, ປະຫວັດສາດ. ແຕ່ຍັງສະແດງໃຫ້ເຫັນຄວາມສອດຄ່ອງອັນເລິກເຊິ່ງໃນລະບົບການພັດທະນາ ແລະ ວິໄສທັດ.

ການຮ່ວມມືທາງເສດຖະກິດ: ການປ່ຽນຜ່ານຈາກການຊ່ວຍເຫຼືອສູ່ການຮ່ວມມືແບບໄດ້ປະໂຫຍດຮ່ວມກັນ

ການຮ່ວມມືດ້ານເສດຖະກິດການຄ້າຈີນ-ລາວ ໄດ້ຜັນຂະຫຍາຍຈາກຮູບແບບການຊ່ວຍເຫຼືອເບື້ອງຕົ້ນໄປສູ່ຂອບການຮ່ວມມືແບບຍືນຍົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

  1. “ການປະຕິວັດ” ກ້າວໄປສູ່ພື້ນຖານໂຄງລ່າງ: ທາງລົດໄຟຈີນ-ລາວ ທີ່ໄດ້ເປີດນຳໃຊ້ໃນເດືອນທັນວາ ປີ 2021 ມີຄວາມຍາວທັງໝົດ 1,035 ກິໂລແມັດ ເຊື່ອມຕໍ່ຄຸນໝິງກັບນະຄອນຫຼວງວຽງຈັນ. ຮອດທ້າຍປີ 2023, ການສົ່ງອອກສິນຄ້າບັນລຸ 20 ລ້ານໂຕນ, ຊ່ວຍໃຫ້ GDP ຂອງລາວເພີ່ມຂຶ້ນ 1.5% ຕໍ່ປີ. ຊາວກະສິກອນໃນພາກເໜືອຂອງລາວສາມາດສົ່ງອອກໝາກກ້ວຍ, ໝາກມ່ວງ ແລະ ໝາກໄມ້ເຂດຮ້ອນໄປຕະຫຼາດຈີນໄດ້ຢ່າງວ່ອງໄວ. ລາຍຮັບສະເລ່ຍຂອງບາງບ້ານໄດ້ເພີ່ມຂຶ້ນຫຼາຍກວ່າສອງເທົ່າ. ນອກຈາກນັ້ນ, ການກໍ່ສ້າງເສັ້ນທາງ ແລະ ຂົວຂ້າມແມ່ນໍ້າຂອງຫຼາຍແຫ່ງໄດ້ເພີ່ມເສັ້ນທາງເຂົ້າເຖິງ. ຊຸກຍູ້ການຄ້າຊາຍແດນ ແລະ ອຳນວຍຄວາມສະດວກໃນການຂົນສົ່ງ.
  2. ລົງເລິກການຮ່ວມມືດ້ານອຸດສາຫະກຳ: ເຂດພັດທະນາກວມລວມໄຊເສດຖານະຄອນຫຼວງວຽງຈັນ ດຳເນີນທຸລະກິດໂດຍກຸ່ມບໍລິສັດຢຸນນານກໍ່ສ້າງມາຮອດຕົ້ນປີ 2024 ໄດ້ດຶງດູດບໍລິສັດຮ່ວມທຶນຈາກຈີນ 50 ກວ່າບໍລິສັດ ຊຶ່ງກວມເອົາການຜະລິດ, ການຂົນສົ່ງ, ພະລັງງານໃໝ່ ແລະ ຂະແໜງອື່ນໆ, ສ້າງວຽກເຮັດງານທຳຫຼາຍກວ່າ 5,000 ຄົນ. ໃນຂະແໜງພະລັງງານ, ເຂື່ອນ 7 ແຫ່ງຕາມສາຍແມ່ນ້ຳອູໄດ້ຮັບການກໍ່ສ້າງ ຊຶ່ງເປັນການຮ່ວມມືລະຫວ່າງຈີນ-ລາວ. ໄດ້ສຳເລັດການຜະລິດໄຟຟ້າໄດ້ຫຼາຍກວ່າ 5,500 ລ້ານກິໂລວັດໂມງຕໍ່ປີ ແລະ ບາງສ່ວນໄດ້ສົ່ງອອກໄປໄທ ແລະ ກຳປູເຈຍ.
  3. ໂຄງປະກອບການຄ້າຈີນ-ລາວ ສືບຕໍ່ໄດ້ຮັບການປັບປຸງ: ຈີນເປັນນັກລົງທຶນລາຍໃຫຍ່ທີ່ສຸດໃນລາວເປັນເວລາຫຼາຍປີຕິດຕໍ່ກັນ ຊຶ່ງກວມເອົາ 62% ຂອງການລົງທຶນຕ່າງປະເທດທັງໝົດຢູ່ລາວໃນປີ 2023. ພາຍໃຕ້ຂອບການຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ຜະລິດຕະພັນກະສິກຳຂອງລາວເຊັ່ນ: ຢາງພາລາ ແລະ ກາເຟ ໄດ້ເຂົ້າເຖິງຕະຫຼາດຈີນແບບບໍ່ມີພາສີ. ຊ່ວຍລາວສ້າງເສດຖະກິດສົ່ງອອກ

ການພັດທະນາເພື່ອປະຊາຊົນ ແລະ ວັດທະນາທຳ: “ໂຄງສ້າງພື້ນຖານເພື່ອເຊື່ອມໃຈຄົນ

ການຮ່ວມມືລາວ-ຈີນ ບໍ່ໄດ້ຢຸດຢູ່ທີ່ "ການເຊື່ອມຕໍ່ທີ່ໝັ້ນຄົງ" ແຕ່ຍັງມຸ່ງໄປເຖິງ "ການເຊື່ອມຕໍ່ທີ່ອ່ອນໂຍນ" ເພື່ອເສີມຂະຫຍາຍຄວາມເຂົ້າໃຈດ້ານມະນຸດສະທຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

1. ການຮ່ວມມືຫຼຸດຜ່ອນຄວາມທຸກຍາກໄດ້ກາຍເປັນຕົວແບບທີ່ສຳຄັນ; ຈີນໄດ້ສ້າງທາງຊົນນະບົດ, ແຫຼ່ງນ້ຳສະອາດທີ່ເມືອງຫຼວງພະບາງ, ຜົ້ງສາລີ, ພາກເໜືອຂອງລາວ. ໂຄງການ “ຮ່ວມມືຫຼຸດຜ່ອນຄວາມທຸກຍາກຕົວແບບອາຊີຕາເວັນອອກ” ໄດ້ກວມເອົາ 3 ແຂວງ ແລະ 3,000 ຄອບຄົວ, ຊຸກຍູ້ເຕັກໂນໂລຊີລ້ຽງປາໃນນາ. ການປູກຝັງລະບົບນິເວດເພື່ອເສີມຂະຫຍາຍຄວາມສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.

2. ການຮ່ວມມືດ້ານການສຶກສາ ແລະ ສາທາລະນະສຸກ: ມະຫາວິທະຍາໄລຂອງຈີນໄດ້ກາຍເປັນຈຸດໝາຍປາຍທາງຕົ້ນຕໍຂອງນັກສຶກສາລາວ. ໃນປີ 2024, ຈຳນວນນັກສຶກສາລາວຮຽນຢູ່ມະຫາວິທະຍາໄລແຫ່ງຊາດຈີນຢຸນນານ ມີຫຼາຍກວ່າ 1,500 ຄົນ, ກວມ 32% ຂອງນັກສຶກສາຕ່າງປະເທດທັງໝົດຂອງມະຫາວິທະຍາໄລ. ມະຫາວິທະຍາໄລແຫ່ງຊາດກວາງຊີສ້າງຕັ້ງວິທະຍາເຂດຢູ່ລາວສົ່ງເສີມການສິດສອນສອງພາສາ ແລະ ການຝຶກອົບຮົມຄູສອນທ້ອງຖິ່ນຂອງຄະນະແພດສາດຈີນທີ່ປະຈຳຢູ່ແຂວງຕ່າງໆຂອງລາວ. ຈີນໄດ້ສ້າງຕັ້ງໂຮງໝໍຂຶ້ນທີ່ແຂວງອຸດົມໄຊ ຊຶ່ງໄດ້ກາຍເປັນສູນປິ່ນປົວພະຍາດຢູ່ເຂດພາກເໜືອຂອງລາວ.

3. ຈາກທ່າອ່ຽງພາສາຈີນໄປສູ່ການຮ່ວມມືດ້ານຮູບເງົາ ແລະ ໂທລະພາບສູນວັດທະນະທຳຈີນປະຈຳລາວໄດ້ສ້າງເວທີ “ສາມທິດ” ຊຶ່ງກວມເອົາການສອນພາສາຈີນ. ງານບຸນກຸດຈີນ ແລະ ງານວາງສະແດງມໍລະດົກດ້ານວັດທະນະທຳທີ່ມີຜູ້ເຂົ້າຮ່ວມກວ່າ 20,000 ຄົນຕໍ່ປີ, ໃນປີ 2023, ໄດ້ຜະລິດສາລະຄະດີຈີນ-ລາວ ທີ່ມີຊື່ວ່າ: “ດື່ມນ້ຳລຳໜຶ່ງ” ເລົ່າເລື່ອງລະບົບນິເວດ ແລະ ຊີວິດຂອງປະຊາຊົນເຂດລຸ່ມແມ່ນ້ຳຂອງສິ່ງດັ່ງກ່າວນັ້ນໄດ້ຮັບການຕອບຮັບທີ່ດີຈາກຜູ້ຊົມທັງສອງປະເທດ.

ການຮ່ວມມືການພັດທະນາສີຂຽວ

  1. ການຮ່ວມມືດ້ານຊີວະນາໆພັນຂ້າມແດນ: ການປົກປັກຮັກສາສິ່ງແວດລ້ອມກາຍເປັນຈຸດເຕີບໂຕໃໝ່ຂອງການຮ່ວມມືຈີນ - ລາວ, ສອງປະເທດໄດ້ເລີ່ມດຳເນີນໂຄງການປົກປັກຮັກສາຊີວະນາໆພັນຂ້າມແດນທີ່ກວມເອົາແຂວງຫຼວງນ້ຳທາ ແລະ ແຂວງສິບສອງພັນນາຂອງຈີນ. ສຸມໃສ່ຟື້ນຟູຖິ່ນທີ່ຢູ່ອາໄສຂອງຊ້າງອາ ຊີ, ສ້າງເຄືອຂ່າຍຕິດຕາມກວດກາລະບົບອິນຟາເຣດ, ສປ ຈີນ ມອບອຸປະກອນຕິດຕາມສິ່ງແວດລ້ອມ ແລະ ພາຫະນະທົດລອງໃຫ້ລາວເພື່ອຕິດຕາມຄຸນນະພາບນໍ້າໃນອ່າງແມ່ນໍ້າຂອງສະໜັບສະໜູນການກໍ່ສ້າງລະບົບຕິດຕາມສິ່ງແວດລ້ອມທີ່ທັນສະໄໝ, ໃນປີ 2024 ບໍລິສັດຈີນໄດ້ກໍ່ສ້າງໂຮງໄຟຟ້າພະລັງງານແສງຕາເວັນ 115 ເມກາວັດຢູ່ພາກໃຕ້ຂອງລາວ. ຄາດວ່າຈະຫຼຸດຜ່ອນການປ່ອຍອາຍພິດ CO₂ ຫຼາຍກວ່າ 120,000 ໂຕນຕໍ່ປີ, ໂດຍໂຄງການໄຟຟ້າຊຸມຊົນສາມາດສະໜັບສະໜູນ 25,000 ຄົນ.
  2. ການປະຕິວັດສີຂຽວກັບໂຊລາເຊວ ແລະ ຍານພາຫະນະໄຟຟ້າໃນດ້ານການທ່ອງທ່ຽວທີ່ມີກາກບອນຕ່ໍາ, ຍີ່ຫໍ້ຂອງຈີນເຊັ່ນ: BYD ມີວາງຂາຍໃນຕະຫຼາດລາວ; ຊ່ວຍສ້າງເຄືອຂ່າຍການຂົນສົ່ງສາທາລະນະໄຟຟ້າແລະ ສະຖານີສາກໄຟ.

ໂອກາດໃນອະນາຄົດ: ກ້າວສູ່ຄວາມໝັ້ຄົງ ແລະ ຍືນຍົງ.

  1. ລາວ-ຈີນ ຕ້ອງລົງເລິກການຮ່ວມມືໃນການຫັນເປັນດີຈີຕອນ ແລະ ສີຂຽວ; ເຂດທົດລອງການຄ້າເອເລັກໂຕຣນິກຂ້າມຊາຍແດນຈີນ-ລາວ ເລີ່ມດຳເນີນການທົດລອງລະຫວ່າງຄຸນໝິງກັບນະຄອນຫຼວງວຽງຈັນ, ບໍລິສັດທົດລອງທຳອິດສົ່ງອອກຜະລິດຕະພັນກະສິກຳ, ຫັດຖະກຳ ແລະ ການບໍລິການທ່ອງທ່ຽວວັດທະນະທຳຊ່ວຍເຊື່ອມຕໍ່ SME ຈາກທັງສອງປະເທດ.
  2. ການຮ່ວມມືການທ່ອງທ່ຽວຍັງມີໂອກາດໃໝ່ລົດໄຟລາວ-ຈີນແຜນເສັ້ນທາງຄຳ “ລຸ່ມແມ່ນ້ຳຂອງ” ຈະເປີດໂຕຜະລິດຕະພັນທ່ອງທ່ຽວ “ຖ້ຽວດຽວຫຼາຍຈຸດ” ເຊື່ອມຫຼວງພະບາງ-ບໍ່ຫານ-ເມືອງປູ໋ເອີ໋ ສ້າງເສັ້ນທາງ “ນັ່ງລົດໄຟຊົມອາຊີຕາເວັນອອກສ່ຽງໃຕ້” ຄຸນະພາບສູງ.
  3. ທັງສອງຝ່າຍສາມາດຍົກສູງການຮ່ວມມືດ້ານວັດທະນາທຳໃຫ້ເປັນລະບົບຍິ່ງຂຶ້ນເຊັ່ນ: ສ້າງສູນການສຶກສາວິຊາຊີບກອງທຶນຄວາມຮ່ວມມືດ້ານນະວັດຕະກຳເຍົາວະຊົນເປັນຕົ້ນເພື່ອເພີ່ມພະລັງຂັບເຄື່ອນຢ່າງຍືນຍົງໃຫ້ກັບປະຊາຄົມຮ່ວມຊາຕາກຳລາວ-ຈີນ.

ຈາກ ມິດຕະພາບອັນແຂງແກ່ສູ່ຄູ່ຮ່ວມຊາຕາກຳຄວາມສຳພັນລາວ-ຈີນ ໄດ້ກ້າວສູ່ເສັ້ນທາງຮ່ວມມືຄຸນນະພາບສູງທີ່ມີພື້ນຖານຈາກຄວາມໄວ້ວາງໃຈຄວາມຊ່ວຍເຫຼືອ ແລະ ຜົນປະໂຫຍດຮ່ວມກັນລົດໄຟລາວ-ຈີນບໍ່ພຽງເປັນເສັ້ນເລືອດຫຼັກເໜືອ-ໃຕ້ແຕ່ຍັງເປັນຂົວຕໍ່ແຫ່ງມິດຕະພາບທີ່ເຊື່ອມໃຈປະຊາຊົນຂອງທັງສອງປະເທດໃນຖານະຕົວຢ່າງທີ່ມີຊີວິດຂອງການສ້າງປະຊາຄົມຮ່ວມຊາຕາກຳຂອງມະນຸດ, ການຮ່ວມມືລາວ-ຈີນ ໄດ້ມອບຕົ້ນແບບທີ່ສາມາດຮຽນແບບໄດ້ໃຫ້ກັບປະເທດກຳລັງພັດທະນາທົ່ວໂລກ, ໃນອະນາຄົດເມື່ອການເຊື່ອມໂຍງ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນແໜ້ນແຟ້ນຍິ່ງຂຶ້ນ, ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຊຶ່ງ “ນ້ອຍແຕ່ສວຍງາມ” ນີ້ຈະຍິ່ງປະກາຍເຈີດຈ້ານຍິ່ງຂຶ້ນ.

ຄໍາເຫັນ

ຂ່າວການຮ່ວມມື

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ອົງການອາຫານໂລກ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ຈໍາປາສັກ ແລະ ເຊກອງ

ອົງການອາຫານໂລກ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ຈໍາປາສັກ ແລະ ເຊກອງ

ອົງການອາຫານໂລກ (WFP) ໄດ້ນຳພາສື່ມວນຊົນຈາກສູນກາງ ລົງຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ໄດ້ຮັບການສະໜັບສະໜູນຈາກອົງການ WFP ໃນລະຫວ່າງວັນທີ 15-19 ທັນວານີ້ ທີ່ແຂວງຈໍາປາສັກ ແລະ ແຂວງເຊກອງ ຊຶ່ງນຳພາການເຄື່ອນໄຫວໃນຄັ້ງນີ້ໂດຍທ່ານ ວິລະກອນ ສີປະເສີດ ຜູ້ປະສານງານວຽກງານສື່ມວນຊົນ ອົງການອາຫານໂລກ.
ມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ກອງທັບ

ມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ກອງທັບ

ກະຊວງປ້ອງກັນປະເທດຈັດພິທີມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ຂຶ້ນໃນວັນທີ 16 ທັນວາຜ່ານມາ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີສະຫາຍ ພົນຈັດຕະວາ ເຊເວຍຣົບ ເກນາດີ ຮອງຜູ້ບັນຊາການເຫຼົ່າຮົບຊ່າງແສງ ກຳລັງປະກອບອາວຸດແຫ່ງ ສ ຣັດເຊຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ (ຕອນ 1)

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ (ຕອນ 1)

ປະເທດຈີນ ແລະ ປະເທດລາວ ມີສາຍພູ ແລະ ສາຍນ້ຳຕິດຈອດກັນ, ເປັນປະເທດເພື່ອນບ້ານທີ່ເປັນມິດສັງຄົມນິຍົມ ທີ່ມີອະນາຄົດຜູກພັນກັນ ແລະ ເປັນຄູ່ຮ່ວມຊະຕາກຳ. ນັບຕັ້ງແຕ່ປີ 1961 ທີ່ ປະເທດຈີນ ແລະປະ​ເທດລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ພາຍໃຕ້ການນຳພາທາງຍຸດທະສາດ ຂອງຜູ້ນຳສູງສຸດຂອງສອງພັກ-ສອງລັດ, ສອງຝ່າຍໄດ້ສ້າງສາຍພົວພັນ 4 ດີ ຄື: "ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ". ແຂວງຢຸນນານ ໃນນາມເປັນເມືອງແຖວໜ້າ ໃນການເປີດປະຕູສູ່ພາຍນອກຂອງຈີນ ຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ມີພູມສັນຖານໃກ້ຄຽງກັນ ແລະ ປະຊາຊົນມີຄວາມໃກ້ຊິດສະໜິດສະໜົມກັບປະ​ຊາ​ຊົນລາວ, ຫຼາຍປີມານີ້ ສອງຝ່າຍ ຢຸນນານ-ລາວ ໄດ້ສ້າງຕັ້ງສາຍພົວພັນເມືອງມິດຕະພາບຫຼາຍຄູ່,ກາຍເປັນເສົາຄ້ຳທີ່ສຳຄັນໃນການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ.ປັດຈຸບັນ,ພາຍໃຕ້ການຊີ້ນຳຂອງ "ແຜນປະຕິບັດງານ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຂອງ ພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ (ປີ 2024-2028)", ການເຮັດໃຫ້ການຮ່ວມມືເມືອງມິດຕະພາບ ຢຸນນານ-ລາວ ເລິກເຊິ່ງ ແລະ ໜັກແໜ້ນຂຶ້ນ, ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ໃນການສ້າງພື້ນຖານຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ໃນການພົວພັນມິດຕະພາບ ຈີນ-ລາວ ໃຫ້ແໜ້ນແກ່ນເທົ່ານັ້ນ, ແຕ່ຍັງແມ່ນເສັ້ນທາງແຫ່ງການປະຕິບັດຕົວຈິງທີ່ສຳຄັນໃນການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ອີກດ້ວຍ.
ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ໃນຄໍ່າຄືນຂອງວັນທີ 15 ທັນວາຜ່ານມານີ້, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ (ນວ), ໄດ້ມີການຈັດງານສະແດງສິລະປະພື້ນເມືອງ ຂອງ ສ. ເກົາຫຼີ ໂດຍສະມາຄົມແລກປ່ຽນການສະແດງສິລະປະ-ວັດທະນະທຳສາກົນ ຂອງ ສ. ເກົາຫຼີ ເພື່ອເປັນແລກປ່ຽນບົດຮຽນ ແລະ ເປັນການຂໍ່ານັບຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄົບຮອບ 30 ປີ ກໍຄືການສະແດງຮັບໃຊ້ມວນຊົນ ຊາວນະຄອນຫຼວງວຽງຈັນ ແລະ ທັງເປັນການຊົມເຊີຍ ຕໍ່ຜົນສຳເລັດ ຂອງການພົບປະຢ່າງເປັນທາງການ ຂອງພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພະນະທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ທີ່ໄດ້ບັນລຸການຕົກລົງຫຼາຍບັນຫາສຳຄັນ ແລະ ໄດ້ຍົກລະດັບສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນວັນທີ 15 ທັນວານີ້ ທີ່ ສ.ເກົາຫຼີ.
ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຊີນ ທ່ານ ຮຸນກຣັງ ພະນອງ (HULKRANG Phanang), ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຈິຣັດສະຍາ ພີຣານົນ, ອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າພົບ ເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການທີ່ ເກີດຂຶ້ນ ຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ ໃນປັດຈຸບັນ.
ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ວັນທີ 15 ທັນວາຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງ ສສກ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມໃນລະຫວ່າງວັນທີ 15-17 ທັນວາ 2025 ໃຫ້ກຽດສົ່ງຄະນະຜູ້ແທນໃນຄັ້ງນີ້ໂດຍທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ.
ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຈິຣັດສະຍາພີຣານົນ, ອຸປະທູດຊົ່ວຄາວແຫ່ງຣາຊະອານາຈັກໄທປະຈໍາ ສປປ ລາວ.
ເພີ່ມເຕີມ