![]() |
ໃນໂອກາດດັ່ງກ່າວ, ສະຫາຍ ເລເຖຈິ ໄດ້ສະແດງຄວາມຕ້ອນຮັບຄະນະຢ່າງອົບອຸ່ນ ແລະ ໄດ້ລາຍງານສະພາບໂດຍຫຍໍ້ຂອງໜັງສືພິມຕວຍແຈໃຫ້ຄະນະຜູ້ແທນຊາບວ່າ: ໜັງສືພິມຕວຍແຈ ສ້າງຕັ້ງຂຶ້ນໃນວັນທີ 2 ກັນຍາ 1975, ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນໂຮ່ຈິມິນ, ມີພະນັກງານທັງໝົດຈຳນວນ500 ກວ່າຄົນ, ມີຫ້ອງການຢູ່ນະຄອນຫຼວງຮ່າໂນຍ, ດາໜັງ, ຢາຈາງ ແລະ ເກີນເທີ. ເນື້ອໃນໂຄສະນາມີ ການເມືອງ, ວຽກງານສັງຄົມ, ທຸລະກິດ, ການດຳລົງຊິວິດ, ການສຶກສາ, ກິລາ, ສື່ສານມວນຊົນ ແລະ ອື່ນໆ, ໃນນັ້ນຜະລິດຕະພັນຂອງໜັງສືພິມຕວຍແຈມີໜັງສືພິມລາຍວັນ, ອອນລາຍ, ວາລະສານປະຈຳອາທິດ, ໜັງສືພິມພາສາອັງກິດແບບອອນລາຍ, ມີຜູ້ຕິດຕາມໜ້າຂ່າວເຟສບຸກອອນລາຍ 2.9 ລ້ານຄົນ,ການລາຍງານຂ່າວແມ່ນໄດ້ກວມເອົາເຫດການສຳຄັນຕ່າງໆ ແລະ ບັນຫາຕ່າງໆ ທົ່ວປະເທດ ແລະ ທົ່ວໂລກ, ໜັງສືພິມຕວຍແຈ ຜະລິດລາຍວັນ 500.000 ສະບັບ (ປີ 2008) ແລະ ຕົກມາປີ 2015, ຜະລິດ220.000 ສະບັບ ແລະ ນັບມື້ຫຼຸດລົງ ຊຶ່ງເຫດຜົນທີ່ຫຼຸດລົງຍ້ອນຜູ້ອ່ານໝັງສືພິມຫັນມາອ່ານຜ່ານລະບົບມືຖື ແລະ ສື່ອອນລາຍ, ແຕ່ຍຸດທະສາດການຮັບມືແມ່ນໄດ້ເພີ່ມທະວີການລົງທຶນໃນຊ່ອງທາງດີຈີຕອນ, ນໍາໃຊ້ຊ່ອງທາງສື່ອອນລາຍ, ປັບປຸງປ່ຽນແປງວິທີໃໝ່ໂດຍໃຊ້ພິມລົງສື່ດີຈີຕອນ ແລະ ການສ້າງແຫຼ່ງລາຍຮັບແມ່ນການໂຄສະນາສິນຄ້າ ການຈັດກິດຈະກຳ, ສຳມະນາ, ແຂ່ງກິລາ ແລະ ອື່ນໆ.
![]() |
ໃນໂອກາດດັ່ງກ່າວ, ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ໃຫ້ຂໍ້ມູນແກ່ຄະນະຜູ້ແທນຝ່າຍລາວ ຊຶ່ງເປັນບົດຮຽນທີ່ດີໂດຍສະເພາະການບໍລິຫານວຽກງານໜັງສືພິມ, ເຖິງແມ່ນວ່າໜັງສືພິມຈະພົບບັນຫາວຽກງານໜັງສືພິມມີຈຳນວນຫຼຸດລົງແຕ່ກໍໄດ້ຊອກຫາວິທີທາງໃນການສ້າງແຫຼ່ງລາຍຮັບ ເພື່ອເຮັດໃຫ້ໜັງສືພິມມີການພັດທະນາດີຂຶ້ນເລື້ອຍໆ, ພ້ອມດຽວກັນນີ້ຍັງໄດ້ສະແດງຄວາມຂອບໃຈຕໍ່ຄະນະນໍາໜັງສືພິມທີ່ໄດ້ຖອດຖອນບົດຮຽນໃຫ້ກັບຄະນະພວກເຮົາ ແລະຫວັງຢ່າງຍິງວ່າໃນອະນາຄົດຈະໄດ້ມີການແລກປ່ຽນຖອດຖອນບົດຮຽນລະຫວ່າງໜັງສືພິມຕວຍແຈ ກັບສື່ມວນຊົນລາວ ໂດຍສະເພາະວຽກງານຫັນເປັນດີຈີຕອນທີ່ທັນສະໄໝ.
![]() |
(ຂ່າວ-ພາບ: ສຳນານ)



ຄໍາເຫັນ